ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານໂຈ ໄບເດັນ ຈະສາບານໂຕ ເຂົ້າເປັນປະທານາທິບໍດີ ຄົນທີ 46 ຂອງສະຫະລັດ


ໃນວັນພຸດມື້ນີ້ ຊາວອາເມຣິກັນ ພາກັນສະແດງຄວາມປິຕິຍິນດີຕ້ອນ ຮັບປະທານາທິບໍດີຄົນໃໝ່. ໃນໄລຍະສອງສາມເດືອນຜ່ານມານີ້ໄດ້ເກີດມີການຜິດຂ້ອງຕ້ອງຖຽງກັນຢ່າງຮຸນແຮງ ຊຶ່ງຊາວອາເມຣິກັນຈຳນວນນຶ່ງບໍ່ສາມາດຮັບເອົາການໄດ້ຮັບໄຊຊະນະຂອງປະທານາທິບໍດີທີ່ຖືກເລືອກໃໝ່ທ່ານໂຈ ໄບເດັນ. ນັກຂ່າວວີໂອເອ Carolyn Presutti ຈະພາທ່ານໄປຮູ້ຈັກ ກັບຜູ້ຊາຍອາຍຸ 78 ປີທີ່ຈະເປັນຜູ້ນຳພາສະຫະລັດໃນໄລຍະ 4 ປີຕໍ່ໜ້າ ດັ່ງໄພສານຈະນຳເອົາລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.


ມັນໃຊ້ເວລາ 4 ມື້ ສຳລັບຜົນການເລືອກຕັ້ງທີ່ບໍ່ແນ່ນອນ ຈົນເທົ່າທ່ານໂຈ ໄບເດັນ ສາມາດປະກາດອອກມາໄດ້.

“ປະຊາຊົນຂອງປະເທດນີ້ ໄດ້ກ່າວອອກມາແລ້ວ. ພວກເຂົາເຈົ້າ ໄດ້ນຳເອົາໄຊຊະນະ ທີ່ໜ້າເຊື່ອຖືອັນຈະແຈ້ງ ມາໃຫ້ພວກເຮົາ.”

ເຖິງແມ່ນວ່າ ປະທານາທິບໍດີດໍໂນລ ທຣຳ ຈະຍັງສືບຕໍ່ຕັ້ງຄຳຖາມກ່ຽວກັບຜົນຂອງການເລືອກຕັ້ງ ໂດຍຈັດການໂຮມຊຸມນຸມ ພວກສະໜັບສະໜຸນຂອງທ່ານ ຊຶ່ງໃນທີ່ສຸດ ໄດ້ນຳໄປສູ່ການກໍ່ຄວາມວຸ້ນວາຍຂຶ້ນທີ່ຕຶກຫໍລັດຖະສະພາ.

ຕຶກຫໍລັດຖະສະພາໃນເວລານີ້ ໄດ້ກາຍເປັນປ້ອມປາການແລ້ວ. ເວທີຈັດພິທີສາບານໂຕເຂົ້າຮັບຕຳແໜ່ງ ແມ່ນຢູ່ຫ່າງໄກຫຼາຍສຳລັບພວກຄົນເບິ່ງ.

ການມີໜ້າຂອງກຳລັງຕຳຫຼວດຂະໜາດໃຫຍ່ ທີ່ຮວມທັງກອງກຳລັງຮັກສາດິນແດນຈຳນວນ 25,000 ຄົນ.

ກົງກັນຂ້າມກັບປະທານາທິບໍດີດໍໂນລ ທຣຳ ຊຶ່ງເປັນນັກທຸລະກິດ ກ່ອນເຂົ້າຮັບຕຳແໜ່ງນັ້ນ ປະທານາທິບໍດີ ທີ່ໄດ້ຮັບເລືອກໃໝ່ ທ່ານໂຈ ໄບເດັນ ແມ່ນເປັນນັກການເມືອງທີ່ມີປະສົບພະການຢ່າງກວ້າງຂວາງ.

