ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກີຕ້າຂອງ John Lennon ຂາຍໄດ້ ໃນລາຄາ 2 ລ້ານ 4 ແສນໂດລາ


ນີ້ແມ່ນຮູບຖ່າຍໃນວັນທີ 30 ສິງຫາ 1972, John Lennon ສະແດງຄອນເສີດທີ່ Madison Square Garden, ນະຄອນ ນິວຢອກ,​ ສະຫະລັດ ອາເມຣິກາ.
ນີ້ແມ່ນຮູບຖ່າຍໃນວັນທີ 30 ສິງຫາ 1972, John Lennon ສະແດງຄອນເສີດທີ່ Madison Square Garden, ນະຄອນ ນິວຢອກ,​ ສະຫະລັດ ອາເມຣິກາ.

ກີຕ້າໂປ່ງ ເຊິ່ງຄັ້ງໜຶ່ງເຄີຍເປັນເຈົ້າຂອງໂດຍນັກດົນຕີທີ່ມີຊື່ສຽງ ໂດ່ງດັງ John Lennon ໄດ້ວາງຂາຍໃນລາຄາ 2 ລ້ານ 4 ແສນ ໂດລາ.

ກີຕ້າຍີ່ຫໍ້ Gibson ລຸ້ນ J-160E ໄດ້ຖືກຂາຍໃນວັນເສົາວານນີ້ ໂດຍການປະມູນ ຂອງບໍລິສັດ Julien’s ທີ່ນະຄອນ Los Angeles ໃຫ້ກັບຜູ້ຊື້ທີ່ບໍ່ປະສົງອອກຊື່.

ບໍລິສັດປະມູນໄດ້ອະທິບາຍວ່າເຄື່ອງດົນຕີ ເປັນ “ກີຕ້າທີ່ມີຄວາມສຳຄັນທີ່ສຸດໃນ ປະຫວັດ ສາດ ທີ່ກ່ຽວຂ້ອງກັບວົງດົນຕີ The Beatles.”

ບໍລິສັດ Julien’s ໄດ້ກ່າວວ່າກີຕ້າໜ່ວຍດັ່ງກ່າວນີ້ໄດ້ສູນຫາຍໄປເປັນເວລາ 50 ປີ ແລະ “ເປັນກີຕ້າທີ່ຫາຍາກ ແລະ ມີຄວາມສຳຄັນທີ່ສຸດສຳລັບປະຫວັດສາດຂອງ John Lennon.” ບໍລິສັດປະມູນໄດ້ກ່າວວ່າ ກີຕ້າໜ່ວຍນີ້ ໄດ້ຫາຍສາບສູນຫຼັງຈາກການ ສະແດງ ໃນວັນ Christmas ຂອງວົງ The Beatles ທີ່ ສວນສາທາລະນະ Finsbury ຢູ່ປະເທດ ອັງກິດ ໃນເດືອນທັນວາ ປີ 1963.

An acoustic guitar once owned by John Lennon has been sold for $2.4 million.

The J-160E Gibson was sold Saturday by Julien's Auctions in Los Angeles to an undisclosed buyer.

The auction house described the instrument as "the most historically important guitar associated with The Beatles."

Julien's said the guitar had been lost for over 50 years and "represents a rare and significant guitar to John Lennon's history."The auction house said the guitar went missing after The Beatles Finsbury Park Christmas show in December 1963.

XS
SM
MD
LG