ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປ. Karzai ຮຽກຮ້ອງ ໃຫ້ສະພາ Loya Jirga ຮັບຜ່ານ ຂໍ້ຕົກລົງ ກັບ ສຫລ (ວີດີໂອ)


ປ. Hamid Karzai ແຫ່ງອັຟການິສຖານ ກ່າວໄຂກອງປະຊຸມ Loya Jirga, ທີ່ກຸງຄາບູລ.
ວັນທີ 21, 2013.
ປ. Hamid Karzai ແຫ່ງອັຟການິສຖານ ກ່າວໄຂກອງປະຊຸມ Loya Jirga, ທີ່ກຸງຄາບູລ. ວັນທີ 21, 2013.
ປະທານາທິບໍດີ Hamid Karzai ​ແຫ່ງ​ອັຟກາ​ນິສຖານ ​ໄດ້​ຮຽກ
​ໃຫ້​ເປີດກອງ​ປະຊຸມ​ພວກຜູ້ນຳ​ອາວຸ​ໂສ​ອັຟກາ​ນິສຖານ ​ໃຫ້​ຮັບ
​ຜ່ານ​ຂໍ້​ຕົກລົງ​ດ້ານ​ຄວາມ​ປອດ​ໄພ​ສະ​ບັບນຶ່ງ​ກັບ​ສະຫະລັດ ໂດຍ
​ກ່າວ​ວ່າ ຂໍ້​ຕົກລົງ​ດັ່ງກ່າວ​ຈະ​ອະນຸຍາດ​ໃຫ້​ພວກ​ທະຫານ​ຕ່າງ​
ດ້າວ​ຈຳນວນ 10 ຫາ​ 15 ພັນ​ຄົນ ​ຢູ່​ໃນ​ອັຟກາ​ນິສຖານ​ຕໍ່​ໄປ
ຫຼັງ​ຈາກ​ທະຫານ​ກຸ່ມ​ເນ​ໂຕ້​ຖອນ​ອອກ​ໄປ​ໝົດແລ້ວ​ໃນ​ປີ​ໜ້າ​ນີ້.

ຮ່າງຂໍ້​ຕົກລົງ​ດັ່ງກ່າວ​ ທີ່ພິມ​ເຜີຍ​ແຜ່​ທາງ​ຄອມ​ພີ​ວ​ເຕີ ​ໂດຍ​ລັດ
ຖະບານ​ອັຟກາ​ນິສຖານນັ້ນເວົ້າ​ວ່າ ພວກ​ທະຫານ​ສະຫະລັດ​
ຈະສາມາດ​ເຂົ້າ​ໄປ​ຊອກ​ຄົ້ນ​ໃນ​ບ້ານ​ເຮືອນ​ຂອງ​ຊາວ​ອັຟ ກາ​ນິສຖານ​ໄດ້ ​ໃນ​ກໍ​ລະນີ​ພິ​ເສດ​ສຸດ​ເທົ່າ​ນັ້ນ ຊຶ່ງ​ເປັນ​ຈຸດ​ໂຕ້​ຖຽງ​ກັນ​ໃນ​ການ​ເຈລະຈາ​ມາ ເປັນ​ເວລາ​ເກືອບ​ນຶ່ງ​ປີ ກ່ຽວ​ກັບ​ຂໍ້​ຕົກລົງ​ດັ່ງກ່າວ.

​ໃນ​ເວລາ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ກ່ອນ​ກອງ​ປະຊຸມ​ເປີດ ທ່ານ John Kerry ລັດຖະມຸນຕີ​ຕ່າງປະ​ເທດ​ສະຫະລັດ​ປະກາດ​ໃຫ້​ຮູ້​ວ່າ ທັງ​ສອງ​ຝ່າຍ​ໄດ້​ຕົກລົງ​ກັນ​ຂັ້ນ​ສຸດ​ທ້າ​ຍແລ້ວ​ກ່ຽວ​ກັບ​ສົນທິສັນຍາດ້ານ​ຄວາມ​ປອດ​ໄພ​ລະຫວ່າງ​ສອງ​ຝ່າຍນີ້.

ກອງ​ປະຊຸມ​ພວກຜູ້ນຳ​ອາວຸ​ໂສ​ອັຟກາ​ນິສຖານ ທີ່​ເອີ້ນ​ກັນ​ວ່າ “Loya Jirga” ຄາດ​ວ່າ​ຈະ​ທຳການ​ອະພິປາຍ​ກັນ​ເປັນ​ເວລາ 3 ມື້ ກ່ຽວ​ກັບ​ຂໍ້​ຕົກລົງ​ກັນ​ສະບັບ​ນີ້ຊຶ່ງ​ຈະ​ຫຼໍ່​ຫຼອມຮູບ​ຮ່າງ​ຄວາມ​ສຳພັນ​ດ້ານ​ຄວາມ​ປອດ​ໄພ ​ລະຫວ່າງ​ກຸງ​ວໍ​ຊິງ​ຕັນ​ ແລະ​ກຸ​ງຄາ​ບູລ​ໃນ​ອີກ​ຫລາຍ​ປີ​ຕໍ່ ໜ້າ. ກຸ່ມ​ດັ່ງກ່າວ ຈະ​ຕ້ອງ​ຮັບຮອງ​ເອົາ​ຮ່າງ​ຂໍ້​ຕົກລົງ​ດັ່ງກ່າວ ກ່ອນ​ເອກະສານ​ທີ່​ວ່າ​ນີ້ຈະ​ນຳ​ໄປ​ໃຫ້​ລັດຖະສະພາ​ອັຟກາ​ນິສຖານ ​ລົງມະຕິ​ຮັບຮອງ​ເອົາ.

ກອງ​ປະຊຸມພວກ​ຜູ້ນຳອາວຸ​ໂສ​ດັ່ງກ່າວ ສາມາດ​ແກ້​ໄຂ ຫຼື​ປະຕິ​ເສດ​ຕໍ່​ຂໍ້ຄວາມ​ວັກ​ໃດກໍ​ໄດ້​ ໃນ​ຮ່າງ​ຂໍ້​ຕົກລົງ ​ແລະ​ປະຕິ​ເສດ​ຕໍ່​ຂໍ້​ຕົກ​ທັງ​ໝົດ​ ຊຶ່ງ​ການ​ກະທຳ​ເຊັ່ນ​ນີ້ ​ເບິ່ງ​ຄື​ວ່າ ຈະ​ປົກ​ປ້ອງ​ບໍ່​ໃຫ້​ລັດຖະບານ​ອັຟກາ​ນິສຖານ ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ນັ້ນ.


Security Agreement Between Afghanistan and US Proposed
please wait

No media source currently available

0:00 0:01:01 0:00
ລິງໂດຍກົງ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 28 ມີນາ 2024

XS
SM
MD
LG