ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສຫລ ແລະ ຈີນ ຍັງມີ ຄວາມເຫັນແຕກຕ່າງກັນ ກ່ຽວກັບ ບັນຫາຂັດແຍ້ງ ຢູ່ທະເລຈີນໃຕ້


ລມຕ ຕ່າງປະເທດສະຫະລັດ ທ່ານ John Kerry (ຊ້າຍ) ແລະ ລມຕ ຕ່າງປງະເທດຈີນ ທ່ານ Wang Yi ຈັບມືກັນ ຫຼັງຈາກ ກອງປະຊຸມຖະແຫຼງຂ່າວ ທີ່ກະຊວງຕ່າງປະເທດຈີນ ຢູ່ປັກກິ່ງ (16 ພຶດສະພາ 2015)
ລມຕ ຕ່າງປະເທດສະຫະລັດ ທ່ານ John Kerry (ຊ້າຍ) ແລະ ລມຕ ຕ່າງປງະເທດຈີນ ທ່ານ Wang Yi ຈັບມືກັນ ຫຼັງຈາກ ກອງປະຊຸມຖະແຫຼງຂ່າວ ທີ່ກະຊວງຕ່າງປະເທດຈີນ ຢູ່ປັກກິ່ງ (16 ພຶດສະພາ 2015)

ລັດຖະມົນຕີກະຊວງຕ່າງປະເທດຈີນທ່ານ Wang Yi ກ່າວຕໍ່
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry
ທີ່ພວມຢ້ຽມຢາມຈີນ ໃນວັນເສົາມື້ນີ້ວ່າ ການຕັດສິນໃຈ ຂອງ
ປັກກິ່ງ ທີ່ຈະປົກປ້ອງ ອະທິປະໄຕ ແລະຜືນແຜ່ນດິນ ອັນຄົບ
ຖ້ວນຂອງຕົນແມ່ນໜັກແໜ້ນຄືກັນກັບໂງ່ນຫີນແລະບໍ່ມີມື້ສັ່ນ
ຄອນ.

ການໃຫ້ຄວາມເຫັນດັ່ງກ່າວ ມີຂຶ້ນທີ່ກອງປະຊຸມຖະແຫຼງຂ່າວ
ຢູ່ນະຄອນຫຼວງປັກກິ່ງຫຼັງຈາກລັດຖະມົນຕີການຕ່າງປະເທດ
ທັງສອງໄດ້ພົບປະໂອ້ລົມກັນກ່ຽວກັບຫລາຍໆເລື້ອງຮວມທັງ
ການຄ້າ ໂຄງການນິວເຄລຍຂອງເກົາຫຼີເໜືອແລະຄວາມເຄັ່ງ ຕຶງທີ່ໃກ້ຈະຟົດເດືອດຂຶ້ນໃນຫລາຍໆເຂດທີ່ມີການຂັດແຍ້ງຢູ່ທະເລຈີນໃຕ້.

ທ່ານ Kerry ກ່າວວ່າ “ພວກເຮົາມີຄວາມເປັນຫ່ວງ ກ່ຽວກັບຄວາມໄວແລະຂອບເຂດໃນ ການຖົມດິນຂອງຈີນ ຢູ່ທະເລຈີນໃຕ້” ແລະຮຽກຮ້ອງໃຫ້ຈີນ ເປີດການເຈລະຈາໂດຍໄວ ກັບສະມາຄົມອາຊ່ຽນ ກ່ຽວກັບກົດລະບຽບທີ່ມີຜົນບັງຄັບເພື່ອຮັບມືກັບກິດຈະກຳທາງທະ ເລທີ່ມີການຂັດແຍ້ງກັນ.

ສະຫະລັດແລະສະມາຊິກສ່ວນໃຫຍ່ຂອງສະມາຄົມອາຊ່ຽນ ມີຄວາມສົງໄສກ່ຽວກັບການ ເຄື່ອນໄຫວຂອງປັກກິ່ງທີ່ແນໃສ່ເພື່ອສ້າງເກາະດອນນ້ອຍໆຂຶ້ນ ຊຶ່ງຈີນສາມາດອ້າງເອົາ ອະທິປະໄຕໄດ້ນັ້ນ.

ທ່ານ Wang ໃຫ້ສັນຍານວ່າ ຈີນພ້ອມແລ້ວທີ່ຈະເຈລະຈາ ແຕ່ຕົນຈະບໍ່ຢຸດເຊົາ ການກໍ່ ສ້າງຖົມດິນ ຊຶ່ງທ່ານເວົ້າວ່າ ມັນນອນຢູ່ໃນຂອບເຂດອະທິປະໄຕຂອງຈີນໂດຍເຕັມນັ້ນ.

ຈີນ​ໄດ້​ເສີມຂະຫຍາຍ​ຄວາມ​ພະຍາ​ຍາມໃນການຖົມດິນຂອງຕົນ ຢູ່​ໃນບໍລິເວນໝູ່​ເກາະ Spratly ຊຶ່ງບາງສ່ວນ ແມ່ນ​ອ້າງ​ເອົາ​ກຳມະສິດ ໂດຍຟິລິບ​ປີນ ຫວຽດນາມ ມາ​ເລ​ເຊຍ
ບຣູ​ໄນ ​ແລະໄຕ້​ຫວັນ.

ບັນດາ​ເຈົ້າ​ໜ້າ​ທີ່ສະຫະລັດໄດ້ກ່າວ​ໃນຮອບອາທິດທີ່ຜ່ານມານີ້ວ່າ ທຳນຽບຫ້າ​ແຈກຳລັງ​
ພິຈາລະນາທີ່ຈະ​ສົ່ງກໍ​າປັ່ນ​ແລະ​ເຮືອ​ບິນລົບ​ ​ໄປຍັງ​ທະ​ເລ​ຈີນ​ໃຕ້ ​ເພື່ອປົກປ້ອງ ສິດເສລີ
ພາບ​ໃນການ​ເດີນ​ເຮືອ.

ຊຶ່ງນັ້ນ ​ໄດ້​ພາ​ໃຫ້​ມີ​ການ​ຕອບ​ໂຕ້​ຢ່າງ​ໄວ​ ຈາກກະຊວງ​ຕ່າງປະ​ເທດຈີນ ທີ່​ກ່າວ​ວ່າ ການ​
ເຄື່ອ​ນ​ໄຫວດັ່ງກ່າວນີ້ ຈະ​ຖື​ວ່າ ​ເປັນ​ການ​ທ້າທາຍເກາະຜິດ.

Kerry China
please wait
Embed

No media source currently available

0:00 0:01:17 0:00

Chinese Foreign Minister Wang Yi told visiting U.S. Secretary of State John Kerry Saturday that Beijing's determination to defend its sovereignty and territorial integrity is as firm as a rock and "unshakeable."

The comment came at a news conference in Beijing after the two top diplomats held talks, discussing a number of topics including trade, North Korea's nuclear program, and simmering tensions in disputed areas of the South China Sea.

"We are concerned about the pace and scope of China's land reclamation in the South China Sea,'' Kerry said, urging China to quickly hold talks with ASEAN on binding guidelines for dealing with disputed maritime activity.

The U.S. and most members of the Association of Southeast Asian Nations suspect Beijing's actions are aimed at building small islands over which China can claim sovereignty.

Wang signaled that while China was prepared to talk, it would not back down on the construction, which he said "is something that falls fully within the scope of China's sovereignty.''

China has been strengthening its land reclamation efforts in the region's Spratley Islands, parts of which are claimed by the Philippines, Vietnam, Malaysia, Brunei and Taiwan.

U.S. officials said this past week the Defense Department is considering sending military ships and planes to the South China Sea to assert freedom of navigation.

That prompted a quick response from China's Foreign Ministry, which said the move would be considered provocative.

Wang said Saturday China and the U.S. must work together to speed up progress on a bilateral investment treaty.He also urged Washington to loosen restrictions on high-tech exports.

After the meeting, Kerry tweeted he had a "Productive exchange with Wang regarding expanding areas of U.S.-China cooperation on critical regional and global issues," and said the focus of his meeting "was on human rights, press freedom, Iran talks, climate change and (the) South China Sea."

Kerry will hold talks on Sunday with President Xi Jinping ahead of a Strategic and Economic Dialogue meeting later this year and the Chinese leader's planned visit to the U.S. in September.

Kerry then travels to South Korea for talks with PresidentPark Geun-hye and other officials on bilateral and regional issues.

After South Korea, Kerry travels to Seattle for U.S.-trade related talks.

XS
SM
MD
LG