ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດ TEPCO ຍື່ນຄຳຮ້ອງ ຂໍເປີດ ໂຮງໄຟຟ້າ ນິວເຄລຍ ແຫ່ງໃໝ່


ໂຮງໄຟຟ້ານິວເຄລຍ Kashiwazaki Kariwa ຂອງບໍລິສັດ TEPCO ຊຶ່ງເປັນໂຮງໄຟຟ້ານິວເຄລຍ ທີ່ໃຫຍ່ທີ່ສຸດໃນໂລກ ແນມເຫັນຈາກແຄມຝັ່ງທະເລເມືອງ Kashiwazaki (12 ພະຈິກ 2012)
ໂຮງໄຟຟ້ານິວເຄລຍ Kashiwazaki Kariwa ຂອງບໍລິສັດ TEPCO ຊຶ່ງເປັນໂຮງໄຟຟ້ານິວເຄລຍ ທີ່ໃຫຍ່ທີ່ສຸດໃນໂລກ ແນມເຫັນຈາກແຄມຝັ່ງທະເລເມືອງ Kashiwazaki (12 ພະຈິກ 2012)
ບໍລິສັດບໍລິຫານງານໂຮງໄຟຟ້ານິວເຄລຍ Fukushima ທີ່ປະສົບ
ບັນຫາຂອງຍີ່ປຸ່ນພວມຊອກຫາຊ່ອງທາງທີ່ຈະເລີ້ມໂຮງໄຟຟ້ານິວ
ເຄລຍແຫ່ງໃໝ່.

ບໍລິສັດພະລັງງານໄຟຟ້າໂຕກຽວ ຫຼື TEPCO ໄດ້ຍື່ນຄຳຮ້ອງຂໍ
ອະນຸຍາດ ຈາກອົງການຄຸ້ມຄອງນິວເຄລຍ ຂອງຍີ່ປຸ່ນ ເພື່ອເລີ້ມ
ແລ່ນຈັກໄຟຟ້ານິວເຄລຍໃໝ່ 2 ໜ່ວຍທີ່ໂຮງໄຟຟ້າ Kashiwa-
zaki Kariwa ຊຶ່ງຕັ້ງຢູ່ປະມານ 300 ຫຼັກກິໂລແມັດ ຫ່າງຈາກ
ກຸງໂຕກຽວໄປທາງພາກຕາເວັນຕົກສຽງເໜືອ.

ໂຮງໄຟຟ້າດັ່ງກ່າວ ຕ້ອງໄດ້ຜ່ານການກວດກາທາງດ້ານຄວາມ
ປອດໄພໂດຍອົງການຄຸ້ມຄອງນິວເຄລຍກ່ອນທີ່ຈະເລີ້ມແລ່ນໄດ້. ການຕັດສິນໃຈກ່ຽວກັບ ເລື່ອງນີ້ຄາດວ່າຈະໃຊ້ເວລາຫຼາຍໆເດືອນແລະກໍບໍ່ຈຳເປັນຕ້ອງໄດ້ຮັບການອະນຸມັດຈາກ ລັດຖະບານທ້ອງຖິ່ນ.

ນາຍົກລັດຖະມົນຕີ Shinzo Abe ແລະລັດຖະບານ ນິຍົມແນວທາງເດີມຂອງທ່ານ ພວມ ຊອກຫາຊ່ອງທາງ ທີ່ຈະເລີ້ມເທື່ອລະເລັກລະໜ້ອຍ ແລ່ນຈັກໄຟຟ້ານິວເຄລຍ 50 ໜ່ວຍ ຂອງຍີ່ປຸ່ນທີ່ໄດ້ອັດລົງຫຼັງ ຈາກໄດ້ເກີດວິກິດການດ້ານນິວເຄລຍ ທີ່ໂຮງໄຟຟ້າ Fukushi-ma-Daiichi ໃນປີ 2011.

ຄວາມຄິດຄວາມເຫັນຂອງປະຊາຊົນ ໄດ້ຫັນປ່ຽນຢ່າງໃຫຍ່ຫຼວງ ຕໍ່ການໃຊ້ພະລັງງານນິວ ເຄລຍ ລຸນຫລັງທີ່ແຜ່ນດິນໄຫວ ໄດ້ກໍ່ໃຫ້ເກີດໄພພິບັດ ຊຶ່ງໄດ້ສ້າງຄວາມເສຍຫາຍໃຫ້ແກ່ ລະບົບເຮັດຄວາມເຢັນແລະເຮັດໃຫ້ຈັກໄຟຟ້ານິວເຄລຍລະລາຍທີ່ໂຮງໄຟຟ້າ Fukushi-
ma.

ສອງປີເຄິ່ງລຸນຫລັງທີ່ໄດ້ເກີດວິກິດການດັ່ງກ່າວນີ້ແລ້ວວັດຖະທີ່ມີກຳມັນຕະພາບລັງສີຍັງ ສືບຕໍ່ຮົ່ວໄຫຼອອກມາໃສ່ອາກາດແລະນໍ້າໃນບໍລິເວນອ້ອມແອ້ມ. ຄວາມລົ້ມແຫຼວໃນການ ຫາທາງຄວບຄຸມການຮົ່ວໄຫຼທີ່ວ່ານີ້ ໄດ້ພາໃຫ້ລັດຖະບານຍີ່ປຸ່ນເຂົ້າໄປເອົາບົດບາດເພີ້ມ ຂຶ້ນ ໃນການທຳຄວາມສະອາດມ້ຽນມັດ.

ລັດຖະບານຫວັງວ່າ ການເລີ້ມແລ່ນຈັກໄຟຟ້ານິວເຄລຍ ຂອງປະເທດທີ່ຫິວກະຫາຍພະ
ລັງງານຈະຊ່ອຍຫຼຸດຜ່ອນການກາງຕໍ່ໃນການນຳເຂົ້າພະລັງທີ່ມີລາຄາແພງນັ້ນຊຶ່ງພາໃຫ້ ມີການຂາດດຸນງົບປະມານທາງດ້ານການຄ້າ ຫຼາຍເປັນປະຫວັດການເມື່ອໄວໆມານີ້.
XS
SM
MD
LG