ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍີ່ປຸ່ນ​ ຍັງ​ເປັນ​ປະ​ເທດ​ ອັນ​ດັບ 1 ທີ່​​ໃຫ້ການ​ຊ່ວຍ​ເຫຼືອ ລາວ ຫຼາຍທີ່​ສຸດ ຕະຫລອດມາ


ຍີ່ປຸ່ນໃຫ້ການຊ່ວຍເຫຼືອແກ່ລາວ ມູນຄ່າ 32 ລ້ານດອນລາ ສຳຫລັບ 3 ໂຄງການໃນລາວ.
ຍີ່ປຸ່ນໃຫ້ການຊ່ວຍເຫຼືອແກ່ລາວ ມູນຄ່າ 32 ລ້ານດອນລາ ສຳຫລັບ 3 ໂຄງການໃນລາວ.

ຍີ່ປຸ່ນ​ຍັງ​ເປັນ​ປະ​ເທດ​ອັນ​ດັບ 1 ທີ່ໃຫ້ການ​ຊ່ວຍ​ເຫຼືອລາວຫຼາຍ
ທີ່​ສຸດ ​ໂດຍ​ນັບ​ແຕ່​ປີ 1958 ​ເປັນຕົ້ນມາ ລັດຖະບານ​ຍີ່ປຸ່ນ ​ໄດ້
​ໃຫ້ການ​ຊ່ວຍ​ເຫຼືອລ້າ​ແກ່​ລາວ​ໃນ​ມູນ​ຄ່າ​ສະ​ເລ່ຍ 80-100 ລ້ານ
​ດອນ​ລາ ​ໃນ​ແຕ່ລະ​ປີ.

ທ່ານອະລຸນແກ້ວ ກິດຕິຄຸນ ລັດຖະມົນຕີຊ່ວຍວ່າການຕ່າງປະເທດ ໄດ້ຖະແຫລງຢືນຢັນ
ໃນໂອກາດຈັດງານລ້ຽງສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນທາງການທູດ ລະ
ຫວ່າງ ສປປ ລາວ ກັບຍີ່ປຸ່ນ ຄົບຮອບ 60 ປີ ຮ່ວມກັບທາງການສະຖານທູດຍີ່ປຸ່ນ ຢູ່
ນະຄອນຫລວງວຽງຈັນ ໃນຊ່ວງເດືອນມັງກອນ ທີ່ຜ່ານມານີ້ ວ່າການຮ່ວມມື ທີ່ມີປະສິດ ທິຜົນລະຫວ່າງລາວ ກັບຍີ່ປຸ່ນໄດ້ເຕີບໃຫຍ່ ແລະຂະຫຍາຍຕົວຢ່າງຕໍ່ເນື່ອງ ທັງຍີ່ປຸ່ນ
ກໍຍັງເປັນປະເທດອັນດັບ 1 ທີ່ໄດ້ໃຫ້ການຊ່ວຍເຫຼືອ ແກ່ລາວຫຼາຍທີ່ສຸດ ໃນຕະຫລອດ
ລະຍະ 60 ປີ ມານີ້ອີກດ້ວຍ.

ໂດຍພາຍຫລັງຈາກທັງສອງປະເທດ ໄດ້ສະຖາປະນາສາຍພົວພັນ ທາງການທູດລະຫວ່າງ ກັນເມື່ອປີ 1955 ລັດຖະບານຍີ່ປຸ່ນ ກໍໄດ້ເລີ້ມໃຫ້ການຊ່ວຍເຫຼືອແກ່ລາວ ດ້ວຍການປະກອບ
ສ່ວນເຂົ້າໃນການພັດທະນາເສດຖະກິດ ແລະສັງຄົມ ເປັນສຳຄັນ ໂດຍຖ້າຫາກນັບຈາກປີ 1958 ເປັນຕົ້ນມາ ກໍປາກົດວ່າ ລັດຖະບານຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫຼືອແກ່ລາວ ຄິດເປັນ ມູນຄ່າສະເລ່ຍລະຫວ່າງ 80-100 ລ້ານດອນລາ ໃນແຕ່ລະປີ ແລະສຳຫລັບ ໃນປີ 2014 ທີ່ຜ່ານມານີ້ ລັດຖະບານຍີ່ປຸ່ນ ກໍໄດ້ໃຫ້ການຊ່ວຍເຫຼືອແກ່ລາວ ໃນມູນຄ່າລວມ 60 ກວ່າລ້ານດອນລາ ສຳຫລັບນຳໃຊ້ໃນການພັດທະນາເສດຖະກິດ ແລະສັງຄົມ ໃນລາວເປັນດ້ານຫລັກ.

ທາງດ້ານກະຊວງແຜນການ ແລະການລົງທຶນ ກໍໄດ້ສະເໜີລາຍງານວ່າ ລັດຖະບານລາວ
ໄດ້ວາງເປົ້າໝາຍ ຈະຊຸກຍູ້ການພັດທະນາເສດຖະກິດ ໃຫ້ຂະຫຍາຍຕົວຂຶ້ນໃນອັດຕາ
ສະເລ່ຍບໍ່ຕ່ຳກວ່າ 8 ເປີເຊັນ ໃນແຜນການປະຈຳປີ 2014-2015 ນີ້ ແຕ່ວ່າການທີ່ຈະຮັບ ປະກັນໄດ້ຢ່າງຄັກແນ່ວ່າ ເສດຖະກິດຂອງລາວ ຈະຂະຫຍາຍຕົວ ໃນອັດຕາດັ່ງກ່າວໄດ້ນັ້ນ ກໍຈະຕ້ອງລະດົມການລົງທຶນ ທັງພາຍໃນ ແລະຕ່າງປະເທດ ໃຫ້ໄດ້ຫຼາຍກວ່າ 33,000 ຕື້ກີບ ຊຶ່ງຄິດເປັນ 32 ເປີເຊັນ ຂອງຍອດຜະລິດຕະພັນລວມ (GDP) ໃນຕະຫລອດແຜນການປີ.

ພິທີລົງນາມ ໃຫ້ການຊ່ວຍເຫຼືອແກ່ລາວ ໂດຍມີນາຍົກລັດຖະມົນຕີ ຂອງປະເທດຍີ່ປຸ່ນ ທ່ານ Shinzo Abe ແລະ ປະເທດລາວ ທ່ານທອງສິງ ທຳມະວົງ ເປັນກຽດເຂົົ້າຮ່ວມ.
ພິທີລົງນາມ ໃຫ້ການຊ່ວຍເຫຼືອແກ່ລາວ ໂດຍມີນາຍົກລັດຖະມົນຕີ ຂອງປະເທດຍີ່ປຸ່ນ ທ່ານ Shinzo Abe ແລະ ປະເທດລາວ ທ່ານທອງສິງ ທຳມະວົງ ເປັນກຽດເຂົົ້າຮ່ວມ.

ໂດຍຈາກຄວາມຕ້ອງການເງິນທຶນດັ່ງກ່າວນີ້ ລັດຖະບານລາວ
ກໍຄາດໝາຍວ່າ ຈະສາມາດ ປະກອບສ່ວນດ້ວຍການລົງທຶນ ໃນພາກລັດໄດ້ໃນມູນຄ່າລວມ 3,300 ຕື້ກີບ ຫຼືຄິດເປັນ 10
ເປີເຊັນ ຂອງຄວາມຕ້ອງກາານທັງໝົດເທົ່ານັ້ນ ສ່ວນທີ່ເຫຼືອ ຈຶ່ງ
ຕ້ອງລະດົມ ການລົງທຶນ ຈາກພາກເອກະຊົນລາວ ແລະຕ່າງຊາດ
ໃຫ້ໄດ້ບໍ່ນ້ອຍກວ່າ 18,200 ຕື້ກີບ ລວມເຖິງການຂໍຄວາມຊ່ວຍ
ເຫຼືອ ແລະກູ້ຢືມຈາກຕ່າງປະເທດໃຫ້ໄດ້ 5,000 ຕື້ກີບ ແລະເພີ້ມ
ວົງເງິນສິນເຊື່ອ ໃນລະບົບທະນາຄານພາຍໃນປະເທດ ໃຫ້ໄດ້
6,500 ຕື້ກີບ ຕາມລຳດັບ.

ແຕ່ຢ່າງໃດກໍຕາມ ການພັດທະນາເສດຖະກິດ ທີ່ຂະຫຍາຍຕົວ
ເພີ້ມຂຶ້ນ ໃນລະຍະທີ່ຜ່ານມາ ກໍໄດ້ເຮັດໃຫ້ລະດັບລາຍຮັບ ແລະ ສະພາບຊີວິດການ
ເປັນຢູ່ ຂອງປະຊາຊົນລາວທີ່ຢູ່ໃນເຂດ ຕົວເມືອງ ກັບເຂດຊົນນະບົດ ມີຄວາມແຕກໂຕນ
ກັນຫຼາຍຂຶ້ນນັບມື້ດ້ວຍເຊັ່ນກັນ ດັ່ງທີ່ ທ່ານສີວັນ ອຸດທະຈັກ ສະມາຊິກສະພາແຫ່ງຊາດ
ຈາກເຂດແຂວງຈຳປາສັກ ໄດ້ຖະແຫລງຊີ້ແຈງວ່າ:

“ຄວາມທຸກຍາກຂອງປະຊາຊົນຢູ່ໃນເຂດຊົນນະບົດຫ່າງໄກສອກຫຼີກ ຖ້າທຽບ
ໃສ່ຢູ່ຕົວເມືອງ ເຫັນວ່າ ຍັງມີຄວາມຜິດໂຕນກັນຫຼາຍ ຈາກສະພາບດັ່ງກ່າວນັ້ນ
ພວກເຮົາເຫັນວ່າ ລູກຫລານຂອງປະຊາຊົນ ທີ່ທຸກຍາກ ແມ່ນຂາດການສຶກສາ
ຮ່ຳຮຽນ ໝາຍຄວາມວ່າ ລູກຫລານທີ່ຢູ່ໃນໄວ ອາຍຸໄດ້ຮ່ຳຮຽນ ກໍໄດ້ອອກຈາກ
ໂຮງຮຽນ.”

ທັງນີ້ໂດຍຈະເຫັນໄດ້ຢ່າງຊັດເຈນ ຈາກກໍລະນີຂອງເຂດນະຄອນຫລວງວຽງຈັນ ທີ່ປະຊາ
ຊົນມີລາຍໄດ້ສະເລ່ຍເຖິງ 27 ລ້ານກີບ ຫຼືປະມານ 3,346 ດອນລາຕໍ່ຄົນ ໃນປັດຈຸບັນນີ້
ຫາກແຕ່ ວ່າ ສຳຫລັບປະຊາຊົນ ໃນແຂວງຜົ້ງສາລີ ກັບຍັງຄົງມີລາຍໄດ້ ສະເລ່ຍພຽງ 6
ລ້ານກີບ ຫຼື 745 ດອນລາຕໍ່ຄົນເທົ່ານັ້ນ ໃນຂະນະທີ່ອັດຕາຄວາມຍາກ ຂອງປະຊາຊົນ
ລາວໃນແຂວງດັ່ງກ່າວ ກໍຍັງສູງກວ່າ 45 ເປີເຊັນ ຂອງປະຊາກອນ ທັງໝົດ ໃນເວລານີ້
ເພາະສະນັ້ນ ຈຶ່ງເປັນການຍາກຢ່າງຍິ່ງ ທີ່ແຂວງຜົ້ງສາລີ ຈະສາມາດລົບລ້າງບັນຫາ
ຄວາມຍາກຈົນໄດ້ ຕາມເປົ້າໝາຍທີ່ລັດຖະບານລາວ ໄດ້ກຳນົດໄວ້ໃນປີ 2015 ນັ້ນເອງ.

ສຳຫລັບໃນແຜນການປີ 2013-2014 ທີ່ຜ່ານມາລັດຖະບານລາວ ກໍໄດ້ວາງຄາດໝາຍ
ການຂະຫຍາຍຕົວ ທາງເສດຖະກິດໄວ້ ທີ່ອັດຕາສະເລ່ຍ 8.3 ເປີເຊັນ ເພື່ອເຮັດໃຫ້ GDP ມີມູນຄ່າລວມບໍ່ນ້ອຍກວ່າ 90,650 ຕື້ກີບ ແລະຄິດສະເລ່ຍ ເປັນລາຍຮັບ ຂອງປະຊາກອນ
ໄດ້ 13 ລ້ານກີບ ຫຼືປະມານ 1,674 ດອນລາຕໍ່ຄົນຕໍ່ປີ ຫາກແຕ່ວ່າ ໃນສະພາບທີ່ເປັນຈິງ
ກໍປາກົດວ່າ ເສດຖະກິດລາວຂະຫຍາຍຕົວເພີ້ມຂຶ້ນພຽງ 7.8 ເປີເຊັນ ໃນຂະນະທີ່ ລັດຖະ
ບານລາວໄດ້ວາງເປົ້າໝາຍໄວ້ ທີ່ລະດັບ 8.3 ເປີເຊັນ ຄືກັບໃນແຜນການປີ 2014-201 ນີ້.

XS
SM
MD
LG