ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມຂັດແຍ້ງ​ ກ່ຽວ​ກັບ ທ່ານ​ຄາ​ແວ​ນໍ ​ພາ​ໃຫ້​ເກີດ​ ການ​ແບ່ງ​ແຍກ ລະ​ຫວ່າງ ສອງ​ພັກ​ການ​ເມືອງ ຍິ່ງເລິກ​ລົງໄປ​ອີກ


Kavanaugh Controversy Deepens Division Between Parties
please wait

No media source currently available

0:00 0:02:43 0:00

ຄວາມຂັດແຍ້ງ​ກ່ຽວ​ກັບຜູ້ຖືກສະເໜີ ໃຫ້ເປັນຜູ້ພິພາກສາສານສູງສຸດສະຫະລັດ ​ຂອງປະ
​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ຍັງມີຢູ່​ສືບ​ຕໍ່ມາໃນ​ຂະ​ນະ​ທີ່​ ບັນ​ດາ​ສະ​ມາ​ຊິກ​
ສະ​ພາ​ສູງ​ສະ​ຫະ​ລັດ ພວມລໍ​ຖ້າລາຍ​ງານ​ຈາກ​ອົງ​ການ ສັນຕິບານກາງສະຫະລັດ ຫຼື FBI
ເລື້ອງ​ຂໍ້​ກ່າວ​ຫາໃນ​ອະ​ດີດ ​ກ່ຽວກັບຄວາມ​ປະ​ພຶດ​ທີ່​ບໍ່​ເໝາະ​ສົມ​ ຂອງທ່ານແບຣັດ
ຄາແວນໍ ຢູ່ນີ້. ບັນ​ດາ​ສະ​ມາ​ຊິ​ກສະ​ພາ​ສູງພັກ​ຣີ​ພັບບ​ລິ​ກັນ ກັບ​ພັກ​ເດ​ໂມ​ແຄ​ຣັດ ໄດ້ປະ​ທະ​
ກັນ ໃນ​ວັນ​ອັງ​ຄານ​ວານ​ນີ້ ກ່ຽວກັບການ​ຊັກ​ຊ້າ ໃນ​ການ​ລົງ​ຄະ​ແນນ​ສຽງ​ແຕ່ງຕັ້ງ​ທ່ານ
ຄາແວນໍ. ຊ​ລາ​ຕິ​ກາ ໂຮກ ນັກ​ຂ່າວຂອງວີ​ໂອ​ເອ ມີ​ລາຍ​ງານ​ຂອງ​ເລື້ອງ​ນີ້ ຊຶ່ງວັນ​ນະ​ສອນ
ຈະ​ນຳ​ລາຍ​ລະ​ອຽດ​ມາ​ສະ​ເໜີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

​ຜູ້​ນຳ​ສຽງ​ສ່ວນ​ຫຼາຍ​ຂອງ​ສະ​ພາ​ສູງ ທ່ານມິ​ຈ໌ ເມັກ​ຄາ​ແນ​ລ ໄດ້​ກ່າວ​ຫາ​ພັກ​ເດ​ໂມ​ແຄ​ຣັດ
ໃນ​ວັນ​ອັງ​ຄານ​ວານ​ນີ້ວ່າ ​ເຮັດ​ທຸກວິ​ທີ​ທາງໂດຍປາດ​ສະ​ຈາກ​ເຫດ​ຜົນ​ທີ່​ບໍ່​ໜັກແໜ້ນ​
ເພື່ອຄັດ​ຂວາງ​ການ​ແຕ່ງ​ຕັ້ງຜູ້​ຖືກ​ສະ​ເໝີ​ຊື່ ທ່ານຄາແວນໍ.

ທ່ານມິ​ຈ໌ ເມັກ​ຄາ​ແນ​ລ ຜູ້​ນຳ​ສຽງ​ສ່ວນ​ຫຼາຍ​ຂອງ​ສະ​ພາ​ສູງ ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ
ຈາກ​ລັດເຄັນທັກ​ກີ ກ່າວ​ວ່າ “ບໍ່​ດົນ ​ຫຼັງ​ຈາກ​ຈົດ​ໝາຍ​ລັບຂອງດ​ຣ. ຄ​ຣິດ​ຕັນ ແບ​ລ​ຊີ
ຟອ​ຣ໌ດ ໄດ້​ໄປ​ເຖິງ​ສື່ມວນຊົນ​ແລ້ວ​, ກໍເກີດ​ມີ​ຮອຍ​ດ່າງ​ພ້ອຍ ທີ່​ນຳ​ໄປ​ສູ່​ການ​ເປີດ​
ເຜີຍເລື້ອງ​ທັງ​ໝົດຂອງ​ທ່ານແບຣັດ ຄາແວນໍແລະ​ຄອບ​ຄົວ​ຂອງ​ເພິ່ນ. ​ອອກ​ມາ​ຈາກ
ປ່າທຶບຕໍ່ມາອີກ ກໍມີ​ການກ່າວ​ຫາອື່ນໆ​ ​ແບບບໍ່ມີ​ການ​ປະ​ສານ​ງານ​ກັນ, ທັງເບິ່ງ​ຄື​ວ່າ
ຍິ່ງ​ຮ້າຍແຮງໄປ​ກວ່າ​ອັນ​ກ່ອນ​.”

