ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຍີ່ປຸ່ນ ເປີດເຜີຍ ແຜນການ ກະຕຸ້ນເສດຖະກິດ ຄັ້ງໃຫຍ່


ເຈົ້າໜ້າທີ່ຮັກສາຄວາມປອດໄພຄົນນຶ່ງ ຢືນຢູ່ ບ່ອນສ້າງທາງແຫ່ງນຶ່ງ ໃນກຸງໂຕກຽວ (11 ມັງກອນ 2013)
ເຈົ້າໜ້າທີ່ຮັກສາຄວາມປອດໄພຄົນນຶ່ງ ຢືນຢູ່ ບ່ອນສ້າງທາງແຫ່ງນຶ່ງ ໃນກຸງໂຕກຽວ (11 ມັງກອນ 2013)
ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ໄດ້ເປີດເຜີຍແຜນ
ການກະຕຸກຊຸກຍູ້ເສດຖະກິດ ໃນມູນຄ່າມະຫາສານ ແນໃສ່ ເພື່ອ
ຟື້ນຟູເສດຖະກິດຂອງຍີ່ປຸ່ນ ທີ່ໃຫຍ່ເປັນອັນດັບ 3 ຂອງໂລກ.

ທ່ານ Abe ກ່າວວ່າ ແຜນການກະຕຸກຊຸກຍູ້ມູນຄ່າ 117 ພັນລ້ານ
ໂດລາທີ່ໄດ້ຮັບການອະນຸມັດໃນວັນສຸກມື້ນີ້ ຈະກະຕຸ້ນໃຫ້ເສດຖະ
ກິດ ທີ່ມີການດີ້ນຮົນມາເປັນເວລາດົນນານຂອງປະເທດນັ້ນ ໃຫ້ດີ
ຂຶ້ນໃນທັນທີ ຊຶ່ງເສດຖະກິດຂອງຍີ່ປຸ່ນ ໄດ້ກ້າວເຂົ້າສູ່ສະພາບຖົດ
ຖອຍຄືນອີກໃນປີກາຍນີ້.

ແຜນການດັ່ງກ່າວ ຈະເພີ້ມການໃຊ້ຈ່າຍ ສຳລັບໂຄງການຟື້ນຟູ
ເຂດປະສົບໄພພິບັດ ວຽກການດ້ານໂຍທາ ແລະການໃຫ້ຄວາມ
ຊ່ອຍເຫຼືອທາງດ້ານການເງິນຕໍ່ທຸລະກິດຂະໜາດນ້ອຍ. ນອກນັ້ນ
ແລ້ວ ຍັງໄດ້ມີການສະເໜີໃຫ້ເພີ້ມການໃຊ້ຈ່າຍໃນດ້ານປ້ອງກັນປະເທດເປັນເທື່ອທຳອິດ ໃນຮອບນຶ່ງທົດສະວັດ.

ການເຄື່ອນໄຫວນີ້ ແມ່ນເປັນການປະຕິບັດຕາມຄຳໝັ້ນສັນຍາ ທີ່ໄດ້ໃຫ້ໄວ້ ໃນລະຫວ່າງ ການໂຄສະນາຫາສຽງຂອງທ່ານ Abe ທີ່ໄດ້ເຂົ້າກຳອຳນາດຫຼັງຈາກໄດ້ຮັບໄຊຊະນະຢ່າງ ຖ້ວມລົ້ນ ໃນການເລືອກຕັ້ງເດືອນແລ້ວນີ້ ໂດຍປະກາດວ່າ ຈະເສີມຂະຫຍາຍເສດຖະກິດ ຂອງຍີ່ປຸ່ນ ແລະສ້າງວຽກເຮັດງານທຳ ດ້ວຍການໃຊ້ຈ່າຍ ເປັນເງິນຈຳນວນຫຼວງຫຼາຍ ໃນ ໂຄງການຕ່າງໆຂອງລັດຖະບານ.

ໃນຂະນະທີ່ແຜນການກະຕຸກຊຸກຍູ້ ມີທ່າທາງວ່າ ຈະໃຫ້ຜົນໄປໃນທາງບວກໃນໄລຍະສັ້ນ ເທົ່ານັ້ນ ຫຼາຍໆຄົນທີ່ຍັງສົງໄສບໍ່ແນ່ໃຈ ເຕືອນວ່າ ມັນຈະບໍ່ຊຸກຍູ້ໃຫ້ມີການເຕີບໂຕໃນໄລ ຍະຍາວ ແລະຈະເພີ້ມໜີ້ສິນໃຫ້ແກ່ລັດຖະບານຍີ່ປຸ່ນ ຊຶ່ງປະກອບເປັນຫຼາຍກວ່າ 200% ຂອງຍອດຜະລິດຮວມແຫ່ງຊາດ.

ກ່ຽວຂ້ອງກັນ

XS
SM
MD
LG