ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກຂອງຍີ່ປຸ່ນ ກ່າວ​ວ່າ ການປ່ອຍນ້ຳເສຍ ລົງ​ໄປ​ຫາ​ມະ​ຫາ​ສະ​ໝຸດ ບໍ່​ສາ​ມາດ​ຊັກ​ຊ້າ​ໄດ້​ອີກ​ແລ້ວ


​ຖັງເກັບ​ນ້ຳ​ເສຍ​ທີ່​ຖືກ​ບຳ​ບັດ​ແລ້ວ ແຕ່ຍັງມີ​ກຳ​ມັນ​ຕະ​ພາບ​ລັງ​ສີ​ຄ້າງ​ຢູ່ໃນ​ລະ​ດັບ​ໃດ​ນຶ່ງ ຢູ່ທີ່​ໂຮງ​ໄຟ​ຟ້າ​ພະ​ລັງ​ນິວ​ເຄ​ລຍ ດາຍ​ຈິ ຢູ່​ເມືອງ Okuma town, ທາງ​ພາກ​ຕາ​ເວັນ​ອອ​ສຽງ​ເໜືອຂອງ​ຍີ່​ປຸ່ນ, ວັນ​ທີ 27 ກຸມ​ພາ, 2021
​ຖັງເກັບ​ນ້ຳ​ເສຍ​ທີ່​ຖືກ​ບຳ​ບັດ​ແລ້ວ ແຕ່ຍັງມີ​ກຳ​ມັນ​ຕະ​ພາບ​ລັງ​ສີ​ຄ້າງ​ຢູ່ໃນ​ລະ​ດັບ​ໃດ​ນຶ່ງ ຢູ່ທີ່​ໂຮງ​ໄຟ​ຟ້າ​ພະ​ລັງ​ນິວ​ເຄ​ລຍ ດາຍ​ຈິ ຢູ່​ເມືອງ Okuma town, ທາງ​ພາກ​ຕາ​ເວັນ​ອອ​ສຽງ​ເໜືອຂອງ​ຍີ່​ປຸ່ນ, ວັນ​ທີ 27 ກຸມ​ພາ, 2021

ນາຍົກລັດຖະມົນຕີຄົນໃໝ່ຂອງຍີ່ປຸ່ນ ໄດ້ໄປຢ້ຽມຢາມໂຮງໄຟຟ້າ​ທີ່​ໃຊ້​ພະ​ລັງ ງານນິວເຄລຍຟູ​ກູ​ຊິ​ມະ (Fukushima) ທີ່ຖືກ​ທຳ​ລາຍໂດຍຄື້ນຟອງ​ຊູນາມິ ແລະກ່າວວ່າ ແຜນການກຳຈັດນ້ຳເສຍທີ່ເກັບໄວ້ໃນສະຖານທີ່ດັ່ງກ່າວບໍ່ສາມາດຊັກຊ້າອີກ​ຕໍ່​ໄປໄດ້ແລ້ວ ເຖິງແມ່ນວ່າ ຈະມີຄວາມເປັນຫ່ວງຂອງປະຊາຊົນໃນທ້ອງຖິ່ນກໍຕາມ. ທ່ານຟູ​ມິ​ໂອະ ກິ​ຊິ​ດະ (Fumio Kishida) ໄດ້ກ່າວຄຳປາ ໄສດັ່ງ​ກ່າວໃນວັນອາທິດວານນີ້ ໃນລະຫວ່າງການເດີນທາງໄປຢ້ຽມຢາມສະຖານທີ່ແຫ່ງນັ້ນ​ເປັນ​ຄັ້ງທຳອິດນັບຕັ້ງແຕ່ທ່ານໄດ້ເຂົ້າຮັບຕຳແໜ່ງເປັນ​ຕົ້​ນ​ມາ. ໂຮງໄຟຟ້າຟູ​ກູ​ຊິ​ມະ ດາຍ​ຈິ (Fukushima Daiichi) ໄດ້ປະສົບກັບການພັງ ລົງມາສາມເທື່ອໃນປີ 2011 ຫຼັງຈາກເກີດແຜ່ນດິນໄຫວ ແລະຄື້ນຟອງ​ຊູນາມິ. ບັນ​ດາເຈົ້າໜ້າທີ່ຍີ່ປຸ່ນກ່າວວ່າ ການກໍາຈັດນໍ້າ ແມ່ນເປັນສິ່ງທີ່ຂາດບໍ່ໄດ້ ສໍາ ລັບການທໍາຄວາມສະອາດໂຮງ​ງານ​ດັ່ງ​ກ່າວ, ແລະການປ່ອຍນໍ້າລົງສູ່ມະຫາສະ ໝຸດເປັນທາງເລືອກທີ່ແທດ​ເໝາະ​ກັບ​ສະ​ພາບ​ຕົວຈິງທີ່ສຸດ. ແຜນການດັ່ງກ່າວ ໄດ້ຖືກຄັດຄ້ານຢ່າງຮຸນແຮງຈາກຊາວປະມົງ, ປະຊາຊົນໃນທ້ອງຖິ່ນ ແລະປະ ເທດເພື່ອນບ້ານຂອງຍີ່ປຸ່ນ, ລວມທັງຈີນ ແລະເກົາຫຼີໃຕ້, ອີງ​ຕາມ​ອົງ​ການ​ຂ່າວ​ເອ​ພີ (AP).

Japan's new prime minister has visited the tsunami-wrecked Fukushima nuclear plant and said a planned mass disposal of wastewater stored at the complex cannot be delayed, despite concerns from local residents. Fumio Kishida was speaking Sunday during his first tour of the facility since taking office. The Fukushima Daiichi plant suffered a triple meltdown in 2011 following a massive earthquake and tsunami. Japanese officials say disposal of the water is indispensable for the plant cleanup, and that its release into the ocean is the most realistic option. The plan has been fiercely opposed by fishermen, residents and Japan's neighbors, including China and South Korea.

XS
SM
MD
LG