ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍີ່ປຸ່ນ ອາດຈະປ່ອຍນ້ຳເສຍຈາກໂຮງໄຟຟ້າ Fukushima ລົງສູ່ມະຫາສະໝຸດປາຊິຟິກ


ສະມາຊິກຄົນນຶ່ງຂອງສື່ມວນຊົນ ໃສ່ຊຸດປ້ອງກັນ ແລະໜ້າກາກ ເພື່ອເຂົ້າເບິ່ງໂຮງໄຟຟ້າໂຕກຽວ Fukushima Daiichi ທີ 3 ຂອງບໍລິສັດ Tokyo Electric Power Co's (TEPCO) ທີ່ກະທົບຈາກໄພສຶນາມິ ໃນ Okuma, Japan, 10 ກຸມພາ, 2016.
ສະມາຊິກຄົນນຶ່ງຂອງສື່ມວນຊົນ ໃສ່ຊຸດປ້ອງກັນ ແລະໜ້າກາກ ເພື່ອເຂົ້າເບິ່ງໂຮງໄຟຟ້າໂຕກຽວ Fukushima Daiichi ທີ 3 ຂອງບໍລິສັດ Tokyo Electric Power Co's (TEPCO) ທີ່ກະທົບຈາກໄພສຶນາມິ ໃນ Okuma, Japan, 10 ກຸມພາ, 2016.

ເຈົ້າ​ໜ້າ​ທີ່​ຍີ່ປຸ່ນ ​ກຳລັງ​ພະຍາຍາມ​ຢູ່ວ່າຈະ​ຕັດສິນ​ແບບໃດໃນ​ການ​ຈັດການ​ກັບພວກ
ນ້ຳເສຍ ຈຳນວນ​ຫຼາຍ​ຮ້ອຍ​ພັນເ​ເມັດ​ກ້ອນ ​ທີ່​ເກັບ​ບັນຈຸ​ໄວ້​ໃນ​ໂຮງ​ໄຟຟ້າ​ນິວ​ເຄລຍ
Fukushima Daiichi ທີ່​ເຊື່ອມ​ໂຊມ​ນັ້ນ ຊຶ່ງ​ໄດ້​ຮັບ​ຜົນ​ກະທົບ​ຮ້າຍ​ແຮງ​ຈາກ​ເຫດ​
ແຜ່ນດິນ​ໄຫວ ​ແລະສຶນາ​ມິ ປີ 2011.

​ມີ​ການ​ປະ​ເມີນ​ວ່າ ນ້ຳເສຍຈຳນວນ​ຫຼວງ​ຫຼາຍ​ທີ່​ເກັບ​ໄວ້​ໃນ​ຖັງ​ອ້ອມ​ຮອບ​ສະຖານ​ທີ່​ນັ້ນ​
ມີ​ຈຳນວນ 750 ​ພັນ ໂຕນ ຂອງນ້ຳ​ທີ່​ວ່າ​ນີ້ ​ແມ່ນ​ບັນຈຸທາດ tritium ຊຶ່ງ​ເປັນ​ທາດ​ທີ່ເປັນ
​ພິດ​ໄພ​ທີ່​ໜ້ອຍຂອງກຳ​ມັນ​ຕະພາບ​ລັງ​ສີ.

ສື່​ມວນຊົນປະຈຳ​ຂົງ​ເຂດ ​ໄດ້​ລາຍ​ງານໃນ​ເດືອນ​ທີ່​ແລ້ວ​ນີ້ວ່າ ​ເຈົ້າ​ຂອງ​ໂຮງງານບໍລິສັດ TEPCO ​ໄດ້​ວາງ​ແຜນ​ວ່າ ​ຈະ​ປ່ອຍ​ນ້ຳ​ເສຍ​ດັ່ງກ່າວ​ນີ້ ລົງ​ໃສ່​ມະຫາ​ສະໝຸດ​ປາຊິ​ຟິກ
ຊຶ່ງ​ໄດ້​ສ້າງ​ຄວາມ​ເປັນຫ່ວງ​ກັງວົນ​ໃຫ້ແກ່ພວກອະນຸ​ລັກ​ສະພາບ​ແວດ​ລ້ອມ ​ແລະ​ຊາວ​
ປະມົງໃນ​ຂົງ​ເຂດນັ້ນທັນທີ. ຜູ້​ຈັດການ​ໃຫຍ່​ຂອງ​ບໍລິສັດ TEPCO ຝ່າຍ​ນິວ​ເຄລຍ
ທ່ານ Takahiro Kimoto ກ່າວ​ວ່າ ທາງ​ບໍລິສັດ ຍັງ​ບໍ່​ທັນ​ໄດ້​ຕັດສິນ​ໃຈ ​ແຕ່​ຢ່າງ​ໃດ.

ເຊີນຊົມ: ຍີ່ປຸ່ນ ພິຈາລະນາ ທີ່ອາດຈະປ່ອຍນ້ຳເສຍທີ່ປະປົນດ້ວຍທາດ tritium ຈາກໂຮງໄຟຟ້າ Fukushima ລົງສູ່ມະຫາສະໝຸດປາຊິຟິກ

ທ່ານ Kimoto ​ໄດ້​ບອກ​ກັບ VOA ໃນການໃຫ້ສຳພາດ ​ວ່າ “ທາງ​ເລືອກ​ອີກ​ອັນ​ນຶ່ງ
ກໍ​ແມ່ນປ່ອຍ​ນ້ຳ​ເສຍ​ທີ່​ບັນຈຸ​ທາດ tritium ລົງ​ສູ່​ທະ​ເລ. ​ແຕ່​ເຖິງ​ຢ່າງ​ນັ້ນ ກໍ​ເທາະ
ມັນ​ຍັງ​ມີ​ຫຼາຍທາງ​ເລືອກອື່ນໆ ​ເຊັ່ນ​ການ​ເຮັດໃຫ້​ລະ​ເຫີຍ ​ເປັນ​ຕົ້ນ ​ແຕ່​ວ່າ ພວກ​ເຮົາ​
ຍັງ​ບໍ່​ທັນ​ໄດ້​ຕັດສິນ​ໃຈເທື່ອ​ວ່າ ຈະ​ເອົາທາງ​ເລືອກ​ໃດ​ແທ້ ​ເພື່ອ​ຈັດການ​ກັບ​ນ້ຳ​ທີ່​ວ່າ​ນີ້.
ນັບ​ຕັ້ງ​ແຕ່ ​ໄດ້​ຮັບຊາບ​ວ່າ ມັນກໍ​ອາດ​ຈະ​ມີ​ອິດ​ທິພົນ​ຕໍ່​ສະພາບ​ແວດ​ລ້ອມ ​ແລະ​ວ່າ
ມັນ​ຍັງ​ເຄີຍ​ໄດ້​ມີ​ຂ່າວ​ນອງ​ນັນ​ທີ່​ວ່າ ມັນ​ອາດ​ມີ​ຜົນ​ຂ້າງຄຽງ ກະທົບ​ຕໍ່​ພວກ​ຜູ້​ຄົນ​ແລະ
​ສະພາບ​ແວດ​ລ້ອມ, ພວກ​ເຮົາ​ຍັງ​ປຶກສາ​ຫາລື​ກັນ​ກັບ​ຫຼາຍໆ​ຮຸ້ນ​ສ່ວນ​ເຈົ້າ​ຂອງ​ບໍລິສັດ
ກ່ອນ​ທີ່​ຈະ​ຕັດສິນ​ໃຈ​ຫາ​ບົດ​ສະຫຼຸບຂັ້ນ​ສຸດ​ທ້າຍ.”

ບໍລິສັດ TEPCO ຊີ້​ໃຫ້​ເຫັນ​ວ່າ ​ໂຮງໄຟຟ້ານິວ​ເຄລຍ​ໃນ​ທົ່ວ​ໂລກ ກໍ​ປ່ອຍ​ທາດ tritium
ອອກ​ສູ່​ສະພາບ​ແວດ​ລ້ອມ​ຢູ່​ແລ້ວ.

ທາດ tritium ຖື​ວ່າ​ເປັນ​ທາດ​ທີ່​ມີ​ກຳ​ມັນ​ຕະພາບ​ລັງສີ​ທີ່​ເປັນອັນ​ຕະລາຍ​ໜ້ອຍ ຊຶ່ງ​ທ່ານ
Ken Buesseler ນັກ​ວິທະ​ນາສາ​ດ​ເເຖວໜ້າ ທີ່ຊ່ຽວຊານກ່ຽວ​ກັບກຳ​ມັນຕະ​ພາບລັງສີ

ມາຣີນ ຈາກ ສະ​ຖາ​ບັນ Woods Hole Oceanographic ​ໃນ​ລັດ Massachusetts.
ທ່ານໄດ້ ກຳກັບ ສິ້ງຊອບ​ເບິ່ງ​ຜົນ​ກະທົບ​ຂອງໄພ​ຫາຍຍະນະ​ຂອງໂຮງ​ໄຟຟ້າ​ນິວ​ເຄລຍ Fukushima ​ໃນ​ມະຫາ​ສະໝຸດ​ປາຊິ​ຟິກຕະຫຼອດມາ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ພວກຫຸ່ນຍົນ ທີ່ພັດທະນາໃໝ່ ເພື່ອການສຳຫຼວດ ໃຕ້ນ້ຳ ຂອງໂຮງໄຟຟ້າ Fukushima ທີ່ເສຍຫາຍ ໄດ້ເຄື່ອນຍ້າຍໃນຫ້ອງທົດລອງ ໃນ Yokosuka ໃກ້ກັບນະຄອນໂຕກຽວ, 15 ພຶດສະພາ 2017.
ພວກຫຸ່ນຍົນ ທີ່ພັດທະນາໃໝ່ ເພື່ອການສຳຫຼວດ ໃຕ້ນ້ຳ ຂອງໂຮງໄຟຟ້າ Fukushima ທີ່ເສຍຫາຍ ໄດ້ເຄື່ອນຍ້າຍໃນຫ້ອງທົດລອງ ໃນ Yokosuka ໃກ້ກັບນະຄອນໂຕກຽວ, 15 ພຶດສະພາ 2017.

XS
SM
MD
LG