ປະທານາທິບໍດີ ດໍໂນລ ທຣຳ ກ່າວໃນກອງປະຊຸມຖະແຫຼງຂ່າວ ກ່ຽວກັບຂໍ້ຕົກລົງການຄ້າ ລະຫວ່າງສະຫະລັດ ການາດາ ແລະເມັກຊິໂກ ແລະການສະເໜີຊື່ທ່ານຄາເວນໍ ໃຫ້ເປັນຜູ້ພິພາກສາສານສູງສຸດສະຫະລັດ ໃນສວນກຸຫຼາບ ທີທຳນຽບຂາວ, 01 ຕຸລາ 2018 ໃນວໍຊີງຕັນ.
ປະທານາທິບໍດີ ດໍໂນລ ທຣຳ ກ່າວໃນກອງປະຊຸມຖະແຫຼງຂ່າວ ກ່ຽວກັບຂໍ້ຕົກລົງການຄ້າ ລະຫວ່າງສະຫະລັດ ການາດາ ແລະເມັກຊິໂກ ແລະການສະເໜີຊື່ທ່ານຄາເວນໍ ໃຫ້ເປັນຜູ້ພິພາກສາສານສູງສຸດສະຫະລັດ ໃນສວນກຸຫຼາບ ທີທຳນຽບຂາວ, 01 ຕຸລາ 2018 ໃນວໍຊີງຕັນ.

ແຕ່​ວ່າ ແມ່ນທ່ານເມັກ​ຄາ​ແນ​ລເອງ ທີ່​ເປັນ​ຜູ້​ກີດ​ກັນຜູ້​ທີ່​ຖືກ​ສະ​ເໜີ​ຊື່ແຕ່ງ​ຕັ້ງ​ໃຫ້​ເປັນ
​ຜູ້​ພິ​ພາກ​ສາ​ສານ​ສູງ​ສຸດ​ສະ​ຫະ​ລັດ ​ຂອງອະ​ດີດ​ປະທາ​ນາ​ທິ​ບໍ​ດີບາ​ຣັກ ໂອ​ບາ​ມາ
ໃນ​ປີ 2016.

ທ່ານ​ຊັກ ຊູເມີ​ຣ໌ ຜູ້​ນຳ​ສຽງ​ສ່ວນ​ໜ້ອຍ​ໃນ​ສະພາ​ສູງ ຈາກ​ລັດ​ນິວຢອກ ກ່າວ​ວ່າ
“ການ​ກ່າວ​ຫາ​ພັກ​ເດ​ໂມ​ແຄ​ຣັດ ທີ່​ວ່າເຮັດໃຫ້​ຊັກ​ຊ້າໂດຍບໍ່​ຈຳ​ເປັນ​ສຳລັບການສະເໜີ
ຊື່ຜູ້​ພິ​ພາກ​ສາ​ສານ​ສູງ​ສຸດ​ສະ​ຫະ​ລັດ ແມ່ນ​ເປັນເລື້ອງອັບອາຍ ເປັນເລື້ອງເຫັນແກ່ຕົວ
ທີ່​ມາ​ຈາກ​ຜູ້​ນຳ ທີ່ຊັກ​ຊ້າການແຕ່ງຕັ້ງຜູ້​ທີ່​ຖືກ​ສະ​ເໜີ​ຊື່​ໃຫ້​ເປັນ​ຜູ້​ພິ​ພາກ​ສາ​ສານ
​ສູງ​ສຸດ ມາ​ໄດ້ 300 ມື້ແລ້ວ, ຈົນ​ເຖິງມື້ທີ່ ພັກ​ຂອງ​ເພິ່ນ ໄດ້​ມີ​ໂອ​ກາດ​ເຂົ້າໄປຢູ່
​ທຳ​ນຽບ​ຂາວ.”

ຜູ້​ນຳ​ສຽງ​ສ່ວນ​ໜ້ອຍ​ໃນ​ສະພາ​ສູງ ທ່ານ​ຊັກ ຊູມ​ເມີ​ຣ໌ ກ່າວ​ວ່າ ນຶ່ງ​ສັບ​ປະ​ດາ​ທີ່​ຊັກ​ຊ້າ
​ໄປ ໃນ​ການ​ລົງ​ຄະ​ແນນ​ສຽງເລືອກ​ເອົາ​ທ່ານຄາແວນໍ ເປັນ​ພຽງ​ເລື້ອງ ທີ່​ເປັນໄປ​ໄດ້
ກໍເພາະ​ວ່າ ສະ​ມາ​ຊິກ​ພັກ​ຣີ​ພັບ​ບ​ລີ​ກັນ​ບາງ​ທ່ານ ກໍມີ​ຄວາມ​ຮູ້​ສຶກວ່າການ​ກ່າວ​ຫາ
​ທ່ານຄາແວນໍແມ່ນ​ເປັນ​ເລື້ອງ​ຮ້າຍແຮງພໍ ທີ່​ຈະ​ໃຫ້​ມີ​ການ​ສືບ​ສວນຂອງ​ອົງ​ການ FBI
ຊຶ່ງທ່ານແຈັຟເຟ​ລັ​ຄ ຈາກ​ລັດ​ອາ​ຣີ​ໂຊ​ນາ ແມ່ນເປັນ​ນຶ່ງ​ໃນ​ຈຳນວນນັ້ນ.

ທ່ານແຈັຟ ເຟ​ລັ​ຄ ສະ​ມາ​ຊິກ​ສະ​ພາ​ສູງ ຈາກ​ລັດ​ອາ​ຣີ​ໂຊ​ນາ ກ່າວ​ວ່າ “ຂ້າ​ພະ​ເຈົ້າ
ພຽງແຕ່​ຫວັງ​ວ່າ ພວກ​ເຮົາຈະ​ຊອກ​ຫາ​ຄວາມ​ຈິງໄດ້ ແລະ​ຂ້າ​ພະ​ເຈົ້າຢາກ​ເປີດ
ກວ້າງ ຄື​ກັບຕອນ​ທີ່​ຂ້າ​ພະ​ເຈົ້າ​ຮັບ​ຟັງ​ຄຳໃຫ້​ການ​ນັ້ນ ແລະ​ພວກ​ເຮົາກໍ​ຈະລໍ​ຖ້າ​
ເບິ່ງວ່າ ພວກ​ເຂົາ​ເຈົ້າ​ຈະ​ໄດ້ຫຍັງມາໃຫ້ເບິ່ງ. ຂ້າ​ພະ​ເຈົ້າ​ບໍ່​ຢາກລົງຄວາມເຫັນ​
ໄປ​ກ່ອນ​.”

ຜູ້ທີ່ຖືກສະເໜີຊື່ແຕ່ງຕັ້ງໃຫ້ເປັນຜູ້ພິພາກສາສານສູງສຸດສະຫະລັດ ທ່ານແບຣັດ ຄາແວນໍ ເຂົ້າສາບານຕົວ ໂດຍປະທານ ທ່ານຊັກ ກຣາສຊີ ສັງກັດພັກຣີພັບບລີກັນ ຈາກລັດໂອໂອວາ ກ່ອນໜ້າການໃຫ້ປາກຄຳ ຕໍ່ຄະນະກຳມະການຕຸລາການຂອງສະພາສູງ, 27 ກັນຍາ 2018 ໃນລັດຖະສະພາ ທີ່ວໍຊີງຕັນ.
ຜູ້ທີ່ຖືກສະເໜີຊື່ແຕ່ງຕັ້ງໃຫ້ເປັນຜູ້ພິພາກສາສານສູງສຸດສະຫະລັດ ທ່ານແບຣັດ ຄາແວນໍ ເຂົ້າສາບານຕົວ ໂດຍປະທານ ທ່ານຊັກ ກຣາສຊີ ສັງກັດພັກຣີພັບບລີກັນ ຈາກລັດໂອໂອວາ ກ່ອນໜ້າການໃຫ້ປາກຄຳ ຕໍ່ຄະນະກຳມະການຕຸລາການຂອງສະພາສູງ, 27 ກັນຍາ 2018 ໃນລັດຖະສະພາ ທີ່ວໍຊີງຕັນ.

ສັບ​ປະ​ດາ​ທີ່​ແລ້ວ​ນີ້ ​ບັນ​ດາສະ​ມາ​ຊິກ​ສະ​ພາ​ສູງໄດ້​ຟັງ​ການໃຫ້​ປາກ​ຄຳ ຂອງຜູ້​ພິ​ພາກ​ສາ​ສານຄາແວນໍ ແລະ​ຜູ້​ກ່າວ​ຫາ​ຫຼັກ ຄືທ່ານ​ນາງ ຄ​ຣິດ​ຕັນ ແບ​ລ​ຊີ ຟອ​ຣ໌ດ. ຄຳ​ໃຫ້​ການ​ຂອງ​ທ່ານນາງ ສ່ວນ​ໃຫຍ່​ແລ້ວ ແມ່ນເຊື່ອ​ຖື​ໄດ້. ແຕ່​ວ່າ ປະທານາທິບໍດີ ດໍໂນລ ທຣຳ ໃນ​ວັນ​
ອັງ​ຄານ​ວານ​ນີ້ ໄດ້​ຕຳ​ໜິ​ຕິ​ຕຽນ​ຄວາມເອົາ​ໃຈໃສ່ ຕໍ່​ຂໍ້​ກ່າວ​ຫາທັງ​ຫຼາຍທີ່​ບໍ່ສອດຄ່ອງ​ກັນ​ນັ້ນ.

ປະທານາທິບໍດີ ດໍໂນລ ທຣຳ ກ່າວ​ວ່າ “ທ່ານ ອາດຈະ​ເປັນ​ຜູ້​ໃດ​ນຶ່ງ​ທີ່​ດີ​ເລີດວິ​ເສດ​ໃນ​
ທັງ​ໝົດ​ໃນຊີ​ວິດ​ຂອງທ່ານກໍເປັນໄດ້, ແຕ່ກໍຍັງຈະ​ມີ​ບາງ​ຄົນ ທີ່​ກ່າວ​ຫາ​ທ່ານ ໃນ​ເລື້ອງ​
ໃດເລື້ອງ​ນຶ່ງ. ບໍ່​ຈຳ​ເປັນ​ວ່າຈະ​ແມ່ນ​ເລື້ອງ​ຜູ້​ຍິງ​ກໍໄດ້, ແລະໃນທັນທີທັນໃດ ​ທ່ານກໍ
ຈະຖືກພົບວ່າ​ມີ​ຄວາມ​ຜິດຢ່າງອັດ​ຕາ​ໂນ​ມັດ. ແຕ່ໃນກໍລະນີນີ້ ແມ່ນວ່າທ່ານມີ​ຄວາມ​
ຜິດແທ້ຈົນກວ່າວ່າ ຈະມີການ​ພິ​ສູດໄດ້ ​ວ່າ​ທ່ານ​ບໍ​ລິ​ສຸດ. ນັ້ນ​ມັນຈັ່ງແມ່ນ​ເລື້ອງ​ທີ່ຊົ່ວ​
ຮ້າຍແທ້ໆທີ່​ກຳ​ລັງ​ເກີດ​ຂຶ້ນ ຢູ່​ໃນ​ຕອນ​ນີ້.”

​ພວກທີ່​ຕຳ​ໜິ​ຕິ​ຕຽນທ່ານຄາແວນໍ ​ແມ່ນ​ມີຮວມ​ທັງອະ​ດີດລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ
ທ່ານ​ນາງ​ຮິ​ລ​ລາ​ຣີ ຄ​ລິນ​ຕັນ ທີ່​ສະ​ແດງວ່າ ເພິ່ນບໍ່​ເໝາະ​ສົມ ໃນການ​ທີ່ຈະເປັນຜູ້ພິພາກ
ສາສານສູງສຸດໃນອະນາຄົດ.

ທ່ານ​ນາງ​ຮິ​ລ​ລາ​ຣີ ຄ​ລິນ​ຕັນ ກ່າ​ວວ່າ “ມັນ​ແມ່ນ​ສິ່ງ​ທີ່​ຕ້ອງໄດ້​ຊອກ​ຮູ້ ​ໃນ​ລະ​ບົບ​ຕຸ​ລາ​
ການ, ທ່ານ​ກໍຮູ້​ວ່າ ພວກ​ຜູ້​ຄົນທີ່ສາມາດ​ມວາງກົດ​ລະ​ບຽບ​ວີ​ໄນ ໃສ່ໂຕ​ເອງ.”

ໃນ​ການ​ໃຫ້​ປາກ​ຄຳ ໃນ​ສັບ​ປະ​ດາ​ທີ່​ແລ້ວ​ນີ້ ຂອງທ່ານຄາແວນໍ ໄດ້ກ່າວ​ວ່າ ທ່ານ​ໄດ້ຕົກ
ເປັນ​ຜູ້​ຮັບ​ເຄາະ ໃນ​ການ “ການແກ້​ແຄ້ນ​ຄືນ ແທນທ່ານ​ນາງ​ຄ​ລິນ​ຕັນ” ລຸນຫຼັງ​ການ
​ປະ​ລາ​ໄຊ​ໃນການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ​ປີ 2016 ແລະ​ບົດ​ບາດ​ຂອງ​ເພິ່ນ
ໃນ​ການ​ສືບ​ສວນ​ປະ​ທາ​ນາ​ທິ​ບໍ​ດີ​ບິ​ລ ຄ​ລິນ​ຕັນ ໃນ​ຊຸມປີ 1990.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

Kavanaugh Controversy Deepens Division Between Parties
please wait

No media source currently available

0:00 0:02:43 0:00

XS
SM
MD
LG