ທ່ານໂຈ ໄບເດັນ ກ່າວວ່າ “ຂ້າພະເຈົ້າຈະເວົ້າບາງສິ່ງບາງຢ່າງທີ່ຈະເຮັດໃຫ້ມີຄວາມຢາກຮ້າຍ. ຂ້າພະເຈົ້າຮູ້ດີວ່າຈະເຮັດແບບໃດ ຈຶ່ງຈະເຮັດໃຫ້ລັດຖະບານເຮັດວຽກໄດ້ຜົນ”

ທ່ານໂຈ ໄບເດັນ ໄດ້ຖືກເລືອກໃຫ້ເປັນຜູ້ຕາງໜ້າຂອງປະຊາຊົນ ມາເກືອບ 50 ປີ. ທ່ານໄດ້ເຮັດວຽກເປັນຮອງປະທານາທິບໍດີ 2 ສະໄໝ ຂອງທ່ານບາຣັກ ໂອບາມາ.

ກ່ອນໜ້ານີ້ ປະຊາຊົນໃນລັດເດລາແວ ໄດ້ເລືອກເອົາທ່ານເຂົ້າໄປນັ່ງເປັນສະມາ ຊິກສະພາສູງ 6 ສະໄໝ.

ນຶ່ງເດືອນຫຼັງຈາກຖືກເລືອກເປັນສະມາຊິກສະພາເທື່ອທຳອິດ ພັນລະຍາຂອງທ່ານແລະລູກສາວທີ່ຍັງນ້ອຍໆ ໄດ້ເສຍຊີວິດ ຍ້ອນອຸບັດຕິເຫດທາງລົດ ທີ່ເຮັດໃຫ້ລູກຊາຍຂອງທ່ານ ທີ່ຍັງນ້ອຍຢູ່ ໃນເວລານັ້ນ ບາດເຈັບສາຫັດ.

ສະມາຊິກສະພາສູງໂຈ ໄບເດັນ ຈະຂີ່ລົດໄຟແອມແທຣັກ ເປັນເວລາຊົ່ວໂມງເຄິ່ງແຕ່ວໍຊິງຕັນໄປຫາລັດເດລາແວໃນແຕ່ລະຄືນ ເພື່ອຢູ່ກັບລູກຊາຍທັງສອງຂອງທ່ານ. ສະຖານິີລົດໄຟດັ່ງກ່າວໄດ້ຕັ້ງຊື່ເພື່ອເປັນກຽດໃຫ້ແກ່ທ່ານ.

ທ່ານໂຈ ໄບເດັນ ໄດ້ຜ່າຕັດສະໝອງ 2 ເທື່ອ ເພື່ອສ້ອມແປງເສັ້ນເລືອດແດງໃຄ່. ໃນປີ 2015 ເວລາທ່ານເປັນຮອງປະທານາທິບໍດີຢູ່ນັ້ນ ລູກຊາຍກົກຂອງທ່ານຄືທ່ານໂບ ໄດ້ເສຍຊີິວິດຍ້ອນໂຣກມະເຮັງໃນສະໝອງ.

ທ່ານໂຈ ໄບເດັນ ແລະພັນລະຍາຂອງທ່ານ ທ່ານນາງຈິລຊຶ່ງເປັນອາຈານສອນຢູ່ມະຫາວິທະຍາ ໄລ ໄດ້ພຳນັກຢູ່ນະຄອນວິລມິງຕັນ ໃນລັດເດລາແວ ຊຶ່ງເປັນຫົວເມືອງທີ່ມີປະຊາຊົນອາໄສຢູ່ 70,000 ຄົນນັ້ນ ເວລານີ້ ແມ່ນຖືວ່າເປັນລັດບ່ອນຢູ່ອາໄສຂອງທ່ານແລ້ວ.

ປັດຈຸບັນນີ້ ມີຂະບວນລົດ ແລະມືປືນຢືນລຽງລາຍຢູ່ຕາມຖະໜົນຫົນທາງສາຍຕ່າງໆ ເພື່ອໃຫ້ຄວາມຄຸ້ມກັນແກ່ທ່ານ. ທ່ານບັກ ຊິມເປີສ໌ ແມ່ນທຸກທຸລະກິດທີ່ເຄີຍອາໄສຢູ່ໃນນະຄອນວິລມິງຕັນ ມາຕະຫຼອດຊີວິດ. ທ່ານຊິມເປີສ໌ໃຫ້ຄວາມເຫັນວ່າ:

“ມັນບໍ່ໄດ້ຢຸດຫຍັງເລີຍ ມັນເປັນເລື້ອງທີ່ໃຊ້ຄວາມອົດທົນໜ້ອຍນຶ່ງ ແລະໃນເວລາດຽວກັນກໍໄດ້ຮັບກຽດ ໂດຍຮູ້ວ່າແມ່ນຫຍັງເປັນຫຍັງ.”

ປະຊາຊົນຢູ່ທີ່ນີ້ ເອີ້ນປະທານາທິບໍດີທີ່ໄດ້ຮັບເລືອກໃໝ່ວ່າ ເປັນບຸກຄົນທີ່ມາຈາກເມືອງນີ້ແຫຼະ ເພິ່ນມັກກິນນົມປັ່ນຫຼື milkshakes ແລະແຊນວິສຊີ້ນສເຕັກໃສ່ເນີຍ. ທ່ານບັອບ ເບີດ (Bob Byrd) ໝູ່ເພື່ອນທີ່ຮູ້ຈັກກັນມາດົນນານ ເຄີຍພົບເຫັນທ່ານໂຈ ໄບເດັນຂີ່ລົດສປອດຮຸ້ນ 1967 ເປີດຫຼັງຄາມາແລ້ວ. ທ່ານເບີດກ່າວວ່າ:

“ທ່ານມີລົດຄໍແວັດໂບຮານ ແລະທ່ານຈະເຫັນລາວຂັບໄປຂັບມາເປັນບາງຄັ້ງບາງຄາວ ຖືກຕ້ອງ ລາວມັກຂັບລົດອີຫຼີ.”

ເວລານີ້ ທ່ານມີອາຍຸ 78 ປີ ຊຶ່ງເປັນປະທານາທິບໍດີ ທີ່ມີອາຍຸສູງທີ່ສຸດເທົ່າທີ່ເຄີຍໄດ້ຮັບເລືອກມາ ແມ່ນພ້ອມແລ້ວທີ່ຈະປະເຊີນໜ້າກັບບັນຫາທ້າທາຍທາງການເມືອງທີ່ຫຍຸ້ງຍາກທີ່ສຸດໂດຍຈະນຳພາປະເທດຊາດທີ່ມີການແບ່ງແຍກໃຫ້ກ້າວເດີນໄປສູ່ອະນາຄົດຂ້າງໜ້າ.

On Wednesday, Americans will welcome a new president. The last few months have been marked by acrimony and violence, with scores of Americans unable to accept President-elect Joe Biden’s election win. VOA’s Carolyn Presutti introduces us to the 78-year-old man who will lead the United States for the next four years.

It took four days of uncertain election results until Joe Biden could announce this.

President-elected Joe Biden:

“The people of this nation have spoken. They delivered us a clear convincing victory.”

Although President Donald Trump would continue to question the results, rallying his supporters, in what ultimately led to a riot at the US Capitol.

The Capitol is now a fortress. The inauguration stage, far from any spectators.

A massive police presence includes 25,000 members of the National Guard.

In contrast to President Trump, a businessman before he took office, President-elect Biden is an experienced politician.

President-elected Joe Biden:

“I’m going to say something outrageous. I know how to make government work.”

Biden has held elective office for nearly 50 years. He spent two terms as President Barack Obama’s Vice President.

A month after his first election, his wife and baby daughter were killed in a car crash that left his two young sons badly injured.

Senator Biden would ride the Amtrak train 90 minutes from Washington to Delaware each night to be with his sons. The Wilmington Amtrak station is named after him.

Biden has had two brain surgeries to repair aneurisms. In 2015, when he was vice president, his older son Beau died of brain cancer.

Biden and his wife, Jill, a college professor, live in Wilmington, Delaware, a city of 70,000, that is now the home of the president-elect.

Motorcades and sharpshooters now line city streets. Buck Simpers is a lifelong resident.

Buck Simpers, Lifelong Wilmington Businessman:

“It’s not stopping anything, it's just a matter of being a bit patient and being honored at the same time, knowing what it is.”

Residents here call the president-elect their hometown boy, who likes milkshakes and cheesesteaks. Longtime associate Bob Byrd is used to seeing Biden behind the wheel of his convertible 1967 sports car.

Bob Byrd, Byrd Gomes Lobbyists:

“He's got a vintage Corvette, and you'll see him driving it around every now and then. Yes, he does like to drive.”

Now at age 78, the oldest president ever elected is readying for his toughest political challenge yet — steering a divided nation into the future.

XS
SM
MD
LG