ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຫຸ່ນ​ຍົນ​ ໃນ​ອ​ະ​ນາ​ຄົດ ອາດ​ຈະ​ໂດດ​ໄປ-ມາໄດ້ ​ຄື​ທະ​ນີ ແລະ​ເຫາະ​ເຫີນ ໄດ້​ຄື​ແມງ​ປໍ​


Jumping Like a Lemur, Flying Like a Dragonfly – Robots That Mimic Animal Movements May Be On Their Way
please wait

No media source currently available

0:00 0:02:05 0:00

ຫຸ່ນ​ຍົນ​ໃນ​ອ​ະ​ນາ​ຄົດ ອາດ​ຈະ​ໂດດ​ໄປ-ມາ ​ໄດ້ຄື​ທະ​ນີ ແລະ​ເຫາະ​ເຫີນ ໄດ້​ຄື​ແມງ​ປໍ​

ຢູ່​ຫ້ອງ​ທົດ​ລອງ​ ໃນ​ລັດ​ຄາ​ລິ​ຟໍ​ເນຍນັ້ນ, ພວກ​ນັກ​ວິ​ສະ​ວະ​ກອນກຳ​ລັງ​ທຳ​ການ​ຄົ້ນ​ຄວ້າ ເພື່ອຜັກ​ດັນຂອບເຂດໃຫ້​ກວ້າງ​ອອກ ​ເພື່ອໃຫ້ຫຸ່ນ​ຍົນ ຫລື ໂຣບອດ ສາ​ມາດ​ເຄື່ອນ​ໄຫວ​ໄປມາ​, ​ຮຽນ​ແບບ​ວິ​ທີ​ການ​ເຕັ້ນ​, ເຫາະເຫີນ ຫລື​ຄານ ຂອງ​ສັດ​ບາງ​ຊະ​ນິ​ດໄດ້​ຫລາຍກວ່າ​ເກົ່າ. Michelle Quinn, ນັກ​ຂ່າວ​ວີ​ໂອ​ເອ ໄດ້​ພົບ​ກັບຊາ​ລ​ໂຕ (Salto), ຫຸ່​ນ​ຍົນ​ຂາ​ດຽວ​ ທີ່​ກຳ​ລັງເຕັ້ນຢູ່ເພື່ອ​ສຶກ​ສາ​ເບິ່ງ​ອະ​ນາ​ຄົດ​ຂອງ​ຫຸ່​ນ​ຍົນ. ບົວ​ສະ​ຫວັນ​ ມີ​ລາຍ​ລະ​ອຽດ​ກ່ຽວ​ກັບ​ເລື້ອງນີ້​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ຫຸ່ນ​ຍົນ​ ຫລືໂຣບອດ ໂຕນີ້ບໍ່​ມີ​ວຽກ​ຫຍັງ​ ຫລືບໍ່​ຮູ້​ວ່າ​ຈະ​ເຮັດອັນ​ໃດເລີຍ….
..ຊື່​ຂອງ​ມັນ​ແມ່ນຊາ​ລ​ໂຕ (Salto) ແລະ ​ມັນ​ເຕັ້ນ​ໄປ ເຕັ້ນ​ມາ ​ເພື່ອ​ຊ່ວຍ​ໃຫ້​ພວກ​ນັກ​ຄົ້ນ​ຄວ້າ ສຶກ​ສາ​ເບິ່ງວ່າ​ຫຸ່​ນ​ຍົນໃນອະ​ນາ​ຄົດຈະ​ສາ​ມາດ​ເຄື່ອນ​ໄຫວ​ໄປ​ມາ​ໄດ້​ແນວ​ໃດ.

ສາດສະດາຈານ ຣອນ ເຟຍຣິງ (Ron Fearing) ທີ່ມະຫາວິທະຍາໄລລັດຄາລິຟໍເນຍ ທີ່ເມືອງເບີກລີ ຫລື UC Berkeley ເວົ້າວ່າ:
"ຄວາມ​ຄິດ​ຂອງ​ພວກ​ເຮົາ​ກໍ​ຄື​ວ່າ ຫາກ​ພວກ​ເຮົາ​ເຂົ້າ​ໃຈ​ໄດ້​ວ່າແມ່ນ​ຫຍັງ​ເຮັດ​ໃຫ້​ສັດ​ປະ​ຕິ​ບັດ​ການ​ໄດ້​ດີ​ ຫລາຍຂຶ້ນ​ເທົ່າ​ໃດ ແລະ​ເອົາ​ສິ່ງນັ້ນເຂົ້າ​ມາ​ໃສ່​ໃນຫຸ່ນ​ຍົນ​ຂອງ​ພວກ​ເຮົາແລ້ວ ພວກ​ເຮົາ​ກໍ​ຈະ​ເດີນ​ຕາມ​ເສັ້ນ​ທາງ​ ທີ່​ຖືກ​ຕ້ອງ​ ໃນ​ການ​ສ້າງ​ຫຸ່ນ​ຍົນ​ທີ່​ດີ​ກວ່າ​ເກົ່າ ໄດ້​ຫລາຍ​ຂຶ້ນ​ເທົ່າ​ນັ້ນ."

ພວກ​ນັກ​ຄົ້ນ​ຄວ້າດ້ານ​ຫຸ່​ນ​ຍົນ ຫລື ໂຣບອດ ພາ​ກັນ​ທຳ​ການ​ສຶກ​ສາ​ເພື່ອ​ໃຫ້​ເຂົ້າ​ໃຈ​ເຖິງວິ​ທີ​ທີ່​ສັດ​ເຄື່ອ​ນ​ໄຫວ​ໃນແບບສະ​ເພາະໃດ​ນຶ່ງ ແລະ​ສ້າງ​ຫຸ່ນ​ຍົນ​ທີ່​ສາ​ມາດ​ເຫາະ, ຄານ ແລະ​ເຕັ້ນໂຕນ​ໄດ້.

ສາດ​ສະ​ດາ​ຈານ ເຟຍ​ຣິງ (Fearing) ກ່າວ​ເພີ້ມ​ອີກວ່າ:
"​ພຽງ​ແຕ່​ມີ​ຂາ​ເໜັງ​ໄດ້ເທົ່າ​ນັ້ນ ມັນບໍ່​ພຽງ​ພໍ​ເພື່ອ​ຈະ​ໃຫ້ມີ​ຫຸ່ນ​ຍົນທີ່ເຕັ້ນ​ໄປ ເຕັ້ນ​ມາ​ໄດ້​ດີໆ ….
… ແລະ​ເພາະ​ສະ​ນັ້ນ ນຶ່ງ​ໃນ​ຫລາຍປະ​ເດັນຫລັກ ກໍ​ຄື​ສິ່ງ​ທີ່​ພວກ​ເຮົາ​ເອີ້ນ​ວ່າ ຄວາມ​ຢືດ​ຢຸ່ນ ແລະ​ຄວາມ​ສາ​ມາດລ້ຽວ​ກັບໄປ ກັບ​ມາ​ໄດ້ …
ຄວາມ​ຢືດ​ຢຸ່ນຂອງ​ຂາກັບນ້ຳ​ໜັກ​ຂອງ​ສັດ."


ເພື່ອຈະ​ສ້າງ​ໃຫ້ຫຸ່ນ​ຍົນຊາ​ລ​ໂຕ (Salto) ໄດ້ ພວກ​ນັກ​ຄົ້ນ​ຄວ້າໄດ້​ສຶກ​ສາ​ເບິ່ງວິ​ທີ​ທີ່ໂຕໜູ​ທີ່​ເຕັ້ນ​ຂຶ້ນ​ກົກໄມ້​ໄປ​ໄດ້​ ຫລື Senagalese galago…. ໃຊ້​ຕີນ, ເອັນ​ກ້າມ​ເນື້ອ​ ແລະ​ຂາ​ຂອງ​ມັນ​ເຂົ້າ​ກັນ ​ເພື່ອ​ກຽມ​ພ້ອມ​ຈະ​ເຕັ້​ນ​ຂຶ້ນ​ສູງໆ​ໄດ້.

…ໂຕ​ຂອງ​ມັນເຕັມ​ໄປ​ດ້ວຍ​ເຄື່ອງ​ຈັບ​ສັນ​ຍານ ແລະ​ຄອມ​ພີວ​ເຕີ ແລະ​ຖືກ​ສອນ​ໃຫ້​ຮູ້​ສຶກ​ດ້ວຍ​ໂຕ​ເອງວ່າ​ ມຸມ​ຂອງ​ຕົນ, ການ​ທົບ​ຂາ​ຂອງ​ຕົນເປັນຄື​ແນວ​ໃດ. ຫຸ່ນ​ຍົນຊາ​ລໂຕ ດັເປັບ​ຕົວ​ເອງ​ຖ້າ​ມັນ​ຫາກມັນບໍ່​ເຮັດໄດ້​ດີ.

ທ້າວຈັ​ສ​ຕິນ ຢິມ (Justin Yim), ນັກ​ສຶກ​ສາ​ປະ​ລິນ​ຍາ​ເອກ ທີ່ມະ​ຫາ​ວິ​ທະ​ຍາ​ໄລລັດຄາ​ລິ​ຟໍ​ເນຍ​ ທີ່​ເມືອງ​ເບີກລີເວົ້າ​ວ່າ:
"ສິ່ງ​ໃໝ່ໆ ທີ່​ພວກ​ເຮົາ​ໄດ້​ເຮັດ​ກໍ​ຄື ພວກ​ເຮົາ​ເຮັດ​ໃຫ້​ຫຸ່ນ​ຍົນ​ສາ​ມາດຮູ້​ສຶກ​ດ້ວຍ​ຕົນ​ເອງວ່າ ທ່າ​ຊົງ​ຕົວ ຫລື​ມຸມຢູ່ຂອງ​ມັນ​ເມື່ອ​ທຽບ​ໃສ່​ຄວາມ​ດຶງ​ດູດ​ຂອງ​ໂລກ ແລະ​ຕຳ​ແໜ່ງທີ່​ມັນ​ຢູ່ ໂດຍ​ໃຊ້​ເຄື່ອງ​ຈັບ​ສັນ​ຍານທີ່​ຕິດ​ຢູ່ນຳ​ໂຕ ແລະ​ຄອມ​ພິວເຕີ​ທີ່​ຕິດຢູ່​ນຳ​ໂຕ​ຂອງ​ມັນ."

ທ້າວ ຢິມ (Yim) ເປັນ​ຜູ້​ອອກ​ຄຳ​ສັ່ງຫຸ່ນ​ຍົນຊາ​ລ​ໂຕ (Salto) ວ່າໃຫ້​ໄປ​ບ່ອນ​ໃດ ໂດຍ​ໃຊ້​ພຽງ​ແຕ່ເຄື່ອງ​ບັງ​ຄັບ​ເກມ ແລະ​ເຄື່ອງ​ຄວບ​ຄຸມ​ວິ​ທະ​ຍຸເທົ່າ​ນັ້ນ. ນອກນັ້ນໄປ​ແລ້ວ ແມ່ນຫຸ່ນ​ຍົນຊາ​ລ​ໂຕ (Salto) ເຮັດ​ເອົາ​ເອງ​ໝົດ.

ສາດ​ສະ​ດາ​ຈານເຟຍ​ຣິງ (Fearing) ເວົ້າ​ວ່າ ການ​ຄົ້ນ​ຄວ້າ​ຂອງ​ເພິ່ນ​ດຽວນີ້ ກຳ​ລັງ​ສຶກ​ສາ​ເບິ່ງ​ວິ​ທີ​ເຄື່ອນ​ຍ້າຍຂອງ​ກະ​ຮອກຈາກ​ຕົ້ນ​ໄມ້ຕົ້ນ​ນຶ່ງ ໄປ​ຫາ​ອີກ​ຕົ້ນ​ນຶ່ງ ແລະ​ສອນ​ໃຫ້ຫຸ່ນ​ຍົນຊາ​ລ​ໂຕ (Salto) ຮູ້​ເຮັດ​ການ​ເຄື່ອນ​ເໜັງ​ບາງ​ຢ່າງທີ່​ກະ​ຮອກເຮັດ ເຊັ່ນ​ຄວນ​ຈະ​ດັດ​ປັບ​ໂຕ​ເອງຄື​ແນວ​ໃດ ເມື່ອ​ຢູ່​ເທິງ​ໜ້າ​ພຽງ​ທີ່ບໍ່​ທ່ຽງ. ການ​ເຮັດ​ແນວນີ້​ອາດ​ຈະ​ຊ່ວຍ​ຫຸ່ນ​ຍົນ​ຕ່າງໆ ​ໃຫ້ສາ​ມາດ​ເຄື່ອນ​ໄຫວ​ຢູ່​ບ່ອນ​ທີ່​ຄົນໄປ​ບໍ່ເຖິງ​ໄດ້.

ທ່ານ ເຟຍ​ຣິງ (Fearing) ອະ​ທິ​ບາຍ​ດັ່ງ​ນີ້:
"ພວກ​ເຮົາ​ຄິດ​ວ່າ ​ມັນ​ເປັນເລື້ອງ​ທີ່​ສຳ​ຄັນ​ຫລາຍ​ແທ້ໆ ເມື່ອ​ໃດ​ຫຸ່ນ​ຍົນຫາກກ້າວ​ຂາ​ໄປຢຽບ​ຖືກ​ບາງ​ຢ່າງ​ທີ່ບໍ່​ຄາດ​ຝັນ​ໄວ້ກ່ອນ, ມັນ​ຄວນ​ຈະ​ມີ​ປະ​ຕິ​ກິ​ລິ​ຍາ​ຕອບ​ໂຕ້​ແນວ​ໃດ? ຂອບ​ເຂດທີ່​ມັນ​ສາ​ມາດ​ມີ​ການ​ຕອບ​ໂຕ້​ໄດ້ມີ​ຫລາຍ​ປານ​ໃດ​? ມັນ​ສາ​ມາດຟື້ນ​ຄືນ​ໄດ້ຕອນ​ໃດ? ມັນ​ລົ້ມ​ລົງ​ຕອນ​ໃດ?"

ແນ່ນອນ ຫຸ່ນ​ຍົນຊາ​ລ​ໂຕ (Salto) ເມື່ອ​ເບິ່ງແລ້ວ​ກໍມ່ວນ​ຫລາຍ. ແຕ່​ວ່າ ມັນ​ກໍ​ອາດ​ຈະກາຍ​ເປັນ​ປ່ອງ​ຢ້ຽມເພື່ອ​ຊ່ອງໄປເບິ່ງ​ອະ​ນາ​ຄົດຂອງ​ຫຸ່​ນຍົນ ຫລື​ໂຣບອດ​ນຳ​ອີກ ກໍ​ເປັນ​ໄດ້​.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດຢູ່​ຂ້າງ​ລຸ່ມນີ້
In a laboratory in California, engineers are working on pushing the boundaries of how robots move, imitating the ways some animals jump, fly or crawl. Michelle Quinn met Salto, a one-legged jumping robot to see the future of robots.

This robot doesn't have a job or a purpose….

..Its name is Salto and it jumps to help researchers work on how future robots can move.

Ron Fearing, professor, UC Berkeley:
"Our thought is that the more we can understand what enables animals to work so well and put those in our robots we will be on the right track to building better robots."

Robot researchers work to understand how animals move in specific ways and build robots that can fly, crawl and jump.

Ron Fearing:
"Just having legs that move isn't enough to get a good bouncy robot….

… And so one of the key things is what we call the springiness and the tuning of …

the springiness of the legs with the weight of the animal."
To make Salto, researchers studied how a Senagalese galago

…uses its feet, tendons and leg in unison to jump high.

…It was packed with sensors and a computer and taughtto feelits own self,its angle, the bend of its leg. Salto adjusts if it goes off kilter.

Justin Yim, Ph.D student, UC Berkeley:
"The new thing that we've done is we've enabled the robot to sense its own attitude or the angle relative to gravity and its position just using its onboard sensors and onboard computer."

Yim directs Salto where to go with just a joystick and radio controller. Salto does the rest.
Fearing says his research is now looking into how squirrels move from tree to tree and teaching Salto some squirrel movements such as how to adjust when the surface is unsteady. This may help robots move in places people can't go.
Fearing:
"We think it's very fundamental that when a robot steps on something that it doesn't anticipate, how can it react? What are the limits of reaction? When can it recover? When does it fall down?"

Salto is, of course, fun to watch. But it also might be a window into the future of robots.

XS
SM
MD
LG