ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຍີ່ປຸ່ນຊ່ວຍເຫຼືອລາວໃນການ ພັດທະນາເຂດສາມຫລ່ຽມເສດຖະກິດ ຢູ່ພາກໃຕ້ຂອງລາວ


ກອງປະຊຸມຂັ້ນລັດຖະມົນຕີ ຄັ້ງທີ 10 ກ່ຽວກັບ ການພັດທະນາເສດຖະກິດ ຢູ່ເຂດຕິດຕໍ່ຊາຍແດນ
ລະຫວ່າງ ລາວ ກຳປູເຈຍ ແລະ ຫວຽດນາມ
ກອງປະຊຸມຂັ້ນລັດຖະມົນຕີ ຄັ້ງທີ 10 ກ່ຽວກັບ ການພັດທະນາເສດຖະກິດ ຢູ່ເຂດຕິດຕໍ່ຊາຍແດນ ລະຫວ່າງ ລາວ ກຳປູເຈຍ ແລະ ຫວຽດນາມ

ທາງການຍີ່ປຸ່ນ ໃຫ້ການຊ່ວຍເຫຼືອໃນການພັດທະນາເສດຖະກິດ ຢູ່ເຂດຕິດຕໍ່ຊາຍແດນ
ລະຫວ່າງ ລາວ ກຳປູເຈຍ ແລະ ຫວຽດນາມ ເພີ່ມຂຶ້ນ ໂດຍແນໃສ່ການພັດທະນາເຂດ
ສາມຫລ່ຽມເສດຖະກິດ ລະຫວ່າງ 3 ປະເທດ.

ທ່ານສຸພັນ ແກ້ວມີໄຊ ລັດຖະມົນຕີວ່າການ ກະຊວງແຜນການແລະການລົງທຶນ ຖະແຫຼງ
ຢືນຢັນວ່າ ລັດຖະບານຍີ່ປຸ່ນ ໄດ້ໃຫ້ຄວາມສຳຄັນເປັນພິເສດ ຕໍ່ແຜນການພັດທະນາ ເຂດຊາຍແດນ ລະຫວ່າງ 3 ປະເທດ ເພື່ອເຊື່ອມໂຍງກັບປະເທດໃນລຸ່ມແມ່ນ້ຳຂອງ
ແລະ ໃນກຸ່ມອາຊ່ຽນດ້ວຍກັນໃຫ້ໄດ້ຢ່າງເປັນຮູບປະທຳໃຫ້ໄວທີ່ສຸດ ໂດຍຜ່ານມາ
ລັດຖະບານຍີ່ປຸ່ນ ກໍໄດ້ໃຫ້ການຊ່ວຍເຫລືອແກ່ລາວ ໃນມູນຄ່າເກີນກວ່າ 7.5 ລ້ານ
ໂດລາ ເພື່ອນຳໃຊ້ໃນການພັດທະນາພື້ນຖານໂຄງລ່າງ ຢູ່ໃນແຂວງພາກໃຕ້ ຂອງລາວ
ດັ່ງທີ່ທ່ານສຸພັນ ໄດ້ຢືນຢັນວ່າ:

“ສຳລັບ ສປປ ລາວ ແມ່ນໄດ້ເປັນເຈົ້າການ ໃນການຈັດຕັ້ງປະຕິບັດໂຄງການ ທີ່ໄດ້
ຮັບການຊ່ວຍເຫຼືອຈາກຍີ່ປຸ່ນ ແລະ ທຶນສົມທົບ ຈາກລັດຖະບານສາມາດປະຕິບັດໄດ້
ສຳເລັດຫຼາຍໂຄງການ ເປັນຕົ້ນວ່າ ໂຄງການປັບປຸງເສັ້ນທາງ 1H ຈາກເມືອງທ່າແຕງ
ແຂວງເຊກອງ ເຊື່ອມຕໍ່ແຂວງສາລະວັນ ມີຄວາມຍາວ 20 ກິໂລແມັດ ໂຄງການກໍ່ສ້າງ
ໂຮງຮຽນປະຖົມ 8 ຫລັງ ໂຄງການກໍ່ສ້າງໂຮງໝໍ ໂຄງການກໍ່ສ້າງສຸຂສາລາ ໂຄງການ
ປັບປຸງ ແລະ ຍົກລະດັບເສັ້ນທາງ ເຊື່ອມຈອດຊຶ່ງກັນແລະກັນ ການກໍ່ສ້າງສິ່ງອຳນວຍ
ຄວາມສະດວກຕ່າງໆ ຮວມທັງການພັດທະນາຊັບພະຍາກອນມະນຸດ ໃນເຂດ 3
ຫລ່ຽມ.”

ແຜນທີ່ ສະແດງໃຫ້ເຫັນ ເຂດສາມຫລ່ຽມພັດທະນາ ລາວ-ກຳປູເຈຍ-ຫວຽດນາມ
ແຜນທີ່ ສະແດງໃຫ້ເຫັນ ເຂດສາມຫລ່ຽມພັດທະນາ ລາວ-ກຳປູເຈຍ-ຫວຽດນາມ

ເຂດສາມຫລ່ຽມພັດທະນາ ລາວ-ກຳປູເຈຍ-ຫວຽດນາມ ມີພື້ນທີ່ກວ້າງກວ່າ 144,600
ກິໂລແມັດມົນທົນ ທີ່ກວມເອົາພື້ນທີ່ໃນເຂດ 13 ແຂວງ ປະກອບດ້ວຍແຂວງສາລະວັນ,
ເຊກອງ, ອັດຕະປື ແລະຈຳປາສັກຂອງລາວ, ແຂວງຊຽງແຕງ ຣັດຕະນະຄີຣີ, ມົນທົນຄີຣີ
ແລະ ກຣະເຈາະ ໃນກຳປະເຈຍ ແຂວງດັກລັກ ຊ່າຫລ່າຍ, ກອນຕຸມ, ດັກນົງ ແລະ
ບິງເຝືອກໃນຫວຽດນາມ ໂດຍຜູ້ນຳລັດຖະບານ ທັງ 3 ປະເທດ ໄດ້ກຳນົດເປົ້າໝາຍ
ຮ່ວມກັນວ່າ ຈະເຮັດໃຫ້ເສດຖະກິດຂະຫຍາຍຕົວ ບໍ່ຕ່ຳກວ່າ 10 ເປີເຊັນ ໃນແຕ່ລະປີ
ເພື່ອເຮັດໃຫ້ປະຊາຊົນໃນເຂດດັ່ງກ່າວ ມີລາຍໄດ້ສະເລ່ຍ ເພີ່ມຂຶ້ນຈາກ 1,900 ໂດລາ
ຕໍ່ຄົນ ໃນປັດຈຸບັນເປັນ 2,700 ໂດລາຕໍ່ຄົນ ໃນປີ 2020.

ທັງນີ້ ດ້ວຍການເສີມຂະຫຍາຍການຮ່ວມມືທາງດ້ານການຄ້າ ການລົງທຶນ ແລະ ການ
ທ່ອງທ່ຽວ ລະຫວ່າງກັນຢ່າງບໍ່ຢຸດຢັ້ງ ແລະເພື່ອເຮັດໃຫ້ການຕົກລົງດັ່ງກ່າວ ໄດ້ມີການ
ຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ ລັດຖະບານທັງ 3 ປະເທດ ຍັງໄດ້ຕົກລົງອຳນວຍ
ຄວາມ ສະດວກໃຫ້ແກ່ການເດີນທາງ ຂອງປະຊາຊົນ ແລະ ນັກທ່ອງທ່ຽວຊາວຕ່າງຊາດ
ທີ່ຮວມເຖິງການນຳໃຊ້ລະບົບການກວດກາສິນຄ້າ ແບບປະຕູດຽວ (One Stop
Service) ທີ່ໄດ້ປະຕິບັດແລ້ວ ຢູ່ດ່ານລາວບາວ-ບ້ານແດນສະຫວັນ ລະຫວ່າງ
ຫວຽດນາມ ກັບ ລາວ.

ສຳລັບໃນດ້ານການລົງທຶນນັ້ນ ທັງ 3 ປະເທດ ໄດ້ປັບປຸງລະບົບ ແລະ ອັດຕາການຈັດ
ເກັບພາສີ ໃຫ້ສອດຄ້ອງກັນ ຮວມເຖິງການໃຫ້ສິດທິພິເສດຕ່າງໆ ເພື່ອສົ່ງເສີມການ
ລົງທຶນໃຫ້ເຂົ້າມາໃນເຂດສາມຫລ່ຽມພັດທະນາໃຫ້ຫລາຍຂຶ້ນຢ່າງຕໍ່ເນື່ອງ ຊຶ່ງປາກົດວ່າ
ມີບັນດາບໍລິສັດຈາກຫວຽດນາມ ໄດ້ເຂົ້າມາລົງທຶນໃນເຂດ 4 ແຂວງພາກໃຕ້ຂອງລາວ
ແລ້ວ 62 ໂຄງການ ຄິດເປັນມູນຄ່າຫຼາຍກວ່າ 2,300 ລ້ານໂດລາ ຊຶ່ງຮວມເຖິງໂຄງການ
ເຂື່ອນເຊຂະໝານ 1 ໂຄງການນ້ຳກົງ 2 ໂຄງການເຂື່ອນເຊປຽນ-ເຊນ້ຳນ້ອຍ ແລະ
ໂຄງການສຳຫລວດ ແລະ ຂຸດຄົ້ນແຮ່ຄຳໃນແຂວງອັດຕະປື ເປັນຕົ້ນ.

ທາງດ້ານບໍລິສັດ Earn and Young ຊຶ່ງຮັບຜິດຊອບການກວດສອບກ່ຽວກັບບັນຫາ
ໜີ້ສິນ ຂອງກຸ່ມບໍລິສັດ Hoang Anh Gia Lai (HAGL) ຈາກຫວຽດນາມ ລາຍງານວ່າ
HAGL ໃນລາວມີໜີ້ສິນ ຫຼາຍກວ່າ 366 ລ້ານໂດລາ ທີ່ຈະຕ້ອງຊຳລະຄືນທະນາຄານ
ໃນຫວຽດນາມ ທັງຍັງຕິດໜີ້ກອງທຶນ Temasek ຂອງສິງກະໂປ 50 ລ້ານໂດລາ ທີ່ຈະ
ຕ້ອງຂາຍສຳປະທານສວນຢາງພາລາ ແລະ ໂຮງງານຜະລິດນ້ຳຕານ ໃນແຂວງອັດຕະປື
ໃຫ້ກັບກຸ່ມທຸລະກິດຈີນ ເພື່ອນຳເອົາເງິນມາຊຳລະໜີ້ສິນດັ່ງກ່າວ.

ຍິ່ງໄປກວ່ານັ້ນ ບັນຫາໜີ້ສິນຂອງ HAGL ດັ່ງກ່າວ ກໍຍັງສົ່ງຜົນກະທົບເຖິງໂຄງການ
ກໍ່ສ້າງສະໜາມບິນ ທີ່ບ້ານໜອງຄ້າງ ເມືອງຊຳເໜືອ ແຂວງຫົວພັນ ຊຶ່ງ HAGL ເປັນຜູ້
ລົງທຶນໃຫ້ກ່ອນ ຫາກແຕ່ການກໍ່ສ້າງກໍຄືບໜ້າພຽງ 40​ ເປີເຊັນ ແລະໄດ້ໂຈະການສ້າງ
ນັບຕັ້ງແຕ່ປີ 2015 ເປັນຕົ້ນມາ.

XS
SM
MD
LG