ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຍີ່ປຸ່ນ, ນິວຊີແລນ ເລັ່ງລັດເຮັດຂໍ້​ຕົ​ກ​ລົງ ວ່າດ້ວຍການແບ່ງປັນຂ່າວກອງ ທ່າມກາງຄວາມກັງວົນກ່ຽວ​ກັບຈີນ


ທ່ານນາງ ນາໄນອາ ມາຮູຕາ (Nanaia Mahuta), ລັດຖະມົນຕີການຕ່າງປະເທດນິວຊີແລນ, ດ້ານຊ້າຍມື ແລະ ທ່ານ ໂຢຊີມາສາ ຮາຢາຊິ (Yoshimasa Hayashi), ລັດຖະມົນຕີການຕ່າງປະເທດຍີ່ປຸ່ນ, ດ້ານຂວາມື, ຈັບມືກັນ ຫຼັງຈາກການຖະແຫຼງຂ່າວຮ່ວມກັນ ໃນວັນທີ 27 ເດືອນກຸມພາ 2023
ທ່ານນາງ ນາໄນອາ ມາຮູຕາ (Nanaia Mahuta), ລັດຖະມົນຕີການຕ່າງປະເທດນິວຊີແລນ, ດ້ານຊ້າຍມື ແລະ ທ່ານ ໂຢຊີມາສາ ຮາຢາຊິ (Yoshimasa Hayashi), ລັດຖະມົນຕີການຕ່າງປະເທດຍີ່ປຸ່ນ, ດ້ານຂວາມື, ຈັບມືກັນ ຫຼັງຈາກການຖະແຫຼງຂ່າວຮ່ວມກັນ ໃນວັນທີ 27 ເດືອນກຸມພາ 2023

ລັດຖະມົນຕີ​ການ​ຕ່າງປະ​ເທດ​ຍີ່ປຸ່ນ ​ແລະ ນິວຊີ​ແລນ ​ໄດ້​ເຫັນ​ດີທີ່ຈະເລັ່ງ​ການ​ເຈລະຈາ​ ກ່ຽວ​ກັບ​ຂໍ້​ຕົກລົງ​ແບ່ງປັນ​ຂ່າວ​ກອງ ​ໃນ​ຂະນະ​ທີ່​ສອງ​ປະ​ເທດ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ເພີ່ມ​ທະວີ​ຄວາມສຳພັນດ້ານ​ຄວາມ​ໝັ້ນຄົງ ແລະ ​ການຮ່ວມ​ມື ໃນ​ພາກ​ພື້ນ​ອິນ​ໂດ​ປາ​ຊີ​ຟິກ ​ທ່າມກາງ​ຄວາມກັງວົນຮ່ວມກັນທັງສອງຝ່າຍ ​ຕໍ່ການ​ສະແດງອອກ ທີ່ແຂງກ້າຂອງຈີນ​ທີ່​ນັບ​ມື້​ນັບ​ເພີ້ມຂຶ້ນ ອີງ​ຕາມ​ລາຍ​ງານ​ ຂອງ​ອົງ​ການ​ຂ່າວ​ເອ​ພີ. ລັດຖະມົນຕີການຕ່າງປະເທດ ນິວຊີແລນ ທ່ານນາງ ນາໄນອາ ມາຮູຕາ (Nanaia Mahuta) ແລະ ທ່ານ ໂຢຊີມາສາ ຮາຍາຊິ (Yoshimasa Hayashi), ລັດຖະມົນຕີການຕ່າງປະເທດຂອງຍີ່ປຸ່ນ ເຫັນດີໃນລະຫວ່າງການໂອ້ລົມສົນທະນາ ທີ່ໂຕກຽວ ເພື່ອຮ່ວມມືກັນ ກ່ຽວກັບບັນຫາ ບູລິມະສິດຂອງບັນດາປະເທດເກາະ ປາຊີຟິກ ເຊັ່ນ ການປ່ຽນແປງ ຂອງດິນຟ້າອາກາດ, ຄວາມໝັ້ນຄົງທາງທະເລ ແລະ ພື້ນຖານໂຄງລ່າງ. ສອງ​ປະ​ເທດ​ໃຫ້ການ​ຄ້ຳ​ປະ​ກັນ​ວ່າຈະເຮັດ​ໃຫ້​ເຂດ​ໝູ່​ເກາະ​ປາຊີ​ຟິກ, ​ເຊິ່ງອິດ​ທິພົນ​ຂອງ​ຈີນ​ພວມ​ຂະ​ຫຍາຍ​ຕົວ​ຢ່າງ​ວ່ອງ​ໄວ, ຍັງ​ມີ​ສະຖຽນ​ລະ​ພາບ ແລະ​ຈະ​ເລີ​ນຮຸ່ງ​ເຮືອງ, ​ໂດຍປາດ​ສະ​ຈາກ​ການ​ແຊກ​ແຊງ​ ແລະ​ການ​ບີບ​ບັງ​ຄັບ​ຂອງ​ຕ່າງປະ​ເທດ.

ອ່ານຂ່າວເປັນພາສາອັງກິດຕື່ມລຸ່ມນີ້

FOR RADIO: TOKYO (AP) — The foreign ministers of Japan and New Zealand have agreed to speed up talks on an intelligence sharing pact as the two island nations vowed to strengthen security ties and cooperation in the Indo-Pacific region amid shared concern over an increasingly assertive China. New Zealand Foreign Minister Nanaia Mahuta and her Japanese counterpart, Yoshimasa Hayashi, also agreed during their talks in Tokyo to collaborate on priority issues for Pacific Island nations such as climate change, maritime security and infrastructure. The two countries pledged to ensure that the Pacific Island region, where China’s influence is rapidly expanding, remains stable and prosperous and free from foreign interference and coercion.

XS
SM
MD
LG