ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ.ນ. ຄາມາລາ ແຮຣິສ ລົງແຂ່ງຂັນ ເປັນຮອງປະທານາທິບໍດີ ສະຫະລັດ ຂອງພັກເດໂມແຄຣັດ ໃນການເລືອກຕັ້ງ ເດືອນພະຈິກນີ້


ຜູ້ສະໝັກເປັນຮອງປະທານາທິບໍດີ ທ່ານນາງ ຄາມາລາ ແຮຣິສ ສະມາຊິກສະພາສູງ ລົງນາມໃນເອກະສານ ຢ່າງເປັນທາງການ ທີ່ຈຳເປັນ ໃນການຮັບເອົາ ການສະເໜີຊື່ຂອງຜັກໃນອາທິດໜ້າ ລະຫວ່າງ ກອງປະຊຸມຂອງພັກໃນນະຄອນວີລມິງຕັນ ລັດເດລາແວ, ວັນທີ 14 ສິງຫາ 2020.
ຜູ້ສະໝັກເປັນຮອງປະທານາທິບໍດີ ທ່ານນາງ ຄາມາລາ ແຮຣິສ ສະມາຊິກສະພາສູງ ລົງນາມໃນເອກະສານ ຢ່າງເປັນທາງການ ທີ່ຈຳເປັນ ໃນການຮັບເອົາ ການສະເໜີຊື່ຂອງຜັກໃນອາທິດໜ້າ ລະຫວ່າງ ກອງປະຊຸມຂອງພັກໃນນະຄອນວີລມິງຕັນ ລັດເດລາແວ, ວັນທີ 14 ສິງຫາ 2020.

ທ່ານນາງຄາມາລາ ແຮຣິສ ໄດ້ປະສົບກັບພວກຜູ້ຕ້ອງສົງໄສຮ້າຍແຮງມາຫຼາຍຄົນແລ້ວ ໃນຖານະເປັນໄອຍະການ ໃນການດຳເນີນຄະດີອາຍາ ເອົາຜິດພວກເຂົາ ແລະໄດ້ສອບຖາມຢ່າງຮ້ອນແຮງບັນດາຜູ້ຖືກສະເໜີຊື່ເຂົ້າຮັບຕຳແໜ່ງປະ ຈຳສານສູງສຸດ ໃນການຮັບຟັງຄຳໃຫ້ການ ຂະນະເປັນສະມາຊິກສະພາສູງ ສະ ຫະລັດຈາກລັດຄາລິຟໍເນຍ.

ແຕ່ທ່ານນາງ ຢູ່ເທິງເວທີທີ່ໃຫຍ່ກວ່ານັ້ນ ໃນຄືນວັນພຸດວານນີ້ ໃນຂະນະທີ່ທ່ານນາງ ຮັບເອົາການແຕ່ງຕັ້ງໃຫ້ເປັນຮອງປະທານາທິບໍດີ ຂອງພັກເດໂມແຄຣັດ ແລະຄູ່ຮ່ວມລົງແຂ່ງຂັນກັບອະດີດຮອງປະທານາທິບໍດີ ໂຈ ໄບເດັນ ໃນການເລືອກຕັ້ງແຫ່ງຊາດ ໃນວັນທີ 3 ເດືອນພະຈິກນີ້ ແຂ່ງກັບ ປະທານາທິບໍດີ ດໍໂນລ ທຣຳ ແລະຮອງປະທານາທິບໍດີ ໄມຄ໌ ເພັນສ໌.

ທ່ານນາງ ກ່າວຖະແຫລງຈາກບ້ານພັກຂອງທ່ານໄບເດັນ ຢູ່ໃນລັດເດລາແວ ຕໍ່ກອງປະຊຸມຂອງພັກເດໂມແຄຣັດ ຜ່ານທາງອອນໄລນ໌ ແຕ່ຫາກກວ້າງຂວາງໄປກວ່ານັ້ນ ກໍຄືພວກຜູ້ຊົມທາງໂທລະພາບ ໃນທົ່ວປະເທດ ທີ່ອາດຈະບໍ່ເຄີຍເຫັນທ່ານນາງມາກ່ອນ.

ທ່ານນາງແຮຣິສ ອາຍຸ 55 ປີ ເປັນແມ່ຍິງຄົນທີສີ່ ທີ່ຖືກແຕ່ງຕັ້ງໃຫ້ລົງແຂ່ງຂັນແຫ່ງຊາດ ຕາງໜ້າພັກການເມືອງ ທີ່ສຳຄັນຂອງສະຫະລັດ ແຕ່ເປັນແມ່ຍິງຜິວດຳຄົນທຳອິດ ແລະເປັນຊາວອາເມຣິກັນເຊື້ອສາເອເຊຍໃຕ້ ຄົນທຳອິດນຳດ້ວຍ. ແມ່ຂອງທ່ານນາງ ເປັນນັກວິທະຍາສາດດ້ານໂຣກມະເຮັງ ໃນເຕົ້ານົມ ຜູ້ທີ່ໄດ້ອົບພະຍົບມາຈາກປະເທດອິນເດຍແລ້ວເພິ່ນໄດ້ເສຍຊີວິດໃນປີ 2009. ສ່ວນພໍ່ຂອງທ່ານນາງແຮຣິສ ເປັນນັກເສດຖະສາດ ຜູ້ທີ່ໄດ້ຍົກຍ້າຍເຂົ້າມາອາໄສຢູ່ໃນສະຫະລັດ ຈາກຈາໄມກາ.

ດັ່ງນັ້ນ ທ່ານນາງແຮຣິສ ເປັນພາກສ່ວນນຶ່ງ ຂອງກຸ່ມປະຊາກອນຈຸຍ່ອຍ ໃນສະຫະລັດ. ພວກຜູ້ໃຫຍ່ປະມານ 6.2 ລ້ານຄົນຂອງສະຫະລັດ ເທົ່າກັບ 2.4 ເປີເຊັນຂອງປະຊາກອນ ທີ່ເປັນຜູ້ໃຫຍ່ຂອງປະເທດ ທີ່ຖືກລະບຸວ່າ ເປັນພາກ ສ່ວນນຶ່ງ ທີ່ມີ 2 ເຊື້ອຊາດ ຫຼື ຫຼາຍກວ່ານັ້ນ ອີງຕາມການວິເຄາະຂໍ້ມູນໃນປີ 2018 ຈາກກົມສໍາຫຼວດພົນລະເມືອງສະຫະລັດ ຂອງສູນກາງຄົ້ນຄວ້າ ພິວ. ຈາກຊາວອາເມຣິກັນເຫຼົ່ານີ້ 2 ເປີເຊັນແມ່ນ ຄົນຜິວດຳແລະອາເມຣິກັນເຊື້ອ ສາຍເອເຊຍ ຄືກັບທ່ານນາງແຮຣິສ.

ແມ່ຍິງສາມຄົນໃນເມື່ອກ່ອນ ຜູ້ທີ່ໄດ້ຖືກແຕ່ງຕັ້ງໃຫ້ລົງແຂ່ງຂັນແຫ່ງຊາດໃນພັກການເມືອງດັ່ງກ່າວ ຊຶ່ງສອງຄົນລົງສະໝັກເປັນຮອງປະທານາທິບໍດີ ແລະໃນປີ 2016 ຜູ້ລົງສະໝັກເປັນປະທານາທິບໍດີຂອງພັກເດໂມແຄຣັດ ກໍຄື ທ່ານນາງຮີລາຣີ ຄລິນຕັນ ທັງໝົດນີ້ ໄດ້ພ່າຍແພ້. ຖ້າຫາກ ທ່ານໄບເດັນແລະທ່ານນາງແຮຣິສ ຊະນະການເລືອກຕັ້ງ ທ່ານນາງແຮຣິສ ກໍຈະກາຍເປັນແມ່ຍິງທີ່ເປັນເຈົ້າໜ້າທີ່ສະຫະລັດ ດຳລົງຕຳແໜ່ງຂັ້ນສູງສຸດ ໃນປະຫວັດສາດ 244 ປີ ຂອງປະ ເທດ.

ບັນດານັກວິເຄາະການເມືອງຂອງສະຫະລັດ ສັນນິຖານກັນວ່າ ທ່ານໄບເດັນ ຜູ້ທີ່ຈະມີອາຍຸ 78 ປີ ຖ້າທ່ານຈະຖືກສາບານໂຕ ເຂົ້າຮັບຕຳແໜ່ງປະທານາທິບໍດີ ໃນເດືອນມັງກອນ ປີ 2021 ອາດຈະປະຕິບັດໜ້າທີ່ ໄດ້ສະໄໝດຽວ ໄລຍະ 4 ປີ ແລ້ວໃນທັນທີ ເຮັດໃຫ້ທ່ານນາງ ແຮຣິສ ກາຍເປັນຜູ້ນຳພັກເດໂມແຄຣັດໃນ ປີ 2024 ທີ່ຈະລົງແຂ່ງຂັນເປັນປະທານາທິບໍດີ.

ທ່ານນາງແຮຣິສ ໄດ້ສະແຫວງຫາການຖືກແຕ່ງຕັ້ງລົງແຂ່ງຂັນເປັນປະທານາທິ ບໍດີຂອງພັກເດໂມແຄຣັດ ໃນປີ 2020 ແຕ່ໄດ້ຖອນໂຕຈາກການແຂ່ງຂັນກ່ອນ ການລົງລົງຄະແນນຈະເລີ້ມຕົ້ນຂຶ້ນໃນເດືອນກຸມພາຜ່ານມາ ຍ້ອນຂາດແຄນທຶນເພື່ອການໂຄສະນາຫາສຽງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG