ອົງການສືບລັບ ຂອງອັຟການິສຖານ ໄດ້ຖິ້ມໂທດ ການໂຈມຕີ
ສະພາແຫ່ງຊາດ ອັຟການິສຖານ ໃນວັນຈັນທີ່ຜ່ານມາ ໃສ່
ເຄືອຂ່າຍຂອງກຸ່ມ Haqqani ພ້ອມກັນກັບ ເຈົ້າໜ້າທີ່ ອົງການ
ສືບລັບຂອງປາກິສຖານ ຫຼື ISI ຄົນນຶ່ງ.
ສາມສິບຄົນ ລວມທັງພວກແມ່ຍິງ ແລະ ເດັກນ້ອຍສາມຄົນ
ໄດ້ຮັບບາດເຈັບ ເມື່ອພວກມືປືນ ທາລີບານ ຢ່າງນ້ອຍເຈັດຄົນ
ພ້ອມດ້ວຍລະເບີດ ແລະໃສ່ເສື້ອກັກບັນຈຸລະເບີດ ສະຫລະຊີບ
ບຸກເຂົ້າໄປໃນຕຶກຂອງສະພາ.
ທ່ານ Hasib Sediqi ໂຄສົກກົມຮັກສາຄວາມໝັ້ນແຫ່ງຊາດ
ຂອງອັຟການິສຖານ ໄດ້ກ່າວວ່າ ການສືບສວນສອບສວນ ເບື້ອງຕົ້ນໄດ້ລະບຸວ່າ ການ
ໂຈມຕີໄດ້ຖືກວາງແຜນຢູ່ທີ່ເມືອງ Peshawar ຂອງປະເທດປາກິສຖານ ໂດຍຜູ້ບັນຊາ
ການ ດ້ານປະຕິບັດການ ຂອງກຸ່ມ Haqqani ຄົນນຶ່ງ ຄື ນາຍ Maulvi Sherin.
ທ່ານ Sediqi ກ່າວວ່າ ການໂຈມຕີ ໂດຍກຸ່ມ Haqqani ແມ່ນໄດ້ຈັດແຈງ “ດ້ວຍການ
ສະໜັບສະໜຸນຫຼັກ” ຈາກເຈົ້າໜ້າທີ່ ISI ຄົນນັ້ນ ທີ່ມີຊື່ວ່າ “Bilal” ທ່ານຍັງໄດ້ກ່າວອີກ
ວ່າ ພວກໂຈມຕີ ແມ່ນໄດ້ຖືກວ່າຈ້າງດ້ວຍເງິນ 7 ລ້ານ 5 ແສນຣູປີ ປາກິສຖານ ເພື່ອວາງ
ແຜນ ແລະ ປະຕິບັດການໂຈມຕີ ຕໍ່ສະພານິຕິບັດຍັດຂອງອັຟການິສຖານ.
Afghanistan's intelligence agency has blamed Monday's attack on the Afghan parliament on the Haqqani network as well as an officer of Pakistan's intelligence agency, the ISI.
Thirty people, including five women and three children, were wounded when at least seven Taliban gunmen with explosives and suicide vests had stormed the parliament building.
Hasib Sediqi, the spokesman for Afghanistan's National Directorate of Security, said preliminary investigations indicate the attack had been hatched in Pakistan's city of Peshawar by a Haqqani operational commander, Maulvi Sherin.
Sediqi said the attack by the Haqqani group was organized with "major support" from an ISI officer named "Bilal." He also said the attackers were provided seven and a half million Pakistani rupees to plan and execute the attack on the Afghan legislative body.