ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງ​ການ​ຄຸ້ມ​ຄອງ​ນັກ​ຂ່າວ ກ່າວ​ວ່າ ການ​ເສຍ​ຊີ​ວິດ ​ຂອງພວກ​ນັກ​ຂ່າວ ​ຫລຸດ​ລົງ ແຕ່​ກໍຍັງ​ເປັນ​ອັນ​ຕະ​ລາຍ​ຢູ່


ບັນ​ດາ​ນັກ​ຂ່​າວ​ໂທ​ລະ​ພາບ​ກຳ​ລັງ​ເຮັດ​ວຽກ​ຢູ່​ຈອມ​ພູ ເຊ​ແລນ​ປີ​ນາ ແຂວງ​ແຊນ​ລິ​ອູ​ຟາ ພາກ​ໃຕ້​ປະ​ເທດ​ເທີ​ກີ ວັນ​ທີ 20 ຕຸ​ລາ 2019.
ບັນ​ດາ​ນັກ​ຂ່​າວ​ໂທ​ລະ​ພາບ​ກຳ​ລັງ​ເຮັດ​ວຽກ​ຢູ່​ຈອມ​ພູ ເຊ​ແລນ​ປີ​ນາ ແຂວງ​ແຊນ​ລິ​ອູ​ຟາ ພາກ​ໃຕ້​ປະ​ເທດ​ເທີ​ກີ ວັນ​ທີ 20 ຕຸ​ລາ 2019.

ຈຳ​ນວນ​ບັນ​ດາ​ນັກ​ຂ່າວ​ທີ່​ຖືກ​ຂ້າ​ຕາຍ​ຢູ່​ທົ່ວ​ໂລກ​ໃນ​ປີ 2019 ແມ່ນ​ຕ່ຳ​ສຸດ​ໃນ​ຮອບ​ນຶ່ງ
ທົດ​ສະ​ວັດກວ່າໆ​ທີ່​ຜ່ານ​ມາ ໃນ​ຂະ​ນະ​ທີ່​ບັນ​ດາ​ເຂດ​ສົງ​ຄາມ​ມີ​ຄວາມ​ຮ້າຍ​ແຮງ​ຜ່ອນ
​ເບົາ​ລົງ ອີງ​ຕາມ​ຄຳ​ເວົ້າ​ຂອງ​ກຸ່ມ​ສະ​ໜັບ​ສະ​ໜູນ​ອົງ​ການ​ຂ່າວ​ເສ​ລີ​ສອງ​ກຸ່ມທີ່​ນຳ​ໜ້າ
ຂອງ​ໂລກ​.

ຄະ​ນະ​ກຳ​ມະ​ການ​ປົກ​ປ້ອງ​ນັກ​ຂ່າວ ​ຫຼື CPJ ທີ່ມີຫ້ອງ​ການຢູ່​ນະ​ຄອນ​ນິວຢອກ ແລະ​
ອົງ​ການນັກ​ຂ່າວ​ບໍ່​ມີ​ພົມ​ແດນ ​ຫຼື RSF ທີ່​ມີ​ສຳ​ນັກ​ງານ​ໃຫຍ່​ທີ່​ນະ​ຄອນ​ຫຼວງ​ປາ​ຣີ ໄດ້
ນຳ​ອອກ​ເຜີຍ​ແຜ່​ລາຍ​ງານ​ທີ່​ຕ່າງ​ກັນ​ ​ແຕ່​ໄດ້​ລະ​ບຸ​ເຖິງ ທ່າ​ອຽງ​ແບບດຽວ​ກັນ ​ໃນ​ວັນ
​ອັງ​ຄານ​ວານ​ນີ້.

ລາຍ​ງານ​ປະ​ຈຳ​ປີ​ຂອງ​ອົງ​ການ​ທັງ​ສອງ ເຖິງ​ຢ່າງ​ໃດ​ກໍ​ດີ ​ແມ່ນອີງ​ຕາມ​ການ​ພົບ​ເຫັນ
ໃນການ​ຄົ້ນ​ຄວ້າ​ທີ່​ແຕກ​ຕ່າງ​ກັນ ​ຊຶ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ຂໍ້​ມູນ​ທີ່​ໜັກ​ແໜ້ນຈຳນວນ​ນຶ່ງ
ທີ່ບໍ່​ຄ້າຍ​ຄື​ກັນ.

ອົງ​ການ CPJ ກ່າວ​ວ່າ ​ຢ່າງ​ໜ້ອຍ ພວກ​ນັກ​ຂ່າວ 25 ຄົນ​ໄດ້​ເສຍ​ຊີ​ວິດ​ຢູ່​ໃນ​ໜ້າ​ທີ່​ໃນ​
ປີ 2019 ຊຶ່ງ​ເປັນ​ໂ​ຕ​ເລກ​ຕ່ຳ​ສຸດ ​ນັບ​ແຕ່​ປີ 2002 ເປັນ​ຕົ້ນ​ມາ ເວ​ລາ​ພວກ​ນັກ​ຂ່າວ 21
ຄົນ​ໄດ້​ເສຍ​ຊີ​ວິດ​ຢູ່​ໃນ​ຂະ​ນະ​ທີ່​ພວມ​ປະ​ຕິ​ບັດ​ໜ້າ​ທີ່. ​ອົງ​ການ RSF ໄດ້​ລາຍງ​ານ​ວ່າ ມີ
49 ຄົນ​ໄດ້​ເສຍ​ຊີ​ວິດ ຊຶ່ງ​ເປັນໂຕ​ເລກ​ທີ່​ຕ່ຳ​ສຸດ​ ນັບ​ແຕ່ 36 ​ຄົນ ໄດ້​ເສຍ​ຊີ​ວິດ​ໃນ​ປີ 2003.

ທັງ​ສອງ​ອົງ​ການ​ໄດ້​ເນັ້ນ​ໜັກ​ວ່າ ເຖິງ​ແມ່ນ​ການ​ຕາຍ​ຂອງ​ນັກ​ຂ່າວ​ຢູ່​ເຂດ​ສົງ​ຄາມ​ໄດ້​
ຫລຸດ​ລົງກໍ​ຈິງ ຈຳ​ນວນພວກ​ນັກ​ຂ່າວທີ່​ເສຍ​ຊີ​ວິດ​ຢູ່​ໃນ​ປະ​ເທດ​ຕ່າງໆ ໃນ​ຍາມ​ສະ​ຫງົບ
​ແມ່ນ​ຍັງ​ຄື​ເກົ່າ​ກັບ​ຫຼາຍ​ປີກ່ອນ ແລະ​ການ​ຫລຸດ​ລົງ​ນັ້ນ​ບໍ່​ເປັນ​ສາ​ເຫດທີ່​ພາ​ໃຫ້​ມີ​ຄວາມ​
ພຶງພໍ​ໃຈ.

ບັນ​ທຶກການເສຍ​ຊີ​ວິດ​ ຂອງ​ອົງ​ການ CPJ ພຽງ​ແຕ່​ຊີ້​ແນະ​ການ​ຕອບ​ໂຕ້ໃນ​ການ​ລາຍ​
ງານ​ກ່ຽວ​ກັບ​ສູ້​ລົບ ທີ່ພົວ​ພັນ​ການ​ຍິງ​ກັນ “ຫຼື​ໃນ​ຂະ​ນະ​ທີ່ການອອກ​ປະ​ຕິ​ບັດ​ງ​ານ​ທີ່​ເປັນ
​ອັນ​ຕະ​ລາຍ ເຊັ່ນ​ວ່າລ​າຍ​ງານກ່ຽວ​ກັບ​ການປະ​ທ້ວງ​ທີ່​ໄດ້​ກາຍ​ເປັນ​ຄວາມ​ຮຸນ​ແຮງ.”
ຊີ​ເຣຍ ແລະ​ເມັກ​ຊິ​ໂກ ເປັນ​ບ່ອນ​ອັນ​ຕະ​ລາຍ​ທີ່​ສຸດ​ສຳ​ລັບພວກ​ນັກ​ຂ່າວ​ໃນ​ປີ 2019
ອີງ​ຕາມ​ລາຍ​ງານຂອງ​ອົງ​ການ​ດັ່ງ​ກ່າວ.

​ອົງ​ການ CPJ ລາຍ​ງານ​ກ່າວ​ວ່າ “ການ​ຕາຍ​ຢູ່​ໃນ​ຊີ​ເຣຍ ບ່ອນ​ທີ່​ຢ່າງ​ໜ້ອຍ ພວກ​ນັກ
​ຂ່າວ 143 ຄົນ ໄດ້​ເສຍ​ຊີ​ວິດ​ຢູ່​ໃນ​ສົງ​ຄາມ ໄດ້​ຫລຸດ​ລົງ ນັບ​ແຕ່ໄດ້ຖີບຂຶ້ນສູງ​ເຖິງ​ 31
ຄົ​ນ ໃນ​ປີ 2012.”

“ຮ້າຍ​ແຮງ​ໄປ​ກວ່າ​ນັ້ນ ​ກຸ່ມ​ພວກ​ນັກ​ຂ່າວ ​ທີ່​ຖືກ​ລະ​ບຸ​ວ່າ ຄາດ​ຕະ​ກຳ​ນັ້ນ ມີ ຢ່າງ​ໜ້ອຍ
10 ຄົນ ຊຶ່ງເປັນ​ຈຳ​ນວນທີ່​ນ້ອຍ​ທີ່​ສຸດ​ ຢູ່​ໃນ​ລາຍ​ງານປະ​ຈຳ​ປີ​ ຂອງອົງ​ການ CPJ ຊຶ່ງ
​ມີ​ຂຶ້ນໃນ​ປີ 1992. ນັ້ນ​ຄື​ຄຳ​ເວົ້າ​ຂອງ​ອົງ​ການ CPJ ທີ່​ໄດ້ກ່າວ​ໄວ້ແລະ​ກ່າວ​ຕື່ມ​ວ່າ ເຄິ່ງ
​ນຶ່ງ​ຂອງ​ພວກທີ່ “ຖືກ​ລະ​ບຸ​ວ່າ” ເປັນ​ການ ຄາດຕະ​ກຳນັ້ນ ​ແມ່ນ​ຖືກ​ສັງ​ຫານ​ໃນ​ເມັກ​ຊິ​ໂກ.


The number of journalists killed globally in 2019 is the lowest in over a decade as some war zones became less deadly, say two of the world's leading free-press advocacy groups.

New York-based Committee to Protect Journalists (CPJ) and Paris-headquartered Reporters Without Borders (RSF), which is known by its French initials, released separate reports that identified the same trend on Tuesday.

Each of the annual reports, however, based findings on distinct research methodologies, resulting in some hard data discrepancies.

CPJ says at least 25 journalists were killed in the line of duty in 2019, the lowest figure since 2002 when 21 journalists lost their lives in the field. RSF reported 49 killed, the lowest number since 36 were killed in 2003.

Both organizations emphasized that although journalist war zone fatalities have declined, the number of journalists killed in countries at peace remains consistent with years prior, and that the decrease is no cause for complacency.


CPJ logs killings only in direct reprisal for reporting combat-related crossfire, "or while carrying out a dangerous assignment such as covering a protest that turns violent." Syria and Mexico are the deadliest for journalists in 2019, its report said.

"Deaths in Syria, where at least 134 journalists have been killed in the war, have declined since a high of 31 in 2012," the CPJ report states.

XS
SM
MD
LG