ວັນທີສາມພຶດສະພາຈະມາເຖິງນີ້ຈະເປັນຂີດໝາຍວັນຄົບຮອບ 30 ປີຂອງວັນເສລີພາບໃນການນຳສະເໜີຂ່າວໂລກ. ອົງການສະຫະປະຊາຊາດກ່າວວ່າ ວັນດັ່ງກ່າວ ມີໜ້າທີ່ເປັນເໝືອນກັບສິ່ງຕັກເຕືອນຕໍ່ລັດຖະບານຂອງປະເທດທັງຫຼາຍ ຢູ່ທົ່ວໂລກ ກ່ຽວກັບ ຄວາມຈຳເປັນຂອງການປະຕິບັດຕາມ ຄຳໝັ້ນສັນຍາຂອງເຂົາເຈົ້າຕໍ່ເສລີພາບໃນການອອກຂ່າວ. ພຸດທະສອນ ມີລາຍງານມາສະເໜີທ່ານໃນອັນດັບຕໍ່ໄປ.
ເສລີພາບໃນການນຳສະເໜີຂ່າວແມ່ນຫຍັງ? ອົງການ Freedom House ໄດ້ຂຽນຢູ່ໃນໜ້າເວັບໄຊ້ຂອງເຂົາເຈົ້າວ່າແມ່ນ “ຄວາມສາມາດຂອງບັນດານັກຂ່າວທີ່ຈະລາຍງານຢ່າງເປັນອິດສະຫຼະ ກ່ຽວກັບ ບັນຫາທີ່ສັງຄົມສົນໃຈ ແມ່ນຕົວລະບຸທີ່ສຳຄັນຂອງປະຊາທິປະໄຕ. ເສລີພາບໃນການນຳສະເໜີຂ່າວ ສາມາດແຈ້ງໃຫ້ປະຊາຊົນທັງຫຼາຍ ຊາບ ກ່ຽວກັບ ຄວາມສຳເລັດ ຫຼື ຄວາມລົ້ມແຫຼວຂອງຜູ້ນຳຂອງເຂົາເຈົ້າ, ສົ່ງຂ່າວ ກ່ຽວກັບ ຄວາມຕ້ອງການ ແລະ ຄວາມປາຖະໜາຂອງປະຊາຊົນ ໃຫ້ບັນດາອົງການຕ່າງໆຂອງລັດຖະບານ, ແລະ ສະໜອງພື້ນທີ່ສຳລັບການແລກປ່ຽນຂໍ້ມູນ ແລະ ຄວາມຄິດທີ່ເປີດກວ້າງ. ເວລາທີ່ເສລີພາບຂອງສື່ມວນຊົນແມ່ນຖືກຫ້າມ, ວຽກງານທີ່ສຳຄັນດັ່ງກ່າວນີ້ຈະຫຼົ້ມແຫລວ ຈົນນຳໄປສູ່ການທຳການຕັດສິນໃຈທີ່ບໍ່ດີ ແລະ ຜົນອອກມາທີ່ເປັນອັນຕະລາຍສຳລັບບັນດາຜູ້ນຳ ແລະ ປະຊາຊົນໃນຊາດ.”
ປະເທດທີ່ທຳການປາບປາມເສລີພາບໃນການນຳສະເໜີຂ່າວສ່ວນໃຫຍ່ຈະເປັນປະເທດທີ່ມີລະບອບຜະເດັດການ, ເຊິ່ງໃນດັດຊະນີເສລີພາບໃນການສະເໜີຂ່າວໂລກໄດ້ຈັດໃຫ້ປະເທດເກົາຫຼີເໜືອ ຢູ່ໃນອັນດັບທີ່ຂີ້ຮ້າຍທີ່ສຸດ, ຕາມດ້ວຍ, ເອຣິເທຣຍ, ອີຣ່ານ, ຈີນ ແລະ ອື່ນໆ.
ໃນຂະນະທີ່ວິກິດການຕ່າງໆເຊັ່ນ ຄວາມຂັດແຍ້ງ, ບັນຫາການເມືອງ ແລະ ຄວາມຮຸນແຮງເກີດຂຶ້ນຢູ່ທຸກບ່ອນຂອງໂລກນັ້ນ, ບັນດານັກການເມືອງຜູ້ທີ່ຢາກຫຼີກລ່ຽງຈາກການຮັບຜິດຊອບ ສຳລັບຄວາມຜິດຂອງເຂົາເຈົ້າແມ່ນໄດ້ທຳການປາບປາມນັກຂ່າວທີ່ລາຍງານຂ່າວທີ່ມີຄວາມຈິງ ແລະລາຍງານໂດຍໃຊ້ຂໍ້ມູນທີ່ມີການບິດເບືອນ ແລະ ເຜີຍແຜ່ຂໍ້ມູນທີ່ຜິດແທນ.
ປະເທດລາວ ກໍແມ່ນນຶ່ງໃນບັນດາປະເທດທີ່ມີການຈຳກັດໃນການນຳສະເໜີຂ່າວ, ເຊິ່ງລັດຖະບານລາວໄດ້ທຳການກວດກາຂ່າວຢ່າງເຂັ້ມງວດ, ຄົນລາວທ່ານນຶ່ງ ທີ່ໄດ້ກ່າວຕໍ່ວີໂອເອລາວໂດຍຂໍບໍ່ອອກຊື່ວ່າ:
“ເບິ່ງຂ່າວ ຟັງຂ່າວເກືອບທຸກມື້ແຕ່ກະບໍ່ມີຫຍັງໃຫ້ເບິ່ງຫຼາຍ, ສ່ວນຫຼາຍເພິ່ນລາຍງານແຕ່ພິທີນັ້ນ ພິທີນີ້, ມີແຕ່ຂ່າວດີໆ. ແຕ່ກະມີລາຍການຂອງກອງທັບທີ່ເພິ່ນເອົາຂ່າວຂີ້ຢາ ຂີ້ລັກງັດແງະມາອອກ. ຄັນຊິວ່າແລ້ວ ທາງການເພິ່ນຫຼີກລ່ຽງຂ່າວຄວາມວຸ້ນວາຍ ຍ້ອນມັນຊິເປັນການຍຸແຍ່ສັງຄົມ.”
ເສລີພາບໃນການນຳສະເໜີຂ່າວ ເປັນພາກສ່ວນທີ່ສຳຄັນທີ່ສຸດໃນຂະບວນການປະຊາທິປະໄຕເພາະວ່າມັນເຮັດໃຫ້ປະຊາຊົນ, ໂດຍສະເພາະແມ່ນຜູ້ທີ່ຈະໄປລົງຄະແນນສຽງເລືອກຕັ້ງມີຄວາມຮູ້ ກ່ຽວກັບ ສິ່ງທີ່ເກີດຂຶ້ນຢ່າງແທ້ຈິງໃນສັງຄົມ.
ການລະບາດຂອງການຂີ້ຕົວະ ແລະ ບິດເບືອນຂໍ້ມູນໄດ້ເກີດຂຶ້ນຫຼາຍທີ່ສຸດໃນລະຫວ່າງການໂຄສະນາຫາສຽງເລືອກຕັ້ງ, ເຊິ່ງສ່ວນຫຼາຍພວກຜູ້ນຳຜະເດັດການມັກຈະທຳການກ່າວຫາທີ່ຜິດໆ ຕໍ່ຝ່າຍກົງກັນຂ້າມ.
ສົງຄາມຣັດເຊຍ ໃນຢູເຄຣນ ກໍມີການບິດເບືອນຂໍ້ມູນແຜ່ກະຈາຍໃນອິນເຕີແນັດຢ່າງຫຼວງຫຼາຍ ແລະ ຄວບຄຸມບໍ່ໄດ້ ຕົວຢ່າງທີ່ສຳຄັນຂອງການບິດເບືອນຂໍ້ມູນໃນສົງຄາມຣັດເຊຍ ແມ່ນທິດສະດີສົມຮູ້ຮ່ວມຄິດ ເຊິ່ງກ່າວຫາປະເທດທີ່ຖືກໂຈມຕີຢ່າງບໍ່ຖືກຕ້ອງ, ນອກນັ້ນ ເຂົາເຈົ້າຍັງໄດ້ຈັບນັກຂ່າວສະຫະລັດ ທີ່ລາຍງານ ກ່ຽວກັບ ສະຖານະການສົງຄາມໃນປະເທດຂອງເຂົາເຈົ້າ ໂດຍໄດ້ຖິ້ມໂທດໃສ່ວ່າທຳການສອດແນມ.
