ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ຍີ່ປຸ່ນ​​ ປະ​ທ້ວງ​ຈີນ ທີ່ສົ່ງກຳປັ່ນ ເຂົ້າໄປ ໃນເຂດນ່ານນໍ້າ ຂອງຕົນ​


ກຳ​ປັ່ນ​ຈີນ ທີ່​ລາດຕະເວັນຢູ່ໃນເຂດນ່ານນໍ້າ ທະ​ເລຈີນ ​ຕາ​ເວັນ​ອອກ.
ກຳ​ປັ່ນ​ຈີນ ທີ່​ລາດຕະເວັນຢູ່ໃນເຂດນ່ານນໍ້າ ທະ​ເລຈີນ ​ຕາ​ເວັນ​ອອກ.
ຍີ່ປຸ່ນ​ໄດ້​ຮຽກ​ທູດຈີນ​ເຂົ້າພົບ ​ເພື່ອ​ປະ​ທ້ວງ​ຕໍ່​ການທີ່ກຳ​ປັ່ນ​ ລັດຖະ
ບານ​ຈີນ ​ໄດ້​ແລ່ນ​ລ່ວງ​ລໍ້າ​ເຂົ້າ ​ໄປ​ໃກ້ໆ​ບໍລິ​ເວນ​ນ່ານນໍ້າ​ທີ່​ມີ​ການ
​ຂັດ​ແຍ້​ງກັນ ເປັນ​ເວລາ​ດົນ​ນານຜິດ​ປົກກະຕິ ​ໃນ​ເຂດ​ທະ​ເລ ຈີນ
​ຕາ​ເວັນ​ອອກ.

ກະຊວງ​ການ​ຕ່າງປະ​ເທດ​ຂອງ​ກຸງ​ໂຕ​ກຽວກ່າວ​ວ່າ ກໍາ​ປັ່ນຈີນ4 ລໍາ
​ໄດ້​ເຂົ້າ​ໄປ​ໃນ​ເຂດນ່ານນໍ້າ ທີ່​ຍີ່ປຸ່ນ​ຄວບຄຸມ​ ​ໃນ​ວັນ​ພຸດ​ວານ​ນີ້.
ຍີ່ປຸ່ນ​ເວົ້າ​ວ່າ ກໍາ​ປັ່ນທັງ 4 ຍັງ​ບໍ່​ທັນໄດ້​ແລ່ນ​ອອກ​ໄປ​ຈາກເຂດ​
ດັ່ງກ່າວ ໃນ​ເວລາ 24 ຊົວ​ໂມງ​ຕໍ່​ມາ.

ຫົວໜ້າກອງເລຂາຂອງລັດຖະບານຍີ່ປຸ່ນ ທ່ານ Yoshihide Suga
ກ່າວວ່າ ​ທ່ານ Han Zhiqaiang ເອກ​ອັກຄະ​ລັດຖະທູດຮັກສາ​ການ​ຊົ່ວ​ຄາວຂອງຈີນ​ ​ໄດ້​ຖືກ
​ຮຽກ​ຕົວ​ເຂົ້າພົບ ​ເພື່ອ ​ທຳ​ການປະ​ທ້ວງຢ່າງ​ແຮງ ຕໍ່​ການ​ເຄື່ອນ​ໄຫວຂອງ​ຈີນ. ຊຶ່ງ​ທ່ານ Zhi-
qaiang ກ່າວ​ວ່າ: “ການ​ລ່ວງ​ລໍ້າ​ເຂົ້າໄປໃນເຂດ​ນ່ານນໍ້າ​ຂອງຍີ່ປຸ່ນຄັ້ງ​ນີ້​ ເປັນ​ຄັ້ງ​ທີ່​
ຍາວ​ນານ​ທີ່​ສຸດນັບ​ແຕ່ລັດຖະບານ​ຍີ່ປຸ່ນ​ໄດ້​ປະກາດ​ໂອນ​ເອົາ​ໝູ່ເກາະ Senkaku
​ເປັນ​ຂອງ​ລັດຖະບານ ໃນ​ເດືອນ​ກັນຍາ​ປີ​ກາຍ​ ​ແລະ​ເປັນ​ທີ່​ຮັບເອົາບໍ່​ໄດ້​ເດັດຂາດ.”


ການ​ຂັດແຍ້​ງກັນທີ່​ມີ​ມາ​ເປັນ​ເວລາ​ຫຼາຍທົດ​ສະ​ວັດ ໄດ້​ລະ​ເບີດຂຶ້ນມາ​ອີກ​ໃນ​ທ້າຍ​ປີ​ກາຍ​ນີ້
ຫຼັງ​ຈາກ​ກຸງ​ໂຕກ​ຽວ ​ໄດ້​ຊື້​ບາງ​ສ່ວນ​ຂອງ​ໝູ່​ເກາະ​ດັ່ງກ່າວນີ້​ ຈາກ​ເຈົ້າ​ຂອງດິນທີ່​ເປັນ​ເອກ​ກະຊົນ​
ຊາວ​ຍີ່ປຸ່ນ.

ຫຼັງ​ຈາກ​ນັ້ນ ກຸງ​ປັກ​ກິ່ງກໍໄດ້​ສົ່ງເຮືອບິນ​ແລະ​ກຳ​ປັ່ນ​ລາດຕະ​ເວນ​ເປັນ​ປະຈຳ​ເຂົ້າ​ໄປ​ໃກ້ໆ​ໝູ່
ເກາະ ​ດັ່ງກ່າວ ​ໃນ​ອັນທີ່​ບາງ​ຄົນ​ເວົ້າວ່າ ​ເປັນ​ການ​ທ້າ​ທາຍ​ຕໍ່​ການ​ຄວບ​ຄຸມ​ຂອງຍີ່ປຸ່ນໃນ
​ຂົງ​ເຂດ​ທີ່​ອາ​ດ​ອຸດົມສົມບູນໄປ​ດ້ວຍພະລັງງານ​ ​ແລະ​ມີ​ຄວາມ​ສຳຄັນ​ທາງ​ຍຸດ​ທະ​ສາດ​ນັ້ນ.

ດ້ວຍ​ເຫດຜົນດັ່ງກ່າວ​ນີ້ ຈຶ່ງ​ພາ​ໃຫ້​ມີ​ຄວາມ​ຢ້ານ​ກົວ​ວ່າອາດ​ຈະເກີດ​ການ​ປະ​ທະ​ກັນທາງ
​ທະຫານ ​ໂດ​ຍບໍ່​ໄດ້​ຕັ້ງ​ໃຈ ​ແລະພາ​ໃຫ້​ຄວາມ​ເຄັ່ງ​ຕຶງລະຫວ່າງ​ເພີ້ມຂຶ້ນລະຫວ່າງ ປະຊາຊົນ​
ຂອງທັງ​ສອງ​ປະ​ເທດ.
XS
SM
MD
LG