ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວຈໍແດັນ ຫຼາຍພັນຄົນ ພາກັນ ປະທ້ວງ ແຜນການມັດທະຍັດ ຂອງລັດຖະບານ


Jordan Protests
please wait
Embed

No media source currently available

0:00 0:01:20 0:00

ຊາວຈໍແດັນຫຼາຍພັນຄົນ ໄດ້ປະກອບສ່ວນເຂົ້າໃນການປະທ້ວງຄັ້ງທີ່ໃຫຽ່ທີ່ສຸດ ຕໍ່ຕ້ານ
ມາດຕະການທີ່ເຂັ້ມງວດເມື່ອມໍ່ໆມານີ້ ຂອງລັດຖະບານ ອັນມີລວມທັງການຂຶ້ນລາຄາ
ສິນຄ້າ ແລະການຂຶ້ນພາສີ ທີ່ໄດ້ວາງແຜນເອົາໄວ້.

ພວກຕຳຫຼວດປາບຈະລາຈົນ ໄດ້ສົນລະວົນ ຢູ່ກັບພວກປະທ້ວງ ໃນຕອນບ່າຍວັນເສົາ
ວານນີ້ ແລະໄດ້ຍິງລະເບີດນໍ້າຕາຫຼາຍຄັ້ງ ເພື່ອແຍກຍ້າຍຜູ້ຄົນອອກໄປ ຈາກສຳນັກງານ ນາຍົກລັດຖະມົນຕີ ພວກປະທ້ວງໄດ້ພາກັນຮ້ອງໂຮວ່າ “ປະຊາຊົນຢາກໂຄນລົ້ມ
ລັດຖະບານ.”

ພວກປະທ້ວງ ຊາວຈໍແດັນ ປະທະກັບຕຳຫຼວດປາບຈະລາຈົນ ໃນລະຫວ່າງການປະທ້ວງ ຢູ່ໃນນະຄອນຫຼວງ ອຳມານ ຂອງຈໍແດັນ, ວັນທີ 2 ມິຖຸນາ 2018.
ພວກປະທ້ວງ ຊາວຈໍແດັນ ປະທະກັບຕຳຫຼວດປາບຈະລາຈົນ ໃນລະຫວ່າງການປະທ້ວງ ຢູ່ໃນນະຄອນຫຼວງ ອຳມານ ຂອງຈໍແດັນ, ວັນທີ 2 ມິຖຸນາ 2018.

ກ່ອນໜ້ານັ້ນ ໃນວັນເສົາວານນີ້ ກະສັດ ອັບດູລາ ທີສອງ ໄດ້ພົບປະກັບ ນາຍົກ ລັດ
ຖະມົນຕີ ແລະ ພວກເຈົ້າໜ້າທີ່ຮັກສາຄວາມປອດໄພ ຂັ້ນອາວຸໂສ. ອົງການຂ່າວສານ
ຂອງລັດ ເປຕຣາ ໄດ້ອ້າງຄຳໂອວາດຂອງກະສັດທີ່ວ່າ ປະຊາຊົນ ຈໍແດັນ ບໍ່ຄວນຈະໄດ້
ຮັບພາລະແບກຫາບ ດ້ານປະຕິຮູບ ການເງິນແຕ່ຜູ້ດຽວ.

ກະສັດ ອັບດູລາ ເປັນຜູ້ອອກດີກາຂັ້ນສຸດທ້າຍ ແຕ່ວ່າຕາມທຳມະດາແລ້ວ ຄວາມໂມ
ໂຫຂອງປະຊາຊົນ ແມ່ນຈະແນໃສ່ ຄະນະລັດຖະບານທີ່ພະອົງເປັນຜູ້ແຕ່ງຕັ້ງຂຶ້ນມາ.

ພວກທີ່ໃຫ້ເງິນກູ້ຢືມທັງຫຼາຍ ຈາກຕ່າງປະເທດ ໄດ້ຊຸກຍູ້ ໃຫ້ປະຕິຮູບເສຖກິດ ເພື່ອໃຫ້
ຫຼຸດຜ່ອນໜີ້ສິນ ຂອງປະຊາຊົນຈໍແດນລົງ ອັນເປັນຜົນເຮັດໃຫ້ເກີດເສດຖະກິດເຊືອງຊ້າ
ທີ່ເຊື່ອມໂຍງໃສ່ກັບ ຄວາມວຸ້ນວາຍໃນຂົງເຂດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Several thousand Jordanians have joined the largest protest yet against the government's recent austerity measures, including price hikes and planned tax increases.

Riot police scuffled with demonstrators late Saturday and fired several tear gas volleys to keep them away from the prime minister's office. Protesters chanted, "The people want to topple the government.''

Earlier Saturday, King Abdullah II met with the prime minister, cabinet ministers and senior security officials. The state news agency Petra quoted the king as saying Jordan's citizens should not have to bear the burden of financial reforms alone.

Abdullah is the ultimate decision-maker, but public anger is typically directed at governments appointed by him.

International lenders have pushed for economic reforms to help reduce Jordan's public debt, a result of a sluggish economy linked to regional turmoil.

XS
SM
MD
LG