ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການລຸກຮື Arab Spring ໄດ້ກາຍມາ ເປັນຄວາມຜິດຫວັງ (ວີດິໂອ)


Jubilation over Arab Spring Turns to Despair
please wait

No media source currently available

0:00 0:02:45 0:00
ລິງໂດຍກົງ

ເບິ່ງວີດິໂອ ກ່ຽວກັບລາຍງານນີ້.

ຫຼັງຈາກເວລາຫຼາຍກວ່າສອງປີເຄິ່ງ ຄວາມຮູ້ສຶກທີ່​ຫ້ອມ​ລ້ອມອັນ​
ທີ່​ເອີ້ນ​ວ່າ Arab Spring ຫລື​ລະດູບານ​ໃໝ່ຂອງ​ໂລກ​ອາຣັບ ກໍ
​ຄື​ການ​ປະຕິວັດ​ໂຄ່​ນລົ້ມ​ບັນດາ​ຜູ້​ປົກຄອງ​ທີ່​ຜະ​ເດັດ​ການນັ້ນ ໄດ້
ປ່ຽນແປງໄປຢ່າງ​ໃຫຍ່ ຈາກຄວາມດີອົກດີໃຈ ໄປສູ່ຄວາມທໍ້ແທ້
ໝົດຫວັງ ທ່າມກາງຄວາມຮຸນແຮງ ແລະການເຂັ່ນຂ້າກັນຢ່າງ
ນອງເລືອດ ຢູ່ໃນຂົງເຂດຕາເວັນອອກກາງ. ​ແມ່ນ​ຫຍັງທີ່ເກີດຜິດ
ພາດໄປ ແລະທ່າອຽງຕ່າງໆໃນປັດຈຸບັນນີ້ຈະມີຄວາມໝາຍຢ່າງ
ໃດ ສໍາລັບອະນາຄົດຂອງຂົງເຂດດັ່ງກ່າວ. Meredith Buel ຜູ້
ສື່ຂ່າວວີໂອເອ ມີລາຍງານເລຶ່ອງນີ້ ຈາກນະຄອນຫຼວງວໍຊິງຕັນ
ຊຶ່ງທອງປານ ຈະນໍາມາສະເໜີທ່ານ ໃນອັນດັບຕໍ່ໄປ.

ລິງໂດຍກົງ


ໃນຕົ້ນປີ 2011 ຊາວອີຈິບພາກັນດີອົກດີໃຈຢ່າງລົ້ນເຫຼືອ ເວລາການລຸກຮືຂອງ​ມະຫາຊົນ ໄດ້ສິ້ນສຸດການປົກຄອງປະເທດ ມາໄດ້ 30 ປີ ຂອງທ່ນ Hosni Mubarak.

ພວກຈອມຜະເດັດການ ​ໃນທົ່ວຂົງເຂດຕາເວັນອອກກາງແລະອາຟຣິກາເໜືອ ໄດ້ຖືກໂຄ່ນ
ລົ້ມ ແລະບັນຍາກາດຢູ່ໃນກຸ່ມພວກເດີນຂະບວນປະທ້ວງເພື່ອປະຊາທິປະໄຕ ໃນເວລານັ້ນ
ແມ່ນເຕັມ​ໄປ​ດ້ວຍຄວາມມ່ວນ​ຊື່ນສະບາຍອົກສະບາຍໃຈໄປຕາມໆກັນ.

ການເຄື່ອນໄຫວດັ່ງກ່າວ ໄດ້ຖືກຕັ້ງຊື່​ໂດຍ​ໄວວ່າ Arab Spring ຫລື​ລະດູບານ​ໃໝ່ຂອງ​ໂລກ​
ອາຫຣັບ ແຕ່ມັນ​ກໍ​ໄດ້ສ້າງອັນທີ່ໄດ້ກາຍມາເປັນ ຄວາມຫວັງ​ແບບ​ລົມໆ​ແລ້ງໆ ສໍາລັບ
ອະນາຄົດ.

James Phillips ນັກວິເຄາະອາວຸໂສ ກ່ຽວ​ກັບພາກຕາເວັນອອກກາງ ປະຈໍາມູນນິທິ Heritage Foundation ເວົ້າວ່າ:

“ແທ້ໆແລ້ວ ລັດຖະບານໂອບາມາ ແລະລັດຖະບານຕາເວັນຕົກອື່ນໆຕ່າງ
ກໍຄິດ​ແລະປາດຖະໜາຢາກ​ໃຫ້​ເປັນ​ເຊ່ນນັ້ນ ແລະຫວັງວ່າ ສິ່ງນີ້ຈະ​ເປັນ.. ຄື...ພຽງແຕ່ຄໍາວ່າ Arab Spring ກໍຊີ້ແນະແລ້ວວ່າ ມັນ​ໜ້າ​ຈະເປັນການ
ຜັນປ່ຽນໄປສູ່ປະຊາທິປະໄຕ ທີ່​ຫຼີກລ່ຽງບໍ່ໄດ້ ແລະເຕັມ​ໄປ​ດ້ວຍຄວາມ
ຫວັງ ແຕ່ຂ້າພະເຈົ້າບໍ່ຄິດວ່າ ມັນ​ເຄີຍເປັນແນວນັ້ນ​ເລີຍ.”


