ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວສວນໝາກອາໂວຄາໂດ ຂອງ ເຄນຢາ ພວມເພີ້ມ ຜົນຜະລິດຂຶ້ນ ເພື່ອເຈາະ ຕະຫຼາດຂອງຈີນ


Kenya's Avocado Farmers Scaling Up Production, Eyeing Chinese Market
please wait

No media source currently available

0:00 0:03:08 0:00

ເຊີນຊົມ ວີດີໂອ ໃນພາສາອັງກິດ

ນັບເປັນເວລາຫຼາຍທົດສະຫວັດມາແລ້ວ ທີ່ເຄນຢາ ໄດ້ສົ່ງອອກໝາກອາໂວຄາໂດ ເປັນສ່ວນໃຫຍ່ ໄປຍັງທະວີບຢູໂຣບ ແລະອາເມຣິກາ. ໃນເດືອນເມສາຜ່ານມາ ເຄນຢາ
ໄດ້ລົງນາມໃນຂໍ້ຕົກລົງກັບຈີນ ທີ່ຈະສົ່ງໝາກອາໂວຄາໂດຂອງຕົນ ອອກໄປໃຫ້ປະ ເທດເອເຊຍແຫ່ງນີ້. ພວກຊາວສວນໝາກອາໂວຄາໂດຂອງເຄນຢາ ວາງແຜນວ່າ
ຈະເພີ້ມການຜະລິດ ໃນຄວາມຫວັງທີ່ຈະເຈາະຕະຫຼາດທີ່ໃຫຍ່ຫຼວງຂອງຈີນ. ແຕ່ໃນ
ຂະນະທີ່ ຣາແອລ ໂອມບູອອຣ ລາຍງານມາ ຈາກເມືອງມູຣັງກາ ຂອງເຄນຢາ ກໍແມ່ນ
ວ່າ ມີຂໍ້ກຳນົດທີ່ພວກເຂົາເຈົ້າ ຈະຕ້ອງໄດ້ປະຕິບັດຕາມ ຊຶ່ງໄຊຈະເລີນສຸກ ຈະນຳເອົາ
ລາຍລະອຽດມາສະເໜີທ່ານ.

ທ່ານອາແລັກແຊນເດີ ມູຈີຣີ ເປັນຊາວສວນເຄນຢາ ກຳລັງບົວລະບັດເບິ່ງແຍງພວກ
ຕົ້ນໝາກອາໂວຄາໂດ 30 ຕົ້ນ ທີ່ເພິ່ນໄດ້ປູກ ເມື່ອ 7 ປີກ່ອນ ຢູ່ໃນສວນຂອງເພິ່ນ
ໃນແຂວງມູຣັງກາ.

ໃນປີກ່ອນໆ ໝາກອາໂວຄາໂດສ່ວນຫລາຍຂອງເພິ່ນ ໄດ້ຖືກນຳໄປຂາຍຢູ່ໃນທ້ອງຖິ່ນ
ໂດຍທີ່ມີລາຍໄດ້ບໍ່ໜ້ອຍບໍ່ຫຼາຍ ສຳລັບເພິ່ນເອງ ພັນລະຍາ ແລະພວກລູກເຕົ້າ 5 ຄົນ
ຂອງເພິ່ນ.

ຕໍ່ມາໃນເດືອນເມສານີ້ ເຄນຢາ ໄດ້ລົງນາມໃນຂໍ້ຕົກລົງ ທີ່ຈະສົ່ງໝາກອາໂວຄາໂດ
ອອກໄປຈີນ ຊຶ່ງເຮັດໃຫ້ເຄນຢາ ເປັນພຽງປະເທດດຽວໃນທະວີບອາຟຣິກາ ທີ່ສົ່ງ
ໝາກໄມ້ປະເພດນີ້ ໄປໃນຕະຫຼາດຜູ້ບໍລິໂພກ ທີ່ມີຂະໜາດໃຫຍ່.

ໂດຍຄຳນຶງເຖິງຕະຫຼາດນັ້ນ ທ່ານມູຈີຣີ ກ່າວວ່າ ເພິ່ນຈະເພີ້ມການຜະລິດຂຶ້ນ ດ້ວຍ
ການປູກຕົ້ນໝາກອາໂວຄາໂດ ຫຼາຍຂຶ້ນ.

