ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການມາຕັ້ງຖິ່ນຖານທີ່ສໍາເລັດຜົນ ດັ່ງໃຈຫວັງ ໃນ ສຫລ ຂອງຄອບຄົວຍາແມ່ກັນຫາ ສີວິໄຊ


ຍາແມ່ກັນຫາ ສີວິໄຊ ທີ່ນະຄອນ ລອສ ແອນເຈແລັສ, ລັດຄາລິຟໍເນຍ
ຍາແມ່ກັນຫາ ສີວິໄຊ ທີ່ນະຄອນ ລອສ ແອນເຈແລັສ, ລັດຄາລິຟໍເນຍ

ໃນລາຍ​ການຊຸມຊົນລາວ ໃນທະວີບອາເມຣິກາ ຂອງວີ​ໂອ​ເອພາກພາສາລາວ ແລງວັນອາທິດມື້ນີ້ ຍາແມ່ກັນຫາ ສີວິໄຊ ຈາກນະຄອນ ລອສ ແອນເຈີລີສ (Los Angeles) ໃນລັດຄາລີຟໍເນຍ, ທາງພາກຕາເວັນຕົກຂອງ ສະຫະລັດ ຈະມາລົມສູ່ຟັງ ກ່ຽວກັບປະຫວັດຄວາມເປັນມາຂອງຄອບຄົວເພິ່ນ ໃນການມາຕັ້ງຖິ່ນຖານ ຢູ່ສະຫະລັດ ແລະ ຊີວິດການເປັນຢູ່ຂອງຊາວລາວໃນນະຄອນດັ່ງກ່າວຊຶ່ງ ບົວສະຫວັນຈະນຳເອົາບົດສຳພາດມາສະ​ເໜີ​ທ່ານໃນອັນດັບຕໍ່ໄປ.

ຄອບຄົວຂອງຍາແມ່ກັນຫາ ສີວິໄຊ ທີ່ມີລູກ 3 ຄົນ ແລະເຂົ້າມາຕັ້ງຖິ່ນຖານໃນ ສະຫະລັດໃນປີ 1980 ນັ້ນ ເປັນຄອບຄົວນຶ່ງທີ່ຖືໄດ້ວ່າ ເປັນແບບເປັນຢ່າງທີ່ດີ ທັງໃນດ້ານການຮັກສາຮີດຄອງປະເພນີລາວໄວ້ ແລະການສ້າງສາເສດຖະກິດທີ່ ປະສົບຜົນສໍາເລັດສູງໃນນະຄອນລອສແອນເຈີລີສ, ລັດຄາລິຟໍເນຍ.

ຍາພໍ່ອຸດຕະມະ ສີວິໄຊ ແລະຍາແມ່ກັນຫາ ສີວິໄຊ ທີ່ນະຄອນລອສ ແອນເຈີແລສ
ຍາພໍ່ອຸດຕະມະ ສີວິໄຊ ແລະຍາແມ່ກັນຫາ ສີວິໄຊ ທີ່ນະຄອນລອສ ແອນເຈີແລສ

ຍາແມ່ກັນ ຫາ ເປັນຄົນທີ່ມາຈາກເມືອງຊຽງຮ່ອນ ຫົງສາ, ແຂວງໄຊຍະບູລີ, ຢູ່ທາງພາກ ເໜືອຂອງລາວ ແລະໄດ້ຍ້າຍມາຢູ່ບ້ານໂດນ, ເມືອງຫາດຊາຍຟອງ ພາຍຫລັງ ເພິ່ນໄດ້ແຕ່ງງານກັບຍາພໍ່ອຸດຕະມະ ສີວິໄຊ ທີ່ເຮັດວຽກໃຫ້ແກ່ອົງການພັດທະ ນາສາກົນຂອງສະຫະລັດຫລື USAID ແລ້ວ. ເຫດຜົນທີ່ພາໃຫ້ຄອບຄົວຍາແມ່ ກັນຫາ ຕ້ອງຫລົບໜີອອກປະເທດເພື່ອມາຕັ້ງຖິ່ນຖານໃນສະຫະລັດໃນປີ 1979 ນັ້ນສ່ວນໃຫຍ່ແມ່ນຍ້ອນການຜັກດັນຂອງສະພາບການໃນໄລຍະນັ້ນ ຊຶ່ງຍາແມ່ ເວົ້າເຖິງເລື້ອງນີ້ສູ່ຟັງວ່າ:

ຍາພໍ່ອຸດຕະມະ ສີວິໄຊ ແລະຍາແມ່ກັນຫາ ສີວິໄຊ ແລະລູກຫລານ ໃນເຮືອນຂອງພວກເພິ່ນ ທີ່ນະຄອນລອສ ແອນເຈີແລສ
ຍາພໍ່ອຸດຕະມະ ສີວິໄຊ ແລະຍາແມ່ກັນຫາ ສີວິໄຊ ແລະລູກຫລານ ໃນເຮືອນຂອງພວກເພິ່ນ ທີ່ນະຄອນລອສ ແອນເຈີແລສ

ກໍຄ້າຍໆກັນກັບທຸກຄອບຄົວ, ການເລີ້ມຕົ້ນຊີວິດໃໝ່ດ້ວຍສອງຝາມືເປົ່າຂອງອົບພະຍົບ ໃນຕອນມາຕັ້ງຖິ່ນຖານໃໝ່ນັ້ນ ແນ່ນອນ ແມ່ນເຕັມໄປດ້ວຍຄວາມລໍາບາກ ຊຶ່ງຍາແມ່ນເວົ້າເຖິງສະພາບຊີວິດການເປັນຢູ່ ແລະ ການປະກອບອາຊີບ ຂອງສາມີ ແລະ ຂອງເພິ່ນໃນຕອນມາຮອດສະຫະລັດໃໝ່ໆ ນັ້ນສູ່ຟັງວ່າ:

ສະຫະລັດເປັນປະເທດທີ່ກວ້າງໃຫຍ່ໄພສານ, ມີຊື່ລືນາມວ່າ ເປັນດິນແດນແຫ່ງຄວາມຝັນຂອງຊາວໂລກ, ເປັນປະເທດທີ່ໃຫ້ໂອກາດ ແກ່ທຸກຄົນທີ່ມີຄວາມຂະ ຫຍັນໝັ່ນພຽນ ແລະໃຫ້ການຕ້ອນຮັບແກ່ອົບພະຍົບທຸກຊົນຊາດຊົນເຜົ່າຈາກທົ່ວ ໂລກ. ບໍ່ວ່າຈະເປັນໃຜ ແລະມາຈາກໃສຖ້າມີຄວາມດຸໝັ່ນ ແລະສູ້ຊົນແລ້ວສ່ວນຫລາຍ ກໍຈະປະສົບຜົນສໍາເລັດໃນທີ່ສຸດແລະດ້ວຍຄວາມຝັນຢາກໃຫ້ລູກໄດ້ການ ສຶກສາ ແລະອາຊີບທີ່ໝັ້ນນຄົງດີ ຍາແມ່ກັນຫາກໍໄດ້ພະຍາຍາມບຸກບືນຫາເງິນຄໍາ ສົ່ງເສີມລູກໃຫ້ຮໍ່າຮຽນຈົນທຸກຄົນໄດ້ຮຽນຈົບປະລິນຍາຕີ ດັ່ງທີ່ຍາແມ່ເລົ່າເຖິງຄວາມລໍາບາກສູ່ຟັງອີກວ່າ:

ຍາພໍ່ອຸດຕະມະ ສີວິໄຊ ແລະລູກສາວ, ທ່ານນາງ ເອມມິ ສີວິໄຊ, ໄປທ່ອງທ່ຽວທີ່ນະຄອນນີວຢອກ ໃນປີ 2018
ຍາພໍ່ອຸດຕະມະ ສີວິໄຊ ແລະລູກສາວ, ທ່ານນາງ ເອມມິ ສີວິໄຊ, ໄປທ່ອງທ່ຽວທີ່ນະຄອນນີວຢອກ ໃນປີ 2018

ດັ່ງໄດ້ສະເໜີໄປຂ້າງເທິງນັ້ນ ຄອບຄົວຂອງຍາແມ່ກັນຫາ ຖືວ່າ ເປັນຄອບຄົວ ຂອງຄົນລາວອົບພະຍົບທີ່ປະສົບຜົນສໍາເລັດສູງໃນດ້ານການສ້າງເສດຖະກິດ ຄອບຄົວນຶ່ງໃນສະຫະລັດ. ລູກຄົນກາງຂອງເພິ່ນ ກໍຄື ທ່ານນາງ ເອມມີ ຫລືອໍາໄພ ທີ່ໄດ້ອົບພະຍົບເຂົ້າມາຢູ່ໃນສະຫະລັດແຕ່ຕອນອາຍຸ 8 ປີນັ້ນ ຫລັງຈາກຮຽນ ຈົບປະລິນຍາຕີ ແລະເຮັດການຢູ່ໃນບໍລິສັດນໍາເຂົ້າຊຸດເຟີນີເຈີ ໄດ້ຊົ່ວໄລຍະນຶ່ງ ແລ້ວ ກໍໄດ້ອອກມາຕັ້ງບໍລິສັດນໍາເຂົ້າແລະສະໜອງຊຸດເຟີນີເຈີຂອງຕົນເອງໂດຍ ຮ່ວມຮຸ້ນກັບອະດີດເພື່ອນຮ່ວມງານຄົນນຶ່ງ ຢູ່ໃນນະຄອນລອສແອນເຈີ ໃນຕອນ ອາຍຸໄດ້ພຽງແຕ່ 36 ປີ ແລະກໍໄດ້ດໍາເນີນກິດຈະການນໍາເຂົ້າເຟີນີເຈີຈາກຈີນແລະ ຫວຽດນາມເພື່ອສະໜອງໃຫ້ແກ່ໂຮງແຮມ ແລະຮ້ານອາຫານຕ່າງໆມາໄດ້ເກືອບ ຊາວປີແລ້ວ. ສ່ວນລູກຊາຍກົກ ແລະລູກຊາຍຫລ້າກໍເປັນຄະນະບໍລິຫານ ບໍລິ ສັດດັ່ງກ່າວ ແລະທ່ານນາງເອມມີເອງ ກໍໃຫ້ການດູແລ ລ້ຽງດູພໍ່ແມ່ໃຫ້ມີຊີວິດການເປັນທີ່ດີ.

ຍາແມ່ກັນຫາ ສີວິໄຊ ກັບລູກຫລານໃນວັນສະຫລອງຄຣິສມາສ ຢູ່ໃນເຮືອນຂອງລູກສາວເພິ່ນທີ່ນະຄອນ ລອສ ແອນເຈແລັສ, ລັດຄາລິຟໍເນຍ
ຍາແມ່ກັນຫາ ສີວິໄຊ ກັບລູກຫລານໃນວັນສະຫລອງຄຣິສມາສ ຢູ່ໃນເຮືອນຂອງລູກສາວເພິ່ນທີ່ນະຄອນ ລອສ ແອນເຈແລັສ, ລັດຄາລິຟໍເນຍ

ເຖິງແມ່ນວ່າ ຄອບຄົວຂອງຍາແມ່ສີວິໄຊ ຈະຍົກຍ້າຍມາຕັ້ງຖິ່ນຖານ ໃນສະຫະ ລັດດ້ວຍສອງມືເປົ່າກໍຕາມ ແຕ່ກໍບໍ່ໄດ້ລະຖິ້ມ ຮີດຄອງປະເພນີອັນດີງາມ ຂອງ ລາວ. ພວກເພິ່ນໄດ້ນໍາພາຄົນເຊື້ອສາຍລາວ ທີ່ມີຈໍານວນຫຼາຍ ໃນເຂດນະຄອນ ລອສແອນເຈີລີສ ສ້າງສາວັດວາຂຶ້ນມານັບຕັ້ງແຕ່ຕອນມາຮອດສະຫະລັດໃໝ່ໆ ໃນຊຸມປີ 1980 ພຸ້ນ ຊຶ່ງຍາແມ່ເລົ່າລາຍລະອຽດສູ່ຟັງວ່າ:

ຍາພໍ່ອຸດຕະມະ (ກາງຢູ່ທາງຫລັງ) ເປັນໝໍພອນໃນງານບາສີສູ່ຂວັນຂອງພີ່ນ້ອງຊາວລາວໃນເຂດນະຄອນ ລອສ ແອນເຈີລີສ
ຍາພໍ່ອຸດຕະມະ (ກາງຢູ່ທາງຫລັງ) ເປັນໝໍພອນໃນງານບາສີສູ່ຂວັນຂອງພີ່ນ້ອງຊາວລາວໃນເຂດນະຄອນ ລອສ ແອນເຈີລີສ

ເມື່ອຖາມວ່າຢູ່ໃນເຂດນະຄອນລອສແອນເລີສມີຈັກວັດນັ້ນ ຍາແມ່ຕອບ ວ່າ:

ຍາແມ່ກັນຫາ ສີວິໄຊ ແລະລູກສາວ, ທ.ນ. ເອມມີ ແລະຫລານສອງຄົນໃນງານສະຫລອງວັນເກີດຂອງເພິ່ນໃນເດືອນທັນວາ, 2020 ທີ່ນະຄອນ ລອສ ແອນເຈແລັສ, ລັດຄາລິຟໍເນຍ
ຍາແມ່ກັນຫາ ສີວິໄຊ ແລະລູກສາວ, ທ.ນ. ເອມມີ ແລະຫລານສອງຄົນໃນງານສະຫລອງວັນເກີດຂອງເພິ່ນໃນເດືອນທັນວາ, 2020 ທີ່ນະຄອນ ລອສ ແອນເຈແລັສ, ລັດຄາລິຟໍເນຍ

ນະຄອນລອສແອນເຈີລີ ເປັນນະຄອນໃຫຍ່ອັນດັບສອງຂອງສະຫະລັດ ທີ່ຮອງ ລົງມາຈາກນະຄອນນິວຢອກ ຊຶ່ງມີປະຊາກອນເກືອບຮອດ 4 ລ້ານຄົນ ແລະມີ ຊື່ສຽງວ່າ ເປັນເມືອງທີ່ມີຄົນມາຈາກຫລາຍຊົນຊາດຊົນເຜົ່າອາໄສຢູ່ຢ່າງແໜ້ນ ໜາ ແລະມີຄວາມ ໂດດເດັ່ນໃນໂລກໃນນາມວ່າເປັນບ່ອນຕັ້ງຂອງສູນກາງອຸດສາ ຫະກໍາບັນເທິງທີ່ມີຊື່ສຽງກໍຄືບໍລິສັດສ້າງຮູບເງົາ ຮອລລີວູດ (Hollywood) ແລະກໍ ມີອາກາດດີ ບໍ່ຮ້ອນຫລາຍ ແລະບໍ່ໜາວຫລາຍ ສະນັ້ນ ຄົນລາວຈຶ່ງມັກອາໄສຢູ່ ທີ່ນັ້ນຫລາຍ. ພ້ອມກັນນັ້ນ ເນື່ອງຈາກວ່ານະຄອນດັ່ງກ່າວ ຕັ້ງຢູ່ແຄມມະຫາສະ ໝຸດປາຊີຟິກ ທີ່ມີການຂົນສົ່ງສິນຄ້າມາຈາກຂົງເຂດເອເຊຍ ເຊັ່ນໄທ, ຈີນ, ຫວຽດ ນາມແລະ ປະເທດອື່ນໆ ທີ່ສະດວກດີ ແລະຕັ້ງບໍ່ຫ່າງໄກຈາກຊາຍແດນ ຕິດກັບ ແມັກຊິໂກຫຼາຍປານໃດ ກໍຈຶ່ງເຮັດໃຫ້ມີອາຫານການກິນຫລາຍແບບຢ່າງອຸດົມ ສົມບູນ ໂດຍສະເພາະແມ່ນອາຫານທີ່ມາຈາກຂົງເຂດເອເຊຍ ຊຶ່ງລວມທັງ ມາຈາກລາວອີກ ດ້ວຍ. ຍາແມ່ກັນຫາເລົ່າກ່ຽວກັບສະພາບຄວາມຫລາກຫລາຍ ທາງດ້ານຊົນເຜົ່າຂອງຄົນ ແລະອາຫານສູ່ຟັງວ່າ:

ຍາພໍ່ອຸດຕະມະ (ກາງ), ທ່ານນາງ ເອມມີສີວິໄຊ, ລູກສາວ (ກາງ) ພ້ອມກັນຫລານໆ ແລະລູກໄພ້ (ອູ້ມລູກຢູ່ຂວາສຸດ)
ຍາພໍ່ອຸດຕະມະ (ກາງ), ທ່ານນາງ ເອມມີສີວິໄຊ, ລູກສາວ (ກາງ) ພ້ອມກັນຫລານໆ ແລະລູກໄພ້ (ອູ້ມລູກຢູ່ຂວາສຸດ)

ພ້ອມກັນນັ້ນ ກໍມີໝາກໄມ້ສົດ ເຊັ່ນໝາກຮຸ່ງ ແລະໝາກມ່ວງ ຊຶ່ງແຕກຕ່າງກັບ ສິ່ງ ທີ່ຍາແມ່ກັນຫາວາດພາບໄວ້ໃນເມື່ອກ່ອນ ຕອນຍັງບໍ່ທັນໄດ້ມາເຖິງເມືອງນີ້ເທື່ອ ນັ້ນສູ່ຟັງວ່າ:

ນອກຈາກນັ້ນແລ້ວ ລອສ ແອນເຈີລີສ ຍັງມີບ່ອນທ່ອງທ່ຽວ ຫລາຍແຫ່ງ ທີ່ມີ ຊື່ ສຽງໂດ່ງດັງອີກ ເຊັ່ນດີສນີແລນ ຊຶ່ງເປັນສວນສະນຸກທີ່ໂດ່ງດັງລະດັບໂລກ ແລະ ຂະຫຍາຍໄປຕັ້ງຢູ່ຫລາຍປະເທດ ຊຶ່ງຍາແມ່ກັນຫາເລົ່າສູ່ຟັງວ່າ:

ຄອບຄົວຍາພໍ່ອຸດຕະມະ ສີວິໄຊໄປທ່ອງທ່ຽວໃນຟາມ ຊຶ່ງເປັນແຫລ່ງທ່ອງທ່ຽວທີ່ມີຊື່ສຽງແຫ່ງນຶ່ງໃນນະຄອນລອສ ແອນເຈີລີສ
ຄອບຄົວຍາພໍ່ອຸດຕະມະ ສີວິໄຊໄປທ່ອງທ່ຽວໃນຟາມ ຊຶ່ງເປັນແຫລ່ງທ່ອງທ່ຽວທີ່ມີຊື່ສຽງແຫ່ງນຶ່ງໃນນະຄອນລອສ ແອນເຈີລີສ

ພ້ອມກັນນັ້ນ ກໍມີວັດວາອັນກ້ວາງໃຫຍ່ ແລະງົດງາມຂອງຊາວພຸດເຊື້ອສາຍຈີນ ແລະວັດສາສະໜາຮິນດູ ຂອງຊາວອາເມຣິກັນເຊື້ອສາຍອິນເດັຍອີກດ້ວຍ ຊຶ່ງ ຍາແມ່ກັນຫາເລົ່າເຖິງເລື້ອງນີ້ສູ່ຟັງວ່າ:

ສະຫລຸບແລ້ວນະຄອນລອສແອນເຈລີສ ທີ່ເປັນນະຄອນໃຫຍ່ ທີ່ຕັ້ງຢູ່ທາງພາກ ໃຕ້ຂອງລັດຄາລິຟໍເນຍ ແມ່ນເມືອງນຶ່ງທີ່ອຸດົມສົມບູນໄປດ້ວຍອາຫານການກິນ ທີ່ມາຈາກຫລາຍເຂດຂອງໂລກ ໂດຍສະເພາະແມ່ນນເຂດເອເຊຍ ຊຶ່ງໄດ້ອໍານວຍ ຄວາມສະດວກໃຫ້ແກ່ອົບພະຍົບຈາກລາວຫລາຍໆ ພັນຄົນທີ່ມາຕັ້ງຖິ່ນຖານຢູ່ໃນ ເຂດດັ່ງກ່າວ ແລະຄອບຄົວຂອງຍາແມ່ກັນຫາ ກໍໄດ້ມີສ່ວນປະກອບອັນຫລວງ ຫລາຍ ໃນການຊ່ວຍເຫລືອ ແລະນໍາພາຊຸມຊົນລາວ ຢູ່ໃນເຂດພາກໃຕ້ຂອງລັດນັ້ນ ໃນເລື້ອງສ້າງສາວັດວາ ແລະຮັກສາຮີດຄອງປະເພນີອັນດີງາມຂອງຄົນລາວ ໄວ້.

ທີ່ທ່ານຫາກໍໄດ້ຮັບຟັງຜ່ານໄປນັ້ນ ແມ່ນ​ລາຍ​ການຊຸມຊົນລາວ ຊຶ່ງມື້ນີ້ຍາແມ່ກັນ ຫາ ສີວິໄຊ ຈາກນະຄອນລອສ ແອນເຈີລີສ, ຊຶ່ງເປັນເມືອງໃຫຍ່ໃນລັດຄາລິຟໍເນຍ ໄດ້ມາເລົ່າເຖິງເລື້ອງການຕັ້ງຖິ່ນຖານຂອງເພິ່ນຢູ່ໃນລັດດັ່ງກ່າວທີ່ຕັ້ງຢູ່ທາງພາກຕາເວັນຕົກຂອງສະຫະລັດ. ຂໍເຊີນບັນດາທ່ານພົບກັບ ລາຍການຊຸມຊົນລາວ ຂອງພວກເຮົາໄດ້ອີກ ໃນວັນອາທິດໜ້າເວລາດຽວກັນນີ້.

XS
SM
MD
LG