ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອາຊຽນ ມີບັນຫາ ກ່ຽວກັບພາສາ ທີ່​ກ່າວ​ເຖິງ ຂໍ້​ຂັດ​ແຍ້​ງ ໃນທະເລຈີນໃຕ້


US Kerry SE Asia
please wait
Embed

No media source currently available

0:00 0:00:57 0:00

ການບໍ່ລົງຮອຍກັນກ່ຽວກັບພາສາ ທີ່​ກ່າວ​ເຖິງ ຂໍ້​ຂັດ​ແຍ້​ງ ຢູ່
​ໃນ​ທະ​ເລ​ຈີນ​ໃຕ້ ​ໄດ້​ຖ່ວງດຶງເວລາ ຂອງບັນດາ​ປະ​ເທດ​ໃນ
ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ທີ່​ກຳລັງ​ພະຍາຍາມ​ອອກ
ຖະ​ແຫລ​ງການ​ຮ່ວມ​ ​ໃນ​ຂະນະ​ທີ່ເຂົາ​ເຈົ້າ​ສະຫລຸບ ກອງ​ປະ
ຊຸມ​ສະມາ​ຄົມ​ບັນດາ​ປະ​ເທດ ​ເຂດເອ​ເຊຍ ຕາ​ເວັນ​ອອກ
ສຽງ​ໃຕ້ ຫຼື ASEAN ​ໃນ​ວັນ​ພະຫັດ​ມື້​ນີ້.

​ໂຄງການກໍ່ສ້າງ​ເກາະດອນ​ ​ໃນ​ທະ​ເລ​ຈີນ​ໃຕ້ຂອງ​ຈີນ ອັນ​ເປັນ
​ເລື້ອງ ທີ່ຖົກ​ຖຽງ​ກັນ ບ່ອນ​ທີ່​ບາງ​ ​ປະ​ເທດ​ເພື່ອນ​ບ້ານຂອງ​ຈີນ
​ຕ່າງກໍ​ອ້າງ​ເອົາ​ກຳມະສິດ​ກວມກັນນັ້ນ ​ໄດ້​ກາຍ​ເປັນ​ຈຸດ​ສົນ​ໃຈ
​ຂອງ​ກອງ​ປະຊຸມ​ສຸດ​ຍອດ ​ໃນ​ນະຄອນຫຼວງກົວ​ລາ​ລຳ​ເປີ.

​ເມື່ອ​ຕອນ​ເຊົ້າວັນ​ພະຫັດ​ມື້​ນີ້ ລັດຖະມົນຕີ​ຕ່າງປະ​ເທດ ຟີ​ລິບປິ​ນ ທ່ານ Albert del
Rosario ກ່າວ​ຖະ​ແຫລ​ງຕໍ່​ບັນ​ດາ​ນັກ​ຂ່າວ ວ່າ “ພວກ​ເຮົາ​ກຳລັງ​ພະຍາຍາມ ​ໃຫ້​ດີ​
ທີ່ສຸດ ​ເພື່ອ​ທີ່​ຈະ​ກ້າວໄປໜ້າ​”
ກ່ຽ​ວກັບ ບັນຫາ​ທະ​ເລ​ຈີນ​ໃຕ້. ​ແຕ່ ບັນດາ​ເຈົ້າໜ້າ​ທີ່
ກ່າວ​ວ່າ ຖະ​ແຫລ​ງການ​ຮ່ວມມ້ວນທ້າຍກອງປະຊຸມ​ນັ້ນ ​ແມ່ນ​ໄດ້​ມີການຊັກຊ້າ ກ່ຽວ​ກັບ
ວ່າ ຈະອະທິບາຍ​ຂໍ້​ຂັດ​ແຍ້​ງ​ເລື້ອງເຂດ​ນ້ຳ​ແດນ​ດິນ​ຈັ່ງ​ໃດ​ນັ້ນ.

ຈີນ​ໄດ້​ກໍ່ສ້າງ​ເກາະດອນ​ທຽມ ຢູ່​ໃນເຂດ​ນ່ານນ້ຳ ບ່ອນ​ທີ່​ຫວຽດນາມ ມາ​ເລ​ເຊຍ ​ໄຕ້​ຫວັນ
​ແລະ ຟີ​ລິບ​ປິນ ຕ່າງ​ກໍ່​ອ້າງ​ເອົາ​ກຳມະສິດກວມ​ກັນ.

​ໃນ​ວັນ​ພຸດ​ວານ​ນີ້ ລັດຖະມົນຕີ​ຕ່າງປະ​ເທດຈີນ ທ່ານ Wang Yi ກ່າວ​ວ່າ ປະ​ເທດ​ຂອງ​
ທ່ານ ​ໄດ້​ຢຸດໂຄງການ​ຖົມ​ເກາະຕ່າງໆ ຢູ່​ໃນ​ເສັ້ນທາງ ການ​ເດີນເຮືອແລ້ວ.

ບັນດາລັດຖະມົນຕີ ຕ່າງປະ​ເທດ​ຂອງ​ ASEAN ​ໄດ້​ຕົກລົງ ຈະ​ໃຫ້ ການສະໜັບສະໜູນ
ຕໍ່ຂໍ້​ຕົກລົງ​ດ້ານນິວ​ເຄລຍກັບອີຣ່ານ ທີ່​ຮູ້ຈັກ​ກັນໃນນາມ ​ແຜນ​ປະຕິບັດ​ການ​ຮ່ວມຮອບດ້ານ
ຫຼື JCPOA.

​ໃນ​ຖະ​ແຫລ​ງການ​ທີ່ອອກ ໃນ​ວັນ​ພະຫັດ​ມື້​ນີ້ ບັນດາລັດຖະມົນຕີ ກ່າວ​ວ່າ ຖ້າ​ຂໍ້​ຕົກລົງ ດັ່ງກ່າວ​ ໄດ້​ມີການຈັດຕັ້ງປະຕິ​ບັດ​ຢ່າງຄົບ​ຖ້ວນ​ແລ້ວ ມັນ​ຈະ “ສົ່ງ​ຜົນ​ໃຫ້​ເກີດ​ຄວາມໄວ້ ເນື້ອເຊື່ອ​ໃຈ ​ໃນ​ໂຄງການ​ນິວ​ເຄລຍ ຂອງ​ອີຣ່ານ ​ເພື່ອ​ເປັນ​ໃນ​ທາງ​ສັນຕິ​ເທົ່າ​ນັ້ນ.”

VOA's Pam Dockins Reports from Kuala Lumpur
please wait

No media source currently available

0:00 0:00:27 0:00

​KUALA LUMPUR -- Disagreements over language referring to the South China Sea conflict have held up Southeast Asian nations that are trying to compile a joint statement as they wrap up their ASEAN (Association of South East Asian Nations) forum Thursday.

China's controversial island building projects in the South China Sea, where some of its neighbors have competing claims, has been a focal point of the summit in Kuala Lumpur.

Earlier Thursday, Philippines Foreign Affairs Minister Albert del Rosario told reporters that ""we are trying our best to move forward," on the South China Sea issue. But officials say the group's final joint statement has already been delayed over how it will describe the territorial dispute.

China has been creating artificial islands in waters where Vietnam, Malaysia, Taiwan and the Philippines have overlapping claims.

On Wednesday, China Foreign Minister Wang Yi said his country had stopped its land reclamation projects on the waterway.

ASEAN foreign ministers have agreed to back the Iran nuclear deal, known as the Joint Comprehensive Plan of Action (JCPOA).

In a Thursday statement, ministers said if the deal is fully implemented, it will "contribute to building confidence in the exclusively peaceful nature of Iran's nuclear program."

XS
SM
MD
LG