ທ່ານມູຈີຣີ ເວົ້າວ່າ "ຖ້າພວກເຂົາເຈົ້າ ປູກຕົ້ນໝາກອາໂວຄາໂດຫຼາຍຂຶ້ນ ຈະມີ
ຕະຫຼາດ ຮອງຮັບສຳລັບມັນ. ຫຼາຍປີກ່ອນໜ້ານີ້ ພວກນາຍໜ້າ ໄດ້ມາຂໍຊື້ ແລ້ວ
ພວກເຂົາກໍເລືອກເອົາແຕ່ໜ່ວຍໃຫຍ່ໆ ແລະປະໜ່ວຍນ້ອຍໆໄວ້ ຢູ່ໃນສວນຂອງ
ພວກເຂົາເຈົ້າ ໂດຍບໍ່ມີຜູ້ທີ່ຈະນຳໄປຂາຍໃຫ້ໄດ້ ຕາມທີ່ທ່ານມູຈີຣີ ກ່າວໄປ ຊຶ່ງ
ພວກໝາກໄມ້ຢ່າງຫຼວງຫຼາຍເຫຼົ່ານັ້ນ ກໍເໜົ່າເສຍໄປລ້າໆ.

ສວນທີ່ຕິດຕໍ່ໄປຈາກສວນຂອງທ່ານມູຈີຣີ ປະມານ 2 ກິໂລແມັດ ແມ່ນເປັນສວນຂອງ
ທ່ານນາງບີອາທຣິສ ມູກູເຣ ຜູ້ທີ່ກຳລັງກວດເບິ່ງ ຕົ້ນໝາກອາໂວຄາໂດ ຂອງເພິ່ນ
ຈຳນວນ 300 ຕົ້ນຢູ່. ເພິ່ນເຄີຍປູກໝາກກາເຟ ເມື່ອສອງສາມປີກ່ອນ ໃນຂະນະດຽວ
ກັນລາຄາຂອງກາເຟ ກໍໄດ້ຕົກລົງ ແລະຕະຫຼາດຂອງໝາກອາໂວຄາໂດ ກໍໄດ້ຂະ
ຫຍາຍອອກໄປຫຼາຍຂຶ້ນ.

ທ່ານນາງມູກູເຣ ເວົ້າວ່າ "ຕົ້ນໝາກອາໂວຄາໂດຂອງເພິ່ນ ມີອາຍຸປະມານ 3 ປີ ແລະ
ເປັນຕົ້ນໝາກໄມ້ຊຸດທຳອິດຂອງເພິ່ນ." ທ່ານນາງກ່າວອີກວ່າ ພວກທີ່ອາດເປັນຜູ້ຊື້
ທັງຫຼາຍ ກໍໄດ້ພາກັນມາສວນຂອງເພິ່ນຫຼາຍຄັ້ງ ເພື່ອກວດເບິ່ງໝາກອາໂວຄາໂດ
ແລະກໍເລືອກເອົາຕົວຢ່າງໄປ ແລະພວກເຂົາເຈົ້າວ່າ ຈະກັບຄືນມາອີກ ເມື່ອຮອດ
ຍາມເກັບກ່ຽວ.

ພວກທີ່ອາດເປັນຜູ້ຊື້ທັງຫຼາຍ ທີ່ທ່ານນາງມູກູເຣ ເວົ້າເຖິງນັ້ນ ແມ່ນມາຈາກບໍລິສັດ
ສົ່ງອອກຂອງເອກກະຊົນ.

ລັດຖະມົນຕີການຄ້າຂອງເຄນຢາ ກ່າວວ່າ ຕະຫຼາດຂອງຈີນ ຈະຮອງຮັບເອົາຜົນ
ຜະລິດອາໂວຄາໂດ ຂອງເຄນຢາ ຫຼາຍກວ່າ 40 ເປີເຊັນ ໂດຍເຮັດໃຫ້ເຄນຢາ
ກາຍເປັນຜູ້ສົ່ງອອກອາໂວຄາໂດ ອັນດັບສູງໄປຈີນ.

ແຕ່ກໍມີເງື່ອນໄຂອັນນຶ່ງ ອີງຕາມການກ່າວຂອງທ່ານ ປີເຕີ ມຸນຢາ ເລຂານຸການຮັບ
ຜິດຊອບດ້ານການຄ້າ ແລະອຸດສາຫະກຳ ຂອງຄະນະລັດຖະບານ ເຄນຢາ.

ທ່ານມຸນຢາ ເວົ້າວ່າ “ຕາມປົກກະຕິແລ້ວ ໃນເມື່ອເຈົ້າຕ້ອງການຢາກສົ່ງອອກສິ່ງໃດ
ສິ່ງນຶ່ງ ມັນກໍຕ້ອງມີມາດຕະຖານທີ່ເຈົ້າຕ້ອງຕອບສະໜອງ ແລະໃນເມື່ອພວກເຂົາເຈົ້າ
ໄດ້ມາປະເມີນສະພາບຂອງພວກໝາກອາໂວຄາໂດແລ້ວ ເຂົາເຈົ້າໄດ້ພົບເຫັນແມງໄມ້
ຈຳນວນນຶ່ງ ຊຶ່ງເຮັດໃຫ້ເປັນທີ່ຫຍຸ້ງຍາກ ສຳລັບພວກເຮົາ ທີ່ຈະອະນຸຍາດໃຫ້ສົ່ງອອກ
ພວກໝາກອາໂວຄາໂດທັງຫຼາຍໄດ້ ແລະເປັນການຕັດສິນໃຈ ທີ່ໄດ້ເຮັດໃຫ້ການສົ່ງ
ອອກໝາກອາໂວຄາໂດ ຢຸດສະງັກ.”

ພວກຊາວສວນ ຫຼື ພວກຊາວຄ້າຂາຍ ກໍຕ້ອງໄດ້ນຳເອົາໝາກໄມ້ທັງຫຼາຍໄປແຊ່ແຂງ
ໄວ້ ໃນອຸນຫະພູມ ລົບ 30 ອົງຊາແຊລສິສ ເພື່ອກຳຈັດພວກແມງໄມ້ທັງຫຼາຍ ແລະ
ແຊ່ໄວ້ໃນອຸນຫະພູມ ລົບ 18 ອົງສາອົງຊາແຊລສິສ ໃນລະຫວ່າງການຂົນສົ່ງອອກໄປ.

ພວກຊາວສວນຫຼາຍຄົນ ເປັນຫ່ວງວ່າ ຂໍ້ຈຳກັດດັ່ງກ່າວ ຈະເຮັດໃຫ້ພວກເຂົາເຈົ້າ ບໍ່
ສາມາດສົ່ງຜົນຜະລິດ ຂອງພວກເຂົາ ອອກໄປໂດຍກົງ.

ທ່ານມຸນຢາ ກ່າວວ່າ ພວກເຂົາເຈົ້າ ຈະຊ່ອຍພວກຊາວສວນເຄນຢາ ຜູ້ທີ່ບໍ່ມີສະຖານທີ່
ແຊ່ແຂງຜົນຜະລິດຂອງພວກເຂົາເຈົ້າ ເພື່ອໃຫ້ສາມາດສົ່ງອອກໄປຈີນໄດ້. ທ່ານມຸນຢາ
ເວົ້າວ່າ “ພວກເຮົາກຳລັງເບິ່ງເນື້ອທີ່ປະລິມານຂອງຕຶກອາຄານ ສຳລັບ ການຮ່ວມມືໃນ
ດ້ານການຄ້າແຫ່ງຊາດຂອງເຄນຢາ ຫຼືເອີ້ນຫຍໍ້ວ່າ KNTC ເພື່ອສະໜັບສະໜຸນ ພວກ
ຊາວສວນຂະໜາດນ້ອຍ ທີ່ຈະເຂົ້າມາຮ່ວມກັນເປັນກຸ່ມ ແລະອັນນັ້ນ ແມ່ນມີທຶນຢູ່ໃນ
ງົບປະມານຢູ່ແລ້ວ. ພວກເຮົາມີແຫລ່ງທຶນ ເພື່ອຈະສະໜັບສະໜຸນ KNTC ໃນການຍົກ
ລະດັບ ສາງເກັບສິນຄ້າ ແລະການສົ່ງອອກຕໍ່ໄປ.

ພວກຜູ້ສົ່ງອອກສິນຄ້າຂອງເຄນຢາ ກ່າວວ່າ ພວກເຂົາເຈົ້າ ຍັງມີແຜນການ ທີ່ຈະລົງທຶນ
ໃນດ້ານສະຖານທີ່ເກັບແຊ່ແຂງ ເພື່ອຕອບສະໜອງຂໍ້ກຳນົດຕ່າງໆ ເພື່ອໃຫ້ເຂົ້າຫາ
ຕະຫຼາດຂອງຈີນໄດ້.

ໃນເວລາດຽວກັນ ພວກຊາວສວນອາໂວຄາໂດຂອງເຄນຢາ ຈະຕ້ອງກາງຕໍ່ການຮວມ
ຕົວກັນ ເພື່ອຫາຕະຫຼາດອື່ນໆ ທີ່ຈະຍິນຍອມ ຊື້ເອົາຜົນຜະລິດ ໃໝ່ໆຈາກສວນຂອງ
ພວກເຂົາເຈົ້າ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG