ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລມຕ ຕ່າງປະເທດ ສະຫະລັດ ຮຽກຮ້ອງ ໃຫ້ມຽນມາ ສືບຕໍ່ ປະຕິຮູບ


ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ John Kerry ພົບປະກັບ ລັດຖະມົນຕີຕ່າງປະເທດຂອງມຽນມາ ທ່ານນາງ Aung San Suu Kyi ກ່ອນໜ້າກອງປະຊຸມສອງຝ່າຍ ຢູ່ທີ່ກະຊວງການຕ່າງປະເທດ ໃນນະຄອນຫຼວງ Naypyitaw, ປະເທດ Myanmar, ວັນທີ 22 ພຶດສະພາ 2016.
ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ John Kerry ພົບປະກັບ ລັດຖະມົນຕີຕ່າງປະເທດຂອງມຽນມາ ທ່ານນາງ Aung San Suu Kyi ກ່ອນໜ້າກອງປະຊຸມສອງຝ່າຍ ຢູ່ທີ່ກະຊວງການຕ່າງປະເທດ ໃນນະຄອນຫຼວງ Naypyitaw, ປະເທດ Myanmar, ວັນທີ 22 ພຶດສະພາ 2016.

ນັກການທູດຂັ້ນສູງ ສະຫະລັດ ກຳລັງຢູ່ໃນ ປະເທດມຽນມາ ບໍ່ເທົ່າໃດມື້ ຫຼັງຈາກ ທີ່ ວໍຊິງຕັນ ໄດ້ຍົກເລີກ ການລົງໂທດດ້ານການເງິນ ແລະ ການຄ້າ ຫຼາຍຢ່າງ ທີ່ໄດ້ວາງ ຕໍ່ປະເທດ ໃນເວລາ ມຽນມາໄດ້ຖືກປົກຄອງພາຍໃຕ້ທະຫານ. ການເກືອດຫ້າມ ຕໍ່ ບັນດາບຸກຄົນຈຳນວນນຶ່ງ ແລະ ກຸ່ມຕ່າງໆ ຍັງຄົງມີຢູ່.

ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ John Kerry ໄດ້ເດີນທາງໄປເຖິງ ນະຄອນ ຫຼວງ Naypyidaw ໃນວັນອາທິດມື້ນີ້. ທ່ານມີກຳນົດຈະພົບປະກັບ ຜູ້ທີ່ໄດ້ຮັບລາງວັນ Nobel ທ່ານນາງ Aung San Suu Kyi ລັດຖະມົນຕີຕ່າງປະເທດຂອງມຽນມາ ແລະ ເປັນຜູ້ນຳປະເທດໃນນາມ ນັບຕັ້ງແຕ່ ພັກການເມືອງຂອງທ່ານນາງ ໄດ້ຮັບໄຊຊະນະ ການເລືອກຕັ້ງ ທີ່ເປັນປະວັດສາດ ໃນເດືອນມີນາຜ່ານມາ. ທ່ານ Kerry ຍັງຈະພົບປະ ກັບບັນດາເຈົ້າໜ້າທີ່ທ່ານອື່ນໆ ນຳດ້ວຍ.

ກະຊວງການຕ່າງປະເທດ ສະຫະລັດ ໄດ້ກ່າວວ່າ ເປົ້າໝາຍທີ່ແນໃສ່ ຂອງການເດີນທາງ ຂອງທ່ານ Kerry ນັ້ນ ແມ່ນເພື່ອສະແດງໃຫ້ເຫັນ “ການສະໜັບສະໜູນແກ່ ຜູ້ທີຖືກ ເລືອກ ໃໝ່ ຢ່າງເປັນປະຊາທິປະໄຕ ລັດຖະບານທີ່ນຳພາໂດຍພົນລະເຮືອນ” ແລະ ເພື່ອ “ການປະຕິຮູບ ໃນດ້ານປະຊາທິປະໄຕ ແລະ ເສດຖະກິດ ຕໍ່ໄປ.”

ເບິ່ງຄືວ່າ ທ່ານ Kerry ແລະ ທ່ານນາງ Aung San Suu Kyi ຈະລວມເອົາ ເລື້ອງການ ຮຽກຮ້ອງ ຂອງມຽນມາ ເມື່ອບໍ່ດົນມານີ້ ໃຫ້ສະຖານທູດສະຫະລັດ ຍຸຕິໃຊ້ຄຳສັບ “Rohingya” ໃນເວລາ ກ່າວເຖິງຊົນເຜົ່າກຸ່ມນ້ອຍ ທີ່ປະເທດບໍ່ຍອມຮັບຮູ້ ເຂົ້າໃນ ການປຶກສາຫາລືກັນ. ເອກອັກຄະລັດຖະທູດ ສະຫະລັດ ທ່ານ Scot Marciel ໄດ້ກ່າວ ວ່າ ສະຫະລັດ ຈະສືບຕໍ່ໃຊ້ຄຳສັບນັ້ນ ເພາະວ່າ ມັນແມ່ນນະໂຍບາຍ ຂອງວໍຊິງຕັນ ເພື່ອ ເອີ້ນປະຊາຄົມທັງຫຼາຍ ອັນທີ່ພວກເຂົາເຈົ້າຕ້ອງການຢາກໃຫ້ເອີ້ນ.

ລັດຖະບານມຽນມາ ອ້າງວ່າ ການເອີ້ນພວກເຂົາເຈົ້າເອງວ່າ “Rohingya” ນັ້ນ ແມ່ນ ໝາຍເຖິງຊາວບັງກລາແດັສ ຜູ້ທີ່ເຂົ້າປະເທດຢ່າງຜິດກົດໝາຍ.

ມຽນມາ ທີ່ເປັນປະເທດຂອງຊາວພຸດເປັນສ່ວນໃຫຍ່ ໄດ້ຖືກນານາຊາດຕຳນິ ສຳລັບ ການ ກະທຳຂອງຕົນ ຕໍ່ຊາວມຸສລິມກຸ່ມນ້ອຍ ເປັນສ່ວນໃຫຍ່ ຊຶ່ງສ່ວນຫຼາຍເປັນການປະຕິເສດ ໃຫ້ສັນຊາດ ແລະ ພືີ້ນຖານສິດທິມະນຸດຫຼາຍໆຢ່າງອີກ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Kerry Myanmar
please wait
Embed

No media source currently available

0:00 0:00:20 0:00

XS
SM
MD
LG