ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ນັກຮຽນ ເຄັນຢາ ພຽງບໍເທົ່າໃດຄົນ ສາມາດ ເສັງເຂົ້າ ມະຫາວິທະຍາໄລໄດ້ ໃນປີ 2016


ພວກນັກຮຽກຢູ່ໂຮງຮຽນມັດທະຍົມຕອນປາຍ Jamhuri ນັ່ງຟັງຄຳປາໄສໃນນະຄອນຫຼວງ ໄນໂຣບີ, ປະເທດ ເຄັນຢາ. 11 ກຸມພາ, 2008.
ພວກນັກຮຽກຢູ່ໂຮງຮຽນມັດທະຍົມຕອນປາຍ Jamhuri ນັ່ງຟັງຄຳປາໄສໃນນະຄອນຫຼວງ ໄນໂຣບີ, ປະເທດ ເຄັນຢາ. 11 ກຸມພາ, 2008.

ບັນດາຜູ້ປົກຄອງຊາວ ເຄັນຢາ ແລະ ຄູອາຈານໄດ້ພາກັນຕົກ ໃຈຫຼັງຈາກລັດຖະມົນຕີກະ ຊວງສຶກສາ ໄດ້ເປີດເຜີຍຜົນການສອບເສັງເຂົ້າມະຫາວິທະຍາໄລປີ 2016. ມີພຽງ 15 ເປີ ເຊັນ ຂອງຈຳນວນຜູ້ສອບເສັງຫຼາຍກວ່າເຄິ່ງລ້ານຄົນເທົ່ານັ້ນທີ່ເສັງເຂົ້າໄດ້. ຜົນການ​ສອບ​ເສັງ​ທີ່ຜິດ​ຫວັງດັ່ງກ່າວສະແດງໃຫ້ເຫັນ​ເຖິງ​ການ​ໄດ້​ຮັບ​ຄະ​ແນນ​ຕ່ຳລົງຈາກປີກາຍ ນີ້ຢ່າງ​ຫຼວງຫລາຍ, ຫຼັງຈາກບັນດາເຈົ້າໜ້າທີ່ໄດ້ປາບປາມການລັກກ່າຍໃນຫ້ອງເສັງ. ນັກຂ່າວ Mohamed Yusuf ມີລາຍງານ​ໃຫ້ວີໂອເອຈາກນະຄອນຫຼວງ ໄນໂຣບີ ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານ.

ຕົວເລກຂອງພວກນັກຮຽນຜູ້ທີ່ໄດ້ຄະແນນເກຣດ A ໃນການສອບເສັງປີ 2016 ໄດ້ຫຼຸດ ລົງເຖິງ 95 ເປີິເຊັນປຽບທຽບໃສ່ປີກ່ອນ.

ໃນປີ 2015, ໂຮງຮຽນແຫ່ງໜຶ່ງທີ່ມີນັກຮຽກ 202 ຄົນ, ຜູ້ເຂົ້າສອບ ເສັງທັງໝົດເສັງໄດ້ຮັບ ເກຣດ A, ແຕ່ປີຕໍ່ມາມີນັກຮຽນພຽງ 141 ຄົນ ທົ່ວປະເທດທີ່ໄດ້ຄະແນນຄ້າຍຄືກັນນັ້ນ.

ຜົນຄະແນນທີ່ອ່ອນໂດຍລວມ ເກີດຂຶ້ນຫຼັງຈາກໄດ້ມີກົດລະບຽບໃໝ່ທີ່ເຄັ່ງຄັດ ອອກແບບ ມາເພື່ອຍັບຢັ້ງການລັກກ່າຍ.

ຜົນການສອບເສັງປີ 2016 ຖືກເປີດເຜີຍອອກມາລ່ວງໜ້າສອງເດືອນກ່ອນຄາດໄວ້. ການ ລາຍງານຂອງສື່ມວນຊົນ ເຄັນຢາ ໄດ້ກ່າວວ່າ ບັນດາເຈົ້າໜ້າທີ່ສອບເສັງໄດ້ເປີດເຜີຍຜົນ ການສອບເສັງໄວ, ຫຼັງຈາກ ຜູ້ອຳນວຍການໂຮງຮຽນບາງຄົນໄດ້ກົດດັນພວກເຂົາເຈົ້າໃຫ້ ເອົາຄະແນນສູງໃຫ້ພວກນັກຮຽນ.

ອຳນວຍການໂຮງຮຽນບາງຄົນໄດ້ຖືກກ່າວຫາ ກ່ຽວກັບ ການຊື້ຈ້າງຜູ້ຄຸມຫ້ອງເສັງດ້ວຍ ເງິນ ລະຫວ່າງ 100 ຫາ 160 ໂດລາ ເພື່ອເຮັດໃຫ້ນັກຮຽນຂອງພວກເຂົາເຈົ້າໄດ້ຄະ ແນນດີ.

ທ່ານ John Mugo ຜູ້ອຳນວຍການພະແນກຂໍ້ມູນທີ່ອົງການ Twaweza ອາຟຣິກາ ຕາ ເວັນອອກ, ​ເຊິ່ງເປັນອົງການບໍ່ຫວັງ​ຜົນ​ກຳໄລ ທີ່ເຮັດວຽກເພື່ອພັດທະນາການສຶກສາ ແລະ ການຕອບສະໜອງຂອງລັດຖະບານໃນພາກພື້ນ. ທ່ານກ່າວວ່າ ພວກເຈົ້າໜ້າທີ່ການສຶກ ສາ ຈະໄດ້ປະເຊີນໜ້າກັບຄຳຖາມໜັກຫຼາຍຂໍ້.

ທ່ານ John Mugo ກ່າວວ່າ “​ມີການ​ຕັ້ງຄຳຖາມຂຶ້ນມາວ່າ ພວກຫົວໜ້າ ຫຼື ພວກບໍລິ ຫານ ຄວນຖືກນຳມາ​ເປັນ​ຜູ້​ຮັບຜິດຊອບ​ຕໍ່ສັງຄົມ ຫຼື ບໍ່. ມັນຈະເກີດຫຍັງຂຶ້ນຖ້າພວກ ເຂົາເຈົ້າໄດ້ມີສ່ວນຮ່ວມໃນການເຮັດຜິດກົດລະບຽບຄັ້ງໃຫຍ່, ສະນັ້ນ ຂ້າພະເຈົ້າຄິດ ວ່າ ພວກເຮົາບໍ່ຄວນປ່ອຍໃຫ້ມັນງຽບໄປ. ພວກເຂົາເຈົ້າຄວນຖືກນຳມາໃຫ້ປາກຄຳ. ແຕ່ແລ້ວສຳ ລັບຄຳຖາມອື່ນແມ່ນ ຄົນ ເຄັນຢາ ມີຄຸນນະພາບບໍ? ພວກນັກຮຽນ ເຂົາ ເຈົ້າຮຽນໜັງສືແທ້ບໍ? ຫຼື ພວກຄູອາຈານໄດ້ຝຶກຝົນໃຫ້ພວກເຂົາ ເຈົ້າເສັງຜ່ານບໍ? ເຊັ່ນ ວ່າ ເມື່ອຂໍ້ສອບປ່ຽນແປງໜ້ອຍດຽວ ພວກເຂົາເຈົ້າໝົດທຸກຄົນກໍເສັງບໍ່ຜ່ານ.”

ທ່ານ Tomkin Baraza ຜູ້ຊ່ຽວຊານດ້ານການສຶກສາກ່າວວ່າ ຄວາມ ໜ້າເຊື່ອຖືໄດ້ກັບ ຄືນສູ່ດ້ານການສຶກສາແລ້ວ ແຕ່ສິ່ງທ້າທາຍອື່ນໆແມ່ນ ຍັງມີຢູ່.

ທ່ານ Baraza ກ່າວວ່າ “ຕອນນີ້ພວກເຮົາໄດ້ເບິ່ງພວກນັກຮຽນຫຼາຍຄົນທີ່ໄດ້ຮັບຜົນ ກະທົບນັ້ນ, ພວກເຮົາຈະເອົາພວກເຂົາໄປໄວ້ໃສ? ກະຊວງຄວນມີວິທີເພື່ອຮັບປະກັນ ວ່າ ຢ່າງໜ້ອຍນັກຮຽນສ່ວນໃຫຍ່ ຕ້ອງໄປບ່ອນໃດບ່ອນໜຶ່ງ, ການສຶກສາບໍ່ແມ່ນພຽງ ຄວາມໝາຍດຽວ ສຳລັບນັກຮຽນບໍ່ເທົ່າໃດຄົນຜູ້ທີ່ສອບເສັງຜ່ານ.”

ປະທານສະພາການສອບເສັງແຫ່ງຊາດ ເຄັນຢາ ສາສະດາຈານ George Magoha ໄດ້ ໂຕ້ຖຽງວ່າ ພວກນັກຮຽນບໍ່ໄດ້ຕ້ອງການຄະແນນດີເພື່ອປະສົບຄວາມສຳເລັດ.

ທ່ານ Baraza ກໍ​ມີ​ຄວາມ​ເຫັນ​ທີ່​ສະທ້ອນ​ເຖິງທັດສະນະດັ່ງກ່າວ.

ທ່ານ Baraza ກ່າວວ່າ “ພວກເຂົາເຈົ້າປຽບທຽບການສອບເສັງຜ່ານວ່າ​ເປັນຄວາມດີ ເລີດຕະຫຼອດ. ສົມມຸດວ່າ ຖ້າຜູ້ໃດຄົນໜຶ່ງເວົ້າວ່າ, ລາວເສັງໄດ້ D+ ຫຼື E, ເຈົ້າກໍຈະ ເຫັນວ່າລາວເສັງຕົກ. ພວກເຂົາເຈົ້າບໍ່ໄດ້ເນັ້ນກໍລະນີສ່ວນໃຫຍ່ໃສ່ພອນສະຫວັນ, ເຊິ່ງ ບາງຄົນນັ້ນມີພອນສະຫວັນແທ້. ດັ່ງນັ້ນຜູ້ສອບເສັງສ່ວນໃຫຍ່ທີ່ໄດ້ຄະແນນຕ່ຳນັ້ນ ຈະ ມີຈິດໃຈທໍ້ແທ້ ແລະ ບາງເທື່ອພວກເຂົາເຈົ້າຄິດວ່າ ໄດ້ສູນເສຍອະນາຄົດແລ້ວ.”

ແນວໃດກໍຕາມ, ກະຊວງສຶກສາໄດ້ກ່າວວ່າ ພວກເຂົາເຈົ້າຈະເບິ່ງວ່າ ບັນຫາມີຢູ່ບ່ອນໃດ ຫຼັງຈາກຜົນການສອບເສັງທີ່ໜ້າຕົກໃຈໄດ້ປາກົດ ອອກມາ.


ອ່ານລາຍງານນີ້ຕື່ມເປັນພາສາອັງກິດ

XS
SM
MD
LG