ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ນັກ​ລ່າ​ນາ​ຊີ ຂອງ​ກະ​ຊວງ​ຍຸ​ຕິ​ທຳ ກຳ​ລັງ​ສືບ​ສວນ​ຄະ​ດີ ​ກໍ່ອາດ​ຊະ​ຍາ​ກຳ​ສົງ​ຄາມ​ ຂອງ​ຣັດ​ເຊຍ


ທ່ານ​ອີ​ລີ ໂຣ​ເຊນບ​ຣອມ (Eli Rosenbaum) ຫົວ​ໜ້າ​ຫ້ອງ​ການ​ສືບ​ສວນ​ພິ​ເສດ​ຂອງ​ກະ​ຊວງ​ຍຸ​ຕິ​ທຳ ຢືນ​ຢູ່​ຂ້າງ​ແຜນທີ່ສູນ​ກັກ​ຂັງ ​ສົງ​ຄາມ​ໂລກ​ຄັ້ງ​ທີ່ສອງ ຂ​ອງ​ເຢຍ​ຣະ​ມັນ ວັນ​ທີ 29 ມີ​ນາ 1995, ທີ່​ນະ​ຄອນ​ຫລວງວໍ​ຊິງ​ຕັນ
ທ່ານ​ອີ​ລີ ໂຣ​ເຊນບ​ຣອມ (Eli Rosenbaum) ຫົວ​ໜ້າ​ຫ້ອງ​ການ​ສືບ​ສວນ​ພິ​ເສດ​ຂອງ​ກະ​ຊວງ​ຍຸ​ຕິ​ທຳ ຢືນ​ຢູ່​ຂ້າງ​ແຜນທີ່ສູນ​ກັກ​ຂັງ ​ສົງ​ຄາມ​ໂລກ​ຄັ້ງ​ທີ່ສອງ ຂ​ອງ​ເຢຍ​ຣະ​ມັນ ວັນ​ທີ 29 ມີ​ນາ 1995, ທີ່​ນະ​ຄອນ​ຫລວງວໍ​ຊິງ​ຕັນ

ໃນ​ຖາ​ນະ​ທີ່​ເປັນຜູ້​ມີ​ປະ​ສົບ​ການ 37 ປີ ຂອງ​ກະ​ຊ​ວງ​ຍຸ​ຕິ​ທຳ​ສະ​ຫະ​ລັດ ທ່ານ​ອີ​ລີ ໂຣ​ເຊນບອມ (Eli Rosenbaum) ໄດ້​ໃຊ້​ເວ​ລາ​ສ່ວນ​ໃຫຍ່​ ໃນອາ​ຊີບ​ວຽກ​ງານຂອງ​ທ່ານ ​ເພື່ອຟ້ອງ​ຮ້ອງ​ດຳ​ເນີນ​ຄະ​ດີ ແລະ​ຈັບ ​ກຸມພວກອາດ​ຊະ​ຍາ​ກອນສົງ​ຄາມນາ​ຊີ ທີ່​ໄດ້​ຫ​ລົບລີ້​ໜີ​ກົດ​ໝາຍ​.

ເພາະ​ສະ​ນັ້ນ ບໍ່​ໄດ້​ເປັນ​ທີ່ແປກ​ໃຈ​ເລີຍ​ວ່າ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ​ສະ​ຫະ​ລັດ ທ່ານເມ​ຣິກ ກາ​ຣລັນ (Merrick Garland) ໃນ​ເດືອນ​ແລ້ວ​ນີ້​ໄດ້​ຫັນ​ໄປຫາ​ທ່ານໂຣ​ເຊນບອມ ທີ່ໄດ້ຮັບ​ສົມ​ຍາ​ນາມວ່າ “ນັກ​ລ່າ​ນາ​ຊີ” ​ເພື່ອ​ປະ​ສານ​ງານການ​ສືບ​ສວນ​ຂອງ​ກະ​ຊວງ​ຍຸ​ຕິ​ທຳ ໃນການ​ກໍ່​ໂທດ​ກຳ​ຢູ່​ໃນ​ຢູ​ເຄ​ຣນ ​ຈາກ​ການ​ຮຸກ​ຮານ​ຂອງ​ ຣັດ​ເຊຍ​ຕໍ່ເພື່ອນ​ບ້ານຂອງ​ຕົນ.

​ໃນ​ການ​ສຳ​ພາດ​ກັບ​ທ່ານ​ມາ​ຊູດ ຟາ​ຣີ​ວາ (Masood Fariva) ຂອງວີ​ໂ​ອ​ເອ ທ່ານ​ໂຣ​ເຊນບ​ຣອມແລະ​ທ່ານ ​ຄ​ຣິ​ສ​ຕຽນ ເລີ​ແວັ​ສ​ເກ (Christian Levesque) ໄອ​ຍະ​ການອະ​ວຸ​ໂສ​ທີ່​ຮັບ​ຜິດ​ຊອບ​ກ່ຽວ​ກັບອາດ​ຊະ​ຍາ​ກຳ​ສົງ​ ຄາມ​ຂອງກະ​ຊວງ​ຍຸ​ຕິ​ທຳ ​ເວົ້າ​ເຖິງ​ຄວາມ​ພະ​ຍາ​ຍາມ​ຂອງກະ​ຊວງ​ດັ່ງ​ກ່າວ ເພື່ອນຳເອົາພວກ​ກໍ່​ອາດ​ຊະ​ຍາ​ກຳ ​ສົງ​ຄາມ​ຢູ່​ໃນຢູ​ເຄ​ຣນ​ມາ​ລົງ​ໂທດ.

​ການ​ສຳ​ພາດ​ໄດ້​ກວດ​ກາ​ເພື່ອ​ຄວາມ​ກະ​ຈ່າງ​ແຈ້ງ ແລະ​ຄວາມ​ຍາວ​.

ທ່ານ​ໂຣ​ເຊນບອມ ທ່ານ​ໄດ້​ໃຊ້​ເວ​ລາ​ຫລາຍ​ທົດ​ສະ​ວັດໃນ​ການ​ສືບ​ສວນ ​ແລະ​ຈັບ​ກຸມ​ພວກ​ກໍ່ອາ​ດຊະຍາ​ກຳ​ສົງ​ຄາມ​ນາ​ຊີ. ທ່ານ​ເປັນ​ທີ່​ຮູ້ກັນ​ດີ​ທີ່​ສຸດວ່າ ເປັນ ​“ນັກ​ລ່າ​ນາ​ຊີ.” ບອກ​ພວກ​ເຮົ​າ​ແດ່​ວ່າ​ ຄວາມ​ຄ້າຍ​ຄື​ກັນ​ທີ່​ທ່ານ ​ເຫັນລະ​ຫວ່າງ ວຽກ​ງານ​ດັ່ງ​ກ່າວ ແລະ​ໜ້າ​ທີ່​ຂອງ​ທ່ານ​ປັດ​ຈຸ​ບັນ ໃນ​ການ​ສືບ​ສວ​ນ​ອ​າດ​ຊະ​ຍາ​ກຳ​ສົງ​ຄາມຣັດ​ ເຊຍ ​ແລະ​ປະ​ສົບ​ການດັ່ງ​ກ່າວ​ນີ້ໄດ້​ເຮັດ​ໃຫ້​ທ່ານ​ເຫັນ​ວ່າ ເປັນ ​ຫ​ຍັງຄວາມ​ພະ​ຍາຍ​າມນີ້ຈຶ່ງ​ມີ​ຄວາມສຳ​ຄັນ​ຫລາຍ​ໃນມື້​ນີ້.

ທ່​ານ​ໂຣ​ເຊນບ​ຣອມ ຕອບ​ວ່າ: ​ດີ​ຫລາຍ ຫລາຍໆ​ປີ ແມ່ນ​ແຕ່​ຫລາຍ​ທົດ​ສະ​ວັດ​ສຳ​ລັບ​ພວກ​ເຮົາ​ຈຳ​ນວນ​ນຶ່ງ ທີ່ ​ບັນ​ດາ​ເພື່ອນ​ຮ່ວມ​ງານໄອ​ຍະ​ການ​ພິ​ເສດ​ດ້ານສິດ​ທິ​ມະ​ນຸດ​ຂອງ​ຂ້າ​ພະ​ເຈົ້າ ​ແລະ​ຂ້າ​ພະ​ເຈົ້າ​ໄດ້​ປະ​ຕິ​ບັດ​ໜ້າ​ທີ່​ ຜູ້​ລະ​ເມີດ​ສິດ​ທິ​ມະ​ນຸດ ແລະ​ກໍ​ລະ​ນີ​ອາດ​ຊະ​ຍາ​ກຳ​ສົງ​ຄາມ​ທີ່​ມີ ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ ໄດ້​ກະ​ກຽມ​ໃຫ້​ພວກ​ເຮົາ ເປັນຢ່າງດີ​ທີ່​ສຸດ ຕໍ່​ການ​ປະ​ຕິ​ບັດ​ງານ​ທີ່​ສຳ​ຄັນ ຢູ່​ໃນ​ເວ​ລ​າ​ການ​ເປັນ​ການ​ຕາຍ​ນີ້.

​ມັ​ນ​ເກືອບ​ຄ້າຍ​ກັບວ່າ ວຽກ​ງານ​ທັງ​ໝົດ​ທີ່​ພວກ​ເຮົາ​ໄດ້​ເຮັດ​ມາ​ນັ້ນ ໄດ້​ກະ​ກຽມ​ໃຫ້​ພວກ​ເຮົາ​ຕໍ່​ເວ​ລາ​ປັດ​ຈຸ​ບັນ​ນີ້. ​ພວກ​ເຮົາ​ອຸ​ດົມ​ສົມ​ບູນ​ດ້ວຍ​ຄວາມຊ່ຽວ​ຊານ​ໃນ​ກົດ​ໝາຍ​ອາດ​ຊະ​ຍາ​ກຳ​ສາ​ກົນ. ປະ​ສົບ​ການ​ທີ່ກວ້າງ​ຂວາງ ຄວາມ​ຈິງ​ແລ້ວ​ພິ​ສູດ​ຢູ່​ໃນສານ​ທີ່​ພົວ​ພັນ​ກັ​ບ​ບັນ​ດາ​ຜູ້​ຕ້ອງ​ຫາ ທີ່​ໄດ້​ເຂົ້າ​ຮ່ວມ​ໃນ​ການ​ກໍ່ອາດ​ຊະ​ຍາ​ກຳ​. ຂ້າ​ພະ​ ເຈົ້າ​ໄດ້​ຢູ່​ໃນ​ສານ​ພຽງແຕ່​ສອງ​ປີ​ກ່ອນ ໃນ​ຄະ​ດີ​ນຶ່ງກ່ຽວ​ກັບ​ພວກ​ນາ​ຊີ.

As a 37-year veteran of the U.S. Justice Department, Eli Rosenbaum has spent much of his career probing and prosecuting fugitive Nazi war criminals.

So, it was no surprise that U.S. Attorney General Merrick Garland last month turned to Rosenbaum, dubbed the "Nazi hunter," to coordinate the DOJ's investigations of atrocities in Ukraine stemming from Russia's invasion of its neighbor.

In this interview with VOA's Masood Farivar, Rosenbaum and Christian Levesque, a top prosecutor for the DOJ's War Crimes Accountability Team, discuss agency's efforts to hold accountable the perpetrators of war crimes in Ukraine.

The interview has been edited for clarity and length.

Question: Mr. Rosenbaum, you have spent decades investigating and prosecuting Nazi war criminals. You are best known as a Nazi hunter. Tell us about the parallels you see between that work and your current job investigating Russian war crimes and how that experience has shaped your view of why this effort is so important today.

Rosenbaum: Well, the many years, even decades for some of us, that my [Human Rights Special Prosecutions Section] colleagues and I have worked on, human rights violator and war criminal cases have, I believe, prepared us exceptionally well for this crucial mission at this fateful time.

It is almost as though all of the work we've done has prepared us for this very moment. We have a wealth of expertise in international criminal law. Vast experience actually proving in courts of law the complicity of defendants who participated in atrocity crimes. I was in court just two years ago in a Nazi case doing that.

XS
SM
MD
LG