ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍານອາວະກາດ Juno ບິນຜ່ານ ດາວພະຫັດ ໃນລະຍະ ໃກ້ທີ່ສຸດ


ຍານ Juno ຖ່າຍພາບທຳອິດຂອງດາວພະຫັດ ແລະພວກເດືອນ ໃນວັນທີ 5 ກໍລະກົດ.
ຍານ Juno ຖ່າຍພາບທຳອິດຂອງດາວພະຫັດ ແລະພວກເດືອນ ໃນວັນທີ 5 ກໍລະກົດ.

ຍານ​ອາ​ວະ​ກາດ Juno ຂອງອົງການອະວະກາດ​ສະຫະລັດ​ຫຼື NASA ​ໄດ້​ໂຄຈອນ​ເຂົ້າ​ໄປ
ໄກ້​ດາວ​ພະຫັດ ທີ່​ສຸດ ​ໃນ​ວັນ​ເສົາ​ມື້ນີ້.

ຫລັງ​ຈາກ​ໄດ້​ໃຊ້​ເວລາ​ຢູ່ໃນອາວະ​ກາດຫ້າ​ປີ ຍານ​ອາ​ວະ​ກາດ Juno ​ບັດ​ນີ້​ກຳລັງຈະໂຄ​
ຈອນ​ໃນ​ໄລຍະ​ໃກ້​ທີ່​ສຸດ ຜ່ານດາວ​ພະຫັດ​ ຊຶ່ງ​ເປັນ​ດາວ​ທີ່ໃຫຍ່ທີ່​ສຸດ​ໃນ​ລະບົບ​ສຸລິ​ຍະຈັກ
ກະ​ວານຂອງ​ເຮົາ. ​

ອີງ​ຕາມ​ຫ້ອງ​ທົດ​ລອງ​ Jet Propulsion ​ຂອງ​ອົງການ NASA ​ແລ້ວ ​ໃນ​ເວ ລາປະມານ 8 ​ໂມງ 51 ນາ​ທີ ຕອນ​ເຊົ້າມື້ນີ້ ຕາມເວລາໃນ​ພາກ​ຕາ​ເວັນ​ອອກ ຂອງ​ສະຫະລັດ ຫຼື 12 ​ໂມງ 51 ນາທີ ຕາມ​ເວລາ​ມາດຕະຖານ​ສາກົນ ຍານ Juno “ຈະ​ໂຄຈອນ​ຢູ່​ປະມານ 4,200 ກິ​ໂລ​ແມັດ​ເທິງ​ດາວ​ Jupiter ທີ່​ມີ​ຂີ້​ເຝື້ອ​ຫຸ້ມ​ລ້ອມ ​ແລະ​ເດີນທາງ​ດ້ວຍ​ຄວາມ​ໄວ 208,000 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ​ ຢູ່​ເທິງ ​ດາວ​ເຄາະ​ດັ່ງກ່າວ.”

​ເບິ່ງ​ຄື​ວ່າ​ບໍ່ໃກ້​ປານ​ໃດ ​ຈົນ​ກວ່າທ່ານ​ພິຈາລະ​ນາ​ວ່າ ດາວ Jupiter ມີເສັ້ນຜ່າ​ສູນກາງຢູ່ 140,000 ກິໂລ​ແມັດ. ​ເພື່ອ​ສົມ​ທຽບ​ກັນ ​ໂລກ​ມະນຸດ​ເຮົາ​ແມ່ນ​ມີ​ເສັ້ນ ຜ່າ​ສູງ​ກາງ​ແຕ່ 8,000 ກິ​ໂລ​ແມັດ​ເທົ່າ​ນັ້ນ.

ຍານອະວະກາດ Juno ຈະວິເຄາະພາກເໜືອຂອງດາວ Jupiter ໃນຂະນະທີ່ບິນຂ້າມເຂດໜາວ.
ຍານອະວະກາດ Juno ຈະວິເຄາະພາກເໜືອຂອງດາວ Jupiter ໃນຂະນະທີ່ບິນຂ້າມເຂດໜາວ.

ບັນດາ​ນັກວິທະຍາສາດອົງການ NASA ພາກັນ​ຕື່ນ​ເຕັ້ນ​ເພາະວ່າ ມັນ​ຈະ​ເປັນ​ການບິນ​ຜ່ານ​ເທື່ອ​ທຳ​ອິດ​ ນັບ​ແຕ່​ຍານ Juno ​ໄດ້​ເຂົ້າ​ສູ່​ວົງ​ໂຄ​ຈອນຂອງ​ດາວ ພະຫັດ ​ໃນ​ວັນ​ທີ 4 ​ເດືອນກໍລະ​ກົດຜ່ານ​ມາ ​ແລະ​ມັນ​ຍັງ​ເປັນ​ເທື່ອ​ທຳ​ອິດ ທີ່​ອຸປະກອນ​ທັງ​ໝົດຢູ່ໃນຍານ​ຈະ​ຕິດຈັກ​ຂຶ້ນ ​ແລະ​ຕຽມ​ພ້ອມ​ທີ່​ຈະປະຕິບັດ​ງານ.

ທ່ານ Scott Bolton ຜູ້​ສືບສວນ​ທີ່​ສຳຄັນ​ຂອງ​ຍານ Juno ກ່າວ​ວ່າ “ນີ້​ເປັນ​ໂອກາດເທື່ອ
ທຳ​ອິດຂອງ​ພວກ​ເຮົາ ​ທີ່ຈະເຂົ້າ​ໄປເບິ່ງ​ໃກ້ໆ​ກັບ​ລາຊາດາວ​ເຄາະຂອງ​ລະບົບ​ສຸລິຍະ​ຈັກ
ກະວານ ​ແລະ​ເລີ້ມ​ພິຈາລະນາ​ວ່າ​ດາວ​ດັ່ງກ່າວເຮັດ​ວຽກແບບໃດ.”

ອົງການ NASA ກ່າ​ວວ່າ ​ເປົ້າ​ໝາຍ​ທີ່​ສຳຄັນ​ຂອງ​ຍານ Juno ກໍ​ຄື​ເຂົ້າ​ໃຈ​ເຖິງ​ວິວັດ​ທະ​ນາ​ການ ​ແລະ​ທີ່​ມາ​ຂອງ​ດາວພະຫັດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG