ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ບໍລິສັດ ຈອນສັນ ແລະຈອນສັນ ຈະສົ່ງຢາວັກຊີນກັນໂຄວິດ-19 400 ລ້ານໂດສ ໃຫ້ແກ່ສະຫະພາບອາຟຣິກາ


ປະທານາທິບໍດີອາຟຣິກາໃຕ້ ທ່ານຊີຣຽວ ຣາມາໂພສາ ໄດ້ຣັບການສັກຢາວັກຊີນປ້ອງກັນໂຄວິດ-19 ຈາກບໍລິສັດ ຈອນສັນ ແລະຈອນສັນ ຢູ່ໂຮງໝໍກາແຢນຊາ ໃກ້ເມືອງເຄບທາວ ອາຟຣິກາໃຕ້ ວັນທີ 17 ກຸມພາ 2021.
ປະທານາທິບໍດີອາຟຣິກາໃຕ້ ທ່ານຊີຣຽວ ຣາມາໂພສາ ໄດ້ຣັບການສັກຢາວັກຊີນປ້ອງກັນໂຄວິດ-19 ຈາກບໍລິສັດ ຈອນສັນ ແລະຈອນສັນ ຢູ່ໂຮງໝໍກາແຢນຊາ ໃກ້ເມືອງເຄບທາວ ອາຟຣິກາໃຕ້ ວັນທີ 17 ກຸມພາ 2021.

ບໍລິສັດເພຊັດສະກຳສະຫະລັດ ຈອນສັນ ແລະຈອນສັນ ໄດ້ປະກາດໃນວັນຈັນ ວານນີ້ວ່າ
ຕົນໄດ້ບັນລຸຂໍ້ຕົກລົງທີ່ຈະສົ່ງຢາວັກຊີນກັນໂຄວິດ-19 ຂອງຕົນໃຫ້ ແກ່ສະຫະພາບອາຟຣິ
ກາເຖິງ 400 ລ້ານໂດສເລີິ້ມແຕ່ລະດູຮ້ອນຈະມານີ້ເປັນ ຕົ້ນໄປ.

ຢາວັກຊີນທີ່ສັກແຕ່ພຽງນຶ່ງໂດສ ຍັງຈະຕ້ອງໄດ້ຮັບອະນຸຍາດ ຈາກພວກເຈົ້າ ໜ້າທີ່ອອກ
ກົດລະບຽບຢູ່ໃນບັນດາປະເທດອາຟຣິກາ. ເຖິງຢ່າງໃດກໍດີມັນໄດ້ ໄດ້ຮັບການອະນຸມັດ
ໃຫ້ນຳໃຊ້ສຸກເສີນໂດຍອົງການອະນາໄມໂລກ ຫຼື WHO ສະຫະພາບຢູໂຣບ ແລະ
ສະຫະລັດ ແລ້ວ.

ການຄົ້ນຄວ້າທີ່ນຳອອກເຜີຍແຜ່ໃນວັນຈັນວານນີ້ ໂດຍສູນກາງປ້ອງກັນ ແລະຄວບຄຸມ
ພະຍາດຂອງສະຫະລັດ ຫຼື CDC ສະແດງໃຫ້ເຫັນວ່າ ຢາວັກຊີນ mRNA ທີ່ຜະລິດ ໂດຍ
ບໍລິສັດຟາຍເຊີຣ-ບາຍໂອແອນເທັກ ແລະໂມເດີຣນາ ໄດ້ຜົນສູງ ເພື່ອປ້ອງກັນໂຄວິດ-19
ຢູ່ໃນສະພາບການ “ໂລກໂຕຈິງ.”

ການຄົ້ນຄວ້າ ໄດ້ມີຂຶ້ນໃນໝູ່ພະນັກງານການແພດແຖວໜ້າ ແລະບັນດາພະນັກ ງານຮັບ
ມືກັບເຫດການສຸກເສີນທີ່ສຳຄັນຕ່າງໆ ຢູ່ໃນຫົກລັດ ເກືອບ 4,000 ຄົນ ລະຫວ່າງວັນທີ
14 ເດືອນທັນວາ 2020 ແລະວັນທີ 13 ເດືອນມີນາປີ 2021. ຜົນຂອງການຄົ້ນຄວ້າໄດ້
ສະແດງໃຫ້ເຫັນເຖິງວ່າ ຄວາມສ່ຽງຕໍ່ການຕິດແປດໄດ້ ຫລຸດລົງເຖິງ 80 ເປີເຊັນ ຫຼັງຈາກ
ສັກໂດສທີນຶ່ງ ແລະ 90 ເປີເຊັນຫຼັງຈາກ ສອງໂດສທີສອງ.

ຢູ່ໃນປະເທດການາດາ ພວກເຈົ້າໜ້າທີ່ການແພດກ່າວໃນວັນຈັນວານນີ້ວ່າ ເຂົາ ເຈົ້າຈະ
ຢຸດສະເໜີ ຢາວັກຊີນອາສຕຣາເຊເນກາກັນໂຄວິດ-19 ໃຫ້ຄົນທີ່ມີອາຍຸ ຕໍ່າກວ່າ 55 ປີ
ເພາະມີຄວາມເປັນຫ່ວງກ່ຽວກັບເລື້ອງທີ່ບໍ່ຄ່ອຍມີ ແຕ່ຮ້າຍແຮງ ຄືເລືອດກ້າມ ໂດຍສະ
ເພາະພວກແມ່ຍິງໜຸ່ມນ້ອຍ.

ທ່ານຮາວາດ ໂຍ ຮອງຫົວໜ້າສາທາລະນະສຸກຂອງການາດາ ກ່າວຕໍ່ບັນດາ ນັກຂ່າວໃນ
ວັນຈັນວານນີ້ວ່າ “ພວກເຮົາກຳລັງຢຸດການໃຊ້ຢາວັກຊີນອາສຕຣາ ເຊເນກາສຳລັບຜູ້ໃຫຍ່
ອາຍຸຕໍ່າກວ່າ 55 ປີ ຈົນກວ່າການວິເຄາະກ່ຽວກັບຄວາມສ່ຽງແລະຜົນປະໂຫຍດທີ່ຈະໄດ້
ຮັບທີ່ພວມດຳເນີນຢູ່ແລ້ວສຳເລັດ.

ການຢຸດໃຊ້ດັ່ງກ່າວມີຂຶ້ນຫຼັງຈາກຫຼາຍໆປະເທດໃນຢູໂຣບ ໄດ້ຢຸດເຊົາໃນໄລຍະສັ້ນໆ
ໃນ ການໃຊ້ຢາວັກຊີນອາສຕຣາເຊເນກາ ໃນຂະນະທີ່ສືບສວນລາຍງານ ເລືອດກ້າມ.
ເຂົາເຈົ້າເກືອບທັງໝົດໄດ້ເລີ້ມໃຊ້ຢາວັກຊີນດັ່ງກ່າວຄືນຫຼັງຈາກອົງ ການຢາຂອງຢູໂຣບ
(EMA) ກ່າວວ່າ ວັກຊີນນີ້ “ເປັນທີ່ປອດໄພ ແລະໄດ້ຜົນ” ແລະຜົນປະໂຫຍດຂອງຢາ
ວັກຊີນແມ່ນຫຼາຍກວ່າຄວາມສ່ຽງ ຕໍ່ການມີຜົນຂ້າງຄຽງ.

U.S. drugmaker Johnson & Johnson announced Monday it has reached a deal to supply the African Union with up to 400 million doses of its COVID-19 vaccine beginning this summer.

The single-dose vaccine still must receive authorization from regulators in African countries. However, it has already been approved for emergency use by the World Health Organization, European Union and the United States.

A study released Monday by the U.S. Centers for Disease Control and Prevention (CDC) shows mRNA vaccines produced by Pfizer-BioNTech and Moderna are highly effective at preventing COVID-19 in “real world” conditions.

The study was conducted among nearly 4,000 health care workers, first responders, and other essential workers in six states between December 14, 2020, and March 13, 2021. The results showed the risk of infection was reduced by 80% after one dose and 90% after two doses.

In Canada, health officials said on Monday they would stop offering AstraZeneca's COVID-19 vaccine to people under age 55 because of concerns of rare but serious blood clots, especially in younger women.

"We are pausing the use of AstraZeneca vaccine to adults under 55 years of age pending further risk benefit analysis," Howard Njoo, Canada's deputy chief public health officer, told reporters Monday.

The pause comes after many European countries briefly stopped using the AstraZeneca vaccine while investigating the reports of blood clots. Almost all of them resumed using the vaccine after the European Medicines Agency (EMA) said the vaccine was “safe and effective” and said the benefits of the vaccine outweigh the risks of the side effects.ອ່ານ

XS
SM
MD
LG