ລິ້ງ ສຳຫລັບເຂົ້າຫາ

logo-print

ການ​ຈັດ​ງານ​ປາ​ຕີ ຂອງ​ພວກ​ໄວ​ລຸ້ນ ​ໄດ້​ປ່ຽນ​ໄປຫຼາຍບໍ່ ນັບ​ແຕ່​ປີ 1982 ເປັນ​ຕົ້ນ​ມາ?


ພວກ​ນັກ​ຮຽກ​ພາ​ກັນ​ກິນ​ເບຍ ໃນ​ເມືອງ ໂຄ​ລຳ​ເບຍ, ລັດ​ມິ​ສ​ຊູ​ຣີ. 12 ກັນ​ຍາ, 2005.

ການ​ດື່ມ​ຂອງ​ມຶນ​ເມົາ ແລະ ມ່ວນ​ຊື່ນກິນລ້ຽງ​ຊຸມ​ແຊວ​ໃນງານພາຕີ້ໃນ​ໂຮງ​ຮຽນ​ມັດ​ທະ​
ຍົມ ແມ່ນຍັງບໍ່ໄດ້ມີຫຍັງປ່ຽນແປງນັບຕັ້ງແຕ່ປີ 1982 ເປັນຕົ້ນມາ, ເຊິ່ງແມ່ນປີທີ່ທ່ານ
ແບຣັດ ຄາແວນໍ, ຜູ້ທີ່ຫາກໍຖືກແຕ່ງຕັ້ງເປັນຜູ້ພາກສາສານສູງສຸດຄົນໃໝ່ ໄດ້ຖືກກ່າວ
ຫາວ່າລວນລາມທາງເພດທ່ານນາງ ຄຣິສທີນ ບລາຊີ ຝອດ ໃນເວລາທີ່ພວກເພິ່ນທັງ
ສອງຍັງເປັນໄວລຸ້ນຢູ່.

ທ່ານ ຄາ​ແວ​ນໍ, ຜູ້​ທີ່​ໄດ້​ປະ​ຕິ​ເສດ​ການ​ກ່າວ​ຫາ​ລວນ​ລາ​ມ​ທາງ​ເພດນັ້ນ, ຕອນນີ້​ແມ່ນ
ໄດ້ເປັນຜູ້ພິພາກສາສານສູງສຸດຄົນໃໝ່ແລ້ວ.

ແຕ່​ການ​ກ່າວຫາ ​ແມ່ນ​ໄດ້​ກາຍເປັນ​ຄຳ​ຖາມ​ຂຶ້ນ​ມາຕ່າງໆນາໆ ກ່ຽວ​ກັບການ​ແຜ່ຫຼາຍ,
ຫຼັກສິນທຳ ແລະ ຄວາມຖືກຕ້ອງຕາມກົດໝາຍຂອງການປະພຶດທີ່ມີຄວາມສ່ຽງຂອງ
ພວກຄົນໄວໜຸ່ມ. ຄວາມສະໜຸກສະໜານ ໃນການດື່ມເຫຼົ້າແລະ ການລວນລາມທາງ
ເພດໃນບັນດານັກຮຽນມັດທະຍົມ ໄດ້ປ່ຽນແປງຫຼາຍບໍ ໃນຊຸມປີທີ່ຜ່ານມາ?

ນາງ ອາ​ເລ​ຢາ ແມັກ​ອິນ​ທອ​ສ (Alayah McIntosh) ຜູ້​ທີ່​ໄດ້​ຮຽນ​ຈົບ​ໃນ​ເດືອນ​ພຶ​ດ​ສະ​
ພາ 2018 ຈາກວິທະຍາຄານ ນໍຟອກ (Norfolk) ໃນລັດເວີຈິເນຍ ກ່າວວ່າ “ປົກກະຕິ
ມັນຈະເກີດຂຶ້ນຢູ່ບ້ານຂອງນັກຮຽນຄົນໃດຄົນນຶ່ງ, ເວລາພໍ່ແມ່ເຂົາເຈົ້າບໍ່ຢູ່.” ນາງ
ແມັກອິນທອສ ໄດ້ອະທິບາຍເຖິງສະຖານະການທີ່ ຄືກັບເຫດການນຶ່ງ ໃນເຂດຊານ
ເມືອງນະຄອນຫຼວງ ວໍຊິງຕັນ ເຊິ່ງທ່ານ ຄາແວນໍ ແລະ ທ່ານນາງ ຝອດ ໄດ້ໄປຮ່ວມງານ
ປາຕີ້ໄວລຸ້ນທີ່ບໍ່ມີຜູ້ໃຫຍ່ຄວບຄຸມ.

ນາງ ແມັກ​ອິນ​ທອ​ສ ​ກ່າວ​ວ່າ “ປົກ​ກະ​ຕິ, ມັນ​ຈະ​ມີ​ພວກ​ເດັກ​ນ້ອຍ​ຫຼິ້ນ​ຢູ່ນອກ​ເຮືອນ, ໃນ​
ທົ່ວເຮືອນ. ບາງເທື່ອ, ມັນຈະມີການມົ້ວສຸມທາງເພດຢູ່ໃນຫ້ອງຕ່າງໆຂອງເຮືອນ.”

ບັນ​ດາ​ນັກ​ຊ່ຽວ​ຊານ​ເວົ້າ​ວ່າ ແທ້​ຈິງ​ແລ້ວ, ການ​ປະ​ພຶດ​ແນວ​ນັ້ນ​ ແມ່ນ​ໄດ້ຫຼຸດ​ລົງ​ແດ່, ແຕ່​
ພຽງໜ້ອຍດຽວ. ການດື່ມເຫຼົ້າຂອງພວກເດັກນ້ອຍ ອາຍຸ 12 ຫາ 20ປີ ແມ່ນໄດ້ຫຼຸດລົງ
ເປັນລຳດັບໃນລະຫວ່າງປີ 1993 ແລະ 2013, ອີງຕາມການສຳຫຼວດແຫ່ງຊາດ ກ່ຽວກັບ
ການໃຊ້ຢາເສບຕິດ ແລະ ສຸຂະພາບ.

ສະ​ຖິ​ຕິ ກ່ຽວ​ກັບ ຄວາມ​ຮຸນ​ແຮງ​ທາງ​ເພດ​ແມ່ນ​ບໍ່ຈະ​ແຈ້ງ​ປານໃດ. ອົງ​ການຕໍ່​ຕ້ານການ​
ຂົ່ມຂືນ, ລວນລາມທາງເພດ ແລະ ການຮ່ວມເພດຂອງຄົນທີ່ໃກ້ຊິດກັນ ຫຼື Rainn ໄດ້
ກ່າວວ່າ ຄວາມຮຸນແຮງທາງເພດໄດ້ຫຼຸດລົງເຄິ່ງນຶ່ງ ໃນ 20 ປີທີ່ຜ່ານມາ. ແຕ່ການສຶກສາ
ໂດຍສະຖາບັນ ຕຸລາການ ແຫ່ງຊາດ ໄດ້ສະເໜີວ່າ ການລາຍງານ ກ່ຽວກັບ ການຂົ່ມຂືນ
ຕໍ່ຕຳຫຼວດໃນເວລາທີ່ມັນໄດ້ເກີດຂຶ້ນໄດ້ກາຍເປັນເລື່ອງປົກກະຕິໃນສອງສາມທົດສະ
ວັດນີ້.

ອີກ​ຄວາມ​ສ່ຽງ​ນຶ່ງ​ ສຳ​ລັບ​ພວກ​ເດັກ​ຍິງ ແລະ ແມ່​ຍິງ​ໄວ​ໜຸ່ມ ແມ່ນ​ການ​ຖືກວາງ​ຢາ​ເພື່ອ​
ລວນລາມທາງເພດ. ເຄື່ອງດື່ມມຶນເມົາ ແມ່ນຖືກນຳມາໃຊ້, ປົກກະຕິຈະແມ່ນເຫຼົ້າ, ຫຼື
ສາມາດໃສ່ຢາລົງໄປທີ່ເອີ້ນວ່າ ຢານອນຫຼັບ, ຫຼືຮູ້ໃນອີກຊື່ນຶ່ງວ່າ “ຢາກ່ອມປະສາດ.”

ນາງ ແມັກ​ອິ​ນ​ທອ​ສ ໄດ້​ອະ​ດິ​ບາຍ​ເຖິງ​ຜູ້​ຍິງ​ທີ່​ຖືກມອມ​ຢາ, ຫຼື ຖື​ກ​ຢາ​ກ່ອມປະ​ສາດ ເພື່ອ​
ການຍິນຍອມຂອງລາວຢູ່ງານປາຕີ້ຢູ່ເຮືອນນັ້ນ.

ນາງ ແມັກ​ອິນ​ທອ​ນ ເວົ້າ​ວ່າ “ລາວ​ຄິດ​ວ່າ​ລາວ​ໄດ້​ເຝົ້າ​ເບິ່ງ​ນ້ຳດື່ມ​ຂອງ​ລາວ​ຕະຫຼອດ​ຄືນ,
ແຕ່ໃນທີ່ສຸດລາວກໍຖືກມອມຢາກ່ອມປະສາດ. ພວກເຮົາບໍ່ເຄີຍຮູ້ເລີຍ ວ່າແມ່ນໃຜເປັນ
ຄົນເຮັດ. ລາວບໍ່ໄດ້ກິນເຫຼົ້າຫຼາຍເລີຍ. ມັນຄືກັບວ່າ, ເປັນເຫຼົ້າຈອກທີສອງຂອງລາວ.
ລາວຄິດວ່າລາວບໍ່ເປັນຫຍັງ, ແຕ່ຫຼັງຈາກນັ້ນ ລາວກໍເລີ່ມເຊໄປມາ, ແລະ ສຸດທ້າຍກໍ
ໝົດສະຕິ.”

ທ້າວ ເນດ ທິນ​ໄບ​ທ໌, ຜູ້​ທີ່​ໄດ້​ເຂົ້າ​ໂຮງ​ຮຽນ​ມັດ​ທະ​ຍົມ ຈອນ ເອັ​ຟ ເຄັນ​ເນ​ດີ ໃນ​ເມືອງ
ເກລັນມອນທ໌, ລັດແມຣີແລນ, ແລະ ເປັນປະທານຂອງການປົກຄອງນັກຮຽນໃນທົ່ວ
ເມືອງ ມັອນໂກເມີຣີ ໄດ້ກ່າວວ່າ “ວັດທະນະທຳຂອງງານປາຕີ້ໂຮງຮຽນມັດທະຍົມ
ແມ່ນຂ້ອນຂ້າງຈະຄືກັບວັດທະນະທຳການປາຕີໃນມະຫາວິທະຍາໄລ, ໃນຂະນະດຽວ
ກັນ ກໍມີການດື່ມຂອງມຶນເມົາກັນຢ່າງຫຼວງຫຼາຍເຊັ່ນກັນ.”

ທ່າ​ນ​ນາງ ຝອດ ໄດ້​ສະ​ລະ​ພາບ​ຕໍ່​ຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ ສະ​ພາ​ສູງ ໃນ​ສອງ​ສັບ​
ປະດາທີ່ຜ່ານມາວ່າ ລາວຢ້ານວ່າທ່ານ ຄາແວນໍ “ຈະຂ້າລາວຕາຍໂດຍບັງເອີນ” ໃນລະ
ຫວ່າງເຫດການທີ່ຖືກກ່າວຫາວ່າໄດ້ເກີດຂຶ້ນໃນປີ 1982 ນັ້ນ. ການໃຫ້ປາກຄຳຂອງ
ທ່ານນາງ ໄດ້ເຮັດໃຫ້ພວກເດັກຍິງ ແລະ ແມ່ຍິງອອກມາເວົ້າ ກ່ຽວກັບ ເລື່ອງຂອງເຂົາ
ເຈົ້າເອງຫຼາຍຂຶ້ນ.

ນາງ ອາ​ນັນ​ຢາ ທາ​ດີ​ຄອນ​ດາ, ຕົວ​ແທນ​ນັກ​ຮຽນ​ໃນ​ຄະ​ນະ​ກຳ​ມະ​ການ​ການ​ສຶກ​ສາ​ເມືອງ
ມັອນໂກເມີຣີ ໃນລັດ ແມຣີແລນ ກ່າວວ່າ ວັດທະນະທຳງານປາຕີ້ ແລະ ພຶດຕິກຳຂອງ
ພວກຜູ້ຊາຍ ທີ່ໄດ້ອະທິບາຍໂດຍທ່ານນາງ ຝອດ ແມ່ນບໍ່ໄດ້ມີການເຜີຍແຜ່ໃນໂຮງຮຽນ
ເອກະຊົນຫຼາຍທໍ່ໃນໂຮງຮຽນລັດ.

​ນາງ ທາ​ດີ​ຄອນ​ດາ ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ວ່າ “ວັດ​ທະ​ນະ​ທຳ​ການ​ລວນ​ລາມ ​ແມ່ນກວ້າງ​
ຂວາງຫຼາຍ.” ມັນຈະເຮັດໃຫ້ລາວປະຫຼາດໃຈ, ລາວເວົ້າວ່າ, ຖ້າເດັກຍິງອອກມາລາຍ
ງານ ກ່ຽວກັບ ການລວນລາວເຂົາເຈົ້າຫຼາຍຂຶ້ນ. “ໂດຍສະເພາະຖ້າມັນແມ່ນເດັກຍິງ
ໜຸ່ມທີ່ມີອາຍຸຊ່ຳຂ້າພະເຈົ້າ.”

ນາງ​ໄດ້​ກ່າວ​ຕື່​ມວ່າ “ຍ້ອນ​ວ່າ​ຈາກ​ໃຈ​ຈິງ​ແລ້ວ, ມັນ​ໃຊ້​ເວ​ລາຫຼາຍ​ຂະ​ໜາດນີ້ສຳ​ລັບ​
ທ່ານນາງ ຝອດ ທີ່ຈະອອກມາເວົ້າ, ແລະ ນັ້ນກໍແມ່ນຍ້ອນວ່າມັນມີການປະນາມດັ່ງ
ກ່າວຢູ່ໃນສັງຄົມ ແລະ ວັດທະນະທຳການກ່າວຫາຜູ້ຖືກເຄາະຮ້າຍທີ່ຍັງມີຢູ່.”

ອີງ​ຕາມ​ສູນ​ກາງ​ ເພື່ອ​ການ​ຄວບ​ຄຸມ​ພະ​ຍາດ ແລະ ການ​ປ້ອງ​ກັນ ນັ້ນ, ການ​ດື່ມ​ຂອງ​
ມຶນເມົາກ່ອນບັນລຸນິຕິພາວະ, ເຊິ່ງແມ່ນອາຍຸ 12-20 ປີ, ມີ 11 ເປີເຊັນຂອງການດື່ມ
ເຫຼົ້າທັງໝົດໃນ ສະຫະລັດ. ການດື່ມເຫຼົ້າເກີນຂະໜາດ ແມ່ນມີປະມານ 4,300 ຄົນ
ແຕ່ລະປີໃນ ສະຫະລັດ.

ນາງ ອີ​ຊາ​ແບ​ລ ຄາ​ເບ​ຊາ​ສ, ອະ​ດີດ​ນັກ​ຮຽນ​ຢູ່​ໂຮງ​ຮຽນ ໂຮ​ລ​ຕັນ ອາມ​ສ໌ ​ກ່າວ​ວ່າ “ຂ້າ​
ພະເຈົ້າຮູ້ວ່າມີເດັກນ້ອຍອາຍຸຊ່ຳຂ້າພະເຈົ້າທີ່ກິນເຫຼົ້າ.” ນາງ ຄາເບ​ຊາ​ສ ໄດ້​ເລືອກທາງ
ທີ່ຈະບໍ່ດື່ມເຫຼົ້າຈົນຮອດອາຍຸເຂົ້າມະຫາວິທະຍາໄລ, ແຕ່ລາວໄດ້ເວົ້າວ່າ ໝູ່ຂອງລາວ
ຫຼາຍຄົນໄດ້ດື່ມ, ແລະ ລາວມັກຈະຖືກປະຖິ້ມ ຍ້ອນປະຕິເສດບໍ່ກິນຮ່ວມກັນ.

ນາງ​ໄດ້​ເວົ້າ​ວ່າ “ຂ້າ​ພະ​ເຈົ້າ​ຈື່​ໄດ້​ເຫດ​ການ​ນຶ່ງ ເຊິ່ງ​ຂ້າ​ພະ​ເຈົ້າ​ບໍ່ໄດ້​ຖືກ​ເຊີນ​ໄປ​ຮ່ວມ​ງານ​
ປາຕີ ຍ້ອນວ່າຂ້າພະເຈົ້າບໍ່ຢາກກິນເຫຼົ້າ.

ຄວາມ​ຊົງ​ຈຳ ກ່ຽວ​ກັບ ວັດ​ທະ​ນະ​ທຳ​ການ​ດື່ມ​ຂອງ​ມຶນ​ເມົາ​ຢູ່​ໂຮງ​ຮຽນ​ຂອງ​ລາວ ໄດ້​ສະ​
ໜັບສະໜູນໃຫ້ລາວເຊື່ອການໃຫ້ປາກຄຳຂອງທ່ານນາງ ຝອດ, ເຊິ່ງເຮັດໃຫ້ລາວມີ
ຄວາມຫວັ່ນໄຫວຫຼາຍ ໃນເວລາທີ່ລາວໄດ້ຢູ່ໃນຫໍລັດຖະສະພາ ແຄັບປິຕອລ ຂອງ ສະ
ຫະລັດ ພ້ອມກັບພວກປະທ້ວງຄົນອື່ນໆ. ພວກຕອບໂຕ້ຕ້ານຜູ້ປະທ້ວງກໍຢູ່ທີ່ນັ້ນເຊັ່ນ
ກັນ, ເພື່ອສະໜັບສະໜູນທ່ານ ຄາແວນໍ.

ນາງ ຄາ​ເບ​ຊາ​ສ ໄດ້​ກ່າວ​ວ່າ “ການ​ກ່າວ​ອ້າງ​ທັງ​ໝົດ​ຂອງ​ທ່ານ​ນາງ​ແມ່ນ​ໜ້າ​ເຊື່ອ​ຖືຫຼາຍ.
ສະນັ້ນຂ້າພະເຈົ້າຈຶ່ງຢາກໄປສະໜັບສະໜູນເພິ່ນ ເພາະວ່າ ຂ້າພະເຈົ້າຄິດວ່າ ແນ່ນອນ
ມັນໄດ້ຖືກພິຈາລະນາເປັນການເຄື່ອນໄຫວທາງການເມືອງໃນນາທີສຸດທ້າຍ. ແຕ່ເມື່ອ
ເຈົ້າຖອຍຫຼັງກ້າວນຶ່ງ ແລະ ພິຈາລະນາວ່າ ເພິ່ນໄດ້ເລີ່ມຂຽນຈົດໝາຍນີ້ຫາສະມາຊິກສະ
ພາຕ່ຳຂອງເພິ່ນ ກ່ອນທີ່ເຂົ້າເຈົ້າຈະໄດ້ປະກາດວ່າທ່ານ ຄາແວນໍ ໄດ້ເປັນຜູ້ຖືກສະເໜີ
ຊື່ນັ້ນ, ຂ້າພະເຈົ້າບໍ່ຄິດວ່າມັນຈະເປັນການເຄື່ອນໄຫວທາງການເມືອງໃນນາທີສຸດທ້າຍ
ເລີຍ.”

ອ່ານ​ລາຍ​ງານນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຄວາມເຫັນຂອງທ່ານ

ສະແດງຄວາມເຫັນໃຫ້ເບິ່ງ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG