ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນຫາສໍາຄັນຕ່າງໆ ທີ່ຈະຕ້ອງຕິດຕາມ ໃນ​ການຢ້ຽມ​ຢາມ ພາກຕາເວັນອອກກາງ ຂອງທ່ານໄບເດັນ


ປະທານາທິບໍດີ ໂຈ ໄບເດັນ ກ່າວປາໄສ ໃນລະຫວ່າງງານສະເຫຼີມສະຫຼອງ ຮ່າງລັດຖະທໍາມະນູນກ່ຽວກັບ "ລັດຖະທໍາມະນູນຄວາມປອດໄພຢູ່ໃນຊຸມຊົນຂອງສອງຝ່າຍ," ກົດໝາຍ ໝາຍເຖິງການຫຼຸດຄວາມຮຸນແຮງກ່ຽວກັບປືນລົງ, ຢູ່ທີ່ເດີ່ນຫຍ້າທາງທິດໃຕ້ຂອງທໍານຽບຂາວ, ເມື່ອວັນທີ 11 ກໍລະກົດ 2022, ໃນນະຄອນຫຼວງວໍຊິງຕັນ.
ປະທານາທິບໍດີ ໂຈ ໄບເດັນ ກ່າວປາໄສ ໃນລະຫວ່າງງານສະເຫຼີມສະຫຼອງ ຮ່າງລັດຖະທໍາມະນູນກ່ຽວກັບ "ລັດຖະທໍາມະນູນຄວາມປອດໄພຢູ່ໃນຊຸມຊົນຂອງສອງຝ່າຍ," ກົດໝາຍ ໝາຍເຖິງການຫຼຸດຄວາມຮຸນແຮງກ່ຽວກັບປືນລົງ, ຢູ່ທີ່ເດີ່ນຫຍ້າທາງທິດໃຕ້ຂອງທໍານຽບຂາວ, ເມື່ອວັນທີ 11 ກໍລະກົດ 2022, ໃນນະຄອນຫຼວງວໍຊິງຕັນ.

ປະທານາທິບໍດີໂຈ ໄບເດັນ ເດີນທາງໄປເຖິງ ອິສຣາແອລ ໃນມື້ວັນພຸດນີ້, ເຊິ່ງເປັນສ່ວນນຶ່ງ ໃນການເດີນທາງຢ້ຽມຢາມ​ຫຼາຍ​ປະ​ເທດ​ໃນພາກຕາເວັນອອກກາງ ດ້ວຍການຢຸດແວ່ທີ່ເຂດເວສແບັງ ແລະຊາອຸດີ ອາຣາເບຍ. ທ່ານ ໄບເດັນ ຈະຜັກດັນ​ໃຫ້ອິສຣາແອລ ລວມໂຕເຂົ້າໃນພູມິພາກເລິກເຊິ່ງຂຶ້ນກວ່າເກົ່າ, ໂດຍກະຕຸ້ນໃຫ້ບັນດາປະເທດໃນເຂດອ່າວອາ​ຣັບ ດູດນໍ້າມັນຂຶ້ນມາເພີ້ມເຕີມ ເພື່ອຊ່ວຍບັນເທົາວິກິດການພະລັງງານຢູ່ໃນທົ່ວໂລກ, ແລະໃຫ້ຄໍາໝັ້ນວ່າ ສະຫະລັດຈະບໍ່ຫຼຸດ​ການ​ໃຫ້ຄວາມສໍາຄັນ​ຕໍ່ພູມິພາກແຫ່ງນີ້ລົງ,​ ທັງໆ​ທີ່ ສະຫະລັດ​ໄດ້ແນເປົ້າໝາຍໃສ່ສົງຄາມຢູ່ໃນຢູເຄຣນ ແລະຍຸດທະສາດຂອງການແຂ່ງຂັນກັບ ຈີນ.

ນີ້ ເປັນການເດີນທາງທີ່ຊັບຊ້ອນສໍາລັບ ທ່ານ ໄບເດັນ, ເຊິ່ງໄດ້ຖືກຕ້ອງຕິຈາກນັກເຄື່ອນໄຫວ ແລະສະມາຊິກພັກຫຼາຍຄົນຂອງທ່ານ ກ່ຽວກັບການຟື້ນຟູຄວາມສໍາພັນກັບ​ຣາ​ຊະອານາຈັກຊາອຸດີ ອາຣາເບຍ ເຊິ່ງຄັ້ງນຶ່ງທ່ານເຄີຍສະແດງທັດ ສະນະວ່າ “ບໍ່ໄດ້ມາເຊິ່ງຄຸນຄ່າທາງສັງຄົມ.”

