ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍີ່ປຸ່ນ ໂຈະການນຳໃຊ້ ຢາວັກຊີນກັນໂຄວິດ-19 ນຶ່ງລ້ານໂດສ ຍ້ອນຄວາມເປັນຫ່ວງ ໃນການປົນເປື້ອນ ຂອງຢາວັກຊີນ


ພວກຄົນໃສ່ໜ້າກາກປິດປາກປິດດັງເພື່ອປ້ອງກັນການແຜ່ລະບາດຂອງໄວຣັສໂຄໂຣນາ ກຳລັງຍ່າງຂ້າມທາງຢູ່ໃນນະຄອນຫຼວງໂຕກຽວຂອງຍີ່ປຸ່ນ, ວັນທີ 16 ສິງຫາ 2021.
ພວກຄົນໃສ່ໜ້າກາກປິດປາກປິດດັງເພື່ອປ້ອງກັນການແຜ່ລະບາດຂອງໄວຣັສໂຄໂຣນາ ກຳລັງຍ່າງຂ້າມທາງຢູ່ໃນນະຄອນຫຼວງໂຕກຽວຂອງຍີ່ປຸ່ນ, ວັນທີ 16 ສິງຫາ 2021.

ຍີ່ປຸ່ນໄດ້ໂຈະ ການນຳໃຊ້ຢາວັກຊີນກັນໂຄວິດ-19 ຂອງໂມເດີນາ ຈຳນວນ 1 ລ້ານ 6 ແສນ 3 ໝື່ນໂດສ ຫຼັງຈາກທີ່ໄດ້ກວດພົບເຫັນວ່າ ຫຼອດຢາຈຳນວນນຶ່ງ ມີເຊື້ອພະຍາດປົນຢູ່.

ກະຊວງສາທາລະນະສຸກ ໄດ້ປະກາດໃຫ້ໂຈະການນຳໃຊ້ ໃນວັນພະຫັດວານນີ້ ຫຼັງຈາກບໍລິສັດຜະລິດຢາພາຍໃນປະເທດ Takeda Pharmaceutical ທີ່ຮັບຜິດຊອບນຳການຂາຍ ແລະການແຈກຢາຍຢາວັກຊີນດັ່ງກ່າວ ໄດ້ຮັບລາຍງານວ່າ ມີການປົນເປື້ອນຂອງເຊື້ອພະຍາດຢູ່ຕາມສະຖານທີ່ຜະລິດຢາວັກຊີນຫຼາຍແຫ່ງ.

ກະຊວງປ້ອງກັນປະເທດ ໄດ້ກ່າວວ່າ ຢາວັກຊີນຈຳນວນນຶ່ງໃນຈຸ້ມທີ່ໄດ້ຖືກໂຈະນັ້ນ ໄດ້ຖືກນຳໄປສັກ ຢູ່ສະຖານທີ່ໃຫ້ການສັກຢາວັກຊີນ ໃນເຂດເທດສະບານນະຄອນໂອຊາກາ ທາງພາກຕາເວັນຕົກຂອງປະເທດ ໃນລະຫວ່າງ ວັນທີ 6 ຫາວັນທີ 20 ສິງຫາ ແຕ່ກະຊວງສາທາລະນະສຸກ ໄດ້ກ່າວວ່າ ບໍ່ມີລາຍງານໃດໆກ່ຽວກັບຜົນຂ້າງຄຽງ ໄດ້ມີລາຍງານອອກມາຈາກສະຖານທີ່ສັກຢາວັກຊີນທີ່ໃຊ້ຢາວັກຊີນຈຸ້ມດັ່ງກ່າວນັ້ນ.

ຫຼອດຢາທີ່ໄດ້ຖືກປົນເປື້ອນ ເປັນໄປໄດ້ສູງວ່າ ໄດ້ເກີດຂຶ້ນຢູ່ທີ່ໂຮງງານຜະລິດໃນສະເປນ ທີ່ໄດ້ຮັບການວ່າຈ້າງໂດຍບໍລິສັດໂມເດີນາ ເພື່ອໃຫ້ຜະລິດຫຼອດຢາທັງຫຼາຍ.

ການສັ່ງໃຫ້ໂຈະຂອງຢາວັກຊີນໂມເດີນາ ທີ່ມີການປົນເປື້ອນນັ້ນ ມີຂຶ້ນໃນຂະນະທີ່ຍີ່ປຸ່ນ ກຳລັງສູ້ຊົນ ເພື່ອເພີ້ມທະວີຄວາມພະຍາຍາມ ໃນການສັກຢາວັກຊີນ ທ່າມກາງຄື້ນການຕິດແປດຂອງເຊື້ອໄວຣັສສາຍພັນໃໝ່ແດລຕ້າ ທີ່ເພີ້ມຂຶ້ນນັບມື້. ມີພຽງປະມານ 43 ເປີເຊັນ ຂອງພົນລະເມືອງຊາວຍີ່ປຸ່ນ ໄດ້ສັກຢາວັກຊີນຢ່າງຄົບຖ້ວນ.

ໃນລາຍງານຂ່າວອື່ນໆກ່ຽວກັບຢາວັກຊີນນັ້ນ ຜູ້ອຳນວຍການ ຂອງອົງການສາ ທາລະນະສຸກໃນທະວີບອາເມຣິກາ ໄດ້ປະກາດໃນວັນພຸດຜ່ານມາວ່າ ອົງການນີ້ ຈະລິເລີ້ມໂຄງການຜະລິດຢາວັກຊີນຢູ່ໃນປະເທດອາເມຣິກາລາຕິນ ແລະເຂດໝູ່ເກາະຄາຣີບບຽນ ເພື່ອແກ້ໄຂການຂາດເຂີນຢາວັກຊີນກັນໂຄວິດ-19 ຢ່າງໜັກ ຢູ່ໃນພາກພື້ນດັ່ງກ່າວ.

ດຣ. ຄາຣີສສາ ເອຕີນນ໌ (Carissa Etienne) ໄດ້ກ່າວວ່າ ອົງການດັ່ງກ່າວ ກຳລັງຮ່ວມມືກັບອົງການອະນາໄມໂລກ ຫຼື WHO ໃນການວິເຄາະ ກ່ຽວກັບ 30 ຂໍ້ສະເໜີ ໃຫ້ຈັດຕັ້ງສະຖານທີ່ຫຼາຍແຫ່ງ ເພື່ອຜະລິດຢາວັກຊີນດ້ວຍການນຳສົ່ງ RNA ທີ່ຄ້າຍຄືກັນ ກັບຢາວັກຊີນຂອງຟາຍເຊີ ແລະໂມເດີນາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Japan is suspending the use of 1.63 million doses of Moderna’s COVID-19 vaccine after several vials were found to be contaminated.

The health ministry announced the suspension Thursday after Takeda Pharmaceutical, a domestic drugmaker in charge of sales and distribution of the vaccine, received reports of contamination from several vaccination sites.

The defense ministry said doses from one of the suspended batches had been administered at a mass vaccination site in the western prefecture of Osaka between August 6 and August 20, but the health ministry said no reports of adverse effects have been reported from any inoculations from the affected batches.

The contaminated vials were likely produced at a manufacturing plant in Spain contracted by Moderna to produce the vials.

The suspension of the contaminated Moderna doses comes as Japan is struggling to ramp up its vaccination efforts amid a growing wave of new infections driven by the delta variant of the coronavirus. Only about 43% of all Japanese citizens have been fully vaccinated.

In other vaccine news, the director of the Pan American Health Organization announced Wednesday that the agency will launch a vaccine manufacturing initiative in Latin America and the Caribbean to address a severe shortage of COVID-19 vaccines in the region.

Dr. Carissa Etienne said the organization is working with the World Health Organization in analyzing about 30 proposals to establish facilities to manufacture messenger RNA vaccines similar to the Pfizer and Moderna vaccines

XS
SM
MD
LG