ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍີ່ປຸ່ນ ກ່າວວ່າ ຍານອະວະກາດສຳຫຼວດ ທີ່ລົງຈອດເທິງດວງເດືອນ ເລີ້ມ 'ປະຕິບັດງານຄືນໃໝ່ໄດ້'


ແຟ້ມພາບ: ຍານອະວະກາດສຳຫຼວດດວງເດືອນທີ່ສະຫຼາດ ຫຼື (SLIM), ແມ່ນເຫັນໄດ້ໃນພາບຖ່າຍໂດຍ LEV-2 ຢູ່ເທິງດວງເດືອນ, ຖືກນຳອອກເຜີຍແຜ່ເມື່ອວັນທີ 25 ມັງກອນ 2024.
ແຟ້ມພາບ: ຍານອະວະກາດສຳຫຼວດດວງເດືອນທີ່ສະຫຼາດ ຫຼື (SLIM), ແມ່ນເຫັນໄດ້ໃນພາບຖ່າຍໂດຍ LEV-2 ຢູ່ເທິງດວງເດືອນ, ຖືກນຳອອກເຜີຍແຜ່ເມື່ອວັນທີ 25 ມັງກອນ 2024.

ຍານອະວະກາດສຳຫຼວດດວງເດືອນຂອງຍີ່ປຸ່ນ ທີ່ເອີ້ນຫຍໍ່ວ່າ SLIM ໄດ້ເລີ້ມປະຕິບັດງານຄືນໃໝ່ອີກ ອົງການອະວະກາດກ່າວ ໃນວັນຈັນມື້ນີ້ ໂດຍໃຫ້ຂໍ້ສັງເກດວ່າ ພະລັງງານໄດ້ຖືກຟື້ນຟູແລ້ວ ອີງຕາມອົງການຂ່າວເອແອັຟພີ.

ຫຼັງຈາກທີ່ຍານອະວະກາດ ໄດ້ລົງຈອດເມື່ອວັນທີ 20 ມັງກອນ ອົງການອະວະ ກາດຂອງຍີ່ປຸ່ນ ຫຼື JAXA ໄດ້ກ່າວວ່າ ມີບັນຫາກັບໝໍ້ໄຟ ທີ່ໃຊ້ພະລັງແສງຕາເວັນຂອງຍານອະກາດ ໝາຍຄວາມວ່າ ພວກມັນບໍ່ສາມາດຜະລິດພະລັງງານໄດ້.

“ເມື່ອຄືນວານນີ້ ພວກເຮົາສາມາດສື່ສານກັບ SLIM ໄດ້ເປັນທີ່ສຳເລັດ ແລະໄດ້ເລີ້ມປະຕິບັດງານຄືນໃໝ່” ອົງການ JAXA ໄດ້ກ່າວຢູ່ໃນສື່ສັງີຄົມ X ທີ່ເຄີຍຮູ້ຈັກກັນຄື ທວີດເຕີ.

“ພວກເຮົາກໍໄດ້ເລີ້ມການສັງເກດການດ້ານວິທະຍາສາດກັບ MBC ໃນທັນທີ ແລະໄດ້ປະສົບຜົນສຳເລັດໂດຍໄດ້ຮັບແສງຄັ້ງທຳອິດທີ່ມີ 10 ແຖບສຳລັບການສັງເກດການ” ອົງການ JAXA ກ່າວໂດຍອ້າງເຖິງກ້ອງ ສແປັກໂທຣສະໂກປິກ ທີ່ມີແສງຫຼາຍແຖບຂອງຍານອະກາດ.

ອົງການ JAXA ໄດ້ນຳເອົາພາບຖາຍໂດຍຍານອະວະກາດສຳຫຼວດດວງເດືອນທີ່ສະຫຼາດ ຫຼື SLIM ລົງໃນ X ທີ່ເອີ້ນວ່າ “ໂທຍ ພູໂດ, toy poodle” ຊຶ່ງເປັນຫີນກ້ອນນຶ່ງທີ່ຖືກສັງເກດເບິ່ງຢູ່ໃກ້ໆຍານອະວະກາດນັ້ນ.

ການບິນລົງຈອດທີ່ໄດ້ກະທຳໂດຍຍີ່ປຸ່ນ ກໍເປັນພຽງປະເທດທີຫ້າ ທີ່ໄດ້ບັນລຸການລົງຈອດດວງເດືອນແບບນຸ້ມນວນ ​ຫຼັງ​ຈາກ ສະຫະລັດ ສະຫະພາບໂຊຫວຽດ ຈີນ ແລະອິນເດຍ.

Japan's moon lander has resumed operations, the space agency said on Monday, indicating that power had been restored.

After it landed on Jan. 20, JAXA had said that problems with the craft's solar batteries meant they were not generating power.

"Last evening we succeeded in establishing communication with SLIM, and resumed operations," JAXA said on X, formerly Twitter.

"We immediately started scientific observations with MBC and have successfully obtained first light for 10-band observation," it said, referring to the lander's multiband spectroscopic camera.

The agency posted on X an image shot by the Smart Lander for Investigating Moon (SLIM) of "toy poodle," a rock observed near the lander.

The touchdown made Japan only the fifth nation to achieve a soft lunar landing, after the United States, the Soviet Union, China and India.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG