ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຟິລິບປີນ ສະໜັບສະໜຸນ ແຜນການ ເພີ້ມບົດບາດ ດ້ານ ທະຫານ ຂອງ ຍີ່ປຸ່ນ (ວີດີໂອ)


Philippines Japan SOTVO
please wait

No media source currently available

0:00 0:00:43 0:00
ແຜນການ​ຂອງນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe
ທີ່​ຈະ​ເພີ້ມ​ບົດບາດທາງ​ດ້ານທະຫານຂອງ​ຕົນ ຢູ່​ໃນ​ຕ່າງ​ປະ​ເທດ
ນັ້ນ ແມ່ນໄດ້​ຮັບການ​ສະໜັບສະໜຸນ​ຈາກ​ຟິລິບ​ປີນ.

ຖະແຫຼງການກ່ຽວກັບການໃຫ້ຄວາມສະໜັບສະ​ໜຸນດັ່ງກ່າວ ​
ໄດ້​ມອບ​ໃຫ້ຢູ່ໃນກອງປະຊຸມ ທີ່ນະຄອນຫຼວງ​ໂຕ​ກຽວ ໃນ​ວັນ​
ອັງຄານ​ມື້​ນີ້ ​ໃນການ​ພົບ​ປະ ລະຫວ່າງ​ທ່ານ Abe ແລະປະທານາ
ທິບໍດີຟິລິບ​ປີນ ທ່າ​ນ Benigno Aquino.

ການ​ພົບ​ປະກັນທີ່​ວ່າ​ນີ້ ຖືກ​ມອງກັນ​ວ່າ​ ເປັນ​ການສະ​ແດງ​ອອກ
ເຖິງ​ຄວາມ​ເປັນ​ນ້ຳ​ນຶ່ງ​ໃຈ​ດຽວ​ກັນ ລະຫວ່າງ​ມະນີ​ລາ ​ແລະໂຕ​ກຽວ
​ທັງ​ສອງ​ປະ​ເທດ ຕ່າງກໍ​ມີ​ສ່ວນ​ພົວພັນໃນ​ບັນຫາຂັດແຍ້ງ ການ​ອ້າງ​ເອົາກຳມະສິດ
ເລື້ອງ​ເຂດ​ນ້ຳ​ແດນ​ດິນກັບ​ຈີນ.

ທ່າ​ນ Aquino ​ໄດ້​ກ່າວ​ວ່າ ທ່ານຍິນດີ​ກ່ຽວກັບ​ການ​ປ່ຽນ​ແປງ​ລັດຖະທຳມະນູນ​ຂອງ​ຍີ່ປຸ່ນ ຖ້າ​ຫາກ​ວ່າມັນ​ຈະ​ອະນຸຍາດ​ໃຫ້​ໂຕ​ກຽວ ໄປ​ຊ່ອຍ​ເຫຼືອ​ພັນທະມິດໄດ້ໃນກໍລະນີທີ່ຖືກ
ໂຈມຕີ.

ພັກເສລີປະຊາທິປັດຂອງ​ທ່ານ Abe ທີ່ປົກຄອງປະເທດຢູ່ໃນເວລານີ້ ແມ່ນກຳລັງພະຍາ
ຍາມ ທີ່ຈະຕີຄວາມໝາຍໃໝ່ຂອງລັດຖະທຳມະນູນໃໝ່ ເພື່ອຈະອະນຸຍາດໃນອັນທີ່ນາຍົກ ລັດຖະມົນຕີເອີ້ນວ່າ “ການປ້ອງກັນປະເທດຮ່ວມກັນ” ນັ້ນ.

ປັກກິ່ງໄດ້ຄັດຄ້ານຢ່າງແຂງຂັນຕໍ່ຂໍ້ສະເໜີທີ່ວ່ານີ້ ໂດຍກ່າວວ່າ ພວກເຂົາເຈົ້າໄດ້ທຳລາຍ ຄວາມເປັນລະບຽບ ໃນຍຸກຫຼັງສົງຄາມໂລກຄັ້ງທີ 2 ແລະຈະກໍ່ໃຫ້ເກີດຄວາມເຄັ່ງຕຶງ
ເພີ້ມຂຶ້ນ ໃນຂົງເຂດ.
XS
SM
MD
LG