ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍີ່ປຸ່ນ ປະເຊີນກັບການຕ້ອງ​ຕິ ກ່ຽວກັບການປ່ອຍນໍ້າເປື້ອນ ​ຈາກ​ໂຮງ​ໄຟ​ຟ້າຟູກູຊິມະ ລົງ​ສູ່​ປາ​ຊີ​ຟິກ


ປໍ້າຖ່າຍເທນໍ້າທະເລຂອງໂຮງໄຟຟ້າພະລັງງານນິວເຄລຍ ຟູກູຊິມະ ໄດອິຈິ ມອງເຫັນໃນລະຫວ່າງດໍາເນີນການລະລາຍ ແລະລະບາຍນໍ້າທີ່ຜ່ານການບໍາບັດແລ້ວ ໃຫ້ອົງການຂ່າວຕ່າງປະເທດເບິ່ງ, ໃນເມືອງຟູຕາບະ, ຍີ່ປຸ່ນ, ວັນທີ 27 ກັນຍາ 2023.
ປໍ້າຖ່າຍເທນໍ້າທະເລຂອງໂຮງໄຟຟ້າພະລັງງານນິວເຄລຍ ຟູກູຊິມະ ໄດອິຈິ ມອງເຫັນໃນລະຫວ່າງດໍາເນີນການລະລາຍ ແລະລະບາຍນໍ້າທີ່ຜ່ານການບໍາບັດແລ້ວ ໃຫ້ອົງການຂ່າວຕ່າງປະເທດເບິ່ງ, ໃນເມືອງຟູຕາບະ, ຍີ່ປຸ່ນ, ວັນທີ 27 ກັນຍາ 2023.

ເປັນເວລາຫຼາຍກວ່ານຶ່ງທົດສະວັດ ລຸນຫຼັງສຸນາມິໄດ້ທໍາລາຍໂຮງໄຟ​ຟ້າພະລັງ ງານນິວເຄລຍຟູກູຊິມະ ໄດອິຈິ ຢູ່ບໍລິເວນຊາຍຝັ່ງມະຫາສະໝຸດປາຊີຟິກຂອງ ຍີ່ປຸ່ນ, ປະເທດແຫ່ງນີ້ ເລີ້ມຕົ້ນປ່ອຍນໍ້າເປື້ອນທີ່ໄດ້ຮັບການບໍາບັດແລ້ວ ເຊິ່ງສະສົມຢູ່ໃນບໍລິເວນທີ່ເກີດໄພພິບັດ, ໂດຍເຮັດໃຫ້ເກີດຄວາມບໍ່ພໍໃຈຮຸນແຮງຢູ່ໃນພາກພື້ນແຫ່ງນີ້ ເຖິງແມ່ນຈະມີການຮັບຮອງໂດຍນັກວິທະຍາສດວ່າ ຂັ້ນຕອນການດໍາເນີນງານຈະບໍ່ສົ່ງຜົນກະທົບຕໍ່ສະພາບແວດລ້ອມກໍຕາມ.

ນໍ້າທີ່ປ່ອຍລົງສູ່ມະຫາສະໝຸດປາຊີຟິກ ​ສ່ວນ​ໃຫຍ່​ແລ້ວ ແມ່ນ​ໄດ້ຖືກກຳ​ຈັດອົງປະກອບທີ່ເປັນອັນຕະລາຍ, ແຕ່ມີສ່ວນປະສົມຂອງ ທຣິທຽມ (Tritium) ເຊິ່ງເປັນກໍາມັນຕະພາບລັງສີໄອໂຊໂຕບ (Isotope) ທີ່ບໍ່ສາມາດກັ່ນຕອງຜ່ານການຮັກສາທີ່ມີຢູ່ນັ້ນ ໃນຈໍານວນໜ້ອຍ.

ການປ່ອຍນໍ້າດັ່ງກ່າວ ເລີ້ມຕົ້ນຂຶ້ນໃນເດືອນສິງຫາ ແລະຈະດໍາເນີນຕໍ່ໄປເລື້ອຍໆເປັນໄລຍະໄລຍະ ຫຼາຍທົດສະວັດ ໃນຂະນະທີ່ ຍີ່ປຸ່ນ ດໍາເນີນການເພື່ອຫຼຸດປະລິມານຂອງນໍ້າທີ່ບໍາບັດແລ້ວຢູ່ໃນໂຮງງານພະລັງງານໄຟຟ້າແຫ່ງນີ້. ປັດຈຸບັນ, ນໍ້າດັ່ງກ່າວນັ້ນ ມີຫຼາຍກວ່າ 800 ຖັງ. ເຈົ້າໜ້າທີ່ຍີ່ປຸ່ນ ກ່າວວ່າ ມັນມີຄວາມຈໍາເປັນທີ່ພວກເຮົາຈະຕ້ອງປ່ອຍນໍ້າດັ່ງກ່າວນີ້ອອກໄປ ແລະຍົກ ຍ້າຍຖັງນໍ້າຈໍານວນນຶ່ງອອກ ເຊິ່ງຈະສ້າງຄວາມສະດວກອັນສໍາຄັນ ສໍາລັບຮື້ຖອນໂຮງງານແຫ່ງນີ້ໄດ້.

ເຈົ້າໜ້າທີ່ຂອງຍີ່ປຸ່ນ ໄດ້​ອະ​ທິ​ບາຍ​ຢ່າງ​ຍືດ​ຍາວ​ເພື່ອ​ສະ​ແດງ​ເຖິງ​ຄວາມ​ເຊື້ອ​ໝັ້ນ​ຂຂອງພວກເຂົາເຈົ້າ ກ່ຽວກັບນໍ້າຢູ່ບໍລິເວນຟູກູຊິມະວ່າມີຄວາມປອດໄພ. ນາຍົກ ລັດຖະມົນຕີຍີ່ປຸ່ນ ທ່ານຟູມິໂອະ ກິຊິດະ ປາກົດໂຕຢູ່ໃນໂທລະພາບ ໂດຍກິນຊາຊິມິ ເຊິ່ງກຽມມາຈາກປາ ທີ່ຈັບໄດ້ຢູ່ໃນບໍລິເວນດັ່ງກ່າວ ລຸນຫຼັງນໍ້າຢູ່ໃນໂຮງ ໄຟ​ຟ້າຖືກປ່ອຍອອກໄປແລ້ວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG