ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທ່ານ Kerry ກ່າວວ່າ ເກົາຫຼີເໜືອ “ຮອດ​ບໍ່​ໃກ້​ ມາດຕະຖານ” ທີ່ຈະເຈລະຈາຄືນໃໝ່ ກັບສຫລ ແລະ ພັນທະມິດ


Kerry: US 'Not Even Close' to Resuming N. Korea Talks
please wait

No media source currently available

0:00 0:01:04 0:00

ເບິ່ງວີດີໂອ ລາຍງານນີ້

ລັດຖະມົນຕີ​ຕ່າງປະ​ເທດ ສະຫະລັດ ທ່ານ John Kerry ​ໄດ້​ພົບ
​ປະ​ກັບ​ປະທານາທິບໍດີ ​ເກົາຫຼີ​ໃຕ້ ທ່ານນາງ Park Geun-hye
​ແລະ ລັດຖະມົນຕີ​ຕ່າງປະ​ເທດ ທ່ານ Yun Byung-se ​ເພື່ອ
​ປຶກສາ​ຫາລື​ ເລື່ອງຄວາມ​ໝັ້ນຄົງ ​ຢູ່​ໃນ​ແຫຼມ​ເກົາຫຼີ ​ແລະ ​ບັນຫາ
​ສອງ​ຝ່າຍ​.

ຢູ່​ທີ່​ກອງ​ປະຊຸມ​ຖະ​ແຫຼງຂ່າວ​ຮ່ວມ​ກັນ ຫຼັງຈາກ​ພົບ​ປະກັນ​ແລ້ວ ​
ໃນ​ວັນ​ຈັນ​ມື້​ນີ້ ທ່ານ Kerry ກ່າວ​ວ່າ ​ເກົາຫຼີ​ເໜືອ ​ແມ່ນ “ຮອດ​ບໍ່​
ໃກ້​ເລີຍ”
​ທີ່​ຈະ​ເອົາ​ບາດກ້າວ​ຕ່າງໆທີ່​ຕ້ອງ​ການ ​ເພື່ອຍັບ​ຍັ້ງ
ໂຄງການ​ຜະລິດ​ອາ​ວຸດນິວ​ເຄລຍຂອງ​ຕົນ ທີ່​ຈະເຮັດໃຫ້​ວໍ​ຊິງ​ຕັນ​ລິ​ເລີ້ມ​ການ​ເຈລະຈາ. ທ່ານ Kerry ກ່າວ​ຕື່ມ​ວ່າ ສະ​ນັ້ນ ມັນ​ມີ​ຄວາມ​ຈຳ​ເປັນ​ທີ່​ຈະຕ້ອງ​ໄດ້​ທະວີ ຄວາມ​ກົດ​ດັນ​ຕໍ່​ພຽງ​ຢາງ.

ແຜນເດີນທາງ ຂອງທ່ານ John Kerry
ແຜນເດີນທາງ ຂອງທ່ານ John Kerry

ທ່ານ Kerry ​ເວົ້າວ່າ “ສະຫະລັດ ຍັງສືບ​ຕໍ່​ສະ​ເໜີ ຕໍ່​ພຽງ​ຢາງ
ການ​ພົວພັນ​ສອງ​ຝ່າຍ ທີ່ສ້າງສັນ ຖ້າວ່າ ​ແລະ ​ເວລາ​ໃດ
ພຽງ​ຢາງ​ສະ​ແດງ​ໃຫ້​ເຫັນ​ວ່າ ຕົນ​ມີ​ຄວາມ​ເຕັມ​ໃຈ ຢ່າງ​
ແທ້​ຈິງ ທີ່​ຈະປະຕິບັດ​ພັນທະ​ ​ແລະ ຄຳ​ໝັ້ນສັນຍາຕ່າງໆ
ຂອງ​ຕົນ ​ໃນ​ການ​ງົດ​ຜະລິດ​ອາວຸດ​ນິວ​ເຄລຍ​ເທົ່າ​ນັ້ນ ​ແລະ
ໃນ​ເວລາ​ໃດ ທີ່ສະ​ແດງ​ໃຫ້​ເຫັນ​ຄວາມ​ເຕັມ​ໃຈ ທີ່ຈະ​ແກ້​ໄຂ​
ຄວາມ​ກັງວົນ ທີ່​ສຳຄັນ​ອື່ນໆ ທີ່ປະຊາ​ຄົມ​ນານາ​ຊາດມີ​
ຮ່ວມ​ກັນ​ນັ້ນ. ມາ​ຮອດ​ມື້​ນີ້ ​ໃນ​ຈຸດ​ນີ້ ​ໂດຍ​ສະ​ເພາະ​ແລ້ວ
​ກັບ​ການ​ເກາະ​ຜິດຕ່າງໆ​ຂອງ​ຕົນເມື່ອ​ບໍ່​ດົນ​ມາ​ ນີ້​ ມັນ​ເປັນ​ທີ່​ຈະ​ແຈ້ງວ່າ ​ເກົາຫຼີເໜືອ ​ແມ່ນ​ຍັງ​ບໍ່​ທັນ​ເຂົ້າມາ​ໃກ້​ເລີຍ ກັບ​ມາດຕະ​ຖານອັນນັ້ນ. ກົງກັນຂ້າມ ​ເກົາຫຼີ​ເໜືອ ກັບ​ສືບ​ຕໍ່​ສະ​ແຫວງ​ຫາ ອາວຸດນິວ​ເຄລຍ ​ແລະ ລູກ​ສອນ​ໄຟຂີ​ປະ​ນາ​ວຸດ, ​ສືບ​ຕໍ່​ບໍ່​ປະຕິບັດ​ຕາມ​ຄຳ​ໝັ້ນສັນຍາ ​ແລະ ຍັງທຳ​ການຂົ່ມຂູ່ຕ່າງໆ​ອີກ ​ແລະ ​ສືບ​ຕໍ່​ບໍ່​ເອົາ​ຫົວຊາ​ ຢ່າງ​ຈະ​ແຈ້ງຕໍ່ກົດໝາຍ​ສາກົນ ​ໃນ​ຂະນະ​ດຽວ​ກັນ ກໍປະຕິ​ເສດ​ການ​ປົກ​ປ້ອງ​ ​ສິດ​ເສລີພາບພື້ນຖານ​ ແລະ ສິດທິ​ມະນຸດ​ຕ່າງໆ ຂອງ​ພົນລະ​ເມືອງ​ຂອງ​ຕົນ.”

​ເກົາຫຼີ​ເໜືອ ​ກຳລັງ​ຕົກຢູ່​ພາຍ​ໃຕ້ ການ​ລົງ​ໂທດ​ຂອງ​ອົງການ​ສະຫະ​ປະຊາ​ຊາດຢ່າງ​ໜັກ
​ຢູ່​ແລ້ວ ຍ້ອນການ​ທົດ​ລອງ​ລູກ​ສອນ​ໄຟ ​ແລະ ນິຍ​ເຄລຍຫຼາຍໆ​ບັ້ນ.

ທ່ານ ​Kerry ຍັງ​ກ່າວ​ອີກ​ວ່າ ມີ​ທາງ​ເປັນ​ໄປ​ໄດ້​ວ່າ ​ເກົາຫຼີ​ເໜືອ ຈະ​ຖືກ​ສະ​ເໜີ ຕໍ່ສານ
ອາ​ຊະ​ຍາ​ກຳສາກົນ ຖ້າ​ການລະ​ເມີດ​ສິດທິມະນຸດ​ຂອງ​ຕົນນັ້ນ ຍັງດຳ​ເນີນ​ສືບ​ຕໍ່​ໄປຢູ່.

U.S. Secretary of State John Kerry has met with South Korean President Park Geun-hye and Foreign Minister Yun Byung-se in Seoul to discuss security on the Korean peninsula and bilateral issues.

At a joint news conference after the meetings on Monday, Kerry said North Korea has "not even come close" to taking the steps needed to rein in its nuclear weapons program for Washington to initiate talks, adding that it was necessary to boost pressure on Pyongyang.

U.S. SECRETARY OF STATE JOHN KERRY SAYING:
"The United States continues to offer Pyongyang an improved bilateral relationship if and only if, and when, it demonstrates a genuine willingness to fulfill its denuclearisation obligations and commitments, and when it shows a willingness to address other important concerns shared by the international community. To date, to this moment, particularly with its recent provocations, it is clear that the DPRK (Democratic People's Republic of Korea) has not even come close to meeting that standard. Instead, it continues to pursue nuclear weapons and ballistic missiles, it continues to break promises and make threats, and it continues to show flagrant disregard for international law while denying its own people the protection of fundamental freedoms and human rights."

North Korea is already under heavy U.N. sanctions for its missile and nuclear tests.

Kerry also said it is likely the North will be referred to the International Criminal Court if its current violations of human rights continue.

XS
SM
MD
LG