ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໐ ມິຖຸນາ ໒໐໒໓

ທ່ານ Kerry ກ່າວວ່າ ສຫລ ສະໜັບສະໜຸນ ການປະຕິບັດ ຕາມບົດກົດໝາຍ ຢູ່ທະ​ເລ​ຈີນ​ໃຕ້


ລມຕ ການຕ່າງປະເທດຣັດເຊຍ ທ່ານ Sergey Lavrov, ທ່ານ John Kerry, ດ້ານຫຼັງ, ຢືນຢູ່ຂ້າງ ລມຕ ການຕ່າງປະເທດ ອິນເດຍ V.K. Singh, ຊ້າຍ, ທ່ານ Wang Yi ລມຕ ການຕ່າງປະເທດ, ກາງ, ແລະທ່ານນາງ Julie Bishop ລມຕ ການຕ່າງປະເທດອອສເຕຣເລຍ.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ກ່າວ​ວ່າ ສະຫະລັດ​ ແມ່ນໄດ້ຮັບ​ກຳລັງ​ໃຈ​ຫຼາຍ​ເປັນ​ພິ​ເສດ ​ຈາກຖະ​ແຫຼງ​ການ​ທີ່​ສົ່ງ​ມາ​ຈາກ​ບັນດາສະມາຊິກ​ຂອງ​ປະຊາ​ຄົມນາໆ​ຊາດ ຮວມທັງຫຼາຍ​ປະ​ເທດ​ໃນ​ເຂດ​ເອ​ເຊຍ​ອາຄະ​ເນ ທີ່​ໄດ້​ສະ​ແດງ ​ອອກ​ເຖິງ​ຄວາມ​ສະໜັບສະໜຸນ​ຕໍ່​ການ​ຄຸ້ມ​ຄອງ​ດ້ວຍ​ຕົວ​ບົດ​ກົດໝາຍ ​ແລະແກ້​ໄຂ​ຢ່າງ​ ສັນຕິ​ຕໍ່​ບັນຫາ​ຂັດ​ແຍ້​ງ ​ໃນອ້າງ​ເອົາເປັນ​ກຳມະສິດເລື້ອງເຂດ​ນ່ານນ້ຳ​ແດນ​ດິນ​ຢູ່​ທະ​ເລ​ຈີນ​ໃຕ້.

​ໃນການຖະ​ແຫຼ​ງການ​ ໃນ​ຕອນ​ທ້າຍ​ຂອງກອງ​ປະຊຸມວ່າ​ດ້ວຍ​ຄວາມ​ໝັ້ນຄົງ​ພູມີພາກ​ຂອງ​ສະມາຄົມ​ບັນດາ​ປະຊາ​ຊາດ​ໃນ​ເຂດເອ​ເຊຍ​ອາຄະ​ເນ​ຫຼື​ອາ​ຊຽນ ທີ່ ​ສປປ ​ລາວ ​ໃນ​ວັນ​ອັງ ຄານ​ມື້​ນີ້ ທ່ານ Kerry ກ່າວ​ວ່າ ທ່ານ​ໄດ້​ໂອ້​ລົມ​ສົນທະນາແບບ​ກົງ​ໄປ​ກົງ​ມາ​ແລະ​ສ້າງສັນ ​ຮວມທັງ​ການ​ພົບ​ປະ​ກັບ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ຈີນ ທ່ານ Wang Yi ​ໃນ​ວັນ​ຈັນ​ວານ​ນີ້ ກ່ຽວ​ກັບ “​ເສັ້ນທາງ​ເດີນ​ໄປ​ຂ້າງ​ໜ້າ” ຫລັງ​ຈາກ​ໄດ້​ມີ​ການ​ການ​ຕັດສິນ​ໂດຍສານໄກ່​ເກ່ຍນາ​ໆ​ຊາດ ທີ່​ໄດ້​ປະຕິ​ເສດ​ຕໍ່​ການ​ອ້າງ​ເອົາ​ເປັນ​ກຳມະສິດ​ເກີນ​ຂອບ​ເຂດ​ຂອງ​ຈີນ​ໃນເຂດທະ​ເລດັ່ງກ່າວ.ຈີນ​ໄດ້ປະຕິ​ເສດ​ຕໍ່​ການ​ຕັດສິນ​ຂອງ​ສານ​ນາໆ​ຊາດ ​ໂດຍ​ກ່າວ​ວ່າ ສານ​ທີ່​ວ່າ​ນີ້ ບໍ່​ມີ​ສິດອຳນາດ​ທີ່​ຈະຮັບ​ຟັງ​ຄະດີ ທີ່​ຍື່ນ​ຟ້ອງ​ໂດຍ​ຟິລິບ​ປີນ.

ກ່ຳປັ່ນຈີນ ແລະເຮືອບິນເຮລິຄອບເຕີ ປະກົດຕົວໃນການຊອກຫາແລະຊ່ອຍກູ້ໄພ ໃກ້ທກັບ Qilian Yu ຂອງໝູ່ເກາະ Paracel ທີ່ຮູ້ກັນໃນຊາວຈີນແມ່ນເກາະ Xisha, ທະເລຈີນໃຕ້, 14 ກໍລະກົດ 2016.
ກ່ຳປັ່ນຈີນ ແລະເຮືອບິນເຮລິຄອບເຕີ ປະກົດຕົວໃນການຊອກຫາແລະຊ່ອຍກູ້ໄພ ໃກ້ທກັບ Qilian Yu ຂອງໝູ່ເກາະ Paracel ທີ່ຮູ້ກັນໃນຊາວຈີນແມ່ນເກາະ Xisha, ທະເລຈີນໃຕ້, 14 ກໍລະກົດ 2016.

​ໃນ​ຂະນະ​ທີ່​ທ່ານ​ທຳ​ການ​ຢ້ຽມຢາມ​ນະຄອນຫຼວງ​ວຽງ​ຈັນ ຂອງ ​ສປປ ລາວ ທ່ານ Kerry ​ໄດ້​ພົບ​ປະ​ກັບລັດຖະມົນຕີ​ການ​ຕ່າງປະ​ເທດຍີ່ປຸ່ນ ທ່ານ Fumio Kishida ​ແລະ​ທ່ານນາງ Julie Bishop ລັດຖະມົນຕີ​ການ​ຕ່າງປະ​ເທດອອສ​ເຕຣ​ເລຍ ​ໃນ​ການ​ປະຊຸມລະດັບລັດຖະ ມົນຕີ​ຄັ້ງ​ທີ 6 ​ຂອງ​ອັນ​ທີ່​ເອີ້ນ​ວ່າ ການ​ປະຊຸມ​ຍຸດ​ທະ​ສາດ​ສາມ​ຝ່າຍ ຫຼື Trilatral Strategic Dialogue.

ບຸກຄົນທັງ​ສາມ​ ​ຮຽກຮ້ອງ​ໃຫ້ທຸກ​ພັກ​ຝ່າຍ ເຄົາລົບ​ສິດ​ເສ​ລິ​ພາບໃນ​ການ​ເດີນ​ເຮືອແລະ​ການ ບິນ​ຜ່ານ ​ເຂດ​ເອ​ເຊຍ​ປາຊິຟິກ ​ແລະ​ມະຫາ​ສະມຸດ​ອິນ​ເດຍ ​ໃນ​ຂະນະ​ທີ່​ອອກ​ຄວາມ​ຄິດ​ເຫັນ​ຄັດຄ້ານ​ຢ່າງ​ແຂງ​ຂັນ​ ​ຕໍ່​ການ​ເອົາ​ບາດກ້າວ​ໃດໆ​ທີ່ເປັນ​ການ​ບັງຄັບ​ຕາມ​ລຳພັງ ຊຶ່ງ​ຈະ​ນຳ​ໄປ​ສູ່​ການ​ປ່ຽນ​ແປງ​ສະພາບ​ການ​ທີ່​ເປັນ​ຢູ່​ໃນ​ປັດຈຸບັນແລະ​ເພີ້​ມ​ຄວາມ​ເຄັ່ງ​ຕຶ່ງຂຶ້ນ​ນັ້ນ.

ຄຳ​ຖະ​ແຫຼ​ງການ​ຈາກສະມາຊິກ 10 ປະ​ເທດຂອງ​ອາ​ຊຽນ ​ເບິ່ງ​ຄື​ວ່າ​ຈະມີ​ການປະ​ນີປະນອມ ກັນ ອັນ​ເປັນຜົນ​ເນື່ອງ​ມາ​ຈາກ​ການ​ຄັດຄ້ານ​ຂອງ​ກຳປູ​ເຈຍ ​ຊຶ່ງ​ເປັນພັນທະ​ມິດ​ທີ່ໃກ້ຊິດ​ຂອງ​ຈີນນັ້ນ.

​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG