ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທີ່ວຽນນາ ທ່ານ Kerry ກ່າວເຖິງ ອັນຕະລາຍ ຈາກການປ່ຽນແປງ ຂອງດິນຟ້າອາກາດ


ກຳມາທິການ ຮັບຜິດຊອບ ການປ່ຽນແປງຂອງດິນຟ້າອາກາດ ຢູໂຣບ ທ່ານ Miguel Arias Canete (ຊ້າຍ) ຕ້ອນຮັບ ລມຕ ຕ່າງປະເທດ ສະຫະລັດ ທ່ານ John Kerry ທີ່ໄປຮ່ວມປະຊຸມ. (22 ກໍລະກົດ 2016)
ກຳມາທິການ ຮັບຜິດຊອບ ການປ່ຽນແປງຂອງດິນຟ້າອາກາດ ຢູໂຣບ ທ່ານ Miguel Arias Canete (ຊ້າຍ) ຕ້ອນຮັບ ລມຕ ຕ່າງປະເທດ ສະຫະລັດ ທ່ານ John Kerry ທີ່ໄປຮ່ວມປະຊຸມ. (22 ກໍລະກົດ 2016)

ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ກ່າວ​ວ່າ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດແມ່ນ​ມີ​ຄວາມ​ສຳຄັນ​ເທົ່າໆ​ກັນ​ກັບ​ການ​ຕໍ່ສູ້​ຕ້ານກຸ່ມ​ລັດ​ອິສລາມແລະ​ພວກ ​ຫົວ​ຮຸນ​ແຮງ​ຈັດ​ອື່ນໆ.

​ໃນ​ການ​ຖະ​ແຫຼ​ງທີ່​ກອງ​ປະຊຸມ​ນາໆ​ຊາດຢູ່​ນະຄອນ​ວຽນ​ນາ ປະ​ເທດ​ອອສ​ເຕຣຍທີ່​ໄດ້ແນ​ໃສ່​ ການ​ຫລຸດຜ່ອນ​ການ​ປ່ອຍ​ແກັສ​ເຮືອນ​ແກ້ວ​ນັ້ນ ທ່ານ Kerry ກ່າວ​ວ່າ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແມ່ນ​ເປັນ​ໄພ​ອັນຕະລາຍ ດັ່ງ​ດຽວ​ກັນ​ກັບ ຖ້າ​ຫາກ​ບໍ່​ແມ່ນ​ຫລາຍ​ໄປ​ກວ່າການ​ຂົ່ມຂູ່​ ຈາກ​ລັດທິ​ຫົວ​ຮຸນ​ແຮງ​ຈັດ ​ເຊັ່ນ​ກຸ່ມ​ລັດອິສລາມ ​ແລະ​ກຸ່ມ​ຫົວຮຸນ​ແຮງ​ຈັດ ອື່ນໆ.

ທ່ານ​ກ່າວ​ວ່າ ການ​ດຳ​ເນີນ​ຄວາມ​ພະຍາຍ​າມ​ເພື່ອ​ຫລຸດຜ່ອນການ​ປ່ອຍ​ແກັສ​ເຮືອນແກ້ວ ສາມາດ​ໃນ​ຄວາມ​ຈິງ​ແລ້ວ​ຊ່ອຍ​ຊີວິດ​ຢູ່​ເທິງ​ໂລກໜ່ວຍນີ້.

ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ແລະ​ກະຊວງ​ການ​ຕ່າງປະ​ເທດ ຈາກ 40 ກວ່າ​ປະ​ເທດ ​ໄດ້​ເຕົ້າ​ໂຮມ​ກັນ​ທີ່​ນະຄອນຫຼວງວໍ​ຊິງ​ຕັນ​ໃນ​ອາທິດ​ນີ້ເພື່ອ​ທົບ​ທວນແລະ​ຕົກລົງ​ກັນ​ກ່ຽວ​ກັບ​ການ​ເອົາ​ບາດ​ກ້າວ​ໃນ​ຂັ້ນຕໍ່​ໄປຕໍ່​ກຸ່ມ​ລັດ​ອິສລາມ ຢູ່​ໃນ​ທີ່​ໝັ້ນ​ແຫ່ງ​ສຸດ​ທ້າຍ​ຂອງ​ພວກ​ເຂົາ​.

ທ່ານ Kerry ກ່າວ​ວ່າ ​ໃນ​ມື້ວານ​ນີ້ພວກ​ເຮົາ​ໄດ້​ພົບ​ປະກັນ​ຢູ່​ວໍ​ຊິງ​ຕັນ​ກັບ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ​ແລະ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຂອງ 45 ປະ​ເທດ ​ໃນຂະນະ​ທີ່ພ​ວກ​ເຮົາ​ດຳ​ເນີນ​ງານ​ຮ່ວມ​ກັນ ເພື່ອ​ທ້າ​ທາຍ​ຕໍ່​ກຸ່ມ Daesh ກຸ່ມ ISIL ​ແລະລັດທິ​ກໍ່​ກາ​ນຮ້າຍ. ມັນ​ເປັນ​ການ​ຍາກ​ທີ່​ບາງ​ຄົນ​ຈະ​ເຂົ້າ​ໃຈ ​ແຕ່​ສິ່ງ​ທີ່​ພວກ​ເຮົາ ​ເຈົ້າທ່ານກຳລັງ​ເຮັດ​ຢູ່​ໃນ​ເວລາ​ນີ້ ​ແມ່ນ​ມີ​ຄວາມ​ສຳຄັນ​ເທົ່າໆ​ກັນຍ້ອນ​ວ່າ​ມັນມີ​ຄວາມ​ສາມາດໃນ​ຄວາມຈິງ​ແລ້ວຊ່ອຍ​ຊີວິດ ​ຢູ່​ເທິງ​ໂລກ​ໜ່ວຍ​ນີ້.

ທ່ານ Kerry ກ່າວ​ວ່າ ການ​ຫລຸດຜ່ອນ​ການ​ປ່ອຍ​ແກັສ​ເຮືອນ​ແກ້ວແມ່ນນຶ່ງ​ໃນ​ບາດກ້າວ ຮ່ວມ​ກັນ​ທີ່​ສຳຄັນສຸດ​ທີ່​ຈະ​ເອົາ​ເພື່ອ​ຊ່ອຍ​ປົກ​ປ້ອງ​ອະນາຄົດ​ສຳລັບ​ມະນຸດ​ເຮົາ​ຢູ່​ໃນ​ທຸກ​ຫົນ​ແຫ່ງ​ຂອງ​ໂລກ.

ທ່ານ Kerry ​ໄດ້​ປາກົດ​ໂຕ​ເປັນ​ເວລາ​ສັ້ນໆ​ຢູ່​ທີ່​ກອງ​ປະ​ຊຸມ ທີ່​ມີ​ເຈົ້າໜ້າ​ທີ່​ເຂົ້າຮ່ວມ​ຈາກ 200 ກວ່າ​ປະ​ເທດ ເພື່ອ​ດັດ​ແປງ​ແກ້​ໄຂ ​ຂໍ້​ຕົກລົງ​ Montreal ຊຶ່ງ​ເປັນສົນທິສັນຍາ​ຂອງ​ໂລກ​ສະບັບ​ປີ 1987 ​ທີ່​ຈະ​ຫຼຸດ​ຜ່ອນ ​ການ​ປ່ອຍ​ທາດ​ຄາບ​ອນຈາກ aerosol ​ແລະ​ສານ​ ທຳຄວາມ​ເຢັນ ທີ່​ເຮັດ​ໃຫ້​ເຂດ​ໂອໂຊນ​ຂອງໂລກ​ບາງລົງ​ນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG