ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສຫລ ແລະ ຍີ່ປຸ່ນ ຈະເພີ່ມ​ການ​ປະຕິບັດ​ ການສອດ​ແນມ​ ທາງທະຫານ​ ລະດັບຂົງ​ເຂດ


ທ່ານ Kerry ລມຕ ຕ່າງປະເທດ ແລະທ່ານ Hagel ລມຕ ປ້ອງ ກັນ ປະເທດ ສຫລ ແລະທ່ານ Itsunori Onodera ລມຕ ປ້ອງ ກັນປະເທດຂອງຍີ່ປຸ່ນ.(ທີ່ສາມຈາກຊ້າຍ)
ທ່ານ Kerry ລມຕ ຕ່າງປະເທດ ແລະທ່ານ Hagel ລມຕ ປ້ອງ ກັນ ປະເທດ ສຫລ ແລະທ່ານ Itsunori Onodera ລມຕ ປ້ອງ ກັນປະເທດຂອງຍີ່ປຸ່ນ.(ທີ່ສາມຈາກຊ້າຍ)
ສະຫະລັດ​ແລະ​ຍີ່ປຸ່ນ ​ໄດ້​ຕົກລົງກັນ​ ທີ່​ຈະເພີ່ມ​ການ​ປະຕິບັດ​ການ
ສອດ​ແນມ​ ທາງທະຫານ​ ລະດັບຂົງ​ເຂດ ທ່າມກາງ​ຄວາມ​ເຄ່ງ​ຕຶງ​
ທາງ​ດ້ານ​ເຂດ​ນໍ້າ​ແດນ​ດິນ​ກັບ​ຈີນ ​ພ້ອມ​ທັງໄພ​ຂົ່ມຂູ່​ດ້ານນີວ​ເຄຼຍ
ແລະ ລູກ​ສອນ​ໄຟ​ ຈາກ​ເກົາ​ຫຼີເໜືອ. ຫຼັງ​ຈາ​ກ ການ​ເຈລະຈາ​ກັນ​
ເລື່ອງ ຄວາມ​ໝັ້ນຄົງ ທີ່ໂຕ​ກຽວ ບັນດາ​ເຈົ້າໜ້າທີ່​ກະຊວງ​ປ້ອງ​
ກັນ​ປະ​ເທດ​ສະຫະລັດ ​ຍັງ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ ນໍາການ​ທີ່ ຍີ່
ປຸ່ນ​ໄດ້​ເອົາ​ ບົດບາດຫລາຍ​ຂຶ້ນກວ່າ​ເກົ່າ​ ໃນ​ດ້ານ​ການ​ປ້ອງ​ກັນ​
ຊາດ​ຂອງຕົນ​ເອງ. ຜູ້​ສື່​ຂ່າວ​ວີ​ໂອ​ເອ Daniel Schearf ມີລາຍ​
ງານ​ເລຶ່ອງນີ້​ ມາຈາກ​ຫ້ອງ​ຂ່າວວີ​ໂອ​ເອ ປະ​ຈໍາ​ພາກ​ພື້ນ​ເອ​ເຊຍ​
ຕາ​ເວັນ​ອອກສຽງເໜືອ ທີ່​ນະຄອນຫລວງໂຊ​ລ ​ເກົາຫຼີໃຕ້. ຊຶ່ງ​
ທອງ​ປານມີ​ລາຍ​ລະອຽດ​ ມາສະ​ເໜີ​ທ່ານ​ ໃນ​ອັນ​ດັບ​ຕໍ່​ໄປ


ເປັນ​ເທື່ອ​ທໍາ​ອິດທີ່​ທໍານຽບຫ້າ​ແຈ ຫຼື​ກະຊວງ​ປ້ອງ​ກັນ​ປະ​ເທດສະຫະລັດ ຈະ​ໝຸນ​ວຽນ​ເຮືອບິນ​ສອດ​ແນມໄລຍະ​ໄກ​ທີ່​ບໍ່​ມີ​ຄົນ​ຂັບ ​ ພ້ອມ​ກັບເຮືອບິນ​ລາດ​ຕະ​ເວນລຸ້ນ​ໃໝ່ ​P-8 ຂອງ​ຕົນ ​ໄປ​ຍັງຍີ່ປຸ່ນ.

ນອກ​ນີ້ ບັນດາ​ຫົວໜ້າ​ປ້ອງ​ກັນ​ປະ​ເທດ​ ​ແລະ​ນັກ​ການ​ທູດ​ລະດັບ​ສູງສຸດ ຂອງ​ທັງ​ສອງ​ຝ່າຍ ຍັງ​ໄດ້​ຕົກລົງ​ກັນ ຢູ່​ໃນ​ກອງ​ປະຊຸມ​ຂອງຄະນະ​ກໍາມະການ​ປຶກສາ​ດ້ານຄວາມ​ໝັ້ນ ຄົງສະຫະ
ລັດ​ແລະຍີ່ປຸ່ນ ​ທີ່​ຈະ​ຕິດ​ຕັ້ງ​ຖານເຣດ້າປ້ອງ​ກັນລູກ​ສອນ​ໄຟ​ແຫ່ງ​ທີ່​ສອງ​ຢູ່​ໃນ​ຍີ່ປຸ່ນ.

ທ່ານ Chuck Hagel ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ​ໄດ້ກ່າວຊີ້​ແຈງ​ໂດຍຫຍໍ້​ ເຖິງ
ວັດຖຸ​ປະສົງ​ຂອງ​ການ​ສົ່ງລະບົບ​ເຕືອນ​ໄພ​ແຕ່​ຫົວທີນີ້​ ​ໄປ​ຍັງ​ຍີ່ປຸ່ນ ວ່າ:

ທ່ານ Hagel ​ເວົ້າ​ວ່າ: ”ຖານ​ເຣດ້າແຫ່ງ​ທີ່​ສອງ​ນີ້ ຈະ​ເສີມ​ສະມັດຖະພາບຂອງ ພວກ​ເຮົາ​ເພື່ອ​ປ້ອງ​ກັນ​ດິນ​ແດນ​ສະຫະ​ລັດແລະ​ຍີ່ປຸ່ນ​ຈາກລູກ​ສອນ​ໄຟ​ຂີ​ປະນາ​ ວຸດ​ຂອງ​
ເກົາ​ຫຼື​ເໜືອ ​ແລະ​ມັນ​ຍັງ​ຍົກ​ລະດັບ​ຄວາມ​ສາມາດ​ຂອງພັນທະ​ມິດ​ ໃນ​ສັດຕະ ວັດ​ທີ 21 ທີ່​ສໍາຄັນ​ອັນ​ນຶ່ງ ນໍາ​ອີກ.​”


​ເຖິງ​ແມ່ນ​ວ່າ​ ຖານ​ເຣດ້າຈັບ​ລູກ​ສອນ​ໄຟດັ່ງກ່າວ ຈະ​ແນ​ໃສ່​ເກົາ​ຫຼີ​ເໜືອ​ກໍ​ຕາມ ​ແຕ່​ອຸບ ປະ
ກອນ​ສອດ​ແນມ​ ທີ່​ກ້າວໜ້າ​ທັນ​ສະ​ໄໝ ກໍ​ຄື​ເຮືອບິນ​ສອດ​ແນມ​ບໍ່​ມີ​ຄົນ​ຂັບນັ້ນ ແມ່ນຄົງ​ຈະເລັງ​ໄປ​ຍັງ​ຈີນ ຫຼາຍ​ກວ່າ.

ຕະຫຼອດ​ໄລຍະ​ຜ່ານ​ມາ​ນີ້ ປັກ​ກິ່ງ​ໄດ້​ສົ່ງກໍາ​ປັ່ນຂອງ​ຕົນ ອອກ​ໄປ​ລາດຕະ​ເວນຢູ່​ເລື້ອຍໆ ຢູ່​ໃກ້ ໝູ່​ເກາະ Senkaku ທີ່​ປົກຄອງໂດຍ​ຍີ່ປຸ່ນ ກໍ​ຄືໝູ່​ເກາະ​ ທີ່​ຈີນ​ອ້າງ​ເອົາກໍາມະສິດ
ນໍາເຊັ່ນ​ກັນ ທີ່ໃນ​ພາສາ​ຈີນເອີ້ນ​ວ່າ​ Diaoyu.

​ຖະ​ແຫຼ​ງການ​ຮ່ວມ​ສະບັບ​ນຶ່ງ​ໂດຍຄະນະ​ກໍາມະການການ​ປຶກສາ​ດ້ານຄວາມ​ໝັ້ນຄົງສະ ຫະລັດ​ແລະຍີ່ປຸ່ນ ​ຮຽກຮ້ອງ​ໃຫ້​ຈີນ ​ຈົ່ງ​ປະຕິ​ດບັດ​ຕາມມາດຕະຖານ​ສາກົນ.

ທ່ານ Hagel ​ໄດ້​ໃຫ້ການ​ຢືນຢັນອີກ​ເທື່ອ​ໃໝ່​ວ່າໝູ່ເກາະ Senkakus ​ແມ່ນ​ຢູ່ພາຍ​ໃຕ້​ ພັນທະຂອງ​ສົນທິສັນຍາ ​ທີ່​ສະຫະລັດ​ເຊັນ​ກັບ​ຍີ່ປຸ່ນ.

ທ່ານ Hagel ​ເວົ້າ​ວ່າ: “ພວກ​ເຮົາ​ຂໍ​ຄັດຄ້ານ​ຢ່າງ​ແຂງ​ຂັນ ຕໍ່​ການ​ປະຕິບັດ ການ​ແບບ​ບີບ​ບັງຄັບໃດໆ​ແຕ່​ຝ່າຍ​ດຽວທີ່ພະຍາຍາມ​ຈະ​ບ່ອນ​ທໍາ​ລາຍອໍານາດຄວບ​ ຄຸມດ້ານ​ການ​ປົກຄອງຂອງ​ຍີ່ປຸ່ນ ຕໍ່​ໝູ່​ເກາະເຫລົ່າ​ນັ້ນ.”

ຖະ​ແຫຼ​ງການ​ຮ່ວມ​ສະບັບ​ດັ່ງກ່າວ​ຍັງ​ໄດ້​ລະບຸອອກ​ມາ​ໂດຍ​ຫຍໍ້ ໂຄງການ​ຮ່ວມຕ່າງໆ ລະຫວ່າງ​ສະຫະລັດ​ແລະ​ຍີ່ປຸ່ນ ​ເພື່ອ​ປ້ອງ​ກັນ​ການ​ໂຈມ​ຕີ​ຕໍ່ ລະບົບອິນ​ເທີ​ເນັດ ແລະ​ເພື່ອການ​ແບ່ງ​ການ​ຂໍ້​ມູນ​ສືບ​ລັບ ຕະຫລອດ​ທັງ ການ​ຮ່ວມ​ມື​ກັນ​ທາງ​ອາ​ວະ​ກາດ.

ທັງ​ສອງ​ຝ່າຍ ສະຫະລັດແລະ​ຍີ່ປຸ່ນ ຍັງ​ໄດ້​ຕົກລົງ​ກັນ​ ທີ່​ຈະດັດແກ້​ຄວາມ​ເປັນ​ພັນທະ
ມິດ​ ດ້ານ​ການ​ປ້ອງ​ກັນ​ລະຫວ່າ​ງກັນ ​ເພື່ອ​ເປີດ​ໂອກາດ​ໃຫ້​ຍີ່ປຸ່ນ​ໄດ້​ມີ​ບົດບາດ​ຫຼາຍ​ຂຶ້ນ ກວ່າເກົ່າ ​ໃນ​ການ​ພິທັກ​ປົກປ້ອງອະທິ​ປະ​ໄຕ​ຂອງ​ຕົນ​ເອງ.

ທ່ານ Shinzo Abe ນາຍົກລັດຖະມົນຕີຍີ່ປຸ່ນ​ ໄດ້​ພະຍາຍາມຈະ​ດັດແກ້​ ຫຼາຍ​ພາກ​ ສ່ວນ​ ຂອງ​ລັດຖະທໍາ​ມະນູນຮັກຄວາມ​ສະຫງົບ​ຂອງ​ຍີ່ປຸ່ນ ທີ່ປະ ກົດ​ວ່າໄດ້​ສ້າງ​ຄວາມ​ເປັນ​ຫ່ວງ​ຂຶ້ນມາ​ຢ່າງໃຫຍ່ ໃນບັນດາ​ປະ​ເທດ​ເພື່ອນ​ບ້ານ​.

​ແຕ່​ຝ່າຍ​ສະຫະລັດ​ນັ້ນ ​ແມ່​ນຍິນ​ດີ​ນໍາການ​ເອົາບົດ​ການ​ການ​ປ້ອງ​ກັນ​ທີ່​ໃຫຍ່​ຂຶ້ນກວ່າ​ເກົ່າ​ຂອງ​ຍີ່ປຸ່ນ ​ໂດຍ​ກ່າວ​ວ່າ ​ເປົ້າໝາຍ​ກໍ​ຄື​ການເປັນ​ພັນທະ​ມິດ​ທີ່ ​ມີ​ຄວາມ​ສົມ​ດຸນກັນ ຫລາຍ​ຂຶ້ນ​ແລະ​ມີ​ປະສິດທິພາບ​ຫຼາຍ​ຂຶ້ນ ​ໂດຍ​ທີ່ກອງທັບ ຂອງ​ທັງ​ສອງ​ຝ່າຍ ​ມີ​ຖານະ​ເປັນ​ພາຄີ​ກັນຢ່າງ​ເຕັມ​ສ່ວນ​ແລະ​ສະ​ເໝີ​ພາບ.

ທາງ​ຝ່າຍທ່ານ John Kerry ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດນັ້ນ ​ເວົ້າ​ວ່າການປຶກ ສາ​ຫາລື​ກັນ​ຄັ້ງ​ນີ້ ​ຈະ​ສ້າງ​ຄວາມ​ກ້າວໜ້າ​ທັນ​ສະ​ໄໝໃຫ້​ແກ່ການ​ຮ່ວມ​ມື​ກັນ ທາງ​ທະ ຫານແລະ​ການ​ທູດຂອງ​ທັງ​ສອງ​ປະ​ເທດ.

ທ່ານ ​ແຄຣີ ​ເວົ້າ​ວ່າ: “​ໃນ​ມື້​ນີ້ ພວກ​ເຮົາ​ໄດ້​ຕົກລົງ​ກັນ​ວ່າ​ຈະ​ທົບທວນ​ຄືນເບິ່ງ ຫລັກ​ຊີ້​ນໍາ​ດ້ານການ​ປ້ອງ​ກັນແບບສອງ​ຝ່າຍ​ຂອງ​ພວກ​ເຮົາ ​ແລະ​ໃນໄລຍະ​ຫຼາຍ​ເດືອນ​ຕໍ່ໜ້າ​ນີ້ ພວກ​ເຮົາ​ຈະ​ທໍາງານ​ຮ່ວມ​ກັນ​ ເພື່ອ​ຈະ​ປັບປຸງໂຄງ​ຮ່າງ​ການ​ປະຕິບັດ​ງານ ທີ່​ຈະ​ເປັນ​ຕົວ​ຊີ້​ນໍາ​ຄວາມ​ເປັນ​ພັນທະມິດ​ຂອງ​ພວກ​ເຮົາ​ ໃນ​ຫຼາຍໆ​ປີ​ຕໍ່ໜ້າ​.”

ທັງ​ສອງ​ຝ່າຍ​ເຫັນ​ພ້ອມນໍາ​ກັນວ່າ​ ຈະ​ຈັດ​ຕັ້ງຄະນະ​ກໍາມະການນຶ່ງ​ຂຶ້ນ​ມາ ​ເພື່ອ​ເຮັດ​ວຽກ​ນີ້ ​ແລະ​ຈະ​ໃຫ້ຄະນະ​ກໍາມະການ​ດັ່ງກ່າວ​ ​ຍື່ນ​ຂໍ້ສະ​ເໜີ​ສໍາ​ລັບ ການ​ປ່ຽນ​ແປງຕ່າງໆ ​ຕໍ່ເອກະສານ​ຫລັກ​ຊີ້​ນໍາການ​ຮ່ວມ​ມື​ດ້ານ​ການປ້ອງ​ກັນ​ລະຫວ່າງ​ສະຫະລັດ​ແລະ​ຍີ່ປຸ່ນ ສະ ບັບ​ປີ 1997 ນັ້ນ​ ພາຍ​ໃນ​ທ້າຍປີ 2014 ກໍ​ຄື​ປີໜ້າ.

ນອກ​ນັ້ນ ທັງ​ສະຫະລັດ​ແລະ​ຍີ່ປຸ່ນ​ ຍັງໄດ້ຢືນຢັນ​ແຜນການ ​ທີ່​ຈະ​ຍົກຍ້າຍ ທະຫານ​ສະ ຫະລັດ​ຈໍານວນ 9,000 ຄົນ​ ອອກ​ຈາກ​ຖານ​ທັບ​ທີ່​ເກາະໂອ​ກິ​ນາວາ ຂອງ​ຍີ່ປຸ່ນ.ທະຫານ ​ຫຼາຍ​ກວ່າ​ເຄິ່ງນຶ່ງ​ຂອງຈໍານວນ​ດັ່ງກ່າວ​ ​ແມ່ນຈະ​ຖືກ​ສົ່ງໄປ​ປະ​ຈໍາ​ການ ​ຢູ່​ທີ່ເກາະ​ກວມ ຊຶ່ງ​ເປັນດິນ​ແດນຂອງ​ສະຫະລັດ ທີ່​ຕັ້ງຢູ່​ກາງ​ມະຫາ​ສະມຸດແປ​ຊິ​ຟິກນັ້ນ ໃນໄລຍະ 10 ປີ ຕໍ່ໜ້າ​ ຊຶ່ງ​ຍີ່ປຸ່ນ​ໄດ້​ຕົກລົງ​ທີ່​ຈະ​ອອກ​ຄ່າ​ໃຊ້​ຈ່າຍສໍາລັບ​ການ​ຍົກຍ້າຍ​ນີ້ ຫຼາຍ​ເຖິງ ​3 ພັນ​ລ້ານ​ໂດ​ລ່າ

ກໍ່າປັ່ນຍາມຝັ່ງຂອງ ຍີ່ປຸ່ນ ກໍາລັງລາດຕະເວນ ຢູ່ໃກ້ເກາະ Senkaku ພາສາຍີ່ປຸ່ນ ຫຼື Diaoyu ພາສາຈີນ ຊຶ່ງເປັນເກາະທີ່ເປັນຂໍ້ຂັດແຍ້ງກັນກັບຈີນ
ກໍ່າປັ່ນຍາມຝັ່ງຂອງ ຍີ່ປຸ່ນ ກໍາລັງລາດຕະເວນ ຢູ່ໃກ້ເກາະ Senkaku ພາສາຍີ່ປຸ່ນ ຫຼື Diaoyu ພາສາຈີນ ຊຶ່ງເປັນເກາະທີ່ເປັນຂໍ້ຂັດແຍ້ງກັນກັບຈີນ
XS
SM
MD
LG