ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ສະຫະພາບ ຢູໂຣບ ແລະ ຍີ່ປຸ່ນ ຈະລົງນາມ ໃນ ຂໍ້ຕົກລົງ ດ້ານການຄ້າ ຮອບດ້ານ ນໍາກັນ


ປະທານກຳມາທິການຢູໂຣບ ທ່ານ ຊັງ ຄລອດ ຈັງເກີ (Jean-Claude Juncker) (ຂວາ), ປະທານສະພາບໍລິຫານ ສະຫະພາບຢູໂຣບ ທ່ານ ດໍໂນລ ທາສຄ໌ (Donald Tusk) (ກາງ) ຈັບມືກັບນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ ຊິນໂຊ ອາເບະ, (Shinzo Abe) ກ່ອນທີ່ຈະເຂົ້າປະຊຸມ ຢູ່ທີ່ ຕຶກ Europa ໃນນະຄອນຫຼວງ ບຣັສເຊີລສ໌ ໃນວັນອັງຄານ ທີ 21 ມີນາ 2017.
ປະທານກຳມາທິການຢູໂຣບ ທ່ານ ຊັງ ຄລອດ ຈັງເກີ (Jean-Claude Juncker) (ຂວາ), ປະທານສະພາບໍລິຫານ ສະຫະພາບຢູໂຣບ ທ່ານ ດໍໂນລ ທາສຄ໌ (Donald Tusk) (ກາງ) ຈັບມືກັບນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ ຊິນໂຊ ອາເບະ, (Shinzo Abe) ກ່ອນທີ່ຈະເຂົ້າປະຊຸມ ຢູ່ທີ່ ຕຶກ Europa ໃນນະຄອນຫຼວງ ບຣັສເຊີລສ໌ ໃນວັນອັງຄານ ທີ 21 ມີນາ 2017.

ສະຫະພາບຢູໂຣບ ແລະຍີ່ປຸ່ນ ຈະລົງນາມໃນຂໍ້ຕົກລົງ ການຄ້າຮອບດ້ານ ທີ່ນະຄອນ
ຫຼວງໂຕກຽວ ໃນວັນອັງຄານມື້ນີ້.

ຂໍ້ຕົກລົງດັ່ງກ່າວ ຈະຍົກເລີກພາສີ 99 ເປີເຊັນ ຕໍ່ຜະລິດຕະພັນຂອງ ຍີ່ປຸ່ນ ທີ່ສົ່ງເຂົ້າ
ໄປໃນສະຫະພາບຢູໂຣບ ຫຼື EU ພ້ອມທັງການສົ່ງອອກຜະລິດຕະພັນກະສິກຳ ຂອງ
ປະເທດຕ່າງໆ ໃນສະຫະພາບຢູໂຣບ ໄປຍັງຍີ່ປຸ່ນ ທີ່ຮວມທັງເນີຍແຂງ ເຫຼົ້າແວັງ ແລະ
ໝູ. ການສົ່ງອອກສານເຄມີຂອງ EU ໄປຍັງ ຍີ່ປຸ່ນ ກໍເປັນທີ່ຄາດກັນວ່າ ຈະເພີ້ມປະລິ
ມານຂຶ້ນ ພາຍໃຕ້ຂໍ້ຕົກລົງ ສະບັບໃໝ່ນີ້.

ຂໍ້ຕົກລົງສະບັບນີ້ ໄດ້ສະຫລຸບກັນໃນທ້າຍປີກາຍ ຫລັງຈາກໄດ້ເຈລະຈາກັນມາເປັນ
ເວລາ 4 ປີ ແລະຄາດວ່າ ຈະເລີ້ມມີຜົນບັງຄັບໃຊ້ ຢ່າງເປັນທາງການ ໃນປີ 2019.

ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານຊິນໂຊ ອາເບະ ຈະລົງນາມ ໃນຂໍ້ຕົກລົງດັ່ງກ່າວ ໃນ
ລະຫວ່າງ ການພົບປະກັບ ປະທານ ສະພາບໍລິຫານ ສະຫະພາບຢູໂຣບ ທ່ານ ດໍໂນລ
ທາສຄ໌ (Donald Tusk) ແລະ ປະທານກຳມາທິການຢູໂຣບ ທ່ານ ຊັງ ຄລອດ ຈັງເກີ
(Jean-Claude Junker). ທ່ານ ອາເບະ ຄວນຈະລົງນາມ ໃນຂໍ້ຕົກລົງດັ່ງກ່າວ ໃນ
ອາທິດແລ້ວ ໃນລະຫວ່າງ ແຜນການເດີນທາງໄປຢ້ຽມຢາມ ນະຄອນບຣັສເຊີລສ໌
ແຕ່ຕ້ອງໄດ້ຍົກເລີກແຜນການໄປຢ້ຽມຢາມ ເພື່ອຮັບມືກັບເຫດດິນເຈື່ອນຂະໜາດໃຫຍ່
ໃນພາກຕາເວັນຕົກສຽງໃຕ້ ຂອງຍີ່ປຸ່ນ ທີ່ເຮັດໃຫ້ມີຜູ້ເສຍຊີວິດ ຫຼາຍກວ່າ 200 ຄົນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ
The European Union and Japan will sign a sweeping trade deal Tuesday in Tokyo.

The new deal will eliminate 99 percent of tariffs on Japanese products to the EU, from automobiles to electronics, as well as agricultural exports from European Union countries to Japan, including cheese, wine and pork.EU chemical exports to Japan are also expected to surge under the new pact.

The deal was finalized late last year after four years of talks, and is expected to formally take effect in 2019.

Japanese Prime Minister Shinzo Abe will sign the deal during a meeting with European Council President Donald Tusk and European Commission President Jean-Claude Junker.Abe was to have signed the deal last week during a planned trip to Brussels, but was forced to cancel the trip to deal with massive landslides in southwestern Japan that killed over 200 people.

XS
SM
MD
LG