ບໍ່ດົນຕໍ່​ມາ ພາກສ່ວນ​ໃຫຍ່ຂອງຂົງເຂດຕາເວັນອອກກາງ ກໍຕົກຢູ່ໃນຄວາມວຸ້ນວາຍ.

ຄືເມື່ອເດືອນຜ່ານມານີ້ ກອງທັບອີຈິບ ໄດ້ໂຄ່ນລົ້ມປະທານາທິບໍດີທີ່ໄດ້ຖືກເລືອກຕັ້ງ
ເປັນເທື່ອທໍາອິດ ແລະຕໍ່​ມາ​ກໍໄດ້ປ່ອຍຕົວທ່ານ Mubarak ອອກຈາກຄຸກ ໂດຍໃຫ້ທ່ານ
ຢູ່ພາຍໃຕ້ການຖືກກັກບໍລິເວນ.

ກ່ອນໜ້ານັ້ນ ຊີເຣຍກໍ​ໄດ້ຕົກຢູ່ໃນສະພາວະສົງຄາມກາງເມືອງ ​ແລະ​ມາ​ບັດ​ນີ້ ຮອດມີຮ່ອງ
ຮອຍວ່າອາດ​ໄດ້ມີການນໍາ​ໃຊ້ອາວຸດເຄມີ ໃນການ​ຂັດ​ແຍ້​ງສູ້​ລົບກັນ ທີ່ໄດ້ສັງຫານຜູ້ຄົນ
ໄປແລ້ວ ຫຼາຍກວ່ານຶ່ງແສນຄົນ.

ກຸ່ມຫົວຮຸນແຮງ ທີ່ເຊື່ອມໂຍງກັບກຸ່ມກໍ່ການຮ້າຍອາລຄາອີດາ ໄດ້ພາກັນບຸກໄປຢູ່ທົ່ວ ຊີເຣຍ ຂະນະທີ່ພວກປະຊາຊົນພົນລະ​ເຮືອນພາກັນຫຼົບໜີໄພ. ເກືອບສອງລ້ານຄົນ ກາຍເປັນຊາວອົບພະຍົບ ທີ່ສ້າງພາລະແບກຫາບໃຫ້ ແກ່ພວກປະເທດເພື່ອນບ້ານ ຂອງຊີເຣຍ.

ສ່ວນທີ່ລີເບຍ ພວກທະຫານ​ບ້ານ​ຫລາຍ​ຮ້ອຍກຸ່ມ ກໍທໍາການເຄື່ອນໄຫວໄປທົ່ວປະເທດ. ບາງກຸ່ມກໍເຊື່ອມໂຍງກັບ ອາລຄາອີດາ.

ວີ​ໂອ​ເອ​ໄດ້​ໂອ້​ລົມຜ່ານ Skype ກັບ Jonathan Schanzer ປະຈໍາມູນນິທິເພື່ອປ້ອງກັນ
ປະເທດທີ່ເປັນປະຊາທິປະໄຕ ຫຼື Foundation for Defense of Democracies.

ທ່ານ Schanzer ເວົ້າວ່າ: “​ເຮົາຕ້ອງຈົດຈໍາວ່າ ໂລກອາຫຣັບນັ້ນບໍ່ມີປະສົບການ
ຫຍັງຫຼາຍໃນເລຶ່ອງປະຊາທິປະໄຕ. ແທ້ໆແລ້ວ ໂລກອາຫຣັບບໍ່ມີປະສົບການກ່ຽວ​ກັບປະຊາທິປະໄຕ​ເລີຍ. ​ເຂົາ​ເຈົ້າ​ຈຶ່ງໂຫຍ​ຫາ ແລະຢາກ​ໄດ້ປະຊາທິປະໄຕຫຼາຍ
ທີ່ສຸດ ແຕ່ນັ້ນກໍບໍ່ໄດ້ໝາຍຄວາມວ່າ ພວກເຂົາເຈົ້າຈະຮູ້ວິທີ ທີ່ຈະ​ເອົາມັນມາ​ໃຫ້ໄດ້ຢ່າງໃດ.”

ສ່ວນຢູ່ທີ່ອີຣັກ ລຸນຫຼັງການເລືອກຕັ້ງ ແລະການຖອນທະຫານສະຫະລັດອອກ​ໄປ ກໍ​ໄດ້
ມີການກໍ່ການຮ້າຍແລະຄວາມຮຸນແຮງເພີ່ມຫຼາຍຂຶ້ນ ທ່າມກາງຄວາມເຄັ່ງຕຶງລະຫວ່າງ
ຊາວມຸສລິມ ນິກາຍ ຊຸນນີ ແລະ ຊີໄອ້ທ໌.

ລັດຖະບານອີຣັກ ທີ່ນໍາໂດຍພວກນິກາຍຊຸນນີ ​ໄດ້ຖິ້ມໂທດການ​ກໍ່​ຄວາມ​ຮຸນແຮງສ່ວນໃຫຍ່
ໃສ່ກຸ່ມອາລຄາອີດາ ແລະນັກວິເຄາະເວົ້າວ່າ ກຸ່ມດັ່ງກ່າວ ຢູ່ໃນທ່າໄດ້ປຽບຫຼາຍ ເພື່ອສວຍ
ໂອກາດຈາກຄວາມວຸ້ນວາຍປັ່ນ​ປ່ວນທີ່ກໍາລັງຄຸກຄາມໄປທົ່ວຂົງເຂດຕາເວັນອອກກາງນັ້ນ.

ທ່ານ Jonathan Schanzer ປະຈໍາມູນນິທິເພື່ອປ້ອງກັນປະເທດປະຊາທິປະໄຕ ເວົ້າວ່າ:

“ຄວາມ​ວຸ້ນວາຍ​ຕ່າງໆ​ເຫລົ່ານີ້ ຄືເຫດການສັ່ນສະເທືອນຢ່າງຮຸນແຮງ ທີ່
ເກີດຂຶ້ນຫລັງຈາກການລຸກຮື Arab Spring. ພວກເຮົາບໍ່ແນ່ໃຈວ່າ ມັນ
ຈະຍືດເຍື້ອໄປອີກດົນນານສໍ່າໃດ ແຕ່ຢ່າງໜ້ອຍ ໃນເວລານີ້ ກໍເບິ່ງຄືວ່າ ມັນບໍ່ຊົງວ່າຈະສິ້ນສຸດລົງໃນໄວໆນີ້.”


ຊາວມຸສລິມ ນິກາຍຊຸນນີ ປະທະກັບ ນິກາຍ ຊີໄອ້ທ໌, ພວກ​ຫົວອິສລາມ ປະທະກັບພວກ
ຟັກໄຝ່ທາງໂລກ, ພວກຜະເດັດການ ປະທະກັບປະຊາທິປະໄຕ ຊຶ່ງການ​ຂັດ​ແຍ້​ງຕ່າງໆ
ທັງ​ໝົດທີ່ກ່າວມານັ້ນ ກໍາລັງຟົດເດືອດ ຢູ່ໃນຂົງເຂດຕາເວັນອອກກາງ ທີ່ປ່ຽນແປງໄດ້
ງ່າຍໆນັ້ນ.

ທ່ານ ຟິລລິບ ຈາກ​ມູນ​ນິທິ Heritage ເວົ້າວ່າ: “ຂ້າພະເຈົ້າຫວັງວ່າ ມັນຈະບໍ່ປ່ຽນ
ຈາກ Arab Spring ຫຼື ລະດູບານໃໝ່ອາຫຣັບ ໄປເປັນ Islamist winter ຫຼື ລະດູໜາວອິສລາມ ເນາະ ແຕ່ກໍໜ້າເສຍໃຈ ຂ້າພະເຈົ້າຄິດວ່າ ນັ້ນຄືສິ່ງທີ່ຈະ
ເກີດຂຶ້ນ ຢູ່ໃນຫຼາຍພາກສ່ວນຂອງໂລກອາຫຣັບ.”


ທ່ານ ຟິລລິບ ເວົ້າອີກວ່າ ມັນຈະໃຊ້ເວລາຢ່າງໜ້ອຍ ເຖິງນຶ່ງເຊັ່ນຄົນພຸ້ນ​ແຫລະ ສໍາລັບ ສິ່ງທີ່ທ່ານທໍານາຍວ່າ ຈະເປັນການຜັນປ່ຽນໄປສູ່ປະຊາທິປະໄຕທີ່​ແສນ​ສາຫັດ ຢູ່ໃນ
ພາກຕາເວັນອອກກາງ.
XS
SM
MD
LG