ຄາດກັນວ່າ ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ Shinzo Abe ຈະຢ້ຳໃຫ້ເຫັນເຖິງຄວາມ ສຳຄັນ ໃນການເປັນພັນທະມິດດ້ານຄວາມໝັ້ນຄົງ ລະຫວ່າງ ປະເທດຂອງທ່ານ ແລະ ສະຫະລັດ ໃນຂະນະທີ່ທ່ານພົບປະກັບປະທານາທິບໍດີທີ່ຖືກເລືອກໃໝ່ ທ່ານ Donald Trump ໃນວັນພະຫັດມື້ນີ້.
ນັບຕັ້ງແຕ່ໄດ້ຮັບໄຊຊະນະ ໃນການເລືອກຕັ້ງ ເມື່ອສັບປະດາແລ້ວນີ້ ທ່ານທຣຳ ໄດ້ ໂອ້ລົມທາງໂທລະສັບ ກັບບັນດາຜູ້ນຳຂອງໂລກ ຈຳນວນນຶ່ງ ປະກອບດ້ວຍ ປະທານາ ທິບໍດີຂອງອີຈິບ ທ່ານ Abdel Fattah el-Sissi, ນາຍົກລັດຖະມົນຕີຂອງເຢຍຣະມັນ ທ່ານນາງ Angela Merkel ແລະ ປະທານາທິບໍດີຣັດເຊຍ ທ່ານ Vladimir Putin. ແຕ່ການສົນທະນາ ກັບທ່ານ Abe ຈະເປັນຄັ້ງທຳອິດ ຂອງການພົບປະກັນ ເປັນສ່ວນ
ຕົວ ສຳລັບທ່ານທຣຳ ຂະນະທີ່ທ່ານກຽມພ້ອມ ທີ່ຈະເຂົ້າຮັບຕຳແໜ່ງ ໃນເດືອນມັງກອນ ຈະມາເຖິງນີ້.
ກ່ອນອອກເດີນທາງຈາກຍີ່ປຸ່ນ ທ່ານ Abe ໄດ້ກ່າວວ່າ ທ່ານຢາກໃຊ້ການພົບປະກັນນີ້ ເພື່ອປຶກສາຫາລື ກ່ຽວກັບວິໄສທັດຂອງທ່ານ ສຳລັບອະນາຄົດ ກັບທ່ານທຣຳ.
ທ່ານ Abe ກ່າວວ່າ “ການເປັນພັນທະມິດ ຈະດຳເນີນໄປໄດ້ ອີງຕາມພື້ນຖານ ຂອງ ຄວາມໄວ້ເນື້ອເຊື່ອໃຈ. ສະນັ້ນ ຂ້າພະເຈົ້າ ຢາກຈະສ້າງຄວາມໄວ້ເນື້ອເຊື່ອໃຈ ກັບ ປະທານາທິບໍດີ ທຣຳ ແລະບົນພື້ນຖານນັ້ນ ຂ້າພະເຈົ້າຢາກຈະທຳງານ ຮ່ວມກັນ ກັບທ່ານ ໄປສູ່ການມີສັນຕິພາບໃນໂລກ ແລະ ຄວາມຈະເລີນຮຸ່ງເຮືອງ.”
ໃນລະຫວ່າງການໂຄສະນາຫາສຽງ ທ່ານທຣຳ ໄດ້ຕັ້ງຄຳຖາມຫຼັກຫຼາຍ ຢ່າງກ່ຽວກັບສາຍສຳພັນລະຫວ່າງ ສະຫະລັດ ແລະ ຍີ່ປຸ່ນ ໂດຍສະເໜີແນະວ່າ ສະຫະລັດ ໄດ້ເຮັດ ໜ້າທີ່ຫຼາຍເກີນໄປ ເພື່ອສະໜອງການປ້ອງກັນໃຫ້ແກ່ຍີີ່ປຸ່ນ. ທ່ານໄດ້ສະເໜີແນວຄິດ ທີ່ຈະອະນຸຍາດໃຫ້ຍີ່ປຸ່ນ ແລະ ປະເທດອື່ນໆ ມີອາວຸດນິວເຄລຍໄດ້ ຢູ່ໃນຂົງເຂດ ແລະ ບັງຄັບໃຫ້ຈ່າຍເງິນຫຼາຍຂຶ້ນ ເພື່ອ ສະໜັບສະໜູນ ການໄປປະຈຳການຂອງກອງກຳລັງ ສະຫະລັດ ຢູ່ໃນບັນດາປະເທດເຫຼົ່ານັ້ນ.
ສະຫະລັດ ມີທະຫານ ຈຳນວນປະມານ 53,000 ຄົນ ປະຈຳການຢູ່ໃນຍີ່ປຸ່ນ ພ້ອມດ້ວຍ ສະມາຊິກຄອບຄົວຂອງພວກເຂົາເຈົ້າ ຈຳນວນ 43,000 ຄົນ ແລະ ພະນັກງານກະຊວງ ປ້ອງກັນປະເທດ ອີກ 5,000 ຄົນ.
ບັນດາຜູ້ສະໜັບສະໜູນ ພັນທະມິດດ້ານການປ້ອງກັນປະເທດ ໂຕ້ຖຽງວ່າ ນອກຈາກຍີ່ປຸ່ນໄດ້ຮັບຜົນປະໂຫຍດແລ້ວ ສະຫະລັດກໍໄດ້ຮັບຜົນປະໂຫຍດທາງດ້ານຍຸດທະສາດເຊັ່ນກັນໂດຍສາມາດສົ່ງກຳລັງຂອງຕົນ ໄປປະຈຳການຢູ່ໃນພາກພື້ນນັ້ນຂອງໂລກ.
ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