ນາງ ລີຊາ ພັນທະວະດີ ພະນັກງານຢູ່ອົງການຂ່າວແຫ່ງນຶ່ງໃນນະຄອນ ຊິດນີ ປະເທດ ອອສເຕຣເລຍ, ໄດ້ກ່າວເຖິງຄວາມສຳຄັນ ກ່ຽວກັບ ເສລີພາບໃນການນຳສະເໜີຂ່າວຕໍ່ພວກເຮົາວ່າ:
“ຂະນ້ອຍຮຽກຈົບວິຊາພົວພັນຕ່າງປະເທດ ແລະ ການສື່ສານຢູ່ມະຫາວິທະຍາໄລ ແລະ ຕອນນີ້ ຂະນ້ອຍເຮັດວຽກເປັນຜູ້ຕີຫົວຂໍ້ຂ່າວ, ຕີຂໍ້ຄວາມບັນຍາຍໃນຂ່າວສົດຂອງໂທລະພາບສ່ວນໃຫຍ່ ເຊິ່ງເຮັດໃຫ້ຂະນ້ອຍມອງເຫັນເບື້ອງຫຼັງຂອງການລາຍງານຂ່າວ ໂດຍສະເພາະຂະນ້ອຍໄດ້ເຫັນວິທີທີ່ບົດຂ່າວຖືກຂຽນ ແລະ ວ່າມັນມີຄວາມເປັນທຳ ແລະ ການບໍ່ເຫັນພ້ອມແນວໃດ. ສະນັ້ນສິ່ງທີ່ຂະນ້ອຍເຂົ້າໃຈ ກ່ຽວກັບ ເສລີພາບໃນການນຳສະເໜີຂ່າວນັ້ນ ກໍແມ່ນວ່າມັນແມ່ນສິດທິພື້ນຖານ ຕໍ່ການນຳສະເໜີຂ່າວຂອງສື່ມວນຊົນທີ່ເປັນອິສະຫຼະຈາກອິດທິພົນຂອງສະຖາບັນ. ສຳລັບຂະນ້ອຍແລ້ວ ສິ່ງທີ່ຂະນ້ອຍໄດ້ຮຽນຮູ້ຫຼາຍທີ່ສຸດຈາກວຽກຂອງຂະນ້ອຍ ກໍແມ່ນເວລາທີ່ຂະນ້ອຍໄດ້ຍິນ ກ່ຽວກັບຂ່າວທີ່ເປັນອິດສະຫຼະ, ທັດສະນະຄະຕິທີ່ຂະນ້ອຍບໍ່ເຄີຍຄິດມາກ່ອນ. ເຂົາເຈົ້າວາງຂໍ້ເທັດຈິງອອກມາ ແລະ ເຂົາເຈົ້າຟັງຈາກສຽງຕ່າງໆ ທີ່ຖືກແຈ້ງໃຫ້ຊາບເປັນຢ່າງດີ ຫຼື ມີປະສົບການດີ. ມັນມັກນຳເອົາແຮງຈູງໃຈມາສູ່ຂະນ້ອຍ ເພື່ອທຳຄວາມພະຍາຍາມເຮັດວຽກຫຼາຍຂຶ້ນ. ໃນປະເທດອອສເຕຣເລຍ ບ່ອນທີ່ຂະນ້ອຍຢູ່ນີ້, ໃນຂະນະທີ່ເສລີພາບໃນການນຳສະເໜີຂ່າວແມ່ນບໍ່ໄດ້ຖືກຄັດຄ້ານ ໂດຍກົດໝາຍນັ້ນ ຂະນ້ອຍຍັງຮູ້ສຶກໂຊກດີທີ່ພວກເຮົາໃຫ້ຄຸນຄ່າຕໍ່ເສລີພາບໃນການນຳສະເໜີຂ່າວ.”
ປັດຈຸບັນນີ້ມີນັກຂ່າວຈຳນວນຫຼວງຫຼາຍຖືກຈັບ ແລະ ຂ້າຕາຍໃນຂະນະທີ່ກຳລັງປະຕິບັດໜ້າທີ່ອັນສຳຄັນຂອງເຂົາເຈົ້າໃນສັງຄົມທີ່ເສລີ ແລະ ເປີດກວ້າງ. ຖ້າປາສະຈາກໂທລະພາບ, ວິທະຍຸ, ໜັງສືພິມ ແລະ ອື່ນໆປະຊາຊົນທົ່ວໄປຈະບໍ່ມີຄວາມຮູ້ ກ່ຽວກັບສິ່ງທີ່ກຳລັງເກີດຂຶ້ນຢູ່ອ້ອມຂ້າງເຂົາເຈົ້າ. ການກວດສອບຂໍ້ເທັດຈິງ ກໍເປັນອົງປະກອບທີ່ສຳຄັນຕໍ່ເສລີພາບໃນການນຳສະເໜີຂ່າວເຊັ່ນກັນ. ຖ້າສື່ມວນຊົນບໍ່ສາມາດກວດຫາຂໍ້ເທັດຈິງຢ່າງມີປະສິດທິພາບໄດ້, ຄວາມຈິງກໍຈະບໍ່ປາກົດອອກມາ.