ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລະບົບຕຸລາການໃນລາວ ບໍ່ໂປ່ງໃສ ແລະມີການຫຼິ້ນພັກຫຼິ້ນພວກ ຢູ່ໃນທຸກລະດັບ


ຜູ້ພິພາກສາ ສປປ ລາວ
ຜູ້ພິພາກສາ ສປປ ລາວ

ລະບົບຕຸລາການຂອງລາວ ມີການຕັດສິນຄະດີບໍ່ຍຸຕິທຳ ແລະບໍ່ໂປ່ງໃສທັງຍັງ ມີການ
ຫຼິ້ນພັກຫຼີ້ນພວກ ຫຼິ້ນເສັ້ນຫຼິ້ນສາຍແບບເຄືອຍາດ ໃນການພິຈາລະນາຄະດີ ໃນທຸກລະ
ດັບ ຢ່າງກວ້າງຂວາງອີກດ້ວຍ ຊຶ່ງຊົງລິດ ໂພນເງີນ ມີລາຍງານຈາກບາງກອກ.

ທ່ານຄໍາພາ ແສງດາຣາ ປະທານສານປະຊາຊົນສູງສຸດ ຖະແຫຼງຍອມຮັບຕໍ່ກອງ “ປະຊຸມ
ສະໄໝສາມັນຄັ້ງທີ 10 ຂອງສະພາແຫ່ງຊາດລາວວ່າ ບັນຫາພາຍໃນ ລະບົບຕຸລາການ
ຂອງລາວໃນປັດຈຸບັນນີ້ ຄືການທີີ່ມີຄະດີຄວາມຄົງຄ້າງ ຢູ່ສານ ທຸກຂັ້ນເພີ້ມຂຶ້ນນັບມື້ ໂດຍ
ທີ່ມີສາເຫດມາຈາກຄວາມບົກຜ່ອງໃນການປະຕິບັດໜ້າ ທີ່ຂອງພະນັກງານສານທີ່ບໍ່ໄດ້
ອີງກັບສະພາບບັນຫາທີ່ເປັນຈິງ ຈຶ່ງເຮັດໃຫ້ຄູ່ຄວາມ ຂອງຄະດີ ບໍ່ຍອມຮັບຄຳຕັດສິນຂອງ
ສານ ແລະຟ້ອງຮ້ອງໃຫ້ເປັນຄະດີຄວາມຕໍ່ ໄປອີກ ນອກຈາກນີ້ ການທີ່ຄູ່ຄວາມມີສາຍພົວ
ພັນໃນວົງການພັກລັດທີີ່ເໜືອກວ່າ ຝ່າຍກົງກັນຂ້າມນັ້ນ ກໍຖືເປັນອີກສາເຫດນຶ່ງ ທີ່ເຮັດ
ໃຫ້ຄູ່ຄວາມໃນຄະດີບໍ່ຍອມຮັບ ຜິດ ຕາມການຕັດສິນຂອງສານ ເພາະເຊື່ອໝັ້ນວ່ າດ້ວຍ
ສາຍພົວພັນໃນວົງການ ພັກລັດນັ້ນ ຈະເຮັດໃຫ້ຝ່າຍຕົນ ຫລຸດພົ້ນຈາກຄວາມຜິດໄດ້ ໃນ
ທີ່ສຸດ ໂດຍສະ ເພາະແມ່ນໃນຂັ້ນຕອນຂອງການຮວບຮວມພະຍານຫລັກຖານ ເພື່ອປະ
ກອບເປັນ ສຳນວນຄະດີ ໃນການຟ້ອງຮ້ອງຕໍ່ສານ ທີ່ເປັນໜ້າທີ່ຂອງພະນັກງານໄອຍະ
ການ ນັ້ນ ກໍຖືເປັນປັດໄຈສຳຄັນໃນຄະດີຄວາມດ້ວຍເຊັ່ນກັນ ດັ່ງທີ່ທ່ານຄຳພາ ໄດ້ໃຫ້
ການຢືນຢັນວ່າ:

“ໃນບົດລາຍງານກະໄດ້ຂຽນວ່າມີຜູ້ພິພາກສາພວກເຮົາ ກະໄດ້ລະເມີດ 9 ຂໍ້ຫ້າມຂອງ
ກົດໝາຍວ່າດ້ວຍສານປະຊາຊົນ 11 ຂໍ້ຫ້າມຂອງກົດໝາຍວ່າຜູ້ພິພາກສາ ໃນນັ້ນກະ
ຮວມມີທັງຈຸ້ມເຈື້ອເຊື້ອສາຍແມ່ນຫຍັງຕ່າງໆ ແຕ່ຄວາມເປັນຈິງຂອງມັນ ເວົ້າເລື້ອງພວກ
ນີ້ໜິ ຕ້ອງເອົາຫລັກຖານຂໍ້ມູນລະອຽດ ເຮົາຈະເວົ້າສື່ໆບໍ່ໄດ້ ຈັ່ງ ຊັ້ນຈຶ່ງໄດ້ສະເໜີນຳບັນ
ດາທ່ານຜູ້ແທນວ່າ ຄັນມືຂໍ້ມູນລະແມ່ນວ່່າໃຫ້ມາຫາຄະ ນະກຳມະການກວດກາການ
ປະຕິບັດໜ້າທີ່ຂອຜູ້ພິພາກສາເພື່ອຊິໄດ້ດຳເນີນການ ສືບສວນສອບສວນລະອຽດ.”

ທາງດ້ານທ່ານຄຳສານ ສຸວົງ ປະທານໄອຍະການສູງສຸດກໍຍອມຮັບວ່າ ການປະຕິບັດ
ໜ້າທີ່ຂອງພະນັກງານໄອຍະການ ມີຂໍ້ບົກຜ່ອງໃນຫຼາຍດ່້ານ ຊຶ່ງເມື່ອສົມທົບ ດ້ວຍບັນ
ຫາຂາດແຄນ ໃນດ້ານບຸກຄະລາກອນ ແລະງົບປະມານ ຈຶ່ງເຮັດໃຫ້ບໍ່ສາ ມາດເບິ່ງແຍງ
ແລະຕິດຕາມຄະດີຄວາມຕ່າງໆ ທີ່ຮັບຜິດຊອບນັ້ນໄດ້ຢ່າງທົ່ວເຖິງ ດັ່ງທີ່ທ່ານຄຳສານ
ໄດ້ໃຫ້ການຢືນຢັນວ່າ:

ຄວາມສາມາດໃນການຕິດຕາມກວດກາການເຄົາລົບແລະປະຕິບັດກົດໝາຍໂດຍລວມ
ພວກຂ້າພະເຈົ້າກໍຍອມຮັບວ່າ ວຽກນີ້ພວກເຮົາເຮັດບໍ່ທັນເຂັ້ມແຂງ ແລະ ກໍບໍ່ທັນເຮັດ
ເຕັມພາລະບົດບາດ ແລະສິດທິໜ້າທີ່ ເນື່ອງຈາກວ່າບົດບາດ ແລະ ຄວາມສາມາດການ
ເຮັດໄດ້ຍັງມີຄວາມຈຳກັດ ບາງທ້ອງຖິ່ນນີ້ ຫົວໜ້າອົງການ ໄອຍະການ ບໍ່ແມ່ນກຳມະ
ການພັກ ແລະຈະເຮັດໄດ້ຕາມພາລະບົດບາດນີ້ ກະມີ ດ້ານຈຳກັດ.”

ນອກຈາກບັນຫາໃນລະບົບຕຸລາການດັ່ງກ່າວແລ້ວ ການຈັດຕັ້ງປະຕິບັດໜ້າທີ່ບໍ່ໂປ່ງ
ໃສໃນການກວດກາ ເພື່ອປ້ອງກັນແລະປາບປາມການທຸດຈະລິດໃນພັກລັດ ແລະການ
ຂາດຈັນຍາບັນ ຂອງພະນັກງານລັດ ໃນລະບົບຕຸລາການໃນລາວ ກໍ ຍັງເຮັດໃຫ້ປະຊາ
ຊົນບໍ່ສັດທາຕໍ່ລະບົບສານໃນລາວອີກດ້ວຍ.

ທາງດ້ານອົງການ Human Right Watch ລາຍງານວ່າ ການບັງຄັບໃຊ້ກົດ ໝາຍໃນ
ໜ່ວຍງານຕ່່່າງໆ ຂອງລັດຖະບານລາວ ທັງໃນຂັ້ນສູນກາງ ແລະໃນ ທ້ອງຖິ່ນ ຍັງເກີດ
ບັນຫາຊັກຊ້າ ແລະບໍ່ມີປະສິດທິພາບໃນທົ່ວປະເທດ ທັງຍັງ ປາກົດວ່າໄດ້ມີການບັງຄັບ
ໃຊ້ກົດໝາຍເກົ່າທີ່ຖືກແທນໂດຍກົດໝາຍໃໝ່ໄປແລ້ວ ໂດຍພາຍໃຕ້ສະພາບການດັ່ງ
ກ່າວຍັງເຮັດໃຫ້ມີການເລືອກປະຕິບັດກົດໝາຍຕໍ່ປະ ຊາຊົນທີ່ຂັດແຍ້ງກັບພະນັກງານ
ລັດ ກ່ຽວກັບຜົນປະໂຫຍດໃນທີ່ດິນທີ່ຖືກເວນຄືນ ຢ່າງບໍ່ຍຸຕິທຳ ຊຶ່ງຈະເຫັນໄດ້ຈາກການ
ທີ່ນາຍົກລັດຖະມົນຕີລາວ ໄດ້ອອກຄຳສັ່ງ ໃຫ້ເລັ່ງບັງຄັບຄະດີຕາມການຕັດສິນຂອງ
ສານ ເພື່ອເຮັດໃຫ້ປະຊາຊົນສັດທາ ຕໍ່ ລະບົບຍຸຕິທຳໃນລາວ ເພາະປາກົດວ່າມີຄະດີທີ່
ສານໄດ້ຕັດສິນໄປແລ້ວ 29,000 ກວ່າຄະດີນັ້ນ ຍັງບໍ່ໄດ້ມີການບັງຄັບຄະດີໃຫ້ເປັນໄປ
ຕາມການຕັດສິນຂອງສານ ປະຊາຊົນລາວແຕ່ຢ່າງໃດ.

ສ່ວນອົງການ USAID ຂອງສະຫະລັດອາເມຣິກາ ກໍໄດ້ໃຫ້ການຊ່ວຍເຫຼືອແກ່ລັດຖະບານ
ລາວ ໃນການພັດທະນາໂຄງຂ່າຍການເຜີຍແຜ່ລະບຽບກົດໝາຍຕ່າງໆ ດ້ວຍ Appli-
cation ໃນລະບົບໂທລະສັບມືຖືທັນສະໄໝແນໃສ່ເຮັດໃຫ້ປະຊາຊົນ ລາວສາມາດເຂົ້າ
ເຖິງ ແລະໄດ້ຮັບຂ່າວສານດ້ານລະບຽບກົດໝາຍຕ່າງໆ ຂອງລັດ ຖະບານໄດ້ຢ່າງເທົ່າ
ທັນກັບສະພາບການໂຕຈິງ ທັງຍັງໄດ້ພັດທະນາລະບົບທີ່ສາ ມາດເຊື່ອມໂຍງ ເຂົ້າກັບ
ຕະຫຼາດໂລກໄດ້ຢ່າງມີປະສີດທິພາບ ເພື່ອເຮັດໃຫ້ບັນດາ ນັກທຸລະກິດລາວ ແລະຊາວ
ຕ່າງຊາດ ສາມາດເຂົ້າເຖິງນິຕິກຳຕ່າງໆ ຂອງລາວ ຢ່າງສະດວກວ່ອງໄວ ແລະສາມາດ
ປະກອບຄວາມເຫັນຕໍ່ນິຕິກໍາຕ່າງໆໄດ້ດ້ວຍ ໂດຍອົງການ USAID ໄດ້ໃຫ້ການຊ່ວຍ
ເຫຼືອດັ່ງກ່າວນີ້ແກ່ລາວໃນຊ່ວງປີ 2019-2020.

XS
SM
MD
LG