ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາບໍລິສັດຍີ່ປຸ່ນ ວາງເປົ້າໝາຍ ໃສ່ 2 ແຂວງພາກໃຕ້ຂອງລາວ ໃຫ້ເປັນຖານລົງທຶນແຫ່ງໃໝ່


ພິທີເຊັນສັນຍາ 3 ຝ່າຍ ຮ່ວມກັນພັດທະນາພື້ນທີ່ເຂດ B ຂອງເຂດເສດຖະກິດພິເສດ ສະຫວັນ - ເຊໂນ.
ພິທີເຊັນສັນຍາ 3 ຝ່າຍ ຮ່ວມກັນພັດທະນາພື້ນທີ່ເຂດ B ຂອງເຂດເສດຖະກິດພິເສດ ສະຫວັນ - ເຊໂນ.

ບັນດາບໍລິສັດເອກະຊົນຍີ່ປຸ່ນວາງເປົ້າໝາຍ ທີ່ຈະພັດທະນາ
ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ ໃຫ້ເປັນຖານ
ການລົງທຶນແຫ່ງໃໝ່ ຂອງຍີ່ປຸ່ນ ໃນເຂດພັດທະນາເສດຖະກິດ
ໃນອານຸພູມິພາກລຸ່ມແມ່ນ້ຳຂອງ.

ສາດສະດາຈານ ໂມໂຕໂຍຊິ ຊູຊູກິ ຜູ້ຊ່ຽວຊານທາງເສດຖະກິດຊາວຍີ່ປຸ່ນ ໃນຖານະ
ທີ່ປຶກສາປະຈຳຫ້ອງການ ຄະນະລັດຖະບານລາວ ແລະກະຊວງແຜນການ ແລະ ການ
ລົງທຶນ ໄດ້ໃຫ້ການຢືນຢັນວ່າ ການລົງທຶນຂອງຍີ່ປຸ່ນໃນລາວ ຈະເພີ້ມຂຶ້ນຢ່າງວ່ອງໄວ
ໃນລະຍະຕໍ່ໄປນີ້ ໂດຍເຂດທີ່ບັນດາ ບໍລິສັດເອກະຊົນຍີ່ປຸ່ນ ໄດ້ໃຫ້ຄວາມສຳຄັນເປັນ
ພິເສດ ແລະ ຈະພັດທະນາໃຫ້ເປັນຖານ ການລົງທຶນແຫ່ງໃໝ່ ຂອງຍີ່ປຸ່ນ ໃນເຂດລຸ່ມ
ແມ່ນ້ຳຂອງ ກໍຄືແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ.

ທັງນີ້ກໍເນື່ອງຈາກ ບັນດາບໍລິສັດເອກະຊົນຍີ່ປຸ່ນ ມອງວ່າ ທັງແຂວງສະຫວັນນະເຂດ
ແລະແຂວງຈຳປາສັກ ມີທີ່ຕັ້ງທີ່ສາມາດເຊື່ອມໂຍງ ກັບປະເທດເພື່ອນບ້ານ ໃນເຂດລຸ່ມ
ແມ່ນ້ຳຂອງ ດ້ວຍກັນໄດ້ເປັນຢ່າງດີ ແລະ ຖືເປັນຫົວໃຈສຳຄັນ ຂອງການເຊື່ອມຕໍ່ທາງ
ເສດຖະກິດ ລະຫວ່າງເຂດຕາເວັນອອກ ກັບເຂດຕາເວັນຕົກ ໃນລຸ່ມແມ່ນ້ຳຂອງ ຫຼື
East-West Economic Corridor ທີ່ມີລາວ ເປັນສູນກາງການເຊື່ອມຕໍ່ ນັ້ນເອງ.

ທ່ານໂມໂຕໂຍຊິ ຊູຊູກິ ບອກວ່າປັດໄຈສຳຄັນ ທີ່ແຂວງສະຫວັນນະເຂດ ແລະ ແຂວງ
ຈຳປາສັກ ສາມາດທີ່ຈະຮອງຮັບ ການລົງທຶນ ຂອງບັນດາບໍລິສັດ ເອກະຊົນຍີ່ປຸ່ນ ໄດ້
ເປັນຢ່າງດີ ໃນລະຍະຕໍ່ໄປນີ້ ກໍແມ່ນການພັດທະນາເຂດເສດຖະກິດພິເສດ ໂດຍທີ່ໄດ້
ເລີ້ມການພັດທະນາ ຢ່າງເປັນຮູບເປັນຮ່າງແລ້ວ ໃນເວລານີ້ ກໍຄືເຂດເສດຖະກິດພິເສດ
ສະຫວັນ-ເຊໂນ ຢູ່ແຂວງສະຫວັນນະເຂດ ສ່ວນຢູ່ແຂວງຈຳປາສັກນັ້ນ ກໍກຳລັງຢູ່ໃນ
ຂັ້ນຕອນ ຂອງການກຽມຄວາມພ້ອມ ສຳຫລັບການສຶກສາສຳຫລວດພື້ນທີ່ ທີ່ຈະພັດ
ທະນາເປັນເຂດເສດຖະກິດພິເສດຕໍ່ໄປ ໂດຍເລີ້ມທຳການສຶກສາສຳຫລວດ ໃນຕົ້ນປີ
2015 ແລະ ໃຫ້ແລ້ວສຳເລັດໃນປີດຽວກັນ.

ລັດຖະບານຍີ່ປຸ່ນ ໃຫ້ການຊ່ວຍເຫຼືອ ແກ່ລັດຖະບານ ໃນໂຄງການປັບປຸງ ທາງຫລວງແຫ່ງຊາດ ເລກ 9 ເພື່ອການເຊື່ອມຕໍ່ອານຸພາກພື້ນ ຈາກຕາເວັນອອກ ເຖິງ ຕາເວັນຕົກ ຕອນລຸ່ມແມ່ນ້ຳຂອງ.
ລັດຖະບານຍີ່ປຸ່ນ ໃຫ້ການຊ່ວຍເຫຼືອ ແກ່ລັດຖະບານ ໃນໂຄງການປັບປຸງ ທາງຫລວງແຫ່ງຊາດ ເລກ 9 ເພື່ອການເຊື່ອມຕໍ່ອານຸພາກພື້ນ ຈາກຕາເວັນອອກ ເຖິງ ຕາເວັນຕົກ ຕອນລຸ່ມແມ່ນ້ຳຂອງ.

ນອກຈາກນັ້ນ ເພື່ອເປັນການກຽມພ້ອມຮອງຮັບ ການເຂົ້າມາ
ລົງທຶນໃນລາວ ຂອງບັນດາບໍລິສັດຍີ່ປຸ່ນ ອົງການໆຄ້າຕ່າງ
ປະເທດແຫ່ງຍີ່ປຸ່ນ (JETRO) ກໍໄດ້ເປີດສຳນັກງານຢູ່ນະຄອນ
ຫລວງວຽງຈັນ ເມື່ອທ້າຍເດືອນເມສາປີນີ້ ຊຶ່ງຖືເປັນສ່ວນໜຶ່ງ
ຂອງການຕົກລົງຮ່ວມມື ໃນຫຼາຍໆດ້ານ ທີ່ໄດ້ມີຂຶ້ນໃນໂອກາດ
ທີ່ທ່ານ Shinzo Abe ນາຍົກລັດຖະມົນຕີຍີ່ປຸ່ນ ເດີນທາງມາ
ຢ້ຽມຢາມ ສປປ. ລາວ ເມື່ອເດືອນພະຈິກປີກາຍ.

ຍິ່ງໄປກວ່ານັ້ນ ທາງການລາວກໍຍັງໄດ້ພະຍາຍາມ ຈັດກອງ
ປະຊຸມຕ່າງໆ ເພື່ອດຶງດູດນັກທຸລະກິດຍີ່ປຸ່ນ ໃຫ້ເຂົ້າມາລົງທຶນ
ໃນລາວຫຼາຍຂຶ້ນ ເປັນກໍລະນີພິເສດອີກດ້ວຍ ດັ່ງທີ່ທ່ານສົມດີ ດວງດີ ລັດຖະມົນຕີວ່າການກະຊວງແຜນການ ແລະການລົງທຶນ ໄດ້ໃຫ້ການຢືນຢັນວ່າ:

“ພວກເຮົາກໍໄດ້ໄປເຜີຍແຜ່ ແນະນຳນະໂຍບາຍຕ່າງໆ ຂອງລັດຖະບານ ໃຫ້ນັກ
ລົງທຶນຍີ່ປຸ່ນ ເຂົ້າໃຈແຈ້ງຂຶ້ນກວ່າເກົ່າ ກວ້າງຂວາງຂຶ້ນກວ່າເກົ່າ ໂດຍການໄປ
ເຮັດສຳມະນາ ສົ່ງເສີມການລົງທຶນຢູ່ຍີ່ປຸ່ນ ກໍຄືເຊີນເພິ່ນມາຮ່ວມ ສຳມະນາຢູ່ພີ້
ຈຶ່ງເຮັດໃຫ້ໃນຊຸມປີຫລັງນີ້ ການລົງທຶນຂອງຍີ່ປຸ່ນນີ້ ເພີ້ມຂຶ້ນຫຼາຍເທື່ອ.”

ໂດຍຂະແໜງການທີ່ບັນດາບໍລິສັດເອກະຊົນຍີ່ປຸ່ນ ໄດ້ໃຫ້ຄວາມສົນໃຈ ທີ່ຈະເຂົ້າມາ
ລົງທຶນໃນລາວຫຼາຍທີ່ສຸດນັ້ນ ກໍຄືພາກການກະເສດ ແລະ ອຸດສາຫະກຳແປຮູບສິນຄ້າ
ກະເສດ ຕິດຕາມດ້ວຍພາກພະລັງງານ ການສຶກສາ ສາທາລະນະສຸກ ການຂຸດຄົ້ນ
ແຮ່ທາດ ແລະ ພາກບໍລິການຕາມລຳດັບ ສ່ວນທາງການລາວ ກໍໄດ້ເລັ່ງ ພັດທະນາ
ເຂດເສດທະກິດພິເສດ ເພື່ອຮອງຮັບການລົງທຶນ ຂອງຍີ່ປຸ່ນໃຫ້ຫຼາຍຂຶ້ນ ໂດຍໃນ
ປັດຈຸບັນ ຍີ່ປຸ່ນໄດ້ລົງທຶນ ໃນລາວຄິດເປັນມູນຄ່າລວມ 548 ລ້ານດອນລາໃນ 104
ໂຄງການ ແລະຖືເປັນອັນດັບທີ 7.

ແຕ່ຢ່າງໃດກໍຕາມ ດ້ວຍເງື່ອນໄຂພິເສດດັ່ງກ່າວ ກໍເຮັດໃຫ້ຄາດໝາຍວ່າ ບັນດາບໍລິສັດ
ເອກະຊົນຍີ່ປຸ່ນ ຈະກ້າວຂຶ້ນເປັນກຸ່ມຜູ້ລົງທຶນລາຍໃຫຍ່ ອັນດັບທີ 4 ຮອງຈາກຈີນ
ຫວຽດນາມ ແລະ ໄທ ໃນປີ 2015 ໂດຍເຊື່ອວ່າມູນຄ່າ ການລົງທຶນຂອງຍີ່ປຸ່ນໃນລາວ
ຈະເພີ້ມຂຶ້ນເປັນຫຼາຍກວ່າ 3,000 ລ້ານດອນລາ ຢ່າງແນ່ນອນ.

ຍິ່ງໄປກວ່ານັ້ນ ຜູ້ຊ່ຽວຊານທາງເສດຖະກິດຊາວຍີ່ປຸ່ນ ກໍຍັງໄດ້ໃຫ້ການຢືນຢັນດ້ວຍວ່າ
ການລົງທຶນ ຂອງບັນດາບໍລິສັດເອກະຊົນຍີ່ປຸ່ນໃນລາວ ຈະເນັ້ນໜັກ ໃນພາກອຸດສາ
ຫະກຳແປຮູບສິນຄ້າກະສິກຳ ແລະພາກບໍລິການທີ່ສາມາດ ຈະສ້າງວຽກເຮັດງານທຳ
ໃຫ້ແກ່ປະຊາຊົນລາວໄດ້ຫຼາຍກວ່າ ການລົງທຶນຂອງປະເທດອື່ນໆ ໃນລາວ ທີ່ເນັ້ນໜັກ
ໃນດ້ານການພັດທະນາທີ່ດິນ ເຊັ່ນ ເດີ່ນກອລ໌ຟ ທີ່ສ້າງວຽກເຮັດງານທຳ ໃຫ້ແກ່ຄົນລາວ
ໄດ້ຢ່າງຈຳກັດ ຊຶ່ງກໍນັບເປັນສາເຫດສຳຄັນປະການໜຶ່ງ ທີ່ເຮັດໃຫ້ຄົນລາວ ຕ້ອງພາກັນ
ເດີນທາງໄປລັກລອບທຳງານ ຢູ່ໃນໄທຫຼາຍຂຶ້ນນັບມື້ນັ້ນເອງ.

XS
SM
MD
LG