ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍີ່​ປຸ່ນ ສືບ​ຕໍ່ ​ລ່າ​ປາ​ວານ ເພື່ອ​ການ​ຄ້າ


ເຮືອ​ລ່າ​ປາ​ວານ​ຂອງ ຍີ່​ປຸ່ນ Yushin Maru No. 2 ເດີນ​ທາງ​ໃນ​ມະ​ຫາ​ສະ​ໝຸດ​ຕອນ​ໃຕ້ ນອກ​ຂົ້ວ​ໂລກ​ໃຕ້.
ເຮືອ​ລ່າ​ປາ​ວານ​ຂອງ ຍີ່​ປຸ່ນ Yushin Maru No. 2 ເດີນ​ທາງ​ໃນ​ມະ​ຫາ​ສະ​ໝຸດ​ຕອນ​ໃຕ້ ນອກ​ຂົ້ວ​ໂລກ​ໃຕ້.

ເຮືອ​ລ່າ​ປາ​ວານ​ຫ້າ​ລຳ​ຂອງ ຍີ່​ປຸ່ນ ໄດ້​ອອກ​ເດີ​ນ​ທາງ​ໃນ​ວັນ​ຈັນ​ມື້ນີ້ ເພື່ອ​ເລີ່ມ​ຕົ້ນ​ການ
ລ່າປາວານເພື່ອການຄ້າຄັ້ງທຳອິດ ໃນຮອບດົນກວ່າ 30 ປີຜ່ານມາ.

ຍີ່​ປຸ່ນ ໄດ້​ຢຸດ​ເຊົາການ​ລ່າ​ປາ​ວານ​ເພື່ອ​ການ​ຄ້າ ໃນ​ປີ 1988 ຫຼັງ​ຈາກ​ຄະ​ນະ​ກຳ​ມາ​ທິ​
ການລ່າປາວານສາກົນ ຫຼື IWC ໄດ້ກຳນົດການເລື່ອນເວລາ ກ່ຽວກັບ ການຂ້າສັດລ້ຽງ
ລູກດ້ວຍນົມຂະໜາດໃຫຍ່ນັ້ນ.

ແຕ່​ເຖິງ​ແມ່ນ​ຈະ​ມີ​ການ​ຫ້າມ​ທົ່ວ​ໂລກກໍຕາມ, ແຕ່ຍີ່​ປຸ່ນ ກໍໄດ້​ສືບ​ຕໍ່​ລ່າ​ປາ​ວານ ຕໍ່ມາ ສຳ​
ລັບສິ່ງທີ່ເຂົາເຈົ້າອ້າງວ່າ ເປັນການຄົ້ນຄວ້າດ້ານວິທະຍາສາດ. ບັນດານັກວິຈານ ໄດ້
ໂຕ້ແຍ້ງຕໍ່ການກ່າວອ້າງນັ້ນມາດົນນານ, ໂດຍເອີ້ນມັນວ່າ ການແຝງຕົວລ່າປາວານ.

ໃນ​ລະ​ດູ​ການ​ລ່າ​ປາ​ວານ​ປີ 2017-2018, ນັກ​ເດີນ​ເຮືອ ຍີ່​ປຸ່ນ ໄດ້​ຂ້າ​ປາ​ວານສີ​ຂີ້​ເຖົ່າ​
ນ້ອຍ ຫຼື Minke whale 333 ໂຕໃນນ່ານນ້ຳມະຫາສະໝຸດ ແອນຕາກຕິກາ. ເຊິ່ງ
ຫຼາຍກວ່າ 120 ໂຕ ແມ່ນໂຕແມ່ທີ່ຖືພາ.

ໃນ​ເດືອນ ທັນ​ວາ ທີ່​ຜ່ານ​ມາ, ຍີ່​ປຸ່ນ​ ໄດ້​ປະ​ກາດ​ວ່າ​ເຂົາ​ເຈົ້າ​ຈະ​ອອກ​ຈາກ​ອົງ​ການ
IWC ໃນວັນທີ 30 ມິຖຸນານີ້.

ຂະ​ບວນ​ເຮືອ​ລ່າ​ປາ​ວານ ໄດ້​ອອກ​ເດີນ​ທາງ​ຈາກ​ທ່າ​ເຮືອ ຄູ​ຊິ​ໂຣະ, ​ໃນ​ເກາະ ຮັອກ​ໄກ
ໂດ ຢູ່ພາກເໜືອຂອງປະເທດ. ເຂົາເຈົ້າຈະໄປລ່າປາວານ Minke, ປາວານ Sei ແລະ
ປາວານ Bryde ໃນເຂດນ້ຳທະເລຂອງ ຍີ່ປຸ່ນ.

ການກັບ​ຄືນມາ​ລ່າ​ປາ​ວານ​ເພື່ອ​ການ​ຄ້າ​ຂອງ ຍີ່​ປຸ່ນ ໄດ້​ກໍ່​ໃຫ້​ເກີດ​ການ​ຄັດ​ຄ້ານ​ຈາກ​
ສາກົນຢ່າງຮຸນແຮງ.

ທ່ານ​ນາງ ຄິດ​ຕີ ບ​ລັອກ, ປະ​ທານ​ອົງ​ການ Humane Society International ກ່າວ​
ວ່າ “ການອອກຈາກອົງການ IWC ຂອງ ຍີ່ປຸ່ນ ແລະ ຂັດຂືນກົດໝາຍສາກົນເພື່ອທຳ
ຕາມຄວາມປາຖະໜາ ການລ່າປາວານເພື່ອການຄ້າຂອງເຂົາເຈົ້າແມ່ນ ທໍລະຍົດ,
ເສື່ອມຖອຍ ແລະ ໃຈແຄບ. ເຂົາເຈົ້າກຳລັງທຳລາຍຊື່ສຽງໃນສາກົນຂອງເຂົາເຈົ້າ ສຳ
ລັບອຸດສາຫະກຳທີ່ມີຕົວເລກຈຳກັດຢ່າງຈະແຈ້ງ, ເພື່ອຜະລິດສິນຄ້າສຳລັບການຮຽກ
ຮ້ອງທີ່ໄດ້ຕົກຕ່ຳລົງ.”

ແຕ່​ນັກ​ຊ່ຽວ​ຊານ​ບາງ​ຄົນ​ເວົ້າ​ວ່າ ການ​ເຄື່ອນ​ໄຫວ​ຂອງ ຍີ່​ປຸ່ນ ອາດ​ກາຍ​ເປັນ​ການ​ລົງ​
ເອີຍດ້ວຍດີສຳລັບປາວານບາງໂຕ, ເພາະມັນຈະໝາຍຄວາມວ່າ ຍີ່ປຸ່ນ ຈະຢຸດລ່າປາ
ວານໃນມະຫາສະໝຸດຕອນໃຕ້, ມະຫາສະໝຸດ ແອັດແລນຕິກ ແລະ ສະຖານທີ່ໆລະ
ອຽດອ່ອນແຫ່ງອື່ນໆ.

ອົງ​ການ​ການ​ປະ​ມົງ​ຂອງ ຍີ່​ປຸ່ນ ໄດ້​ກຳ​ນົດ​ໂຄ​ຕ້າ​ປາ​ວານ​ຈຳນວນ 227 ໂຕ ​ສຳ​ລັບ​ປີນີ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG