ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໒ ມັງກອນ ໒໐໒໕

ປະຫວັດ ແລະຜົນງານ ຂອງ ‘ທ່ານ ຈິມມີ ຄາຣ໌ເຕີ’ ຜູ້ສົ່ງເສີມສັນຕິພາບ-ສິທິມະນຸດ


ຮູບພາບອະດີດປະທານາທິບໍດີ ຈິມມີ ຄາຣ໌ເຕີສ ທີ່ຕຶກອາຄານ ລັດຖະສະພາສະຫະລັດ ຫຼື Capitol ໃນນະຄອນຫຼວງ ວໍຊິງຕັນ
ຮູບພາບອະດີດປະທານາທິບໍດີ ຈິມມີ ຄາຣ໌ເຕີສ ທີ່ຕຶກອາຄານ ລັດຖະສະພາສະຫະລັດ ຫຼື Capitol ໃນນະຄອນຫຼວງ ວໍຊິງຕັນ

ອະດີດປະທານາທິບໍດີ ຈິມມີ ຄາຣ໌ເຕີສ ເຖິງແກ່ມໍລະນະກຳໃນໄວ 100 ປີ ແລະພິທີຊາປະນາກິດສົບທີ່ຈັດຂຶ້ນຕາມແບບລັດຖະພິທີມີຂຶ້ນໃນວັນທີ 9 ມັງກອນ ວ່ານນີ້ ໂດຍອະດີດຜູ້ນຳຂອງອາເມຣິກາຜູ້ນີ້ ໄດ້ຮັບການຈົດຈຳໃນຖານະເປັນຄົນກາງໄກ່ເກ່ຍສັນຕິພາບ ໃນເຂດຕາເວັນອອກກາງ ແລະພື້ນທີ່ເຂດຂັດແຍ້ງຕ່າງໆ ແລະຍັງເປັນຜູ້ເຮັດວຽກເພື່ອສິດທິມະນຸດທັງໃນຊ່ວງກ່ອນ ແລະຫລັງການດຳລົງຕຳແໜ່ງ ຈົນຮອດທ້າຍປີ ຂອງຊີວິດທ່ານ.

ອະດີດປະທານາທິບໍດີ ຈິມມີ ຄາຣ໌ເຕີສ ເປັນອະດີດຜູ້ວ່າການລັດຈໍເຈຍ ທີ່ກ້າວຂຶນມາບໍລິຫານປະເທດຫລັງຈາກຊະນະການເລືອກຕັ້ງໃນປີ 1976 ແລະດຳລົງຕຳແໜ່ງຜູ້ນຳສະຫະລັດ ລະຫວ່າງປີ 1977 ຫາ 1981.

ສົນທິສັນຍາຄືນຄອງປານາມາ

ໃນປີທຳອິດຂອງການເຂົ້າຮັບຕຳແໜ່ງ ອະດີດປະທານາທິບໍດີ ຄາຣ໌ເຕີສ ເຮັດຕາມທີ່ສັນຍາໄວ້ ໃນລະຫວ່າງການຫາສຽງ ດ້ວຍການຄືນສິດການບໍລິຫານຄອງປານາມາ ກັບໄປໃຫ້ແກ່ລັດຖະບານປານາມາ ຫລັງຈາກທີ່ກອງທັບສະຫະລັດ ເປັນຜູ້ເບິ່ງແຍງຄອງແຫ່ງນີ້ ຕັ້ງແຕ່ເລີ້ມການກໍ່ສ້າງ ເມື່ອຕົ້ນສັດຕະວັດທີ 20.

ເຖິງແມ່ນຈະມີສຽງຕໍ່ຕ້ານຈາກຊາວອາເມຣິກັນຈຳນວນຫຼາຍກໍຕາມ ແຕ່ເມື່ອວັນທີ 7 ກັນຍາ 1977 ທ່ານຄາຣ໌ເຕີສ ໄດ້ລົງນາມໃນສົນທິສັນຍາຄືນຄອງປານາມາ ຮ່ວມກັບ ໂອມາຣ໌ ຕອຣຣິໂຮສ ຜູ້ນຳຂອງປານາມາ ໃນຂະນະນັນ ກ່ອນທີ່ຄອງດັ່ງກ່າວ ຈະຢູ່ໃນການເບິ່ງແຍງຂອງປານາມາຢ່າງສົມບູນເມື່ອປີ 1999.

ແຟ້ມພາາບ - ປະທານາທິບໍດີ ຈິມມີ ຄາຣ໌ເຕີສ ກຳລັງຊົມການກໍ່ສ້າງຄອງປານາມາ ເມື່ອວັນທີ 17 ມິຖຸນາ 1978. (AP Photo/Tasnadi, File)
ແຟ້ມພາາບ - ປະທານາທິບໍດີ ຈິມມີ ຄາຣ໌ເຕີສ ກຳລັງຊົມການກໍ່ສ້າງຄອງປານາມາ ເມື່ອວັນທີ 17 ມິຖຸນາ 1978. (AP Photo/Tasnadi, File)

ສົນທິສັນຍາສັນຕິພາບແຄ້ມເດວິດ

ເດືອນກັນຍາຍົນ ປີ 1978 ທ່ານຄາຣ໌ເຕີສ ໄດ້ເຊີນນາຍົກລັດຖະມົນຕີ ອິສຣາແອລ ເມນາເຮມ ເບກິນ ແລະປະທານາທິບໍດີ ອີຈິບ ອັນວາຣ໌ ຊາດາດ ມາຮ່ວມປຶກສາຫາລື ທີ່ຄ້າຍທະຫານ Camp Davis ບໍ່ໄກຈາກນະຄອນຫຼວງ ວໍຊິງຕັນ ເປັນເວລາ 13 ວັນ ກ່ອນທີ່ຈະມີການລົງນາມໃນສົນທິສັນຍາ 2 ສະບັບທີ່ນຳໄປສູ່ການຈັດເຮັດຂໍ້ຕົກລົງ ສັນຕິພາບ ລະຫວ່າງສອງປະເທດ ໃນປີຕໍ່ມາ.

ຄວາມສຳເລັດທາງການທູດໃນຄັ້ງນັ້ນ ຄືສ່ວນສຳຄັນທີ່ເຮັດໃຫ້ທ່ານຄາຣ໌ເຕີສ ໄດ້ຮັບລາງວັນໂນເບລ ສາຂາສັນຕິພາບ ໃນປີ 2002.

ແຟ້ມພາບ - ປະທານາທິບໍດີ ຈິມມີ ຄາຣ໌ເຕີສ ລົງນາມໃນສົນທິສັນຍາ ສັນຕິພາບ ຄ້າຍທະຫານ ແຄ້ມເດວິດ ຮ່ວມກັບນາຍົກລັດຖະມົນຕີ ອິສຣາແອລ ເມນາເຄມ ເບກິນ ແລະປະທານາທິບໍດີ ອີຈິບ ອັນວາຣ໌ ຊາດາຕ ທີ່ທຳນຽບຂ່າວ ເມື່ອວັນທີ 17 ກັນຍາ 1978.
ແຟ້ມພາບ - ປະທານາທິບໍດີ ຈິມມີ ຄາຣ໌ເຕີສ ລົງນາມໃນສົນທິສັນຍາ ສັນຕິພາບ ຄ້າຍທະຫານ ແຄ້ມເດວິດ ຮ່ວມກັບນາຍົກລັດຖະມົນຕີ ອິສຣາແອລ ເມນາເຄມ ເບກິນ ແລະປະທານາທິບໍດີ ອີຈິບ ອັນວາຣ໌ ຊາດາຕ ທີ່ທຳນຽບຂ່າວ ເມື່ອວັນທີ 17 ກັນຍາ 1978.

ກົດໝາຍຜູ້ອົບພະຍົບ The Refugee Act 1980

ຫລັງຈາກສົງຄາມຫວຽດນາມ ສິິ້ນສຸດລົງ ມີຊາວຫວຽດນາມຈຳນວນຫຼາຍທີ່ ອອກຈາກປະເທດຂໍລີ້ໄພໃນສະຫະລັດ ແລະເມື່ອປີ 1979 ທ່ານຄາຣ໌ເຕີສ ປະກາດຮັບຜູ້ອົບພະຍົບຈາກເອເຊຍຕາເວັນອອກສຽງໃຕ້ເຂົ້າມາສະຫະລັດ ເພີ້ມອີກສອງເທົ່າ ເຊິ່ງເປັນນະໂຍບາຍທີ່ຄົນອາເມຣິກັນ ສ່ວນໃຫຍ່ຄັດຄ້ານ.

ແລະໃນປີ 1980 ທ່ານຄາຣ໌ເຕີສ ຜັກດັນກົດໝາຍ the Refugee Act ເຊິ່ງຖືເປັນຂີດໝາຍສຳຄັນດ້ານການຊ່ອຍເຫຼືອທາງມະນຸດສະທຳຂອງສະຫະລັດ ແລະນຳໄປສູ່ການອົບພະຍົບເຂົ້າມາຂອງຜູ້ລີ້ໄພກວ່າ 3 ລ້ານຄົນທີ່ເຂົ້າມາຕັ້ງຖິ່ນຖານໃໝ່ໃນອາເມຣິກາ.

ວິກິດການໂຕປະກັນອີຣ່ານ

ເຫດການສຳຄັນທີ່ສຸດໃນວາລະການດຳລົງຕຳແໜ່ງຂອງທ່ານຄາຣ໌ເຕີສ ເກີດຂຶ້ນເມື່ອເດືອນ ພຶດສະພາ ປີ 1979 ເມື່ອພົນລະເມືອງອາເມຣິກັນ ກວ່າ 50 ຄົນ ຖືກຄວບຄຸມໂຕໄວ້ໃນສະຖານທູດສະຫະລັດ ປະຈຳນະຄອນຫຼວງເຕຫະຣ່ານ ເປັນເວລາ 444 ວັນ.

ເດືອນເມສາ ປີ 1980 ລັດຖະບານຂອງທ່ານຄາຣ໌ເຕີສ ໄດ້ອະນຸມັດປະຕິບັດການເຫຼັບອິນຊີ ຫຼື Operation Eagle Claw ເພື່ອຊ່ອຍເຫຼືອໂຕປະກັນ ແຕ່ປະສົບຄວາມລົ້ມແຫຼວ ເຮັດໃຫ້ມີເຈົ້າໜ້າທີ່ອາເມຣິກັນເສຍຊີວິດ 8 ຄົນ ຈາກເຫດເຮລິຄັອບເຕີ ຕຳກັບເຮືອບິນທະຫານ ເຊິ່ງຍິ່ງຕອກຢ້ຳເຖິງຄວາມເສຍຮ້າຍຂອງທ່ານຄາຣ໌ເຕີສ ໃນການແກ້ໄຂວິກິດການດັ່ງກ່າວ ແລະເຮັດໃຫ້ທ່ານພ່າຍແພ້ການເລືອກຕັ້ງແກ່ ທ່ານຣອນໂນລ ເຣແກັນ ໃນປີຕໍ່ມາ ກ່ອນທີ່ໂຕປະກັນທັງໝົດຈະໄດ້ຮັບການປ່ອຍຕົວ ເມື່ອທ່ານເຣແກັນ ເຂົ້າຮັບຕຳແໜ່ງໃນປີ 1981.

ແຟ້ມພາບຊາວອາເມຣິກັນ 6 ຄົນທີ່ຫລົບໜີອອກມາຈາກອີຣ່ານ ໂດຍການຊ່ອຍເຫຼືອຈາກລັດຖະບານການາດາ ເຊິ່ງທ່ານຈິມມີ ຄາຣ໌ເຕີສ ໄດ້ໄປພົບປະພວກເຂົາ, ເມື່ອວັນທີ 1 ກຸມພາ 1980. (AP Photo/Dennis Cook)
ແຟ້ມພາບຊາວອາເມຣິກັນ 6 ຄົນທີ່ຫລົບໜີອອກມາຈາກອີຣ່ານ ໂດຍການຊ່ອຍເຫຼືອຈາກລັດຖະບານການາດາ ເຊິ່ງທ່ານຈິມມີ ຄາຣ໌ເຕີສ ໄດ້ໄປພົບປະພວກເຂົາ, ເມື່ອວັນທີ 1 ກຸມພາ 1980. (AP Photo/Dennis Cook)

ສູນຄາຣ໌ເຕີສ ເຊັນເຕີຣ

ຫລັງພົ້ນຈາກຕຳແໜ່ງ ທ່ານຄາຣ໌ເຕີສ ຍັງຄົງເຮັດວຽກເພື່ອສັງຄົມຢ່າງຕໍ່ເນື່ອງ ລວມທັງການກໍ່ຕັ້ງ ສູນ ຄາຣ໌ເຕີສ (Carter Center) ເຊິ່ງເປັນອົງການທີ່ບໍ່ຫວັງຜົນກຳໄລ ທີ່ເຮັດວຽກໃນລະດັບໂລກ ແລະມີສ່ວນຮ່ວມໃນກາສັງເກດການການເລືອກຕັ້ງກວ່າ 100 ຄັ້ງ.

ສູນ ຄາຣ໌ເຕີສ ຊ່ອຍເປັນໂຕກາງໄກ່ເກ່ຍຂໍ້ພິພາດນັບຫຼາຍຄັ້ງບໍ່ຖ້ວນ ຕັ້ງແຕ່ກໍລະນີບັນຫານິວເຄລຍ ເກົາຫຼີເໜືອ ໃນປີ 1994 ໄປຈົນເຖິງການເຮັດຂໍ້ຕົກລົງສັນຕິພາບລະຫວ່າງ ຢູການດາ ແລະຊູດານ ໃນປີ 1999 ລວມທັງການສົ່ງເສີມສະໜັບສະໜູນໂຄງການພັດທະນາບໍລິການສາທາລະນະສຸກ ແລະກຳຈັດໂຣກຕ່າງໆ ໃນພື້ນທີ່ທຸກຍາກທີ່ສຸດໃນໂລກຫລາຍແຫ່ງ.

ທ່ານຄາຣ໌ເຕີກັບປະເທດໄທ

ໃນຊ່ວງທີ່ດຳລົງຕຳແໜ່ງປະທານາທິບໍດີ ທ່ານຈິມມີ ຄາຣ໌ເຕີສ ເຄີຍເປັນເຈົ້າພາບຕ້ອນຮັບນາຍົກລັດຖະມົນຕີໄທ ພົນເອກ ກຣຽງສັກ ຊະມະນັນ ເມື່ອປີ 1979 ທີ່ນະຄອນຫຼວງ ວໍຊິງຕັນ ແລະເຄີຍສົ່ງຈົດໝາຍເຖິງພົນເອກ ກຣຽງສັກ ເພື່ອແຈ້ງເລື້ອງການສົ່ງຮອງປະທານາທິບໍດີສະຫະລັດ ວອລເຕີ ມອນແດວລ໌ ໄປຢ້ຽມປະເທດໄທ ເມື່ອປີ 1978 ເພື່ອເຮັດໃຫ້ຄວາມສຳພັນກັບປະເທດໄທໃກ້ຊິດຂຶ້ນ ໃນເຂດເອເຊຍຕາເວັນອອກສຽງໃຕ້.

ປະທານາທິບໍດີ ຄາຣ໌ເຕີສ ເປັນເຈົ້າພາບຕ້ອນຮັບນາຍົກລັດຖະມົນຕີໄທ ພົນເອກ ກຣຽງສັກ ຊະມະນັນ ເມື່ອວັນປີ 1978 ທີ່ທຳນຽບຂາວ, ໃນນະຄອນຫຼວງ ວໍຊິງຕັນ.
ປະທານາທິບໍດີ ຄາຣ໌ເຕີສ ເປັນເຈົ້າພາບຕ້ອນຮັບນາຍົກລັດຖະມົນຕີໄທ ພົນເອກ ກຣຽງສັກ ຊະມະນັນ ເມື່ອວັນປີ 1978 ທີ່ທຳນຽບຂາວ, ໃນນະຄອນຫຼວງ ວໍຊິງຕັນ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG