ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍີ່ປຸ່ນເວົ້າວ່າ ທ່ານ Shinzo Abe ອາດຈະໄປ ຢ້ຽມຢາມ ເກົາຫຼີເໜືອ


ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ Shinzo Abe ອາດຈະຢ້ຽມຢາມ ເກົາຫລີເໜືອ.
ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ Shinzo Abe ອາດຈະຢ້ຽມຢາມ ເກົາຫລີເໜືອ.
ຍີ່ປຸ່ນກ່າວ​ວ່າ ຕົນ​ກຳລັງ​ພິຈາລະນາ ສົ່ງນາຍົກລັດຖະມົນ​ຕີ
ທ່ານ Shinzo Abe ​ໄປ​ເກົາຫລີ​ເໜືອ ເພື່ອ​ຊ່ວຍແກ້​ໄຂ​ບັນ
ຫາການ​ລັກພາ​ໂຕ​ປະຊາຊົນຊາວ​ຍີ່ປຸ່ນ.

ໃນ​ອາທິດ​ແລ້ວ​ນີ້ ພຽງ​ຢາງ​ໄດ້ຕົກລົງ ທີ່​ຈະ​ເລີ້ມ​ສືບ​ສວນ​ຄືນ
​ໃໝ່ ​ເຖິງຊາຕາກຳ​ຂອງຊາວ​ຍີ່ປຸ່ນທີ່​ຫາຍ​ສາບ​ສູນ ເພື່ອເປັນ​
ການ​ແລກປ່ຽນໃຫ້​ໂຕ​ກຽວຜ່ອນຜັນການ​ລົງ​ໂທດ​ຈຳນວນ​ນຶ່ງ.

ລັດຖະມົນ​ຕີຕ່າງປະ​ເທດ ທ່ານ Fumio Kishida ກ່າວ​ໃນ​ວັນ
​ອັງຄານ​ມື້​ນີ້​ວ່າ ລັດຖະບານກຳລັງ​ສຶກສາເບິ່ງ​ວ່າ ການໄປ​ຢ້ຽມ
ຢາມ​ຂອງ​ທ່ານ Abe ອາດ​ຈະ​ຊ່ວຍ​ແກ້ໄຂເລຶ່ອງລາວນີ້ໄດ້ຫລືບໍ່.

ການ​ເດີນທາງ​ດັ່ງກ່າວຈະ​ເປັນ​ບັນຫາໂຕ້​ແຍ້​ງ ໃນເມື່ອວ່າຍີ່ປຸ່ນ ບໍ່​ມີຄວາມ​ສຳ ພັນ​ທາງ
​ການ​ທູດ​ກັບເກົາຫລີ​ເໜືອ ສ່ວນນຶ່ງແລ້ວ​ ​ແມ່ນເປັນຍ້ອນ​ບັນຫາ​ການ​ລັກພາ​ໂຕນີ້.

​ເກົາຫລີ​ເໜືອ ​ໄດ້​ຮັບ​ຮູ້​ໃນ​ປີ 2012 ຜ່ານມານີ້ວ່າ ​ຕົນ​ໄດ້​ລັກພາ​ໂຕຊາວ​ຍີ່ປຸ່ນ 13 ຄົນ
​ເພື່ອ​ໄປສິດສອນ​ພວກນັກ​ສືບ​ຂອງ​ຕົນ ກ່ຽວກັບປະ​ເພນີ ​ແລະ​ພາສາ ຍີ່ປຸ່ນ.

ຫ້າ​ຄົນ​ທີ່​ໄດ້​ຖືກ​ລັກພາ​ໂຕ​ໄປ​ນັ້ນ​ ໄດ້​ກັບ​ຄືນ​ປະເທດແລ້ວ. ​ເກົາຫລີ​ເໜືອ ກ່າວ​ວ່າ ສ່ວນ​
ທີ່​ເຫລືອ​ ແມ່ນ​ເສຍ​ຊີວິດ​ໄປ ​ແຕ່​ຫລາຍ​ຄົນ​ຢູ່​ໃນຍີ່ປຸ່ນ ຍັງສົງ​ໄສ​ວ່າ ມີອີກ​ຫລາຍ​ສິບ​ຄົນ
​ໄດ້​ຖືກ​ລັກພາ​ໂຕໄປຕື່ມ.

ການ​ຮັບ​ຮູ້​ຂອງພຽງຢາງ ​ໃນ​ປີ 2012 ມີຂຶ້ນຫລັງຈາກ​ການເດີນທາງໄປ​ຢ້ຽມຢາມເກົາຫລີ
ເໜືອ ຂອງທ່ານ Junichiro Koizumi ຊຶ່ງເປັນລັດຖະມົນຕີຂອງ ຍີ່ປຸ່ນໃນເວລານັ້ນ. ​
XS
SM
MD
LG