ບັນດາໝູ່ເພື່ອນ ແລະ ເພື່ອນບ້ານໃກ້ຄຽງຂອງຜູ້ເຄາະຮ້າຍຈາກການຍິງກັນໃນວັນທີ
27 ຕຸລາທີ່ຜ່ານມາ ຢູ່ໂບດ ຕົ້ນໄມ້ແຫ່ງຊີວິດຂອງ ຊາວຢິວ ໃນເມືອງ ພິດສເບີກ ໄດ້
ສືບຕໍ່ໄວ້ອາໄລໃຫ້ຄົນຮັກຂອງເຂົາເຈົ້າ. ໃນຂະນະດຽວກັນ 25 ກິໂລແມັດຢູ່ນອກນະ
ຄອນຫຼວງ ເບີລິນ ປະເທດ ເຢຍຣະມັນ ນັ້ນ, ບ້ານພັກນ້ອຍຫຼັງນຶ່ງທີ່ຖືກສ້າງຂຶ້ນໂດຍ
ຄອບຄົວຊາວ ຢິວ ໃນປີ 1927 ນັ້ນ ກໍແມ່ນໄດ້ຄົ້ນພົບຊີວິດໃໝ່ຂອງເຂົາເຈົ້າ.ທ່ານ
ທັອມມັສ ຮາດິງ ຈື່ໄດ້ຄັ້ງທຳອິດທີ່ລາວໄດ້ເຫັນການພັກຜ່ອນວັນຢຸດຂອງຄອບຄົວ
ຂອງລາວ, ອັນທີ່ແມ່ເຖົ້າຂອງລາວໄດ້ເອີ້ນວ່າ “ສະຖານທີ່ໃນສະຫວັນ” ຂອງເພິ່ນ ເຊິ່ງ
ເພິ່ນໄດ້ຫວັງຢາກມີມາດົນນານ ຫຼັງຈາກໄດ້ຫຼົບໜີຈາກພວກນາຊີ ເຢຍຣະມັນ ໃນປີ
1936 ແລະ ໄດ້ຕັ້ງບ້ານຫຼັງໃໝ່ຢູ່ນະຄອນຫຼວງ ລອນດອນ ປະເທດ ອັງກິດ.
ເຮືອນທີ່ຕັ້ງຢູ່ໃນບ້ານ ກຣັອສ ໄກລນິກເກີ (Gross Glienicke), ແມ່ນໄດ້ຖືກລັດຖະ
ບານ ເຢຍຣະມັນ ຍຶດເອົາໃນເວລານັ້ນ, ແລະ ໄດ້ສິ້ນສຸດລົງດ້ວຍການຕົກຢູ່ໃນແຖວ
ໜ້າຂອງຄວາມວຸ້ນວາຍຂອງ ເຢຍຣະມັນ ໃນສັດຕະວັດທີ 20.
ສາຍພົວພັນຂອງທ່ານ ຮາດິງ ກັບເຮືອນຫຼັງນັ້ນ ໄດ້ມີຂຶ້ນໃນປີ 1993, ເມື່ອແມ່ເຖົ້າ
ຂອງລາວ, ທ່ານນາງ ແອລຊີ, ໄດ້ນຳໜ້າສະມາຊິກໄວໜຸ່ມ ຂອງຄອບຄົວກຸ່ມນຶ່ງ ເດີນ
ທາງກັບຄືນໄປນະຄອນຫຼວງ ເບີລິນ ແລະ ເຮືອນຫຼັງດັ່ງກ່າວ ໃນເມືອງ ກຣັອສ
ໄກລນິກຄີ. ທ່ານ ຮາດິງ ໄດ້ຖ່າຍວິດີໂອໃນການຢ້ຽມຢາມຄັ້ງນັ້ນ.
ທ່ານໄດ້ກ່າວວ່າ “ລາວໄດ້ມີຄວາມຮູ້ສຶກຫວັ່ນໄຫວກັບປະສົບການດັ່ງກ່າວຢ່າງແນ່
ນອນ. ມັນແມ່ນຊ່ວງເວລາທີ່ດີສຳລັບລາວ.”
ທ່ານ ຮາດິງ ໄດ້ອະທິບາຍວິທີ ທີ່ຜູ້ເຊົ່າ, ທ່ານ ໂວຟແກງ ຄືເນີ (Wolfgang Kuehne)
ໄດ້ຕ້ອນຮັບເຂົາເຈົ້າເຂົ້າໄປທາງໃນ. ທ່ານ ຮາດິງ ຕົກໃຈທີ່ໄດ້ເຫັນວ່າກຳແພງ ເບີລິນ
ໄດ້ຖືກຕັ້ງຜ່ານຫຼັງບ້ານຂອງເຮືອນດັ່ງກ່າວ, ແລະ ໄດ້ຕັດອອກບໍ່ໃຫ້ເຂົ້າເຖິງທະເລ
ສາບໄດ້.