ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ພິພາກສາ ເປີດຊ່ອງທາງ ໃຫ້ແກ່ ພວກຄົນ ເຂົ້າເມືອງ ຂໍຂຶ້ນທະບຽນ ໃນໂຄງການດາກາ ໄດ້

ນາງ ເມີໂລດີ ເຄ (Melody K.) ອາຍຸ 23 ປີ ເປັນຜູ້ນຶ່ງ ທີ່ໄດ້ລົງທະບຽນເຂົ້າໂຄງການ DACA ຜູ້ທີ່ໄດ້ຖືກນຳເຂົ້າມາໃນ ສະຫະລັດ ຕອນມີອາຍຸໄດ້ 8 ປີ ກ່າວຖະແຫລງ ໃນລະຫວ່າງ ການຊຸມນຸມເດີນຂະບວນ ເພື່ອສະໜັບສູໜູນ ກົດໝາຍອະນຸຍາດໃຫ້ພວກຄົນເຂົ້າເມືອງ ຢູ່ໃນສະຫະລັດ ໄດ້ຢ່າງຖາວອນ ໃນນະຄອນ ລອສ ແອນເຈີເລັສ, ວັນທີ 3 ກຸມພາ 2018. ພາບຖ່າຍໂດຍ: REUTERS/Monica Almeida

ຜູ້ພິພາກສາ ສານລັດຖະບານກາງ ສະຫະລັດ ໄດ້ສັ່ງໃຫ້ຄະນະລັດຖະບານ ທ່ານທຣຳ
ຮັກສາໄວ້ການປ້ອງກັນຈາກການຖືກເນລະເທດ ສຳລັບພວກຊາວ ໜຸ່ມທີ່ເຂົ້າເມືອງໂດຍ
ບໍ່ມີເອກກະສານ 700,000 ຄົນ ທີ່ຮູ້ຈັກກັນຄື “ພວກໄຝ່ຝັນ” ນັ້ນ.

ໃນການຄັດຄ້ານຢ່າງໜັກ ຕໍ່ຄວາມພະຍາຍາມທີ່ຈະຍຸຕິໂຄງການທີ່ຮູ້ຈັກກັນໃນ ຊື່
DACA ເຊິ່ງຜູ້ພິພາກສາສານເຂດ ທ່ານ ຈອນ ເບດສ໌ ຍັງໄດ້ສັ່ງໃຫ້ ກະຊວງຮັກສາ
ຄວາມປອດໄພພາຍໃນຂອງສະຫະລັດຫຼື DHS ຮັບເອົາພວກທີ່ຍື່ນເອກກະສານ ຂໍເຂົ້າ
ໂຄງການໃໝ່.

ນະໂຍບາຍຂອງ ປີ 2012 ໄດ້ຖືກປະກາດໃຊ້ ພາຍໃຕ້ອະດີດປະທານາທິບໍດີ ບາຣັກ
ໂອບາມາ ທີ່ໄດ້ອະນຸຍາດໃຫ້ພວກຄົນເຂົ້າເມືອງທີ່ບໍ່ມີເອກກະສານ ຜູ້ທີ່ເຂົ້າມາໃນ
ສະຫະລັດ ໃນເວລາຍັງເຍົາໄວ ທີ່ໄດ້ລົງທະບຽນເຂົ້າ ຫຼື ໄດ້ຮຽນຈົບໂຮງຮຽນມັດທະຍົມ
ແລະ ບໍ່ໄດ້ມີປະຫວັດ ການກໍ່ອາຊະຍາກຳທີ່ຮ້າຍແຮງ ສາມາດຢູ່ອາໄສ ແລະ ເຮັດວຽກ
ໃນ ສະຫະລັດ ໄດ້ເປັນເວລາສອງປີ ທີ່ຕໍ່ອາຍຸ ເວລາອອກໄປໄດ້ ໂດຍປາດສະຈາກ
ການຢ້ານກົວວ່າ ຈະຖືກເນລະເທດ.

ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ພົບປະກັບ ກຸ່ມ ທີ່ເອີ້ນວ່າ "ພວກໄຝ່ຝັນ" ຜູ້ທີ່ໄ້ດ້ຮັບ ການປົກປ້ອງຈາກການຖືກເນລະເທດ ທີ່ຮູ້ຈັກກັນໃນຊື່ (DACA) ຢູ່ທີ່ທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 4 ກຸມພາ 2015.
ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ພົບປະກັບ ກຸ່ມ ທີ່ເອີ້ນວ່າ "ພວກໄຝ່ຝັນ" ຜູ້ທີ່ໄ້ດ້ຮັບ ການປົກປ້ອງຈາກການຖືກເນລະເທດ ທີ່ຮູ້ຈັກກັນໃນຊື່ (DACA) ຢູ່ທີ່ທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 4 ກຸມພາ 2015.

ກະຊວງ DHS ໄດ້ຍົກເລີກໂຄງການດັ່ງກ່າວ ໃນປີ 2017 ໂດຍການໂຕ້ແຍ້ງວ່າ
ຄະນະລັດຖະບານຊຸດກ່ອນ ຂາດອຳນາດທາງດ້ານກົດໝາຍ ທີ່ຈະສ້າງຕັ້ງໂຄງການ
ດັ່ງກ່າວຂຶ້ນ.

ທ່ານທຣຳ ໄດ້ກຳນົດເສັ້ນຕາຍ ໃນເດືອນມີນາ ແກ່ບັນດາສະມາຊິກສະພາ ໃຫ້ມີການ
ແກ້ໄຂທີ່ຖາວອນ ສຳລັບພວກທີ່ຂຶ້ນທະບຽນຢູ່ໃນໂຄງການ DACA ແຕ່ ລັດຖະສະພາ
ທີ່ນຳພາໂດຍພັກຣີພັບບລີກັນ ບໍ່ໄດ້ກະທຳຫຍັງເລີຍ. ສານລັດຖະ ບານກາງຈຳນວນນຶ່ງ
ໄດ້ລົງຄວາມເຫັນ ໃນໂຄງການປົກປ້ອງ DACA ທີ່ມີຢູ່ແລ້ວນັ້ນ ວ່າ ຈະຕ້ອງຮັກສາໄວ້
ໃນຂະນະທີ່ ການໂຕ້ແຍ້ງທາງດ້ານກົດໝາຍໂດຍລວມຕ່າງໆ ຍັງດຳເນີນຕໍ່ໄປ.

ໃນວັນອັງຄານວານນີ້ ທ່ານ ເບດສ໌ ຜູ້ພິພາກສາ ໄດ້ຂຽນລົງໃນຄຳຕັດສິນວ່າ ການຕັດສິນ
ຂອງກະຊວງ DHS ທີ່ໄດ້ຍົກເລີກໂຄງການ DACA ນັ້ນ ແມ່ນ “ການຕັດສິນໂດຍພາລະ
ການ ແລະ ຕາມອຳເພີໃຈ ຍ້ອນວ່າກະຊວງດັ່ງກ່າວ ບໍ່ສາມາດອະທິບາຍ ບົດສະລຸບ
ຂອງຕົນໄດ້ ວ່າ ໂຄງການທີ່ວ່ານີ້ ຜິດກົດໝາຍຈັ່ງໃດ.”

ທ່ານໄດ້ສັ່ງໃຫ້ໂຈະຄຳຕັດສິນຂອງທ່ານ ເປັນເວລາ 90 ມື້ ເພື່ອໃຫ້ໂອກາດແກ່ທາງ
ກະຊວງ “ໃຫ້ການອະທິບາຍທີ່ດີກວ່ານີ້ ກ່ຽວກັບການຕັດສິນ ໃນການທີ່ຈະຍົກເລີກ
ໂຄງການຂອງທາງກະຊວງ.”

ຍັງບໍ່ມີການສະແດງຄວາມເຫັນໃດໆ ຈາກທາງລັດຖະບານ ຂອງທ່ານທຣຳ.

Trump DACA
please wait
Embed

No media source currently available

0:00 0:00:30 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG