ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຍີ່ປຸ່ນ ກ່າວວ່າ ເກົາຫຼີເໜືອ ຍັງເປັນໄພຂົ່ມຂູ່ ຕໍ່ຄວາມໝັ້ນຄົງ ຂອງຕົນ


ພາບຖ່າຍທາງອາກາດ ສະແດງໃຫ້ເຫັນ ເຮືອລາດຕະເວນ ຂອງໜ່ວຍຍາມຝັ່ງຍີ່ປຸ່ນ ກຳລັງ ສີດນ້ຳໃສ່ ເຮືອຫາປາລຳນຶ່ງ ຈາກເກົາຫຼີເໜືອ ຢູ່ໃນເຂດທະເລ ທີ່ເອີ້ນວ່າ ໝູ່ເກາະ ຢາມາໂຕ (Yamato Shallows) ໃນພາບຖ່າຍ ເມື່ອເດືອນກັນຍາ 2017.
ພາບຖ່າຍທາງອາກາດ ສະແດງໃຫ້ເຫັນ ເຮືອລາດຕະເວນ ຂອງໜ່ວຍຍາມຝັ່ງຍີ່ປຸ່ນ ກຳລັງ ສີດນ້ຳໃສ່ ເຮືອຫາປາລຳນຶ່ງ ຈາກເກົາຫຼີເໜືອ ຢູ່ໃນເຂດທະເລ ທີ່ເອີ້ນວ່າ ໝູ່ເກາະ ຢາມາໂຕ (Yamato Shallows) ໃນພາບຖ່າຍ ເມື່ອເດືອນກັນຍາ 2017.

ຢີ່ປຸ່ນ ກ່າວວ່າ ເກົາຫຼີເໜືອ ຍັງສືບຕໍ່ເປັນ “ໄພຂົ່ມຂູ່ທີ່ຮ້າຍແຮງ ແລະມີທ່າທາງວ່າ ຈະ
ເກີດຂຶ້ນໃນໄວໆນີ້”
ຕໍ່ຄວາມໝັ້ນຄົງແຫ່ງຊາດຂອງຕົນ ເຖິງແມ່ນວ່າ ໄດ້ມີການເຄື່ອນ
ໄຫວທາງດ້ານການທູດ ກັບໂລກພາຍນອກ ຫຼາຍຄັ້ງຜ່ານມາ ເມື່ອບໍ່ດົນມານີ້ ຂອງ
ລະບອບການປົກຄອງຂອງປະເທດດັ່ງກ່າວ ກໍຕາມ.

ການປະເມີນຜົນດັ່ງກ່າວ ໄດ້ເປັນຂໍ້ສະຫລຸບ ຂອງເອກກະສານ ນະໂຍບາຍດ້ານການ
ປ້ອງກັນປະເທດ ປະຈຳປີ ຂອງຢີ່ປຸ່ນ ທີ່ໄດ້ຖືກພິມເຜີຍແຜ່ ໃນອັງຄານມື້ນີ້. ກອງທັບ
ຢີ່ປຸ່ນ ໄດ້ຊີ້ໃຫ້ເຫັນວ່າ ເກົາຫຼີເໜືອໄດ້ທຳການທົດສອບນິວເຄລຍ ສາມຄັ້ງ ແລະ ໄດ້
ທົດລອງຍິງລູກສອນໄຟຂີປະນາວຸດມາແລ້ວ ຫຼາຍກວ່າ 40 ເທື່ອ ນັບຕັ້ງແຕ່ ປີ 2016
ເປັນຕົ້ນມາ ເຊິ່ງບາງສ່ວນຂອງການຍິງນັ້ນ ໄດ້ບິນຜ່ານເທິງນ່ານຟ້າຂອງຢີ່ປຸ່ນ. ໂຕກຽວ
ກ່າວວ່າ ຕົນວາງແຜນຈະຊື້ ເຄື່ອງເຣດາ ປ້ອງກັນທາງອາກາດ ທີ່ຊື່ວ່າ Aegis Ashore
ທີ່ຜະລິດໂດຍສະຫະລັດ ເພື່ອເສີມກຳລັງ ໃນດ້ານການປ້ອງກັນຂອງຕົນ ໃນການຕໍ່ຕ້ານ
ການໂຈມຕີໂດຍລູກສອນໄຟຂອງເກົາຫຼີເໜືອ.

ນາຍົກລັດຖະມົນຕີ ຍີ່ປຸ່ນ ຊິນໂຊ ອາເບະ ຕອບຄຳຖາມ ຈາກນັກຂ່າວທ່ານນຶ່ງ ໃນລະຫວ່າງກອງປະຊຸມ ຖະແຫລງຂ່າວ ຢູ່ທີ່ສຳນັກງານນາຍົກລັດຖະມົນຕີ ໃນນະຄອນຫຼວງ ໂຕກຽວ, ວັນທີ 20 ກໍລະກົດ 2018.
ນາຍົກລັດຖະມົນຕີ ຍີ່ປຸ່ນ ຊິນໂຊ ອາເບະ ຕອບຄຳຖາມ ຈາກນັກຂ່າວທ່ານນຶ່ງ ໃນລະຫວ່າງກອງປະຊຸມ ຖະແຫລງຂ່າວ ຢູ່ທີ່ສຳນັກງານນາຍົກລັດຖະມົນຕີ ໃນນະຄອນຫຼວງ ໂຕກຽວ, ວັນທີ 20 ກໍລະກົດ 2018.

ບົດລາຍງານດັ່ງກ່າວ ຮັບຮູ້ວ່າ ການປະຕິບັດທາງດ້ານການທູດ ທີ່ພົບພໍ້ໃໝ່ ຂອງ
ພຽງຢາງ ກັບຄູ່ປໍລະປັກ ເຊັ່ນເກົາຫຼີໃຕ້ ແລະ ສະຫະລັດ ນັ້ນ ທີ່ກຳລັງມີຂຶ້ນໃນກອງ
ປະຊຸມສຸດຍອດ ທີ່ເປັນປະຫວັດການ ລະຫວ່າງ ປະທານາທິບໍດີ ສະຫະລັດ ທ່ານ
ດໍໂນລ ທຣຳ ແລະ ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ຢູ່ທີ່ສິງກະໂປ ເມື່ອວັນທີ 12
ມິຖຸນາ ຜ່ານມາ ໃນເວລາ ທັງສອງຜູ້ນຳໄດ້ລົງນາມໃນຖະແຫຼງ ການສະບັບນຶ່ງ ທີ່
ປະກອບດ້ວຍການໃຫ້ຄຳໝັ້ນສັນຍາ ທີ່ຄຸມເຄືອ ໂດຍເກົາ ຫຼີເໜືອ ທີ່ວ່າຕົນຈະຍົກເລີກ
ໂຄງການນິວເຄລຍ ແລະ ລູກສອນໄຟຂີປະນາວຸດ ຂອງຕົນ.

ແຕ່ຢ່າງໃດກໍຕາມ ໃນຄວາມເປັນຫ່ວງຂອງໂຕກຽວ ແລ້ວ “ບໍ່ມີຫຍັງປ່ຽນແປງ ໃນພື້ນ
ຖານການຮັບຮູ້ເຖິງຄວາມເປັນຫ່ວງຂອງພວກເຮົາຕໍ່ໄພຂົ່ມຂູ່ຈາກອາວຸດ ນິວເຄລຍ
ແລະລູກສອນໄຟທັງຫຼາຍ ຂອງເກົາຫຼີເໜືອ.”

ບົດລາຍງານນະໂຍບາຍດ້ານການປ້ອງກັນປະເທດ ຍັງໄດ້ສະແດງໃຫ້ເຫັນເຖິງ ຄວາມ
ກັງວົນ ກ່ຽວກັບ ການເສີມຂະຫຍາຍດ້ານການທະຫານ ທີ່ກຳລັງໃຫຍ່ໂຕຂຶ້ນ ຂອງຈີນ
ລວມທັງ ການຂະຫຍາຍການອ້າງເອົາເຂດນ້ຳແດນດິນໃນທະເລ ຈີນຕາເວັນອອກ
ນຳດ້ວຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG