ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຍີ່​ປຸ່ນ ກຽມ​ພ້ອມ​ ທີ່​ຈະ​ກ້າວ​ເຂົ້າ​ສູ່​ຍຸກ ເຣ​ອິ​ວະ ໃນ​ວັນ​ທີ 1 ພຶດ​ສະ​ພາ


ຫົວ​ໜ້າ​ເລ​ຂາ​ລັດ​ຖະ​ບານ ຍີ່​ປຸ່ນ ທ່ານ ໂຢ​ຊິ​ຮິ​ເດະ ຊູ​ກະ ເປີດ​ຕົວ​ຊື່​ຂອງ​ຍຸກ​ໃໝ່ "ເຣ​ອິ​ວະ" ຢູ່​ຫ້ອງ​ການ​ນາ​ຍົກ​ລັດ​ຖະ​ມົນ​ຕີ. ນະ​ຄອນຫຼວງ ໂຕ​ກຽວ, 1 ເມ​ສາ 2019.
ຫົວ​ໜ້າ​ເລ​ຂາ​ລັດ​ຖະ​ບານ ຍີ່​ປຸ່ນ ທ່ານ ໂຢ​ຊິ​ຮິ​ເດະ ຊູ​ກະ ເປີດ​ຕົວ​ຊື່​ຂອງ​ຍຸກ​ໃໝ່ "ເຣ​ອິ​ວະ" ຢູ່​ຫ້ອງ​ການ​ນາ​ຍົກ​ລັດ​ຖະ​ມົນ​ຕີ. ນະ​ຄອນຫຼວງ ໂຕ​ກຽວ, 1 ເມ​ສາ 2019.

ເມື່ອພະ​ເຈົ້າຈັກ​ກະ​ພັດ​ຂອງ ຍີ່​ປຸ່ນ ສະຫຼະ​ບັນ​ລັງ ​ໃນ​ອີກ​ນຶ່ງ​ເດືອນ​ຂ້າ​ງ​ໜ້າ, ມັນ​ຈະ
ເປັນການກ້າວເຂົ້າສູ່ຍຸກໃໝ່. ນັກຂ່າວວີໂອເອ ສຕີເວັນ ມິລເລີ ມີລາຍງານເພີ່ມເຕີມ
ກ່ຽວກັບ ການກ້າວເຂົ້າສູ່ຍຸກໃໝ່ນັ້ນ ເມື່ອອົງມົງກຸດ ນາຣຸຮິໂຕະ ກ້າວຂຶ້ນສູ່ບັນລັງ
ໃນວັນທີ 1 ພຶດສະພານີ້, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນ
ອັນດັບຕໍ່ໄປ.

ພະ​ເຈົ້າຈັກ​ກະ​ພັດ​ ອາ​ກິ​ຮິ​ໂຕະ ຂອງ ຍີ່​ປຸ່ນ ຈະ​ສະຫຼະ​ບັນ​ລັງ​ໃນ​ວັນ 30 ເມ​ສາ​ປີນີ້.
ໃນເວລາທີ່ເພິ່ນສະຫຼະນັ້ນ, ມັນຈະເປັນຄັ້ງທີສອງ ໃນເກືອບນຶ່ງສັດຕະວັດ ທີ່ ຍີ່ປຸ່ນ
ໄດ້ກ້າວເຂົ້າສູ່ຍຸກໃໝ່.

ນຶ່ງວັນ​ຕໍ່​ມາ, ໃນ​ວັນ​ທີ 1 ພຶດ​ສະ​ພາ, ຍຸກ ເຣ​ອີ​ວະ (Reiwa) ກໍ​ຈະ​ເລີ່ມ​ຂຶ້ນ.

ຍີ່​ປຸ່ນ ແມ່ນ​ພຽງ​ປະ​ເທດ​ດຽວ​ໃນ​ໂລກ​ທີ່​ສືບ​ຕໍ່​ໃຊ້​ລະ​ບົບ​ຊື່​ຕາມ​ຍຸກ, ເຊິ່ງ​ມີ​ກົກ​ເຄົ້າ​ມາ​
ຈາກ ຈີນ.

ພາຍ​ໃຕ້ພະ​ເຈົ້າ​ຈັກ​ກະ​ພັດ ອາ​ກິ​ຮິ​ໂຕ​ະ, ຍຸກ “ເຮ​ເຊະ”, ເຊິ່ງ​ແມ່ນ​ຍຸກ​ໃນ​ປັດ​ຈຸ​ບັນ, ທີ່
ແປວ່າ “ສັນຕິພາບຈະມີແຜ່ຫຼາຍຢູ່ທົ່ວໄປ ຫຼື ບັນລຸສັນຕິພາບ”, ໄດ້ແກ່ຍາວມາ 30 ປີ
ແລ້ວ ແລະ ໄດ້ມີອິດທິພົນຕໍ່ຊີວິດການເປັນຢູ່ຂອງຄົນໃນ ຍີ່ປຸ່ນ.

ໃນ​ຂະ​ນະ​ທີ່​ຍຸກ​ປັດ​ຈຸ​ບັນ​ໃກ້​ຈະ​ສິ້ນ​ສຸດ​ນັ້ນ, ມັນ​ໄດ້​ເປັນ​ແຮງ​ບັນ​ດານ​ໃຈ​ໃຫ້​ຜູ້​ທີ່​ຢູ່​ໃນ​
ປະເທດ ຄຳນຶງເຖິງສາມທົດສະວັດທີ່ຜ່ານມາ ແລະ ຕັ້ງໃຈລໍຄອຍອະນາຄົດ.

ຊື່​ຂອງ​ຍຸກ​ໃໝ່​ໄດ້​ຖືກເລືອກ​ຈາກ​ບັນ​ຊີ​ລາຍ​ຊື່​ ທີ່​ຖືກ​ສົ່ງ​ໃຫ້​ໂດຍ​ບັນ​ດາ​ນັກ​ວິ​ຊາ​ການ​
ທັງຫຼາຍ.

ຍຸກ ເຣອິ​ວະ ໄດ້​ມີ​ຂຶ້ນ​ຕາມ​ແນວ​ນະ​ໂຍ​ບາຍ​ການ​ຕັ້ງ​ຊື່​ຕາມ​ປະ​ເພ​ນີ ເຊິ່ງ​ມັນ​ປະ​ກອບ
ມີພຽງຕົວສອນ ຍີ່ປຸ່ນ ສອງໂຕ ຫຼື ຄັນຈິ, ທີ່ງ່າຍໃນການອ່ານ ແລະ ຂຽນ, ແລະ ບໍ່ໃຊ້
ຄຳເວົ້າທົ່ວໄປ.

ຕົວ​ອັກ​ສອນ​ຄູ່​ກັນ​ມີ​ຄວາມ​ໝາຍ​ປະ​ມານ​ວ່າ ຂໍ້​ບັນ​ຍັດ, ລະ​ບຽບ ຫຼື ບັນ​ຊາ​ການ ແລະ
ຄວາມສາມັກຄີ, ສັນຕິພາບ ແລະ ຄວາມງຽບສະຫງົບ.

ລຸນ​ຫຼັງ​ການ​ປະ​ກາດ​ໃນ​ວັນ​ຈັນ​ທີ່​ຜ່ານ​ມາ, ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ ທ່ານ ຊິນ​ໂຊະ
ອາເບະ ໄດ້ອະທິບາຍວ່າ ເຣອິວະ ໝາຍເຖິງວັດທະນະທຳທີ່ຖືກສ້າງຂຶ້ນໂດຍ ແລະ
ຖະນຸຖະໜອມໂດຍປະຊາຊົນ ຜູ້ທີ່ “ເປັນຫ່ວງກັນ ແລະ ກັນຢ່າງງົດງາມ.”

ທ່ານ ອາ​ເບະ ໄດ້​ກ່າວ​ຕື່ມ​ວ່າ “ດ້ວຍການ​ເລືອກ​ຊື່​ຂອງ​ຍຸກ​ໃໝ່​ນີ້, ຂ້າ​ພະ​ເຈົ້າກໍ​ໄດ້​
ເລີ່ມຄວາມໝາຍໝັ້ນຂອງຂ້າພະເຈົ້າຄືນໃໝ່ ເພື່ອລິເລີ່ມຍຸກໃໝ່ທີ່ຈະຖືກຕື່ມເຕັມ
ດ້ວຍຄວາມຫວັງ.”

ຄຳ​ວ່າ ເຣ​ອິວະ ແມ່ນ​ມາ​ຈາກ​ສຳ​ນວນ​ໃນຄຳ​ກອນ ມັງ​ໂຢ​ຊູ (Manyoshu), ເປັນ​ບົດ​
ກອນ ຍີ່ປຸ່ນ ເກືອບ 4,500 ຊຸດ ທີ່ຖືກຈັດເປັນປື້ມ 20 ຫົວ ຢ້ອນກັບຄືນໄປສັດຕະວັດ
ທີ 8.

ໃນ​ເວ​ລາ​ປະ​ກາດ​ຊື່​ຂອງ​ຍຸກ​ໃໝ່​ນັ້ນ, ຫົວ​ໜ້າ​ເລ​ຂາ​ຂອງ​ລັດ​ຖະ​ບານ​ ທ່ານ ໂຢ​ຊິ​ຮິ​ເດ
ຊູກະ ໄດ້ກ່າວວ່າ “ພວກເຮົາຫວັງວ່າ (ຊື່ຂອງຍຸກໃໝ່) ຈະຖືກຮັບຮູ້ຢ່າງກວ້າງຂວາງ
ໂດຍປະຊາຊົນ ແລະ ເປັນກົກເຄົ້າຢ່າງເລິກເຊິ່ງ ໃນພາກສ່ວນຊີວິດປະຈຳວັນຂອງ
ເຂົາເຈົ້າ.”

ການ​ປະ​ກາດ, ເຊິ່ງ​ໄດ້​ມີ​ຂຶ້ນ​ໃນ​ວັນ​ທີ 1 ເມ​ສາ​ທີ່​ຜ່ານ​ມາ ແມ່ນ​ຄັ້ງ​ທີ 248, ເປັນ​ຂີດ​
ໝາຍຂອງນຶ່ງໃນອຸປະສັກຄັ້ງສຸດທ້າຍຂອງອົງມົງກຸດ ນາຣຸຮິໂຕະ ກ່ອນເພິ່ນຈະຂຶ້ນ
ກຳບັນລັງ.

ອົງ​ມົງ​ກຸດ ນາ​ຣຸ​ຮິ​ໂຕະ ເກີດ​ໃນ​ວັນ​ທີ 23 ກຸມ​ພາ​ ປີ 1960, ແລະ ໄດ້​ໄປ​ສຶກ​ສາ​ຢູ່​ມະ​
ຫາວິທະຍາໄລ ອັອກສຝອດ, ປະເທດ ອັງກິດ ເປັນເວລາສອງປີ ຫຼັງຈາກໄດ້ຮັບປະ
ລິນຍາສາຂາປະຫວັດສາດໃນ ຍີ່ປຸ່ນ.

​ພະ​ເຈົ້າຈັກ​ກະ​ພັດ ອາ​ກິ​ຮິ​ໂຕະ ໄດ້​ເລີ່ມ​ຄອງ​ບັນ​ລັງ​ໃນ​ວັນ​ທີ 8 ມັງ​ກອນ ປີ 1989,
ນຶ່ງວັນຫຼັງຈາກການສະເດັດສະຫວັນນະຄົດພະຣາຊະບິດາຂອງເພິ່ນ, ເຊິ່ງແມ່ນພະ
ເຈົ້າຈັກກະພັດ ຣິໂຣຮິໂຕະ, ຜູ້ເຊິ່ງເປັນທີ່ຮູ້ຈັກການໃນນາມ ພະ ຈັກກະພັດ ໂຊວະ
ຫຼັງຈາກພະອົງໄດ້ສິ້ນພະຊົນແລ້ວ.

ອ່ານ​ລາຍ​ງານນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG