ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານແຄຣີ ພວມຢ້ຽມຢາມ ຊາອຸດີ ອາຣາເບຍ​ ເພື່ອຫາລື ເລື້ອງອີຣ່ານ ແລະກຸ່ມ ລັດອິສລາມ


ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານຈອນ ແຄຣີ
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານຈອນ ແຄຣີ

ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry
ພວມ​ຢ້ຽມຢາມຊາ​ອຸ​ດີ ອາຣາ​ເບຍ​ ບ່ອນ​ທີ່​ຄາດ​ກັນ​ວ່າທ່ານ​ຈະ
​ຊຸກຍູ້​ໃຫ້​ມີ​ການ​ປັບປຸງ​ຄວາມ​ສຳພັນ​ລະຫວ່າງ​ຊາ​ອຸ​ດີ​ທີ່​ເປັນ​ປະ
​ເທດ​ນັບຖື​ສາສະໜາ​ອິສລາມ​ ນິກາຍ​ຊຸນ​ນີ່ ​ແລະ ຄູ່​ປໍ​ລະ​ປັກ ​ອີ
ຣ່ານ​ທີ່​ນັບຖື​ນິກາຍ​ຊີ​ໄອ​ທ໌.

ທ່ານ Kerry ທີ່​ເດີນທາງ​ໄປ​ເຖິງ​ນະຄອນຣິຢາດ ​ໃນ​ຕອນ​ເຊົ້າ
ວັນ​ເສົາ​ມື້ນີ້ ມີ​ແຜນການ​ທີ່​ຈະ​ເຂົ້າຮ່ວມ​ປະຊຸມ ​ກັບ​ບັນດາ​ປະ
ເທດ​ສະມາຊິກ​ຂອງ​ສະພາ​ການ​ຮ່ວມ​ມື​ໃນ​ເຂດ​ອ່າວ​ເປີ​ເຊຍທີ່
​ປະກອບ​ດ້ວຍ​ຫົກ​ປະ​ເທດ.

ນອກ​ນັ້ນ​ແລ້ວ ຫົວໜ້າ​ນັກ​ການ​ທູດ​ຂອງ​ສະຫະລັດ​ຍັງ​ຄາດ​ວ່າ ຈະ​ທຳ​ການ​ພົບ​ປະກັບ​ກະ
ສັດ​ Salman ​ແລະ​ລັດຖະມົນຕີ​ການ​ຕ່າງປະ​ເທດ Adel al-Jubeir ຂອງ​ຊາ​ອຸ​ດີ​ ອາຣາ​
ເບຍ.

ຊາ​ອຸ​ດີ​ ອາຣາ​ເບຍ ​ແລະ​ຫລາຍໆ​ປະ​ເທດ​ພັນທະ​ມິດ​ທີ່​ນັບຖື​ສາ​ສະນາ​ອິສລາມ​ນິກາຍ​ຊຸນ​ນີ່ແມ່ນ​ໄດ້​ມອງ​ເຫັນ​ອີ​ຣ່ານວ່​າເປັນ​ສັດ​ຕູ​ມາ​ເປັນ​ເວລາ​ດົນ​ນານ​ແລ້ວນັ້ນ ​ແຕ່​ຄວາມ​ສຳພັນ​
ໄດ້​ຊຸດ​ໂຊມ​ລົງ​ຢ່າງ​ແຮງ​ເມື່ອ​ສອງ​ສາມ​ອາທິດ​ທີ່​ຜ່ານ​ມານີ້.

ສະຖານະ​ການ​ແມ່ນ​ຮ້າຍ​ແຮງ​ລົງ​ຕື່ມ​ໃນຕົ້ນ​ເດືອນ​ນີ້ຫລັງ​ຈາກ​ຊາ​ອຸ​ດີ​ໄດ້​ປະຫານຊີວິດນັກ​
ສອນ​ສາສະໜາ​ຊີ​ໄອ​ທ໌ທີ່​ຄັດຄ້ານ​ລັດຖະບານ ທ່ານ Nimr al-Nimr ທີ່​ໄດ້​ຊຸກຍູ້​ໃຫ້​ມີ​ການ
​ປະ​ທ້ວງ​ຕໍ່ຕ້ານ​ລັດ​ຖະບານ​ຊາ​ອຸ​ດີ.

​ເພື່ອ​ເປັນ​ການ​ຕອບ​ໂຕ້ ​ຕໍ່​ການ​ປະຫານ​ຊີວິດ​ດັ່ງກ່າວ​ ພວກ​ປະ​ທ້ວງ​ທີ່ນະຄອນຫຼວງ​ເຕຫະ
ຣ່ານ​ໄດ້​ໂຈມ​ຕີ​ສະຖານທູດ​ຊາ​ອຸ​ດີ​ທີ່​ນັ້ນ ຊຶ່ງ​ພາ​ໃຫ້​ຊາ​ອຸ​ດີ​ແລະ​ພັນທະ​ມິດບາງ​ປະ​ເທດ​ໄດ້​
ຕັດ​ຫຼືບໍ່​ກໍ​ຫລຸດ​ລະດັບ​ຄວາມ​ສຳພັນ​ທາງ​ການ​ທູດ​ກັບ​ອີ​ຣ່ານລົງ.

ທ່ານ Kerry ​ເດີນທາງ​ໄປ​ຊາ​ອຸ​ດີອາຣາ​ເບຍ​ຈາກ Switzerland ບ່ອນ​ທີ່​ທ່ານໄດ້ເຂົ້າຮ່ວມ
​ກອງ​ປະຊຸມ​ເສດຖະກິດ​ໂລກ​ປະຈຳ​ປີ.​ ຫລັງ​ຈາກ​ນີ້​ແລ້ວ ທ່ານ​ກໍ​ຈະ​ເດີນທາງ​ຕໍ່ມາຍັງ ສປປ
ລາວ ແລະຫລັງຈາກນັ້ນກໍຢ້ຽມຢາມກຳປູ​ເຈຍ ​ແລະ​ຈີນ.

US Saudi Arabia
please wait
Embed

No media source currently available

0:00 0:00:58 0:00

U.S. Secretary of State John Kerry is in Saudi Arabia where he is expected to push for improved ties between the Sunni Muslim country and its Shi'ite rival, Iran.

Kerry, who arrived in Riyadh early Saturday, plans to participate in a forum with members of the six-nation Gulf Cooperation Council.

The top U.S. diplomat is also expected to hold separate meetings with Saudi King Salman and Foreign Minister Adel al-Jubeir.

Saudi Arabia and many of its Sunni regional allies have long seen Iran as a foe, but relations have deteriorated drastically in recent weeks.

The situation worsened earlier this month after Saudi Arabia executed dissident Shi'ite cleric Nimr al-Nimr, who had encouraged protests opposing the Saudi government.

In response to the execution, protesters in Tehran attacked the Saudi embassy, prompting Riyadh and some of its allies to cut or downgrade diplomatic relations.

Many Sunni nations were already wary that the Iran nuclear deal will provide Tehran with billions of dollars in economic relief and could lead to improved ties with the West.

Saudi Arabia and Iran also support opposite sides in several bloody regional conflicts, including in Yemen and Syria.

The conflict in Syria will be on the agenda for Kerry in Riyadh, where he will meet with Syrian opposition leaders ahead of key talks set for next week.

Kerry flew to Saudi Arabia from Switzerland where he participated in an annual World Economic Forum. Later, he will head to Laos, Cambodia and China.

XS
SM
MD
LG