“ເປົ້າໝາຍຂອງພວກເຮົາຄື ການປັບປຸງ ແຕ່ບໍ່ແມ່ນການສ້າງຄວາມແຕກແຍກກັບ ຊາອຸດີ ອາຣາເບຍ,” ທ່ານເຈັກ ຊູລລີວານ ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດກ່າວຕໍ່ນັກຂ່າວໃນມື້ວັນຈັນແລ້ວນີ້. ທ່ານ ຊູລລິວານ ໄດ້ໂຕ້ແຍ້ງວ່າ ໃນໂລກທີ່ມີການແຂ່ງຂັນທາງດ້ານພູມສາດການເມືອງທີ່ເພີ້ມຂຶ້ນ ໂດຍສະເພາະຢູ່ໃນຂົງເຂດ ອິນໂດປາຊີຟິກ ແລະ ຢູໂຣບ, ສະຫະລັດຍັງຄົງຕ້ອງມີການພົວ ພັນຢູ່ໃນພາກຕາເວັນອອກກາງຢ່າງລະອຽດຖີ່ຖ້ວນ.

“​ພາກຕາເວັນອອກກາງ ມີການພົວພັນທີ່ເລິກເຊິ່ງກັບຫຼາຍໆປະເທດໃນທົ່ວໂລກ, ແລະຖ້າພວກເຮົາຫາກດໍາເນີນການແຕ່ດຽວນີ້ ເພື່ອສ້າງສັນຕິພາບທີ່ຄົບຖ້ວນ ແລະມີສະຖຽນລະພາບຫຼາຍຂຶ້ນຢູ່ໃນພູມິພາກແຫ່ງນີ້, ມັນຈະເປັນການແບ່ງປັນຜົນປະໂຫຍດໃຫ້ກັບປະເທດຊາດ ແລະປະຊາຊົນຊາວອາເມຣິກາໃນຫຼາຍໆປີຕໍ່ໜ້າທີ່ຈະມາເຖິງ.”

ໃນປະເທດອິສຣາແອລ, ທ່ານ ໄບເດັນ ຈະພົບກັບນາຍົກລັດຖະມົນຕີ ທ່ານແຢ ລາປິດ (Yair Lapid) ແລະຫົວໜ້າຜູ້ນໍາຝ່າຍຄ້ານ ທ່ານເບັນຈາມິນ ເນທັນຢາຮູ (Benjamin Netanyahu) ເພື່ອປຶກສາຫາລືກ່ຽວກັບຄວາມໝັ້ນຄົງຂອງອິສ ຣາແອລ ທ່າມກາງການຟື້ນໂຕ​ຄືນຂອງອີຣ່ານ, ລວມເຖິງການຮວບຮວມຄວາມອາດສາມາດຂອງການປ້ອງກັນທາງອາກາດ ກັບບັນດາປະເທດຕ່າງໆ ໃນ​ເຂດອ່າວອາຫຼັບ.

ຢູ່ໃນເວສແບັງ, ທ່ານ ໄບເດັນ ຈະເນັ້ນຢໍ້າການສະໜັບສະໜຸນ ກ່ຽວກັບການແກ້ໄຂບັນຫາແບບ​ມີສອງລັດ ແລະພະຍາຍາມທີ່ຈະຟື້ນຟູຄວາມສໍາພັນກັບເຈົ້າໜ້າທີ່ຂອງປາເລສໄຕນ໌ ລຸນຫຼັງທີ່ລັດຖະບານຂອງທ່ານທຣໍາ ໄດ້ຕັດການຊ່ວຍ ເຫຼືອ ແລະປິດສະຖານທູດອາເມຣິກາຢູ່ໃນນະຄອນຫຼວງເຈຣູຊາແລັມ ເຊິ່ງໄດ້ປະຕິບັດພາລະກິດໃນຖານະຂອງສະຫະລັດ ສໍາລັບປະຊາຊົນຊາວປາເລສໄຕນ໌.

ທ່ານ ໄບເດັນ ຈະເຂົ້າຮ່ວມກອງປະຊຸມສຸດຍອດ GCC+3 ໃນນະ​ຄອນເຈດດາ (Jeddah) ໂດຍການຮ່ວມມືກັບບັນດາສະມາຊິກສະພາ ຂອງປະເທດຕ່າງໆໃນອ່າວ​ອາ​ຣັບ ເຊິ່ງລວມມີ (ບາຫ໌ເຣນ, ຄູເວດ, ໂອມານ, ກາຕາ, ຊາອຸດີ ອາຣາເບຍ, ສະຫະລັດອາຣັບເອເມີເຣັສ), ອີຈິບ, ອີຣັກ, ແລະຈໍແດັນ. ໂດຍທ່ານ ໄບເດັນ ຈະວາງວິໄສທັດຂອງທ່ານ ສໍາລັບການພົວພັນຮ່ວມມືຂອງສະຫະລັດຢູ່ໃນພູມິພາກດັ່ງກ່າວນີ້.

VOA Interview: NSC Coordinator John Kirby
please wait

No media source currently available

0:00 0:11:09 0:00

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG